ອອກແລ້ວ! ໂກຕ້າລັດຖະກອນຄູ-ບໍລິຫານ, 966 ຄົນແບ່ງແຕ່ລະຢ່າງຈະແຈ້ງ

ອີງຕາມແຜນແບ່ງປັນຕົວເລກລັດຖະກອນ ຄູ ແລະ ບໍລິຫານ ສໍາລັບພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ ສົກຮຽນ 2019-2020. ຂອງຊວງສຶກສາທິການ ແລະ ກິລາ ເລກທີ 270/ສສກ ລົງວັນທີ 20 ກຸມພາ 2020 ໃຫ້ບັນດາພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ໃນຂອບເຂດທົ່ວປະເທດ
  • ນະຄອນຫຼວງວຽງຈັນແມ່ນໄດ້ 52 ຄົນ, ( ມີຄູ 51 ຄົນ ແລະ ບໍລິຫານ 1 ຄົນ).
  • ແຂວງ ຜົ້ງສາລີ ໄດ້ 42 ຄົນ (ມີຄູ 41 ຄົນ ແລະ ບໍລິຫານ 1 ຄົນ).
  • ແຂວງ ຫຼວງນ້ຳທາ ໄດ້ 37 ຄົນ, (ຄູ 36 ຄົນ ແລະ ບໍລິຫານ 1 ຄົນ).
  • ອຸດົມໄຊ ໄດ້ 43 ຄົນ (ມີຄູ 42 ຄົນ ແລະ ບໍລິຫານ 1 ຄົນ).
  • ແຂວງ ບໍ່ແກ້ວ 31 ຄົນ (ມີຄູ 30 ຄົນ ແລະ ບໍລິຫານ 1 ຄົນ).
  • ຫຼວງພະບາງ ໄດ້ 48 ຄົນ (ມີຄູ 47 ຄົນ ແລະ ບໍລິຫານ 1 ຄົນ).
  • ຫົວພັນ ໄດ້ 47 ຄົນ (ມີຄູ 46 ຄົນ ແລະ ບໍລິຫານ 1 ຄົນ).
  • ໄຊຍະບູລີ ໄດ້ 57 ຄົນ (ມີຄູ 56 ຄົນ ແລະ ບໍລິຫານ 1 ຄົນ),
  • ຊຽງຂວາງ ໄດ້ 43 ຄົນ (ມີຄູ 42 ຄົນ ແລະ ບໍລິຫານ 1 ຄົນ),
  • ແຂວງວຽງຈັນ ໄດ້ 45 ຄົນ (ມີ ຄູ 44 ຄົນ ແລະ ບໍລິຫານ 1 ຄົນ).
  • ບໍລິຄຳໄຊ ໄດ້ 39 ຄົນ (ມີຄູ 38 ຄົນ ແລະ ບໍລິຫານ 1 ຄົນ),
  • ຄຳມ່ວນ ໄດ້ 66 ຄົນ (ມີຄູ 65 ຄົນ ແລະ ບໍລິຫານ 1 ຄົນ).
  • ສະຫວັນນະເຂດ ໄດ້ 161 ຄົນ (ມີຄູ 159 ຄົນ ແລະ ບໍລິຫານ 2 ຄົນ),
  • ສາລະວັນ ໄດ້ 77 ຄົນ (ມີຄູ 76 ຄົນ ແລະ ບໍລິຫານ 1 ຄົນ).
  • ເຊກອງ ໄດ້ 33 ຄົນ (ມີຄູ 32 ຄົນ ແລະ ບໍລິຫານ 1 ຄົນ),
  • ຈຳປາສັກ ໄດ້ 69 ຄົນ(ມີຄູ 69 ຄົນ ແລະ ບໍລິຫານ 1 ຄົນ),
  • ອັດຕະປື 42 ຄົນ (ມີບໍລິຫານ 41 ຄົນ ແລະ ບໍລິຫານ 1 ຄົນ).
  • ໄຊສົມບູນ ໄດ້ 34 ຄົນ (ມີຄູ 33 ຄົນ ແລະ ບໍລິຫານ 1 ຄົນ).

ຫວັງວ່າບັນດາໂຕເລກໂກຕ້າເຫຼົ່ານີ້ຈະໄປຮອດໄປເຖິງເຫຼົ່າຄູອາສາທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາສິດສອນລູກຫຼານມາເປັນເວລາຫຼາຍປີໄດ້ມີກຳລັງແຮງ ແລະກຳລັງໃຈສູ້ຕໍ່ໄປ ສອນຫຼານນ້ອຍເຍົາວະຊົນຊາວໜຸ່ມໃຫ້ເປັນອະນາຄົດຂອງຊາດໃຫ້ເຂັ້ມແຂງ ແລະມີຄຸນນະພາບຕໍ່ໄປ.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments