Author Archives: Paeng KC

ຈີນ ເປັນປະເທດທໍາອິດໃນໂລກໂດຍໃຊ້ເອໄອວິເຄາະພະຍາດໂຄວິດພຽງ 20 ນາທີຮູ້ຜົນ …….

ບໍລິສັດເຕັກໂນໂລຊີ(Alibaba ) ຈາກ ສປ ຈີນ ປະກາດສົບຜົນສໍາເລັດເກີນຄາດໃນການພັດທະນາປັນຍາປະດິດ ຫຼື ເອີ້ນວ່າ Artificial Intelligence (AI/ເອໄອ)ທີ່ສາມາດກວດກາ ແລະ ວິເຄາະເຊື້ອໄວຣັດໂຄວິດ-2019 ໃນຮ່າງກາຍຄົນແນ່ນອນ 96% ພຽງເວລາ 20 ນາທີໃນຂະບວນການກວດກາ. ຂະນະທີ່ ແຫຼ່ງຂໍ້ມູນດັ່ງລະບຸວ່າຍັງບໍ່ມີປະເທດໃດເຮັດໄດ້ໃນໂລກເຮັດໄດ້ ເຊິ່ງມີພຽງປະເທດຈີນເທົ່ານັ້ນປະສົບຜົນສໍາເລັດໃນການພັດທະນາປັນຍາປະດິດສໍາລັບຕ້ານ ແລະ ຢຸດການຂະຫຍາຍຕົວພະຍາຍາດໂຄວິດ ເຊິ່ງຖືເປັນຄວາມກ້າວຫນ້າຂອງມວນມະນຸດ. ປັດຈຸບັນບໍລິສັດອາລີບາບາບໍ່ພຽງນໍາໜ້າເຕັກໂນໂລຊີກ່ຽວກັບການຄ້າທາງລະບົບອິນເຕີເນັດເທົ່ານັ້ນໃນໂລກ ແຕ່ຫາກຍັງນໍາໜ້າເຕັກໂນໂລຊີປັນຍາປະດິດດ້ານການແພດອີກດ້ວຍ. ໜ່ວຍງານວິໄຈຂອງອາລີບາບາໄດ້ພັດທະນາ ແລະ ຝຶກສອນ ເອໄອ ໂດຍໄດ້ເກັບເອົາຕົວຢ່າງຂອງຜູ້ຕິດເຊື້ອໂຄວິດ 5.000 ຄົນໃນຈີນ ເຊິ່ງລະບົບເຕັກໂນໂລຊີເອໄອສາມາດກວດກາ ແລະ ວິເຄາະຮ່າງກາຍຄົນເຫຼົ່ານັ້ນໄດ້ແນ່ນອນເຖີງ 96%. ເບື້ອງຕົ້ນເອໄອດັ່ງກ່າວໄດ້ນໍາເອົາໄປໃຊ້ກວດກາ ແລະ ວິເຄາະເຊື້ອໂຄວິດຢູ່ໂຮງຫມໍຊີໂປຊານ (Qiboshan) ໃນເມືອງເຈິ້ງໂຈວ ມົນທົນເຫີໜານ ແລະ ປັດຈຸບັນໄດ້ສືບຕໍ່ນໍາເອົາໄປໃຊ້ຢູ່ຫມໍ 100 ແຫ່ງໃນມົນທົນເຫີເປີ່ຍ, ກວາງຕຸ້ງ ແລະ ອານຫຸຍ. ເຕັກໂນໂລຊີເອໄອດັ່ງກ່າວຈະໃຊ້ເວລາວິເຄາະພາບ ແລະ ລະບຸພະຍາດພຽງ 20 ນາທີ ເຊິ່ງມັນໄດ້ກາຍເປັນລະບົບອັດສະລິຍະສາມາດປະຢັດເວລາ, ຮັກສາຜູ້ປ່ວຍ ຫຼື ກູ້ຊີວິດຄົນທັນເວລາ ແລະ ...

Read More »

ລັດຖະບານໄທ ຊ່ວຍເຫຼືອອຸປະກອນການແພດປ້ອງກັນໂຄວິດ-19 ແກ່ ສປປ ລາວ

ເພື່ອປະກອບສ່ວນປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID- 19) ໃນວັນທີ 2 ມີນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີ ມອບ-ຮັບເຄື່ອງອຸປະກອນປ້ອງກັນຕົວຈາກເຊື້ອພະຍາດ COVID- 19 ຂຶ້ນຢ່າງເປັນທາງການ ໂດຍການສະໜັບສະໜູນຈາກລັດຖະບານໄທ ຕາງໜ້າມອບຂອງ ທ່ານ ດຳຣົງ ໄຄ່ຄວນ ເອກອັກຄະລາຊະທູດໄທປະຈຳ ສປປ ລາວ ຕາງໜ້າຮັບຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີ ພະນັກງານທັງສອງຝ່າຍເຂົ້າຮ່ວມ.   ທ່ານ ດຳຣົງ ໄຄ່ຄວນ ໄດ້ກ່າວວ່າ: ສະພາບຂອງໂລກໃນປັດຈຸບັນ ແມ່ນມີການລະບາດຢ່າງວ່ອງໄວຂອງພະຍາດ ໄປຫາບັນດາປະເທດຕ່າງໆໃນທົ່ວໂລກ ແລະ ບັນດາປະເທດທີ່ມີຄວາມສ່ຽງໃນການເກີດລະບາດ ກໍມີມາດຕະການປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດດັ່ງກ່າວ ສຳລັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເຈວລ້າງມື 2.040 ຕຸກ ແລະ ຖົງມືທາງການແພດ 50.000 ຄູ່. ທ່ານ ບຸນກອງ ສີຫາວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໄດ້ນຳອຸປະກອນການແພດມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ເຖິງແມ່ນວ່າປະເທດໄທກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ...

Read More »

ຫ້າມຈອດລົດໃຫຍ່ເທິງທາງຍ່າງ ແລະ ຊ່ອງຈະລາຈອນທາງເດີນຂອງລົດບ່ອນທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ

ຫ້ອງວ່າການຄຸ້ມຄອງແລະບໍລິການຕົວເມືອງວຽງຈັນ ຂໍຮຽນແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍຮັບຊາບທົ່ວເຖິງກັນແລະປະຕິບັດດັ່ງນີ້: 1. ຫ້າມເອົາລົດໃຫ່ຍຂຶ້ນຈອດເທິງທາງຍ່າງແລະ ຊ່ອງຈະລາຈອນທາງເດີນຂອງລົດຕາມຖະຫນົນໃນຕົວເມືອງ ທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ. 2. ກໍລະນີພົບເຫັນ ເຈົ້າຫນ້າທີ່ພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຮ່ວມກັນ ເຈົ້າຫນ້າທີ່ຕຳຫຼວດຈະລາຈອນ ແມ່ນຈະໄດ້ຕັກເຕືອນ, ສຶກສາອົບຮົມ ແລະ ພ້ອມທັງປັບໃໝຕາມລະບຽບກົດຫມາຍທີ່ໄດ້ກຳນົດໄວ້ຢ່າງເຂັ້າງວດ. 3. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍໄດ້ຮັບຊາບແລະປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

Read More »

ໂຄງການລົດໄຟລາວ-ຈີນຕ້ອງການພະນັກງານ 600-700 ຄົນ

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຈົ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຜູ້ຮັບຜິດຊອບການສຳຫຼວດ-ອອກແບບ, ກໍ່ສ້າງ ແລະ ດໍາເນີນການໂຄງການລົດໄຟລາວ-ຈີນ ໄດ້ຈັດພິທີເປີດຮັບສະໝັກພະນັກງານຢ່າງເປັນທາງການ, ໃນວັນທີິ 26 ກຸມພາ ນີ້ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ເຊິ່ງມີເປົ້້າໝາຍຮັບພະນັກງານ ປະມານ 600-700 ຄົນ. ຕຳແໜ່ງງານທີ່ຕ້ອງການ ລວມມີ ຄົນຂັບລົດໄຟ, ຜູ້ຄຸມການເດີນລົດ, ຜູ້ສ້ອມແປງຫົວຈັກລົດໄຟ, ຜູ້ສ້ອມແປງສິ່ງຕິດຕັ້ງພື້ນຖານໂຄງລ່າງ. ສໍາລັບເງື່ອນໄຂຜູ້ສະໝັກ ຕ້ອງມີພື້ນຖານພາສາຈີນ, ມີສຸຂະພາບແຂງແຮງດີ, ມີປະຫວັດທີ່ດີ, ບໍ່ມີປະຫວັດກ່ຽວກັບເລື່ອງຜິດກົດໝາຍ, ມັກໃນວຽກງານຂົງເຂດລົດໄຟ, ມີຄວາມສັດຊື່, ສາມາດປັບສະພາບຕົນເອງເຂົ້າກັບວຽກງານລົດໄຟ ໃນໄລຍະຍາວ, ຮຽນຈົບຊັ້ນສູງຂຶ້ນໄປ, ວິຊາສະເພາະດ້ານຂົນສົ່ງ, ຂົນສົ່ງທາງລາງ, ສັນຍານສື່ສານ, ວິສະວະກຳໄຟຟ້າຈະພິຈາລະນາພິເສດ, ອາຍຸບໍ່ໃຫ້ກາຍ 30 ປີ, ຫຼື ສໍາລັບພະນັກງານທີ່ມີປະສົບການເຮັດວຽກໃນຂະແໜງການລົດໄຟແມ່ນບໍ່ໃຫ້ກາຍ 35 ປີ. ຜູ້ສະໝັກສາມາດເຂົ້າໄປເວັບໄຊຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ (www.lcrc.ltd) ເລີ່ມແຕ່ວັນທີ 27 ກຸມພາ 2020 ເປັນຕົ້ນໄປ, ຂຽນຂໍ້ມູນສ່ວນໂຕ ແລະ ສົ່ງເອກະສານທີ່ກ່ຽວຂ້ອງຕາມເງື່ອນໄຂ ຫຼື ສົ່ງຊີວະປະຫວັດທາງອີເມວ [email protected] ຫຼື ສົ່ງທີ່ບໍລິສັດທາງລົດໄຟລາວ-ຈີນ, ຕຶກ ວຽງຈັນເຊັນເຕີ ...

Read More »

ອອກແລ້ວ! ໂກຕ້າລັດຖະກອນຄູ-ບໍລິຫານ, 966 ຄົນແບ່ງແຕ່ລະຢ່າງຈະແຈ້ງ

ອີງຕາມແຜນແບ່ງປັນຕົວເລກລັດຖະກອນ ຄູ ແລະ ບໍລິຫານ ສໍາລັບພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ ສົກຮຽນ 2019-2020. ຂອງຊວງສຶກສາທິການ ແລະ ກິລາ ເລກທີ 270/ສສກ ລົງວັນທີ 20 ກຸມພາ 2020 ໃຫ້ບັນດາພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ໃນຂອບເຂດທົ່ວປະເທດ ນະຄອນຫຼວງວຽງຈັນແມ່ນໄດ້ 52 ຄົນ, ( ມີຄູ 51 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ຜົ້ງສາລີ ໄດ້ 42 ຄົນ (ມີຄູ 41 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ຫຼວງນ້ຳທາ ...

Read More »

ແຜນປັບປຸງ ຄວາມສະດວກໃນການດໍາເນີນທຸລະກິດ ການຄ້າລະຫວ່າງປະເທດ ຕາມຄໍາສັ່ງ ເລກທີ 02/ນຍ

ອີງຕາມ ບົດລາຍງານ ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 (Doing Business 2020) ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຍາກງ່າຍທາງດ້ານ ການຄ້າລະຫວ່າງປະເທດ ແມ່ນຖືກຈັດຢູ່ໃນອັນດັບທີ່ 78 ໃນ 190 ປະເທດທົ່ວໂລກ. ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມ ຄໍາສັ່ງ ທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ປຶກສາຫາລື ແລະ ເປັນເອກະພາບກັບ ກົມກ່ຽວຂ້ອງ ຄື: ກົມພາສີ, ກົມຄຸ້ມຄອງບໍ່ແຮ່, ກົມອຸດສາຫະກໍາ ແລະ ກົມຂົນສົ່ງ ເພື່ອກຳນົດແຜນປັບປຸງຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແຕ່ນີ້ຮອດປີ 2022. ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ່ 8 ແມ່ນມີຈຸດປະສົງເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ-ຂັ້ນຕອນ ຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ...

Read More »

ທ່າກ້າວ ຂອງອຸດສາຫະກຳປຸງແຕ່ງ

ອຸດສາຫະກໍາປຸງແຕ່ງ (Manufacturing) ເປັນຂະແໜງໜຶ່ງ ທີ່ສໍາຄັນຕໍ່ການພັດທະນາ ກໍຄືການຜະລິດສິນຄ້າ, ສ້າງວຽກເຮັດງານທໍາ ສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ.​ ເຖິງວ່າຂະແໜງນີ້ຈະມີການຂະຫຍາຍຕົວຢ່າງຕໍ່ເນື່ອງກໍຕາມ ແຕ່ການພັດທະນາຍັງຢູ່ໃນຂອບເຂດຈໍາກັດ ແລະ ຄວາມອາດສາມາດໃນການແຂ່ງຂັນກໍຍັງບໍ່ທັນສູງເມື່ອທຽບກັບປະເທດອ້ອມຂ້າງ. ກົມອຸດສາຫະກຳ ແລະ ຫັດຖະກຳ ເປີດເຜີຍໃຫ້ຮູ້ວ່າ ຂະແໜງອຸດສາຫະກໍາປຸງແຕ່ງມີຈັງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍລະຫວ່າງປີ 2016-2018 ມີອັດຕາການຂະຫຍາຍຕົວສະເລ່ຍ 8,24% ຕໍ່ປີ ຈົນເຮັດໃຫ້ມູນຄ່າການຜະລິດບັນລຸໄດ້ 27.963 ຕື້ກີບ. ໃນນັ້ນ, ອຸດສາຫະກຳປຸງແຕ່ງທີ່ພົ້ນເດັ່ນ ຊຶ່ງກວມເອົາຫຼາຍກວ່າ 60% ຂອງມູນຄ່າການຜະລິດອຸດສາຫະກຳປຸງແຕ່ງທັງໝົດ ໄດ້ແກ່:…..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ເດືອນກຸມພາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ Kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Progress of Manufacturing Industry A manufacturing industry ...

Read More »

ລັດຖະບານ ຕົກລົງໃຊ້ທຶນ 128 ລ້ານໂດລາ ຂະຫຍາຍເສັ້ນທາງ 13 ເໜືອ ສີເກີດ-ໂພນໂຮງ

ໂຄງການປັບປຸງ ແລະຂະຫຍາຍເສັ້ນທາງ 13 ເໜືອແຕ່ສີເກີດ-ໂພນໂຮງ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກ ສາມສະຖາບັນການເງິນ ຄື: ທະນາຄານໂລກ (World Bank) ໃນມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານ ການລົງທຶນໂຄງລ່າງພື້ນຖານ ອາຊີ (AIIB) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດິກ ເພື່ອການພັດທະນາ (NDF) ມູນຄ່າ 9,5 ລ້ານໂດລາສະຫະລັດ ແລະ ລັດຖະບານລາວ ສົມທົບທັງໝົດ ມູນຄ່າ 38,5 ລ້ານໂດລາສະຫະລັດ ລວມມູນຄ່າໂຄງການກໍ່ສ້າງທັງໝົດ 128 ລ້ານໂດລາສະຫະລັດ ໃນມູນຄ່າລວມໂຄງການນີ້ ປະກອບມີ ຄ່າກໍ່ສ້າງ ແລະ ບູລະນະຮັກສາທາງ, ຄ່າເວນຄືນທີ່ດິນ ແລະ ສິ່ງກີດຂວາງ, ຄ່າທີ່ປຶກສາ ແລະ ອື່ນໆ. ຈາກສະພາບຕົວຈິງຂອງເສັ້ນທາງ 13 ເໜືອທີ່ໃຊ້ການມາຍາວນານຫຼາຍປີ ເຮັດໃຫ້ຫຼາຍຊ່ວງຂອງເສັ້ນທາງເກີດມີການເປ່ເພ, ທາງເສັ້ນນີ້ປຽບດັ່ງໝາກຫົວໃຈສຳຄັນຂອງການຂົນສົ່ງສິນຄ້າ-ໂດຍສານ ແຕ່ເໜືອເຖິງໃຕ້ ສະນັ້ນ ເພື່ອຮອງຮັບໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ລັດຖະບານຈິ່ງຕົກລົງປັບປຸງ ແລະຂະຫຍາຍເສັ້ນທາງ 13 ເໜືອແຕ່ສີເກີດ-ໂພນໂຮງໃຫ້ກວ້າງຂຶ້ນໃຫ້ເປັນ 4 ...

Read More »

ສະຖານທູດລາວ ປະຈຳ ສ.ເກົາຫລີ ແຈ້ງເຖິງຄົນລາວທີ່ອາໄສຢູ່ ສ.ເກົາຫລີ ເລື່ອງການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ

ຕາມການລາຍງານຂ່າວຂອງສື່ທາງການຂອງ ສ.ເກົາຫລີ ໃຫ້ຮູ້ວ່າ: ການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນອາທິດທີ່ຜ່ານມາ, ລ່າສຸດມີຜູ້ຕິດເຊື້ອ ຈຳນວນ 893 ຄົນ, ເສຍຊີວິດແລ້ວ 8 ຄົນ (ສະຖິຕິວັນທີ 25 ກຸມພາ 2020) ໂດຍສະເພາະໃນນະຄອນແດກູ ແລະ ແຂວງຟອງຊາງເຫນືອ ມີຜູ້ຕິດເຊື້ອຫລາຍທີ່ສຸດ. ສະນັ້ນ, ຈຶ່ງຂໍແຈ້ງເຕືອນຊາວລາວທີ່ດໍາລົງຊີວິດ ຢູ່ ສ.ເກົາຫລີ ທຸກທ່ານໃຫ້ຫລີກລ້ຽງການເດີນທາງໄປຍັງພື້ນທີ່ທີ່ພົບຜູ້ຕິດເຊື້ອຈໍານວນຫຼາຍ, ສໍາລັບຜູ້ທີ່ອາໄສພື້ນທີ່ດັ່ງກ່າວ ຂໍໃຫ້ຫຼີກລ້ຽງການເດີນທາງໄປພື້ນທີ່ສ່ຽງ ຫຼື ມີກິດຈະກຳການຊຸມນຸມຂອງຄົນຈໍານວນຫຼາຍ, ພ້ອມນັ້ນ ກໍໃຫ້ມີສະຕິລະມັດລະວັງ, ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງ, ໝັ້ນລ້າງມືໃຫ້ສະອາດ, ສໍາລັບຜູ້ທີ່ມີອາການໄອ, ຈາມ, ໄຂ່ ຫຼື ມີຄວາມຜິດປົກກະຕິບໍລິເວນທາງເດີນຫາຍໃຈ ຫຼື ສົງໄສວ່າມີການຕິດເຊື້ອດັ່ງກ່າວ ໃຫ້ຮີບໄປພົບແພດເພື່ອຮັບການກວດກາ ຫຼື ຖ້າພົບກໍລະນີເຈັບປ່ວຍສົງໄສ ຂໍໃຫ້ຕິດຕໍ່ກົມຄວບຄຸມໂລກ ສ.ເກົາຫລີ ໝາຍເລກໂທລະສັບ 1339 ຫຼື ສຳນັກງານກວດກາຄົນເຂົ້າອອກເມືອງ ສ.ເກົາຫລີ ເຊິ່ງເປີດບໍລິການໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອຄົນຕ່າງປະເທດທີ່ອາໄສຢູ່ ສ.ເກົາຫລີ ກໍລະນີກ່ຽວຂ້ອງກັບ COVID-19 ຕະຫຼອດ ...

Read More »

ທຸກການນໍາເຂົ້າ-ສົ່ງອອກ ຍານພາຫະນະ ຕ້ອງແຈ້ງຜ່ານລະບົບພາສີປະຕູດຽວ, ເລີ່ມເດືອນມີນາ 2020 ເປັນຕົ້ນໄປ

ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window / LNSW) ພາຍຫຼັງການປິດນຳໃຊ້ຊົ່ວຄາວ ໃນໄລຍະໜຶ່ງ ຊຶ່ງເປັນໄລຍະໃນການປັບປຸງກົນໄກການເຊື່ອມຕໍ່ລະບົບການຊຳລະ ກັບ ລະບົບຂອງທະນາຄານ ແລະ ມາຮອດປັດຈຸບັນໄດ້ສຳເລັດ ແລະ ເລີ່ມເປີດນຳໃຊ້ຄືນແຕ່ວັນທີ 6 ກຸມພາ 2020. ແລະ ນັບແຕ່ວັນທີ 01 ມີນາ 2020 ເປັນຕົ້ນໄປ ທຸກໆການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດຍານພາຫະນະ ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງໄດ້ດຳເນີນການແຈ້ງຂໍ້ມູນ ແລະ ເອກະສານ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຫຼື LNSW ເທົ່ານັ້ນ. ອີງຕາມ ບົດແນະນໍາຂອງກະຊວງການເງິນ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 4217/ກງ ວັນທີ 28 ທັນວາ 2018 ແລະ ຄໍາແນະນໍາເພີ່ມເຕີບຂອງກົມພາສີ ເລກທີ 04145/ກພສ ວັນທີ 23 ພຶດສະພາ 2019. ຈຶ່ງໄດ້ມີແຈ້ງການ ກ່ຽວກັບ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single ...

Read More »