ລັດຖະບານ ໄດ້ຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ

ລັດຖະບານລາວ ມີຄວາມພະຍາຍາມໃນການສົ່ງເສີມໃຫ້ລົງທຶນເຂົ້າໃສ່ທຸກຂະແໜງການ, ກິດຈະການທີ່ກໍານົດໃນ ແລະ ນອກ ບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ໃນຂອບເຂດທົ່ວປະເທດ ຍົກເວັ້ນກິດຈະການ ແລະ ເຂດທີ່ແຕະຕ້ອງເຖິງຄວາມໝັ້ນຄົງ ແລະ ຄວາມສະຫງົບຂອງຊາດ, ມີຜົນສະທ້ອນອັນຮ້າຍແຮງຕໍ່ສິ່ງແວດລ້ອມ ໃນປັດຈຸບັນ ແລະ ຍາວນານ, ຕໍ່ສຸຂະພາບຂອງປະຊາຊົນ ແລະ ວັດທະນາທໍາອັນດີງາມຂອງຊາດ, ລວມທັງເປັນບັນຊີ ປະເພດທຸລະກິດ ທີ່ເກືອດຫ້າມ. ສະນັ້ນ, ລັດຖະບານຈຶ່ງໄດ້ອອກ ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ເລກທີ 03/ນຍ ວັນທີ 10 ເດືອນມັງກອນ 2020 ເພື່ອຮັບຮອງເອົາບັນດາປະເພດການລົງທຶນທີ່ນອນໃນຂອບເຂດ ທີ່ກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ທີ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ເປັນບຸກຄົນ, ນິຕິບຸກຄົນ ແລະ ບໍລິສັດເອກະຊົນ ທີ່ສາມາດດໍາເນີນຂັ້ນຕອນການຂໍອະນຸຍາດ ໂດຍຂັ້ນຕອນທໍາອິດແມ່ນຕ້ອງໄດ້ຜ່ານການບໍລິການການລົງທຶນປະຕູດຽວ ໃນຂັ້ນສູນກາງ ຫຼື ຂັ້ນແຂວງ ຕາມການແບ່ງຂັ້ນອະນຸມັດທີ່ໄດ້ກໍານົດໃວ້ໃນດໍາລັດສະບັບນີ້.

ອີງຕາມ ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ເລກທີ 03/ນຍ ວັນທີ 10 ເດືອນມັງກອນ 2020 ແມ່ນໄດ້ຮັບຮອງເອົາປະເພດບັນຊີກິດຈະກໍາ, ການແຍກ ປະເພດທຸລະກິດ, ເງື່ອນໄຂການລົງທຶນ, ການແບ່ງຂັ້ນຄຸ້ມຄອງ ແລະ ນິຕິກໍາທີ່ກ່ຽວຂ້ອງ ໂດຍແຍກອອກເປັນສອງບັນຊີຫລັກ ກໍ່ຄື ບັນຊີ ກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຕາມການແບ່ງຂັ້ນອະນຸມັດທີ່ໄດ້ກໍານົດໃວ້ໃນ ເອກະສານຊ້ອນທ້າຍ ‘ກ’ ຂອງດໍາລັດສະບັບນີ້.

ບັນຊີກິດຈະການຄວບຄຸມ ແມ່ນບັນຊີປະເພດທຸລະກິດ ທີ່ມີຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ ເພື່ອຮັບປະກັນການພັດທະນາ ບັນດາຂະແໜງເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ຊຶ່ງການລົງທຶນໃນບັນຊີກິດຈະການຄວບຄຸມ ຕ້ອງໄດ້ຜ່ານການພິຈາລະນາ ແລະ ມີຄໍາເຫັນໂດຍບັນດາຂະແໜງການທີ່ກ່ຽວຂ້ອງ ຫລັງຈາກນັ້ນ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ ເປັນຜູ້ຕົກລົງອະນຸຍາດການລົງທຶນ.

ພາບປະກອບຈາກອີນເຕີເນັດ – ການສໍາປະທານທີ່ດີນເພື່ອເຮັດເປັນແຫລ່ງທ່ອງທຽ່ວ

ສໍາລັບວິສາຫະກິດສ່ວນບຸກຄົນ ຫລື ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບການຂື້ນທະບຽນສ້າງຕັ້ງວິສາຫະກິດ ຕາມກົດໝາຍ ວ່າດ້ວຍວິສາຫະກິດ ຂອງ ສປປ ລາວ ມາແລ້ວ ຫາກຢາກຂໍອະນຸຍາດລົງທຶນ ຫລື ດໍາເນີນທຸລະກິດໃໝ່ ຫລື ເພີ່ມກິດຈະການ ໃນກິດຈະການຄວບຄຸມ ແມ່ນໃຫ້ຍື່ນຄໍາຮ້ອງໂດຍກົງຕໍ່ຫ້ອງການບໍລິການການລົງທຶນປະຕູດຽວ ຕາມທີ່ກໍານົດໃນດໍາລັດສະບັບນີ້.

ບັນຊີກິດຈະການຄວບຄຸມ ຂອງ ສປປ ໄດ້ແບ່ງອອກເປັນ 44 ປະເພດ ເຊັ່ນ: ໃນຂະແໜງ ກະສິກໍາ ແລະ ປ່າໄມ້ ທີ່ມີປະເພດທຸລະກິດຄື: ການປູກພືດລົ້ມລຸກ, ການປູກພືດໄມ້ຢືນຕົ້ນ, ກິດຈະກໍາສະໜັບສະໜູນການລ້ຽງສັດ ແລະ ອື່ນໆ. ນອກຈາກນັ້ນ ຍັງມີຂະແໜງ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ມີປະເພດທຸລະກິດຄື: ກິດຈະການຊອກຄົ້ນ, ສໍາຫລວດແຮ່ທາດ ແລະ ການບໍລິການສະໜັບສະໜູນແຮ່ທາດ.

ບັນຊີກິດຈະການສໍາປະທານ ແມ່ນບັນຊີປະເພດທຸລະກິດ ທີ່ຜູ້ລົງທຶນໄດ້ຮັບອະນຸຍາດ ໃນການສໍາປະທານຈາກລັດ ເປັນຕົ້ນການສໍາປະທານທີ່ດີນ, ການພັດທະນາເຂດເສດຖະກິດພິເສດ ແລະ ເຂດອຸດສາຫະກໍາປຸງແຕ່ງ ເພື່ອສົ່ງອອກ, ການຂຸດຄົ້ນບໍ່ແຮ່, ການພັດທະນາແຫລ່ງພະລັງງານ, ການສໍາປະທານສາຍການບິນ ແລະ ໂທລະຄົມມະນາຄົມ.

ສໍາລັບນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງລົງທຶນ ໃນກິດຈະການການລົງທຶນສໍາປະທານ ຢູ່ ສປປ ລາວ ໃຫ້ຢື່ນຄໍາຮ້ອງຂໍລົງທຶນ ຕໍ່ຫ້ອງການການບໍລິການການລົງທຶນປະຕູດຽວ ຂັ້ນສູນກາງ ຫລື ຂັ້ນແຂວງ ເພື່ອຄົ້ນຄ້ວາ ແລະ ນໍາສະເໜີຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມການແບ່ງຂັ້ນຄຸ້ມຄອງ ເພື່ອພິຈາລະນາ ພາຍໃນເວລາ 65 ວັນລັດຖະການ ນັບແຕ່ວັນຫ້ອງການບໍລິການການລົງທຶນປະຕູດຽວ ໄດ້ຮັບຄໍາຮ້ອງຄົບຖ້ວນເປັນຕົ້ນໄປ.

ບັນຊີກິດຈະການສໍາປະທານ ຂອງ ສປປ ໄດ້ແບ່ງອອກເປັນ 21 ປະເພດ ເຊັ່ນ: ທຸລະກິດທີ່ນອນຢູ່ໃນ ບັນຊີກິດຈະການສໍາປະທານ ເຊັ່ນ: ຂະແໜງ ກະສິກໍາ ແລະ ປ່າໄມ້ ທີ່ມີປະເພດທຸລະກິດຄື: ສໍາປະທານທີ່ດີນຂອງລັດ ເພື່ອປູກໄມ້ (ຍົກເວັ້ນຢາງພາລາ), ສໍາປະທານ ຫລື ເຊົ່າທີ່ດີນຂອງລັດ ເພື່ອປູກພືດ ລົ້ມລຸກ, ພືດສະບຽງອາຫານ, ພືດເສດຖະກິດ, ພືດສະໝູນໄພເປັນຢາ ແລະ ອື່ນໆ.ນອກຈາກນັ້ນ ຍັງມີຂະແໜງ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທີ່ມີປະເພດທຸລະກິດຄື: ການຂຸດຄົ້ນແຮ່ທາດອະໂລຫະ ສໍາລັບການກໍ່ສ້າງ ແລະ ອຸດສາຫະກໍາ ແລະ ກິດຈະການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ.

ລາຍລະອຽດຂອງ ດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການສໍາປະທານ ຂອງ ສປປ ລາວ ເລກທີ 03/ນຍ ວັນທີ 10 ເດືອນມັງກອນ 2020

ທີ່ມາ: ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal

Comments