ມະຫະກຳບຸນຊ້າງ ເປັນບຸນປະເພນີ ແລະ ເປັນບຸນມິ່ງຂວັນຄູ່ບ້ານຄູ່ເມືອງຂອງຊາວເມືອງໄຊຍະບູລີ ທີ່ສືບສານກັນມາແຕ່ບູຮານ ເຊິ່ງສະແດງເຖິງວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ດົນນານ.

ມີຫຼາກຫຼາຍກິດຈະກຳທີ່ຕິດພັນກັບບຸນຊ້າງ ແລະ ການອະນຸຮັກຊ້າງ ໂດຍສະເພາະແມ່ນການສະແດງຂອງຊ້າງຄຳຮູ້, ພິທີບາສີສູ່ຂວັນຊ້າງ, ການໃຫ້ອາຫານຊ້າງ, ຂີ່ຊ້າງຊົມເມືອງ ແລະ ກິດຈະກຳທີ່ຕິດພັນກັບວັດທະນະທຳ, ຕິດພັນກັບວິຖີຊີວິດຂອງປະຊາຊົນຊາວໄຊຍະບູລີ ແລະ ອື່ນໆອີກ.
ສຳລັບການເດີນທາງໄປທ່ຽວບຸນຊ້າງ ນັກທ່ອງທ່ຽວສາມາດເດີນທາງດ້ວຍລົດສ່ວນຕົວ ຫຼື ລົດໂດຍສານ, ການອອກເດີນທາງແຕ່ນະຄອນຫຼວງວຽງຈັນ ຫາແຂວງໄຊຍະບູລີ ດ້ວຍໄລຍະທາງປະມານ 350 ກິໂລແມັດ ໄປຕາມເສັ້ນທາງ 11 A ລຽບຕາມເມືອງສັງທອງ ນະຄອນຫຼວງວຽງຈັນ – ເມືອງໝື່ນ – ເມືອງຊະນະຄາມ ຂ້າມຂົວນ້ຳຂອງຊະນະຄາມ ແຂວງ ວຽງຈັນ – ປາກລາຍ ແລ້ວໄປສູ່ເມືອງໄຊຍະບູລີ.
( ໂດຍ: ກາວຊົ່ງ )
ທີ່ມາ: ຂ່າວເສດຖະກິດ-ການຄ້າ