ໂຄງການລົດໄຟລາວ-ຈີນຕ້ອງການພະນັກງານ 600-700 ຄົນ

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຈົ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຜູ້ຮັບຜິດຊອບການສຳຫຼວດ-ອອກແບບ, ກໍ່ສ້າງ ແລະ ດໍາເນີນການໂຄງການລົດໄຟລາວ-ຈີນ ໄດ້ຈັດພິທີເປີດຮັບສະໝັກພະນັກງານຢ່າງເປັນທາງການ, ໃນວັນທີິ 26 ກຸມພາ ນີ້ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ເຊິ່ງມີເປົ້້າໝາຍຮັບພະນັກງານ ປະມານ 600-700 ຄົນ.

ຕຳແໜ່ງງານທີ່ຕ້ອງການ ລວມມີ ຄົນຂັບລົດໄຟ, ຜູ້ຄຸມການເດີນລົດ, ຜູ້ສ້ອມແປງຫົວຈັກລົດໄຟ, ຜູ້ສ້ອມແປງສິ່ງຕິດຕັ້ງພື້ນຖານໂຄງລ່າງ. ສໍາລັບເງື່ອນໄຂຜູ້ສະໝັກ ຕ້ອງມີພື້ນຖານພາສາຈີນ, ມີສຸຂະພາບແຂງແຮງດີ, ມີປະຫວັດທີ່ດີ, ບໍ່ມີປະຫວັດກ່ຽວກັບເລື່ອງຜິດກົດໝາຍ, ມັກໃນວຽກງານຂົງເຂດລົດໄຟ, ມີຄວາມສັດຊື່, ສາມາດປັບສະພາບຕົນເອງເຂົ້າກັບວຽກງານລົດໄຟ ໃນໄລຍະຍາວ, ຮຽນຈົບຊັ້ນສູງຂຶ້ນໄປ, ວິຊາສະເພາະດ້ານຂົນສົ່ງ, ຂົນສົ່ງທາງລາງ, ສັນຍານສື່ສານ, ວິສະວະກຳໄຟຟ້າຈະພິຈາລະນາພິເສດ, ອາຍຸບໍ່ໃຫ້ກາຍ 30 ປີ, ຫຼື ສໍາລັບພະນັກງານທີ່ມີປະສົບການເຮັດວຽກໃນຂະແໜງການລົດໄຟແມ່ນບໍ່ໃຫ້ກາຍ 35 ປີ.

ຜູ້ສະໝັກສາມາດເຂົ້າໄປເວັບໄຊຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ (www.lcrc.ltdເລີ່ມແຕ່ວັນທີ 27 ກຸມພາ 2020 ເປັນຕົ້ນໄປ, ຂຽນຂໍ້ມູນສ່ວນໂຕ ແລະ ສົ່ງເອກະສານທີ່ກ່ຽວຂ້ອງຕາມເງື່ອນໄຂ ຫຼື ສົ່ງຊີວະປະຫວັດທາງອີເມວ [email protected] ຫຼື ສົ່ງທີ່ບໍລິສັດທາງລົດໄຟລາວ-ຈີນ, ຕຶກ ວຽງຈັນເຊັນເຕີ ຊັ້ນ 6, ບໍລິສັດຈະກວດກາຊີວະປະຫວັດ ແລະ ຄັດເລືອກເອົາຕາມເງື່ອນໄຂຂອງແຕ່ລະຕຳແໜ່ງ.

ຜູ້ທີ່ຖືກຄັດເລືອກຈະໄດ້ໄປຝຶກອົບຮົມຢູ່ ສປ ຈີນ ເປັນເວລາ 13 ຫາ 18 ເດືອນ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Comments