Author Archives: Paeng KC

ຂົວມິດຕະພາບ 5 ຈະເລີ່ມລົງມືກໍ່ສ້າງໃນປີ 2020.

ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ, ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງປາກຊັນ ຫ່າງຈາກເທສະບານແຂວງບໍລິຄຳໄຊ ໄປທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ, ຊຶ່ງຫ່າງຈາກທາງເລກ 13 ໃຕ້ 2.860 ແມັດ. ສໍາລັບຝັ່ງປະເທດໄທຈຸດເລີ່ມຕົ້ນໂຄງການຢູ່ທີ່ຖະໜົນໝາຍເລກ 222 ກິໂລແມັດທີ 123 + 430 ໃນເຂດອໍາເພີບຶງການ ມີລວງຍາວທັງໝົດ 12.038 ແມັດ. ຂົວມິດຕະພາບ 5 ປາກຊັນ-ບຶງການ ຕາມແຜນເບື້ອງຕົ້ນແມ່ນຈະເລີ່ມກໍ່ສ້າງ ເດືອນ ມີນາ 2019 ແຕ່ດ້ວຍສາເຫດຫຼາຍປະການ ລັດຖະບານຂອງສອງປະເທດຈຶ່ງໄດ້ເລື່ອນການກໍ່ສ້າງອອກໄປເປັນປີ 2020, ສັນຍາລັກ ເສົາກາງນ້ຳ ຂົວມິດຕະພາບ 5 ມີສັນຍາລັກໂດດເດັ່ນດ້ວຍຮູບແຄນລາວ ຊຶ່ງສຽງແຄນເຊື້ອຊາດລາວໄດ້ຖືກຮັບຮອງເປັນມໍລະດົກດ້ານວັດທະນະທໍາ, ນາມມະທໍາຂອງມວນມະນຸດ ໂດຍອົງການອຸຍແນັສໂກ ຮັບຮອງໃນວັນທີ 7 ທັນວາ 2017. ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ແຈ້ງໃຫ້ຊາບເມື່ອບໍ່ດົນຜ່ານມານີ້ວ່າ:….(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ...

Read More »

ນາຍົກ ຊີ້ນຳໃຫ້ຄະນະລັດຖະບານ ເອົາໃຈໃສ່ປະຕິບັດວຽກງານ 8 ຈຸດສຸມ ໃນເດືອນມີນານີ້.

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນມີນາ 2020  ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ວັນທີ 19- 20 ກຸມພາ ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ ດັ່ງນີ້: ໃຫ້ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ພ້ອມທັງ ມີມາດຕະການລະອຽດ ແລະ ເຂັ້ມງວດ ເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ຫຼຸດລົງ ເທື່ອລະກ້າວ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີ ບິດເບືອນແນວທາງຂອງພັກ-ລັດ; ໃຫ້ຂະແໜງການກ່ຽວຂ້ອງ ເປັນເຈົ້າການໃນການສະກັດກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ແລະ ພະຍາດອື່ນໆ ທີ່ອາດຈະເກີດຂື້ນໃນຕໍ່ໜ້າ, ພ້ອມທັງ ຕິດຕາມ, ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດເປັນປະຈໍາ. ພ້ອມກັນນັ້ນ, ກໍ່ໃຫ້ຄົ້ນຄວ້າປະເມີນຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວາງນະໂຍບາຍ ຫຼື ມາດຕາການທີ່ຈໍາເປັນ ເພື່ອຫຼຸດຜ່ອນຜົນກະທົບ ແລະ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດໃຫ້ຂະຫຍາຍຕົວ; 3. ໃຫ້ຄະນະຮັບຜິດຊອບກະກຽມ ...

Read More »

DINANT, A CHARMING LITTLE TOWN IN THE SOUTH OF BELGIUM AND THE FABULOUS ADOLPHE SAX INTERNATIONAL COMPETITION

Organised every 4 years, the Adolphe Sax International Competition is recognised as one of the most prestigious and largest classical saxophone competitions in the world. The 1st Prize of this 7th edition has been attributed this Saturday 9th November to the Japanese contestant Kenta SAITO.  No fewer than 544 saxophonists sent their application to take part in the competition. After ...

Read More »

ຄວາມແຕກຕ່າງ ທີ່ຂາດກັນບໍ່ໄດ້ ລະຫວ່າງ ການຕະຫຼາດ ແລະ ການຂາຍ indispensable differences between marketing and sales

ເວລາທີ່ທ່ານເຫັນປະກາດຮັບສະໝັກງານ ຕຳແໜ່ງພະນັກງານຂາຍ (Sales) ແລະ ການຕະຫຼາດ (Marketing) ຫຼືບາງບໍລິສັດກໍປະກາດຕຳແໜ່ງ ພະນັກງານຂາຍ ແລະການຕະຫຼາດ (Sales & Marketing) ທ່ານເຄີຍສົງໄສບໍ່ວ່າ ໜ້າທີ່ຫຼັກໆ ຂອງພະນັກງານຂາຍ ແລະການຕະຫຼາດ ສຳຄັນແຕກຕ່າງກັນແນວໃດກັນແທ້, ນອກຈາກນີ້ ໃນຖານະຜູ້ປະກອບການ ຫຼືຜູ້ທີ່ສົນໃຈສຶກສາການສ້າງທຸລະກິດ ແລະການຕະຫຼາດຫຼາຍທ່ານ ກໍອາດເຄີຍພົບຈຸດທີ່ສັບສົນ ຫຼືຈັງຫວະທີ່ຕ້ອງຖາມຕົວເອງວ່າ ກິດຈະກຳນີ້ ເປັນໜ້າທີ່ຂອງຝ່າຍການຕະຫຼາດ ຫຼື ຝ່າຍຂາຍ? ສະນັ້ນ ມື້ນີ້ວາລະສານທາເກັດຈະມາໄຈ້ແຍກໃຫ້ທ່ານຟັງ Marketing ຫຼື ການຕະຫຼາດ: ໝາຍເຖິງການສື່ສານໃຫ້ຜູ້ບໍລິໂພກເຂົ້າໃຈເຖິງເຫດຜົນ ວ່າເປັນຫຍັງຈຶ່ງຄວນຊື້ສິນຄ້າ ແລະບໍລິການທີ່ບໍລິສັດທ່ານນຳສະເໜີ (our offerings) ຫຼາຍກວ່າສິນຄ້າ ຫຼື ບໍລິການຂອງຄູ່ແຂ່ງ. ສະນັັ້ນ ໜ້າທີ່ຂອງທີມການຕະຫຼາດ ຈຶ່່ງແມ່ນການວາງຍຸດທະສາດ ການຄິດກ່ຽວກັບຍີ່ຫໍ້ (Branding) ການສ້າງສື່ (Media) ແລະອື່ນໆ ເພື່ອນຳໄປສູ່ຄວາມຕ້ອງການຊື້ສິນຄ້າ ແລະບໍລິການຂອງບໍລິສັດ. ຄວາມແຕກຕ່າງລະຫວ່າງ ນັກການຕະຫຼາດທີ່ເກັ່ງ ແລະນັກການຕະຫຼາດທົ່ວໄປ ຈຶ່ງແມ່ນຄວາມສາມາດໃນການເລືອກເຄື່ອງມື ວິທີການ ແລະຂໍ້ຄວາມທີ່ໃຊ້ສື່ສານ (Marketing Message) ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຮັບຮູ້ ຈື່ຈຳ ແລະສາມາດຈູງໃຈຈົນເກີດຄວາມຕ້ອງການສິນຄ້າ ...

Read More »

ປີ 2019 ມີສະມາຊິກພັກຖືກປະຕິບັດວິໄນ 745 ຄົນ

ອີງຕາມການລາຍງານຂອງອົງການກວດກາພັກ-ລັດ, ໃນປີ 2019 ຜ່ານມາ, ມີກຳມະ ການບໍລິຫານຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກ ຖືກປະຕິບັດວິໄນ 745 ຄົນ, ຍິງ 104 ຄົນ, ໂດຍໃນນີ້ ຖືກກ່າວເຕືອນຄວາມຜິດ 158 ຄົນ, ປົດຕໍາແໜ່ງພາຍໃນພັກ 38 ຄົນ, ໂຈະຮ່ວມຊີວິດພັກ 137 ຄົນ ແລະ ເອົາອອກຈາກພັກ 412 ຄົນ. ໃນບົດປາໄສຂອງທ່ານ ສີໄນ ມຽງລາວັນ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ແລະ ທັງເປັນຮອງຫົວໜ້າອົງການຕ້ານການສໍ້ລາດບັງ ຫລວງຂັ້ນສູງກາງ ຕໍ່ພິທີສະເຫລີມສະຫລອງວັນສ້າງຕັ້ງອົງການກວດກາພັກ-ລັດ (ວັນທີ 16 ກຸມພາ) ຄົບຮອບ 38 ປີ ຈັດຂຶ້ນຢູ່ນະຄອນຫລວງວຽງຈັນໃນວັນທີ 18 ກຸມພາ 2020 ນີ້, ໄດ້ຍົກໃຫ້ເຫັນວ່າ: ຕະຫຼອດປີ 2019 ຜ່ານມາ, ຍ້ອນຄະນະກວດກາພັກແຕ່ ລະຂັ້ນໄດ້ເອົາໃຈໃສ່ຕິດຕາມ, ກວດກາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ...

Read More »

ການຖືບັນຊີຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ການດຳເນີນທຸລະກິດບໍ່ວ່າຈະເປັນວິສາຫະກິດຂະໜາດນ້ອຍ, ກາງ ຫຼື ໃຫຍ່ ກໍລ້ວນແລ້ວແຕ່ມີຄວາມຕ້ອງການນຳໃຊ້ແຫຼ່ງເງິນທຶນ ເຊິ່ງຖືເປັນໜຶ່ງໃນປັດໄຈທີ່ສຳຄັນໃນການຂັບເຄື່ອນທຸລະກິດ. ການນຳໃຊ້ເງິນທຶນຂອງວິສາຫະກິດນັ້ນ ສາມາດນຳໃຊ້ເງິນສ່ວນຂອງເຈົ້າຂອງເອງ ຫຼື ອາດຈະກູ້ຢືມເງິນຈາກທະນາຄານ ກໍຄື ສະຖາບັນການເງິນຕ່າງໆ ເຊິ່ງຖືເປັນແຫຼ່ງເງິນທຶນຈາກຕະຫຼາດເງິນ. ຄວາມສາມາດເຂົ້າເຖິງການສະໜອງເງິນກູ້ ຖືເປັນສິ່ງທີ່ທ້າທາຍຂອງວິສາຫະກິດ ໂດຍສະເພາະແມ່ນ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ທີ່ຕ້ອງໄດ້ຮັບການປັບປຸງ ເພື່ອກຽມຄວາມພ້ອມ ແລະ ສ້າງຕົນເອງໃຫ້ສາມາດມີເງື່ອນໄຂຜ່ານການອະນຸມັດເງິນກູ້ນັ້ນ. ບົດຄວາມນີ້ ຜູ້ຂຽນກໍຈະສືບຕໍ່ນຳສະເໜີກ່ຽວກັບການກຽມຕົນເອງຂອງ ວນກ ເພື່ອສ້າງໃຫ້ສາມາດເຂົ້າເຖິງແຫຼ່ງທຶນຜ່ານລະບົບທະນາຄານໃຫ້ໄດ້ ໂດຍສະເພາະແມ່ນຕິດພັນກັບວິໄນການເງິນ ແລະ ຫຼັກການຖືບັນຊີດຽວ. ໂດຍຫຼັກທິດສະດີທາງການເງິນແລ້ວ ແຫຼ່ງເງິນທຶນທີ່ສາມາດນຳໃຊ້ໄດ້ຈາກລະບົບຕະຫຼາດເງິນ ກໍຄື ຜ່ານທະນາຄານ ແລະ ສະຖາບັນການເງິນ ແມ່ນຖືເປັນແຫຼ່ງລະດົມເງິນທຶນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີໄລຍະເວລາໃນການຊໍາລະເງິນຄືນບໍ່ເກີນໜຶ່ງປີ ເຊັ່ນ: ການປ່ອຍກູ້, ທຸລະກໍາຄ້າຂາຍຫຼັກຊັບໄລຍະສັ້ນ ເປັນຕົ້ນແມ່ນ ໃບເງິນທະນາຄານຕ່າງໆ, ໃບສັນຍາຊື້ຄືນ, ໃບສັນຍາໃຊ້ໜີ້ ແລະ ທຸລະກໍາທາງດ້ານການເງິນອື່ນໆທີ່ກ່ຽວຂ້ອງ. ເຖິງຢ່າງໃດກໍຕາມ, ວິສາຫະກິດກໍຍັງມີຄວາມສາມາດຂໍເງິນກູ້ໃນໄລຍະທີ່ຍາວກວ່າຈາກທະນາຄານໄດ້ ອີງຕາມເຈດຈໍານົງໃນການນຳໃຊ້ເງິນ ແລະ ຄວາມສາມາດຂອງທຸລະກິດໃນການສ້າງລາຍຮັບໃຫ້ເກີດດອກອອກຜົນເພື່ອຊຳລະເງິນຄືນ. ເມື່ອການເຄື່ອນໄຫວທຸລະກິດຂອງ ວນກ ມີຄວາມຕ້ອງການສິນເຊື່ອເພື່ອໃຊ້ເຂົ້າໃນການດຳເນີນງານ ແລະ ການເສີມສ້າງຄວາມສາມາດແຂ່ງຂັນຂອງທຸລະກິດ, ສິ່ງສຳຄັນທີ່ຜູ້ປະກອບການຕ້ອງໄດ້ເອົາໃຈໃສ່ນັ້ນ ...

Read More »

ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ…

ບັນດາທ່ານ ປີຜ່ານມາລວມຍອດການລົງທຶນຫຼາຍກວ່າ 7 ຕື້ ໂດລາ… ຕົວເລກຂ້າງເທິງນັ້ນໄດ້ຮັບການເປີດເຜີຍໃນກອງປະຊຸມວຽກງານ ແຜນການ ແລະ ການລົງທຶນປະຈໍາປີ 2019 ໃນເດືອນ ທັນວາ 2019 ທີ່ຜ່ານມາ. ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໄລຍະ 9 ເດືອນ 2019 ຜ່ານມາ ລັດໄດ້ອະນຸມັດໃຫ້ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດລົງທຶນຈໍານວນ 37 ໂຄງການ, ມີທຶນຫຼາຍກວ່າ 7 ຕື້ໂດລາ ສະຫະລັດ ແລະ ທຶນຈົດທະບຽນຫຼາຍກວ່າ 2 ຕື້ ໂດລາສະຫະລັດ (ສະເພາະສູນກາງອະນຸມັດ) ແລະ ຕົວເລກການນໍາເຂົ້າທຶນຜ່ານລະບົບທະນາຄານ 6 ເດືອນ ປີ 2019 ມີຈໍານວນປະມານ 223 ລ້ານ ໂດລາສະຫະລັດ; ໄດ້ຂຶ້ນທະບຽນວິສາຫະກິດຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຈໍານວນ 10.200 ຫົວໜ່ວຍ ໃນຈໍານວນທຶນຫຼາຍກວ່າ 74.787 ...

Read More »

ບໍລິສັດ K&C Group ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019

ວັນທີ 14 ກຸມພາ 2020, ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ( ສຄອຊ ) ໄດ້ຈັດງານມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019, ເຊິ່ງປະກອບມີ 55 ບໍລິສັດພາຍໃນ ສປປ ລາວ ທີ່ໄດ້ຮັບລາງວັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕິກະຊວງການເງິນ.  ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີປະທານ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.  ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ຄັດເລືອກບໍລິສັດຊັ້ນນໍາດີເດັ່ນ ປະຈໍາປີ 2019 ທີ່ມີເງື່ອນໄຂດ້ານການປະກອບສ່ວນໃນການຂະຫຍາຍຕົວເສດຖະກິດ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງວຽກເຮັດງານທຳ, ທັງນີ້, ກໍເພື່ອຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງບັນດາບໍລິສັດທີ່ໄດ້ຮັບລາງວັນເພື່ອໃຫ້ເຂົາເຈົ້າສາມາດຕໍ່ຍອດທຸລະກິດ ແລະ ເປັນການສ້າງແຮງບັນດານໃຈໃຫ້ຫົວໜ່ວຍທຸລະກິດອື່ນໆ. ...

Read More »

Laodi – ເຫຼຼົ້າຣັມ ສັນຊາດລາວ ຜະລິດເປັນສິນຄ້າສົ່ງອອກໄປຫຼາຍປະເທດ

ເມື່ອເວົ້າເຖິງ ເຫຼຼົ້າຣັມ (Rhum: ພາສາຝລັ່ງ ຫຼື Rum: ພາສາອັງກິດ) ຄົນລາວຫຼາຍໆທ່ານອາດບໍ່ຄ່ອຍຄຸ້ນຫູ ເທົ່າກັບເຫຼົ້າຕ່າງຊາດປະເພດອື່ນ ບໍ່ວ່າຈະເປັນ ວິສກີ້ (Whisky), ໂວນກ້າ (Vodka) ແຕ່ທ່ານຮູ້ບໍ່ວ່າ “ເຫຼົ້າຣັມ” ຖືເປັນໜຶ່ງໃນຕະກູນເຫຼົ້າເກົ່າແກ່ທີ່ສຸດໃນໂລກມີປະຫວັດສາດທີ່ຍາວນານ ຕັ້ງແຕ່ສັດຕະວັດທີ 15 ໃນທະວີບອາເມລິກາກາງ-ໃຕ້ ແລະ ທະວີບເອີຣົບ ຕິດພັນເລິກເຊິ່ງກັບຍຸກເດີນເຮືອຂ້າມມະຫາສະໝຸດການລ່າອານານິຄົມທາງທະເລແຖບຄາຣີບ້ຽນ (Caribbean), ການຊອກຫາດິນແດນໃໝ່ຂອງທ່ານຄຣິສໂຕເຟີ ໂຄລໍາບັສ (Christopher Columbus) ທີ່ຄົ້ນພົບທະວີບອາເມລິກາ, ການຄ້ານ້ຳຕານຈາກອ້ອຍ ແລະ ການຄ້າທາດຜິວດຳຈາກທະວີບອາຟາຣິກາ ເພື່ອມາເປັນແຮງງານໃນສວນອ້ອຍ ຈົນເຖິງການປະຕິວັດອາເມລິກາເໜືອເຂດນິວອິງແລນ ອອກຈາກແອກປົກຄອງຂອງອັງກິດ ລ້ວນແລ້ວແຕ່ມີເລື່ອງລາວທີ່ກ່ຽວຂ້ອງກັບເຫຼົ້າຣັມ. ແຕ່ບັນດາທ່ານຮູ້ບໍ່ວ່າປັດຈຸບັນຢູ່ລາວເຮົາກໍມີໂຮງງານ ເຫຼົ້າຣັມ ທີ່ຜະລິດເປັນສິນຄ້າສົ່ງອອກໄປຫຼາຍປະເທດໄດ້ແກ່: ສະວິສເຊີແລນ, ຍີ່ປຸ່ນ, ໄທ, ໄຕ້ຫວັນ ແລະ ໄວໆນີ້ກຳລັງກະກຽມຈະສົ່ງອອກໄປ ປະເທດເຢຍລະມັນ, ອັງກິດ ແລະ ອາເມລິກາ ພາຍໃຕ້ຍີ່ຫໍ້ “Laodi” (ລາວດີ). ໂຮງງານແຫ່ງນີ້ຕັ້ງຢູ່ ບ້ານນາຊອນ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ເຊິ່ງມື້ນີ້ວາລະສານ ທາເກັດເຮົາ ໄດ້ຮັບກຽດຈາກ ທ່ານ ...

Read More »

ການຮັກໃນສິ່ງທີ່ເຮັດ ແລະ ການອົດທົນປະຕິບັດຢ່າງຕໍ່ເນື່ອງ (Passion and Craftsman)

“ທັດສະນະຄະຕິ” ຖືເປັນປັດໄຈສຳຄັນຢ່າງຍິ່ງທີ່ຈະກ້າວໄປສູ່ຜົນສຳເລັດ ທັດສະນະຄະຕິບວກ ຍ່ອມສົ່ງຜົນທີ່ດີກວ່າ ແກ່ການບັນລຸເປົ້າໝາຍທີ່ຕັ້ງໄວ້. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳສະເໜີແນວຄວາມຄິດຂອງສອງທັດສະນະຄື (1) ສິ່ງທີ່ທ່ານອາດເຄີຍໄດ້ຍິນເລື້ອຍໆ ກໍຄື Passion ຫຼື ການຮັກໃນສິ່ງທີ່ເຮັດ ແລະ (2) ທີ່ທ່ານອາດຈະບໍ່ຄຸ້ນຫູ ກໍຄື Craftsman ຫຼື ການອົດທົນປະຕິບັດຢ່າງຕໍ່ເນື່ອງ, ເພື່ອໃຫ້ທ່ານເຂົ້າໃຈເຖິງຄວາມກ່ຽວເນື່ອງຂອງທັງສອງທັດສະນະຄະຕິນັ້ນຫຼາຍຂຶ້ນ. ການຮັກໃນສິ່ງທີ່ເຮັດ (Passion) ໝາຍເຖິງ ການສະແດງໃຫ້ເຫັນເຖິງຄວາມຮູ້ສຶກທາງອາລົມທີ່ແຮງກ້າຕໍ່ ສິ່ງທີ່ທ່ານສົນໃຈ ຫຼື ຄວາມເຕັມໃຈທີ່ຈະຕໍ່ສູ້ກັບຄວາມລຳບາກເພື່ອສິ່ງທີ່ຮັກ ເພື່ອຕອບສະໜອງໃຫ້ຕົວເອງເກີດມີຄວາມສຸກ. ຄົນເຮົາຈຳເປັນຕ້ອງມີທັດສະນະຄະຕິນີ້ເປັນພື້ນຖານໃນການເລີ່ມຕົ້ນ ແລະ ສືບຕໍ່ເຮັດກິດຈະກຳທຸກຢ່າງ ຍ້ອນວ່າ ການທີ່ຈະເລີ່ມຕົ້ນເຮັດສິ່ງໃດໜຶ່ງນັ້ນ ນອກຈາກຄວາມສົນໃຈແລ້ວ ທ່ານຍັງຕ້ອງມີຄວາມຮັກ ແລະ ຄວາມປາດຖະໜາທີ່ຈະເຮັດສິ່ງນັ້ນໃຫ້ປະກົດຜົນເປັນຈິງ ແລະ ເພື່ອເຕີມເຕັມຄວາມສຸກທາງໃຈ. ການຮັກໃນສິ່ງທີ່ເຮັດ ຈຶ່ງຖືືເປັນປັດໄຈໜຶ່ງທີ່ສຳຄັນໃນການຂັບເຄື່ອນ ແລະ ເປັນແຮງຜັກດັນໃຫ້ເກີດມີການລົງມື ເຮັດຕົວຈິງ, ເກີດມີຄວາມຄິດສ້າງສັນ ແລະ ມີການພັດທະນາຢູ່ຕະຫຼອດເວລາ. ຫາກທ່ານມີຄວາມຮັກຕໍ່ທຸລະກິດ ທີ່ທ່ານເຮັດຢ່າງແຮງກ້າ ທ່ານຈະບໍ່ຍອມແພ້ຕໍ່ບັນຫາຕ່າງໆ, ພ້ອມທີ່ຈະຄິດຫາທາງແກ້ໄຂ ແລະ ຕໍ່ສູ້ ເພື່ອໃຫ້ ບັນລຸເປົ້າໝາຍທີ່ຕັ້ງໄວ້ ບໍ່ວ່າຕ້ອງພົບຄວາມລຳບາກ, ຄວາມກົດດັນ ແລະ ຄວາມຫຼົ້ມເຫຼວຫຼາຍຄັ້ງ ...

Read More »