ທຸກການນໍາເຂົ້າ-ສົ່ງອອກ ຍານພາຫະນະ ຕ້ອງແຈ້ງຜ່ານລະບົບພາສີປະຕູດຽວ, ເລີ່ມເດືອນມີນາ 2020 ເປັນຕົ້ນໄປ

ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window / LNSW) ພາຍຫຼັງການປິດນຳໃຊ້ຊົ່ວຄາວ ໃນໄລຍະໜຶ່ງ ຊຶ່ງເປັນໄລຍະໃນການປັບປຸງກົນໄກການເຊື່ອມຕໍ່ລະບົບການຊຳລະ ກັບ ລະບົບຂອງທະນາຄານ ແລະ ມາຮອດປັດຈຸບັນໄດ້ສຳເລັດ ແລະ ເລີ່ມເປີດນຳໃຊ້ຄືນແຕ່ວັນທີ 6 ກຸມພາ 2020. ແລະ ນັບແຕ່ວັນທີ 01 ມີນາ 2020 ເປັນຕົ້ນໄປ ທຸກໆການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດຍານພາຫະນະ ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງໄດ້ດຳເນີນການແຈ້ງຂໍ້ມູນ ແລະ ເອກະສານ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຫຼື LNSW ເທົ່ານັ້ນ.

ອີງຕາມ ບົດແນະນໍາຂອງກະຊວງການເງິນ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 4217/ກງ ວັນທີ 28 ທັນວາ 2018 ແລະ ຄໍາແນະນໍາເພີ່ມເຕີບຂອງກົມພາສີ ເລກທີ 04145/ກພສ ວັນທີ 23 ພຶດສະພາ 2019. ຈຶ່ງໄດ້ມີແຈ້ງການ ກ່ຽວກັບ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (Lao National Single Window / LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເລກທີ 00609/ກພສ ວັນທີ 03 ກຸມພາ 2020.

ເພື່ອເປັນການສົ່ງເສີມ ແລະ ປັບປຸງການບໍລິການດ້ານພາສີອາກອນຢູ່ດ່ານ ໃຫ້ມີຄວາມວ່ອງໄວ, ທັນສະໄໝ ແລະ ໂປ່ງໃສ ໂດຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າສິນຄ້າປະເພດຍານພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1. ເຊິ່ງວ່າລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ຍັງເປັນອີກກົນໄກໜຶ່ງ ທີ່ຊ່ວຍໃຫ້ການເຊື່ອມຕໍ່ລະບົບການຊໍາລະ ລະຫວ່າງລະບົບແຈ້ງພາສີປະຕູດຽວ ແລະ ລະບົບຂອງທະນາຄານ ທີ່ຕິດພັນກັບການຊໍາລະພາສີການນໍາເຂົ້າຍານພາຫະນະ ເພື່ອຮັບປະກັນປະສິດທິພາບໃນການເກັບກໍາສະຖິຕິການນໍາເຂົ້າພາຫະນະ ແລະ ລາຍຮັບເຂົ້າໃນຄັງເງິນແຫ່ງຊາດ ແລະ ຄວາມຄ່ອງຕົວໃນການນໍາໃຊ້ລະບົບ ໃຫ້ເປັນເອກະພາບກັນທັງເຈົ້າໜ້າທີ່ປະຈໍາຢູ່ດ່ານ ແລະ ຜູ້ປະກອບການທີ່ຕ້ອງໄດ້ມີການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດຍານພາຫະນະ.

ສໍາລັບຜູ້ປະກອບການທີ່ຍັງບໍ່ທັນໄດ້ລົງທະບຽນ ໃນການນໍາໃຊ້ລະບົບແຈ້ງພາສີປະຕູດຽວ ແມ່ນໃຫ້ຮີບດ່ວນຕິດຕໍ່ພົວພັນລາຍລະອຽດໂດຍກົງກັບ ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ເພື່ອຈະໄດ້ລົງທະບຽນໃຫ້ສໍາເລັດກ່ອນ ວັນທີ 29 ກຸມພາ 2020  ແລະ ເລີ່ມແຕ່ ວັນທີ 01 ມີນາ 2020 ເປັນຕົ້ນໄປ ທຸກໆການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດຍານພາຫະນະ ຜ່ານດ່ານພາສີສາກົນຂົວມິດຕະພາບ 1 ຕ້ອງໄດ້ດຳເນີນການແຈ້ງຂໍ້ມູນ ແລະ ເອກະສານ ຜ່ານລະບົບແຈ້ງພາສີປະຕູດຽວແຫ່ງຊາດ ຫຼື LNSW ເທົ່ານັ້ນ. ສຳລັບການລົງທະບຽນແມ່ນໃຫ້ຕິດຕໍ່ຜ່ານເບີໂທລະສັບມືຖື: +856 20 5558 6617, 20 5554 4634 ແລະ 20 5554 4638 ຫລື ອີເມວ: [email protected].

 

Comments