ລາຍຮັບຈາກການທ່ອງທ່ຽວຫຼຸດລົງ 70% ຫຼັງໂຄໂຣນາລະບາດ ນະຄອນຫຼວງຕັ້ງຈຸດປະສານ 9 ຕົວເມືອງໃຫ້ຂໍ້ມູນ-ຂ່າວສານປະຊາຊົນ ນັບແຕ່ທ້າຍເດືອນມັງກອນ ເປັນຕົ້ນມາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ໄດ້ອອກແຈ້ງການຍົກເລີກບັນດາກຸ່ມນັກທ່ອງທ່ຽວຕ່າງໆທັງພາຍໃນປະເທດ ແລະ ຫ້າມປະຊາຊົນຈີນໄປທ່ຽວຕ່າງປະເທດ ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດລົງເປັນຈຳນວນຫຼາຍ, ເຮັດໃຫ້ລາຍ ຮັບໂດຍສະເພາະແມ່ນທີ່ພັກ ແລະ ບໍລິສັດທ່ອງທ່ຽວລາຍຮັບຫຼຸດລົງ 70%. ສະຖານະການຫຼ້າສຸດຍອດຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຍັງຄົງເພີ່ມຂຶ້ນຕໍ່ເນື່ອງ, ສ່ວນຢູ່ນະຄອນຫຼວງວຽງຈັນ ໄດ້ຕັ້ງຈຸດປະສານງານຢູ່ 9 ຕົວເມືອງ ເພື່ອກະຈາຍຂໍ້ມູນ – ຂ່າວສານກ່ຽວກັບເຊື້ອພະຍາດດັ່ງກ່າວ. ວັນທີ 5 ກຸມພາ 2020 ຫ້ອງວ່າການນະຄອນຫຼວງວຽງຈັນ ຮ່ວມກັບພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຈັດກອງປະຊຸມເຜີຍແຜ່ຂໍ້ມູນ ແລະ ປຸກລະດົມຂໍ ຄວາມຮ່ວມມື ເພື່ອເຝົ້າລະວັງປ້ອງກັນພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາ ເພື່ອລາຍງານສະພາບການລະບາດ, ມາດຕະການເຝົ້າລະວັງ ແລະ ປ້ອງກັນພະຍາດໂຄໂຣນາ. ...
Read More »Author Archives: Paeng KC
ກະຊວງສາທາ!!!! ຫ້າມແຊຣ໌ຕໍ່ ຂໍ້ມູນກ່ຽວກັບ ພະຍາດໂຄໂຣນາ ຈາກແຫຼ່ງຂ່າວທີ່ບໍ່ມີຄວາມຈິງ ທາງສື່ສັງຄົມອອນລາຍ (Facebook)
ກະຊວງສາທາລະນະສຸກ ຂໍແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນ, ມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ ທີ່ເມືອງອູ່ຮັ່ນ, ແຂວງຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ເປັນຈຳນວນຫຼວງຫຼາຍ ໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ ເຊິ່ງບາງຂ່າວກໍມີຄວາມຈິງ ແລະ ຫຼາຍຂ່າວກໍບໍ່ຖືກຕ້ອງກັບຄວາມເປັນຈິງ. ສະນັ້ນ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ ໄດ້ເຜີຍແຜ່ຖືກຕ້ອງຕາມຄວາມຈິງ ຈຶ່ງແຈ້ງໃຫ້ທ່ານຕິດຕາມ ແລະ ຮັບຂ່າວຕາມສື່ທາງການ (ໂທລະພາບ,ວິທະຍຸ ໜັງສືພິມ ແລະ ຂໍ້ມູນຂ່າວສານຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເຊິ່ງທ່ານສາມາດເຂົ້າຫາແຫຼ່ງຂ່າວຂອງສູນດັ່ງກ່າວທາງເພສເຟສບຸກ ຊື່ວ່າ: “ສູນຂ່າວສານການແພດສຸຂະສຶກສາ Centre of information and Education for Health ” ທ່ານ ຈະສາມາດຮັບຮູ້ຂ່າວສານທີ່ທາງສູນໄດ້ອັບເດດ. ນອກຈາກນີ້,ບໍ່ໃຫ້ພະນັກງານແພດ, ພະຍາບານ, ນັກສຶກສາ ເອົາຮູບການບໍລິການຂອງແພດຫມໍທີ່ກຳລັງະຕິບັດໜ້າທີ່ລົງໃນເໂສບຸກຂແງຕົນເອງ, ເພື່ອໃຫ້ສັງຄົມມີຄວາມສະຫງົບ, ໄດ້ຮັບຂ່າວສານທີ່ຖືກຕ້ອງ, ສັງຄົມບໍ່ມີຄວາມແຕກຕື່ນໃນການຮັບຂ່າວສານ.
Read More »ດ່ານປາງມອນ ເມືອງຄອບ ເປີດເປັນດ່ານສາກົນ ຢ່າງເປັນທາງການ
ພິທີ ເປີດດ່ານສາກົນ ປາງມອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກຸມພາ 2020, ຢູ່ເມືອງຄອບ, ແຂວງ ໄຊຍະບູລີ ໃຫ້ກຽດເຂົ້າຮ່ວມມີທ່ານ ທອງສະຫັວນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ທ່ານ ຍັນຍົງ ສີປະເສີດ, ຮອງເຈົ້າແຂວງໆໄຊຍະບູລີ . ນອກນີ້ ຍັງມີ ທ່ານ ກະມົນ ຊຽງວົງ, ເຈົ້າແຂວງໆ ພະເຍົາ ລາຊະອານະຈັກໄທເຂົ້າຮ່ວມ. ດ່ານປາງມອນ ເມືອງຄອບ, ແຂວງ ໄຊຍະບູລີ ຂອງສປປ ລາວ ເປັນດ່ານລະຫວ່າງ ບ້ານ ຮວກ, ເມືອງພູຊາງ, ຈັງຫວັດພະເຍົາ, ປະເທດໄທ, ເປັນດິນຕໍ່ແຜນ ທີ່ມີເສັ້ນທາງເຊື່ອມຕໍ່ກັນ. ໃນວັນທີ 30 ພະຈິກ 1992, ລັດຖະບານສປປ ລາວ ໄດ້ເຫັນດີອະນຸມັດ ໃຫ້ເປີດເປັນດ່ານປະເພນີ ປາງມອນ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ແລະ ແລກປ່ຽນສິນຄ້າ ລະຫວ່າງ ປະຊາຊົນຊາວເມືອງຄອບ ແຂວງ ...
Read More »ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ເດືອນ ທັນວາ 2019 ບັນລຸໄດ້ປະມານ 988 ລ້ານໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ທັນວາ ບັນລຸໄດ້ປະມານ 988 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກປະມານ 455 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າ ປະມານ 534 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 79 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຫຍື້ອໄມ້ ແລະ ເສດເຈ້ຍ, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ), ຄຳປະສົມ ແລະ ຄຳແທ່ງ, ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ຢາງພາລາ ແລະ ງົວ,ຄວາຍ. ໝວດສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ ນອກຈາກລົດໄຖນາ ແລະ ລົດຈັກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ...
Read More »ຈີນ ພະຍາຍາມສຸດຄວາມສາມາດ ເພື່ອໃຫ້ຄົນເຈັບ ແລະ ຜູ້ເສຍຊີວິດ ຈາກໄວຣັດໂຄໂຣນາ ຫຼຸດລົງ
ປັດຈຸບັນນີ້, ລັດຖະບານຈີນ ໄດ້ສຸມທຸກກຳລັງເຂົ້າໃນການປິ່ນປົວຜູ້ເຈັບ ແລະ ພະຍາຍາມສຸດຂີດ ຄວາມສາມາດເພື່ອເຮັດໃຫ້ຈຳນວນຄົນເຈັບ ແລະ ຜູ້ເສຍຊີວິດ ຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັດໂຄໂຣນາ ຫຼຸດລົງ. ທ່ານ ຈຽງ ຈາຍຕົງ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ໃຫ້ສຳພາດໃນວັນທີ 3 ກຸມພາ 2020 ວ່າ: ປະເທດຈີນ ໄດ້ສ້າງຕັ້ງລະບົບການປ້ອງກັນ ແລະ ຄຸ້ມຄອງທີ່ຮອບດ້ານ ແລະ ມີຫຼາຍລະດັບ, ພ້ອມທັງປຸກລະດົມທົ່ວສັງຄົມ ເດັດດ່ຽວສະກັດກັ້ນການແຜ່ລາມຂອງພະຍາດດັ່ງກ່າວນີ້. ໃນຂະນະດຽວກັນ ກໍໄດ້ສ້າງທີມງານນັກຊ່ຽວຊານທາງດ້ານເຕັກນິກວິທະຍາສາດ ເພື່ອເລັ່ງຄົ້ນຄວ້າວັກແຊງຕ້ານພະຍາດ ແລະ ຮັບຮອງເອົາຢາປົວພະຍາດທີ່ມີຜົນດີໃຫ້ທັນທີ ແລະ ນໍາໃຊ້ໃນໂຮງໝໍໂດຍໄວ. ພ້ອມກັນນັ້ນ ລັດຖະບານຈີນ ຍັງໄດ້ປຸກລະດົມສັງຄົມໃນທົ່ວປະເທດ ເພື່ອປະສານງານ ແລະ ຂົນຂວາຍທ່ານໝໍ, ພະຍາບານ, ເຄື່ອງມືການແພດ ແລະ ເຄື່ອງໃຊ້ປະຈໍາວັນຂອງປະຊາຊົນ ໃຫ້ສາມາດເຂົ້າເຖິງບ່ອນທີ່ຕ້ອງການໂດຍໄວໄດ້. ຄວາມພະຍາຍາມຂອງຈີນໃນຄັ້ງນີ້ ໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກ. ຂ່າວ: ຊາຍຄົນເດີມ ທີ່ມາ: ຂ່າວສານປະເທດລາວ.
Read More »ສປປ ລາວ ມີ 11 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ, ແຕ່ 9 ກໍລະນີ ຜົນກວດບໍ່ມີເຊື້ອ ແລະ ຍັງ 2 ກໍລະນີ ກໍາລັງກວດຢູ່ !!!
ໄລຍະຜ່ານມາ ສູນວິເຄາະ ແລະ ລະບາດວິທະຍາ ໄດ້ກວດຫາເຊື້ອອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ (nCov) ເຊິ່ງປະເທດລາວເຮົາມີ ກໍລະນີສົງໄສ 11 ກໍລະນີ, 9 ກໍລະນີແມ່ນອອກຜົນລົບ (ບໍ່ມີເຊື້ອ) 2 ກໍລະນີກໍາລັງກວດຢູ່, ຖ້າຜົນອອກມາ ພ້ອມທີ່ຈະລາຍງານໃຫ້ສັງຄົມຮັບຊາບ. ທ່ານ ດຣ.ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 3 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນ ສູນວິເຄາະ ແລະ ລະບາດວິທະຍາ ມີຄວາມພ້ອມ ໃນການກວດຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ nCov ເຊິ່ງໃນໄລຍະຜ່ານມາ ກໍໄດ້ມີການລະບາດຂອງພະຍາດເມີກສ໌ ເຊິ່ງພວກເຮົາກໍມີຄວາມສາມາດກວດພະຍາດນັ້ນໄດ້ ແລະ ໃນໄລຍະຕໍ່ມາ ກໍໄດ້ມີລະບົບເຝົ້າລະວັງເຊື້ອໄຂ້ຫວັດ ແລະ ກໍໄດ້ມີການກວດຢ່າງເປັນປະຈຳ ແລະ ມີຕົວຢ່າງໃນທົ່ວປະເທດສົ່ງມາຕະຫຼອດ ເປັນຕົ້ນແມ່ນ ກວດໄຂ້ຫວັດກໍຈະ ມີ H1N1 ເຊິ່ງສາມາດກວດໄດ້ ແລະ ກໍໄດ້ໃຊ້ເຕັກນິກດຽວກັນໃນການກວດຫາໄວຣັສໂຄໂຣນານີ້, ເຊິ່ງສູນວິເຄາະ ແລະ ...
Read More »ດ່ວນ!!!! ແຈ້ງການໃຫ້ກວດກາ ແລະ ກັກລົດຊົ່ວຄາວ ທີ່ເດີນທາງມາແຕ່ອູ່ຮັ່ນ ສປ ຈີນ
ດ່ວນ! ກົມໃຫຍ່ຕຳຫຼວດ ກົມຕຳຫຼວດ ຈະລາຈອນ ກະຊວງປ້ອງການຄວາມສະຫງົບ ໄດ້ອອກແຈ້ງການ ເລກທີ 002/ກຈຈ, ລົງວັນທີ 03 ກຸມພາ 2020 ເຖິງຫົວໜ້າ ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງວຽງຈັນ ໃນທົ່ວປະເທດ. ເລື່ອງ: ໃຫ້ກວດກາລົດ ແລະ ກັກຊົ່ວຄາວ ລົດຄົນຈີນ ທີ່ເດີນທາງມາແຕ່ເມືອງ ອູ່ຮັ້ນ ປະເທດຈີນ ທີ່ເດີນທາງເຂົ້າມາລາວ ເພື່ອກວດກາ ແລະ ປ້ອງກັນ ສະກັດການແຜ່ລະບາດຂອງເຊື້ອ ໄວຣັສ ໂຄໂຣນາ ສາຍພັນໃໝ່ ໂດຍມີລາຍລະອຽດດັ່ງນີ: 1. ໃຫ້ພະແນກຕຳຫຼວດຈະລາຈອນ ແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ກວດກາພາຫະນະຂອງຄົນຈີນ ທີ່ເດີນທາງມາຈາກເມືອງ ອູ່ຮັ້ນ ສປ ຈີນ, ທີ່ເດີທາງເຂົ້າມາ ສປປ ລາວ ຕາມຈຸດສະຖານທີ່ທ່ອງທ່ຽວ, ໂຮງແຮມ, ສູນການຄ້າ ແລະ ສະຖານທີ່ອື່ນໆ ທີ່ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວ ແລະ ພັກຢູ່ຈຳນວນຫຼາຍ ແລະ ໃຫ້ເອົາໃຈໃສ່ຈຸດ, ປ້ອມກວດກາເຂົ້າເມືອງ-ອອກເມືອງ ...
Read More »ມາຮູ້ຈັກ!!! 3 ຂັ້ນຕອນ ໃນການເລີ່ມຕົ້ນ ສ້າງທຸລະກິດ ໃນ ສປປ ລາວ
ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ວ່າດ້ວຍ ຂັ້ນຕອນການເລີ່ມຕົ້ນທຸລະກິດ ສຳລັບ ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ມີຈຸດປະສົງ ຢາກເລີ່ມຕົ້ທຸລະກິດຢູ່ ສປປ ລາວ ສະບັບ ເລກທີ0115/ອຄ.ກທຄວ ລົງວັນທີ 29 ມັງກອນ 2020 ຂອງ ຫ້ອງການ ກະຊວງ ອຸດສາຫະກຳ ແລະ ການຄ້າ ສຳລັບໃຜ ທີ່ກຳລັງຈະເລີ່ມເຮັດທຸລະກິດ ຄວນອ່ານ ແລະ ຮັບຮູ້ໄວ້. 3 ຂັ້ນຕອນໃນເລີ່ມຕົ້ນສ້າງທຸລະກິດໃນ ສປປ ລາວ ມີຄື: – ຂັ້ນຕອນທີ 1: ການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ ໃຊ້ເວລາສູງສຸດບໍ່ເກີນ 10 ລັດຖະການ -ຂັ້ນຕອນທີ 2: ການຄວັດຕາປະທັບ ແລະ ການອະນຸຍາດນຳໃຊ້ຕາປະທັບ ໃຊ້ເວລາສູງສຸດບໍ່ເກີນ 5 ວັນລັດຖະການ. -ຂັ້ນຕອນທີ 3: ການຈົດທະບຽນປະກັນສັງຄົມ ໃຊ້ເວລາສູງສຸດບໍ່ເກີນ 2 ວັນລັດຖະການ ການເລີ່ມຕົ້ນທຸລະກິດ ...
Read More »ດ່ວນທີ່ສຸດ!!!! ຈາກກະຊວງການຕ່າງປະເທດ ກ່ຽວກັບການໂຈະ ອອກວິຊ້າກັບດ່ານ
ກົມກົງສຸນ, ກະຊວງການຕ່າງປະເທດ ອອກແຈ້ງການໂຈະການອອກວີຊາກັບດ່ານສາກົນທີ່ມີຊາຍແດນຕິດກັບ ສປ ຈີນ. ແຈ້ງການ ສະບັບເລກທີ 278/ກກສ.1 ນະຄອນຫຼວງວຽງຈັນ ລົງວັນທີ 02 ກຸມພາ 2020, ວ່າດ້ວຍທິດຊີ້ນຳຂອງຂັ້ນເທິງກ່ຽວກັບການໂຈະການອອກວີຊາກັບດ່ານສາກົນທີ່ມີຊາຍແດນຕິດກັບ ສປ ຈີນ ໃຫ້ບັນດານັກທ່ອງທ່ຽວທີ່ເດີນທາງມາຈາກ ສປຈີນ ເລີ່ມຕົ້ນປະຕິບັດແຕ່ວັນທີ 02 ກຸມພາ 2020 ເປັນຕົ້ນໄປ ຈົນກວ່າຈະມີການປ່ຽນແປງ ຕາມລາຍລະອຽດ ຂ້າງລຸ່ມນີ້.
Read More »ອາເມລິກາ ເປີດໂຕໂຄງການໃໝ່ ສະໜັບສະໜູນແຜນງານ ການສ້າງລັດແຫ່ງກົດໝາຍ ໃນ ສປປ ລາວ
ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສົ່ງເສີມການສ້າງລັດແຫ່ງກົດໝາຍ, ໂດຍໄດ້ຮ່ວມມືກັບກະຊວງຍູຕິທຳ ແລະ ມູນນິທິເອເຊຍ ສ້າງຕັ້ງໂຄງການ ສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຫລື Legal Aid Support Project ຂຶ້ນຢ່າງເປັນທາງການ. ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 24 ມັງກອນ 2020, ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການເລີ່ມຕົ້ນໂຄງການ ມູນຄ່າ 3,67 ລ້ານ ໂດລາສະຫະລັດ, ທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອາເມລິກາ (USAID) ເຊີ່ງຈະຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກະຊວງຍູຕິທຳ ແລະ ມູນນິທິເອເຊຍ ...
Read More »