ສ. ອາເມລິກາ ມອບອຸປະກອນປ້ອງກັນການລະບາດຂອງພະຍາດໂຄໂຣນາ ໃຫ້ແກ່ ສປປ ລາວ

ທ່ານ ປອ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈໍາ ສປປ ລາວ ໄດ້ມອບອຸປະກອນປ້ອງກັນຕົນເອງ ໃຫ້ແກ່ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໃນພິທີມອບຮັບເຊິ່ງໄດ້ ຈັດຂຶ້ນທີ່ ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ຄັ້ງວັນທີ 7 ກຸມພາ 2020 ທີ່ຜ່ານມາ. ນີ້ແມ່ນການຊ່ວຍເຫຼືອຈາກ ສ. ອາເມລິກາ ຕໍ່ ສປປ ລາວ ໃນການກຽມພ້ອມເພື່ອຮັບມືກັບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ອາດຈະເກີດຂຶ້ນໃນ ສປປ ລາວ.

ອຸປະກອນເຫຼົ່ານີ້ ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກ ສ. ອາເມລິກາ ໂດຍຜ່ານອົງການພັດທະນາສາກົນ ປະເທດສະຫະລັດອາເມລິ ກາ ຫຼື USAID ເຊິ່ງລວມມີ ແວ່ນຕາປ້ອງກັນພະຍາດ ຈຳນວນ 440 ອັນ, ຊຸດຄຸມໃນການຜ່າຕັດ 1500 ຊຸດ, ເຄື່ອງປ້ອງກັນໃບ ໜ້າ 220 ຊຸດ ລວມທັງ ຖົງສຳລັບຂີ້ເຫຍື້ອບໍ່ອະເຊື້ອ, ຜ້າຢາງກັນເປື້ອນ, ໜ້າກາກໃບໜ້າ N95, ກ່ອງສຳລັບຂື້ເຫຍື້ອບໍ່ອະເຊື້ອ, ຖົງມື ແລະ ເຄື່ອງອະນາໄມມື. ອຸປະກອນເຫຼົ່ານີ້ແມ່ນຈະໄດ້ຖືກນຳສົ່ງຕໍ່ໄປໃຫ້ກັບບັນດາແຂວງໃນຂອບເຂດທົ່ວປະເທດ ທີ່ກຳລັງ ມີຄວາມຕ້ອງການສູງ.

ໃນພິທີມອບຮັບດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ເຮມ໋ອນກ່າວວ່າ: ພິທີມອບຮັບນີ້ໄດ້ສະແດງໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງສາຍສຳພັນການຮ່ວມມືສອງຝ່າຍແບບກວມລວມຂອງ ສ. ອາເມລິກາ ແລະ ສປປ ລາວ. ການສະໜອງ ເຄື່ອງປ້ອງກັນຕົນເອງ ຈະສາມາດຊ່ວຍ ພະນັກງານການເເພດ ແລະ ສາທາລະນະສຸກ ໃນສະຖານະການທີ່ຫຍຸ້ງຍາກ, ດັ່ງທີ່ ປະເທດລາວ ພະຍາຍາມທີ່ ປ້ອງກັນການແຜ່ຂອງພະຍາດຕິດເເປດແບບໃໝ່ນີ້ ລວມທັງພະຍາດໂຄໂຣນາ. ພວກເຮົາພູມໃຈທີ່ໄດ້ສະໜັບ ສະໜູນບັນດາແພດ ໝໍ ແລະ ປະຊາກອນກຸ່ມສ່ຽງໃນພາລະກິດນີ້.

ເຄື່ອງປ້ອງກັນຕົນເອງຈະຊ່ວຍພະນັກງານສາທາລະນະສຸກໃນທົ່ວປະເທດເຂົ້າໃນການປິ່ນປົວຜູ້ທີ່ອາດຈະຕິດເຊື້ອພະຍາດໂດຍສະ ເພາະຜູ້ປ່ວຍທີ່ມີອາການເປັນຫວັດ ແລະ ມີໄຂ້. ການຊ່ວຍເຫຼືອຄັ້ງນີ້ແມ່ນອີງຕາກການຮ້ອງຂໍຈາກກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ.

ນອກຈາກນີ້ ສ. ອາເມລິກາ ຍັງເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ປະຊາຊົນລາວໃນຫຼາຍໂຄງການເພື່ອປັບປຸງວຽກງານ ທາງດ້ານສາທາລະນະສຸກໃນທົ່ວປະເທດ ບໍ່ວ່າຈະເປັນ ວຽກງານທາງໂພສະນາການ ໂດຍຜ່ານໂຄງການອາຫານທ່ຽງ, ໂຄງການສົ່ງເສີມແມ່ ແລະ ເດັກ ແລະ ໂຄງການປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່.

 

Comments