ຫ້າມຈອດລົດໃຫຍ່ເທິງທາງຍ່າງ ແລະ ຊ່ອງຈະລາຈອນທາງເດີນຂອງລົດບ່ອນທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ

ຫ້ອງວ່າການຄຸ້ມຄອງແລະບໍລິການຕົວເມືອງວຽງຈັນ ຂໍຮຽນແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍຮັບຊາບທົ່ວເຖິງກັນແລະປະຕິບັດດັ່ງນີ້:
1. ຫ້າມເອົາລົດໃຫ່ຍຂຶ້ນຈອດເທິງທາງຍ່າງແລະ ຊ່ອງຈະລາຈອນທາງເດີນຂອງລົດຕາມຖະຫນົນໃນຕົວເມືອງ ທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ.
2. ກໍລະນີພົບເຫັນ ເຈົ້າຫນ້າທີ່ພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຮ່ວມກັນ ເຈົ້າຫນ້າທີ່ຕຳຫຼວດຈະລາຈອນ ແມ່ນຈະໄດ້ຕັກເຕືອນ, ສຶກສາອົບຮົມ ແລະ ພ້ອມທັງປັບໃໝຕາມລະບຽບກົດຫມາຍທີ່ໄດ້ກຳນົດໄວ້ຢ່າງເຂັ້າງວດ.
3. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍໄດ້ຮັບຊາບແລະປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

Comments