Author Archives: Paeng KC

ເປີດຮັບສະໝັກ ເຂົ້າຮ່ວມຝຶກອົບຮົມ ການຂຽນຂ່າວ ອອນລາຍ !!!

ເປີດຮັບສະໝັກ  ໂຄງການ ຄວາມຍືນຍົງຂອງຂ່າວ ໃນເຂດແມ່ນໍ້າຂອງ “ເພື່ອການເຕີບໂຕສີຂຽວ” ການຝຶກອົບຮົມການເລົ່າເລື່ອງກ່ຽວກັບຊັບພະຍາກອນທຳມະຊາດ ແລະ ກະສິກຳ ໃນ ສປປ ລາວ ເດືອນພຶດສະພາ ຫາ ເດືອນ ທັນວາ ປີ 2020  ສະຖານທີ່: ສປປ ລາວ (ນະຄອນຫຼວງວງຽງຈັນ ແລະ ຄວາມເປັນໄປໄດ້ໃນການລົງທັດສະນະສຶກສາທີ່ຕ່າງແຂວງ) ພາສາ: ລາວ ແລະ ອັງກິດ ໂຄງການ ສື່ແບບຍືນຍົງໃນພາກພື້ນແມ່ນໍ້າຂອງ Mekong Sustainable News Project – ຂໍ້ມູນພື້ນຖານ ປະເທດ ຫວຽດນາມ, ກຳປູເຈຍ, ລາວ ແລະ ມຽນມາ ລ້ວນແລ້ວແຕ່ເປັນປະເທດທີ່ມີເນື້ອທີ່ ກວມລວມເອົາເຂດຊົນນະບົດເປັນສ່ວນໃຫຍ່. ໂດຍສະເພາະໃນ ກຳປູເຈຍ, ລາວ ແລະ ມຽນມາ, ປະຊາຊົນແມ່ນເຮັດວຽກໃນຂະແໜງກະສິກຳຫຼາຍກວ່າຂະແໜງ ອື່ນໆ. 4 ປະເທດທີ່ກາວມານັ້ນ ເປັນກຸ່ມປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການປ່ຽນແປງສະພາບດິນຟ້າອາກາດ ໂດຍສະເພາະແລ້ວແມ່ນຢູ່ໃນເຂດຊົນນະບົດ. ກຸ່ມປະເທດດັ່ງກ່າວ ກໍຍັງໄດ້ຮັບມືກັບບັນຫາທີ່ທ້າທາຍຫຼາຍໆຢ່າງທີ່ເກີດຂຶ້ນ ບໍ່ວ່າຈະເປັນ ບັນຫາມົນລະຜິດທາງອາກາດ, ມົນລະຜິດທາງນໍ້າ, ຄວາມປອດໄພດ້ານສະບຽງອາຫານ ...

Read More »

ແຂວງ ຫົວພັນ ແຈ້ງປິດດ່ານຂາເຂົ້າ-ອອກປະເທດຊົ່ວຄາວ ເພື່ອປ້ອງກັນໂຄວິດ19

Read More »

ອຸຍນີເຊັບ ມອບອຸປະກອນການແພດ ປ້ອງກັນພະຍາດ COVID-19 ໃຫ້ ສປປ ລາວ

ອົງການອຸຍນີເຊັບປະຈໍາລາວ (UNICEF) ໄດ້ມອບອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະນະສຸກເພື່ອສະໜັບສະໜູນການຕອບໂຕ້ ແລະ ການກຽມພ້ອມ ເພື່ອປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19). ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ ວັນທີ 11 ມີນາ 2020 ທີ່ກະຊວງ ສາທາລະນະສຸກ ໂດຍທ່ານ ດຣ Octavian Bivol ຜູ້ຕາງໜ້າອົງການອຸຍນີເຊັບ ແລະ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວລວມມີ ຜ້າອັດປາກ-ດັງ 39 ກັບ, ໜວກໃສ່ໃນຫ້ອງຜ່າຕັດ 20,000 ອັນ, ຖົງມື 4,500 ກັບ, ຊຸດປ້ອງກັນແບບປົກປິດຫົວ 560 ຊຸດ, ເສື້ອກາວແຂນຍາວກັນນໍ້າ 560 ຊຸດ, ຜ້າກັນເປື້ອນ ແລະ ກັນນໍ້າ 20,000 ອັນ, ແຫວ່ນຕາປ້ອງກັນ 9 ອັນ, ເຄື່ອງປ້ອງກັນໜ້າ 162 ອັນ, ຜ້າອັດປາກ 300,000 ອັນ ແລະ ...

Read More »

ເຈົ້າແຂວງຫຼວງພະບາງ ສະເໜີ ໂຈະການປະກວດນາງສັງຂານ, ຕົບພະທາດຊາຍ ແລະ ກິດຈະກຳອື່ນໆ….

Read More »

OMOTENASHI ຈິດວິນຍານ ໃນການໃຫ້ບໍລິການແບບຍີ່ປຸ່ນ (1)

ສະບາຍດີບັນດາທ່ານຜູ້ອ່ານທຸກໆທ່ານ ເວລາທີ່ທ່ານໄປກິນເຂົ້າຢູ່ຮ້ານອາຫານໃນບ້ານເຮົາ, ເຖິງວ່າອາຫານຈະແຊບປານໃດ, ແຕ່ຫາກພະນັກງານເສີບບໍລິການບໍ່ດີ, ບໍລິການຊ້າ, ຮັບເວົ້າຈາບໍ່ສຸພາບ, ໜ້າຕາບໍ່ຍິ້ມແຍ້ມແຈ່ມໃສ, ເມື່ອບອກໃຫ້ເອົາໄມ້ຖູ່ ພັດເອົາບ່ວງເອົາສ້ອມມາໃຫ້ໃໝ່, ເມື່ອຂໍໃຫ້ເອົາຜ້າເຊັດມືມາໃຫ້, ກໍຫາຍໄປເລີຍ ບໍ່ເອົາມາໃຫ້ຈັກເທື່ອ, ຕ້ອງບອກແລ້ວບອກອີກບອກຫຼາຍໆເທື່ອບອກເລື້ອຍໆໄປ ແຖມຕອນເອົາມາໃຫ້ ຍັງບໍ່ຂໍໂທດ, ຍັງບໍ່ຮູ້ສຶກຜິດອີກ. ຄວາມຮູ້ສຶກຂອງທ່ານເປັນແນວໃດໃນຕອນນັ້ນ? ຮູ້ສຶກຫງຸດຫງິດ ແລະ ໃຈຮ້າຍຫຼາຍແມ່ນບໍ່? ໂອ໋ ການບໍລິການແບບນີ້, ຂ້ອຍສັນຍາວ່າຈະບໍ່ມາຮ້ານນີ້ອີກເປັນອັນຂາດ. ພັກໄວ້ເທົ່ານີ້ກ່ອນ ກັບການບໍລິການຮ້ານອາຫານຢູ່ບ້ານເຮົາ. ຄູເຊັ່ງຂໍແນະນໍາທ່ານຜູ້ອ່ານໄປຮູ້ຈັກກັບການບໍລິການຂອງປະເທດຍີ່ປຸ່ນ.ທ່ານເຄີຍໄດ້ຍິນຄໍາວ່າ “ໂອໂມເຕະນາຊິ” (OMOTENASHI) ມາກ່ອນບໍ່? ຄໍາສັບນີ້ເປັນຄໍາສັບພາສາຍີ່ປຸ່ນ ແປວ່າ: “ຈິດວິນຍານ ການໃຫ້ບໍລິການແບບຍີ່ປຸ່ນ”. ຄໍາວ່າ: “ໂອໂມເຕະນາຊິ” ນີ້ໄດ້ມີຊື່ສຽງໂດ່ງດັງໄປທົ່ວໂລກເມື່ອປະເທດຍີ່ປຸ່ນໃຊ້ຄໍາວ່າ “ໂອໂມເຕະນາຊິ”…(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) OMOTENASHI, a ...

Read More »

ພັກປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ.

ໃນ​ໂອກາດ​​ວັນ​ສ້າງຕັ້ງພັກ​ປະຊາ​ຊົນ​ປະຕິວັດ​ລາ​ວຄົບຮອບ 65 ປີ (22/3/1955-22/3/2020) ແລະ ​ກ້າວ​ເຂົ້າ​ສູ່​ປີ​ທີ 34 ຂອງ​ການດຳ​ເນີນ​ພາລະກິດ​ປ່ຽນ​ແປງໃໝ່ ຫຼື “ຈິນຕະນາການໃໝ່” (1986-2020), ຊຶ່ງ​ລິ​ເລີ່ມ​ໂດຍປະທານ ​ໄກສອນ ພົມວິຫານ ​(ຖື​ກຮັບຮອງຈາກ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ພັກໃນປີ 1986). ທາງວາລະສານທາເກັດຈິ່ງຂໍສັງລວມເອົາຜົນງານພົ້ນເດັ່ນຂອງພັກປະຊາຊົນ ປະຕິວັດລາວ ເປັນຕົ້ນແມ່ນການຊີ້ນໍາໆພາທາງດ້ານເສດຖະກິດມະຫາພາກ ມານໍາສະເໜີຕໍ່ທ່ານຜູ້ອ່ານ ເພື່ອເປັນສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຄຸນງາມຄວາມດີ ຂອງທ່ານຜູ້ນໍາ 7 ທ່ານຮຸ່ນທໍາອິດ ທີ່ເປັນແກນນໍາຊີ້ນໍານຳພາປະຊາຊົນບັນດາເຜົ່າຕໍ່ສູ້ໃນແຕ່ລະໄລຍະຂອງການປະຕິວັດຈົນໄດ້ຮັບໄຊຊະນະເປັນກ້າວໆມາ. ຈົນສາມາດປົດປ່ອຍທົ່ວປະເທດ ແລະ ລຶບລ້າງອໍານາດການປົກຄອງຂອງພວກປະຕິການຂາຍຊາດ ແລະ ລະບອບຣາຊາທິປະໄຕ ແລ້ວສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຜ່ານການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ໃນ 34 ປີຜ່ານມາເຫັນວ່າປະເທດເຮົາຍາດໄດ້ຜົນງານອັນໃຫຍ່ຫຼວງຮອບດ້ານ, ໃນນັ້ນຂົງເຂດເສດຖະກິດແມ່ນພາກສ່ວນໜຶ່ງທີ່ປະສົບຜົນສຳເລັດຢ່າງໜ້າເພິ່ງພໍໃຈທີ່ສຸດ ເປັນຕົ້ນແມ່ນ:…………(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) ...

Read More »

ການເຂົ້າເຖິງແຫຼ່ງທຶນໄລຍະຍາວ ໂດຍການອອກຈຳໜ່າຍຮຸ້ນສາມັນຜ່ານຕະຫຼາດຫຼັກຊັບ.

ການເຂົ້າເຖິງແຫຼ່ງເງິນທຶນຂອງວິສາຫະກິດ ສາມາດລະດົມເງິນທຶນຜ່ານຊ່ອງທາງຕະຫຼາດການເງິນ ເຊິ່ງປະກອບມີ 2 ຕະຫຼາດຄື: ຕະຫຼາດເງິນ ແລະ ຕະຫຼາດທຶນ. ໃນນັ້ນ, ຕະຫຼາດເງິນ ແມ່ນເປັນແຫຼ່ງລະດົມເງິນທຶນໂດຍຜ່ານການກູ້ຢືມເງິນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີໄລຍະເວລາໃນການຊໍາລະເງິນຄືນບໍ່ເກີນໜຶ່ງປີ ເຊິ່ງຜູ້ທີ່ມີບົດບາດສໍາຄັນໃນຕະຫຼາດເງິນໄດ້ແກ່ ທະນາຄານທຸລະກິດ ແລະ ສະຖາບັນການເງິນຕ່າງໆ. ສ່ວນຕະຫຼາດທຶນ ເປັນແຫຼ່ງລະດົມທຶນໄລຍະຍາວຂອງທັງພາກລັດ ແລະ ພາກເອກະຊົນດ້ວຍການອອກຈໍາໜ່າຍຫຼັກຊັບໄລຍະຍາວເພື່ອຂາຍໃຫ້ແກ່ສະຖາບັນການເງິນ, ຜູ້ລົງທຶນລາຍໃຫຍ່, ມວນຊົນທົ່ວໄປທັງພາຍໃນປະເທດ ແລະ ຕ່າງປະເທດ. ບົດຄວາມນີ້ ຜູ້ຂຽນຈະນຳສະເໜີກ່ຽວກັບການເຂົ້າເຖິງແຫຼ່ງທຶນໄລຍະຍາວຜ່ານຕະຫຼາດທຶນ ກໍຄື ຕະຫຼາດຫຼັກຊັບ ເຊິ່ງຈະໄດ້ລົງເລິກກ່ຽວກັບການລະດົມເງິນທຶນໂດຍການອອກຈຳໜ່າຍຮຸ້ນສາມັນ. ຮຸ້ນສາມັນ ແມ່ນ…..(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) an access to a long-term financial source ...

Read More »

ຄຳເພົ້າ ບົວພັນ ຈາກກຳມະກອນ ສູ່ຜູ້ນຳໜ້າແຟຊັ່ນ ວົງການນັກອອກແບບເສື້ອຜ້າ.

ເມື່ອເວົ້າເຖິງຄວາມເປັນຜູ້ປະກອບການແລ້ວ ຄໍລຳເຮົາມັກນຳເລື່ອງລາວຂອງຜູ້ທີ່ມີມຸມມອງທາງທຸລະກິດ ມານຳສະເໜີ ເພື່ອເປັນປະໂຫຍດໃຫ້ແກ່ຜູ້ອ່ານ ທີ່ກຳລັງຢາກເປັນເຈົ້າຂອງທຸລະກິດ ແຕ່ຄັ້ງນີ້ ເຮົາຂໍນຳສະເໜີເລື່ອງລາວຂອງຜູ້ປະກອບການ ທີ່ຈະສ້າງແຮງບັນດານໃຈ ຊຸກຍູ້ໃຫ້ທຸກໆທ່ານເລີ່ມລົງມືເຮັດຕາມຄວາມໃຝ່ຝັນ ທັ້ງທີ່ຍັງບໍ່ພ້ອມ ບຸກຄົນທ່ານນີ້ຊື່ວ່າ: ທ່ານຄຳເພົ້າ ບົວພັນ ເຈົ້າຂອງຮ້ານ ຄຳເພົ້າສັ່ງໄດ້ ເຊິ່ງເພິ່ນຫາກໍໄດ້ຮັບລາງວັນ “ບຸກຄົນຜູ້ຜ່ານອຸປະສັກສູ່ຄວາມສຳເລັດ 2019” ຈາກງານອິນທະຣະຈັກ ຄັ້ງທີ 2 ແລະ ລາງວັນ “ນັກອອກແບບເສື້ອຜ້າດີເດັ່ນ ຜູ້ສ້າງແຮງບັນດານໃຈ ໃນຍຸກດີຈິຕອນ 2020” ຈາກງານ Thailand Digital Awards ຄັ້ງທີ 3 ທີ່ປະເທດໄທ.(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 164 ເດືອນມີນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666) Khamphao Bouaphanh from a labor ...

Read More »

ທ່ານ ທາເກວາກະ ເຄໂຊ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ

ຂຶ້ນປົກເດືອນມີນາ 2020 ໄດ້ຮັບກຽດສໍາພາດທ່ານ ທາເກວາກະ ເຄໂຊ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ເຊິ່ງທ່ານໄດ້ແຈ້ງໃຫ້ຊາບເຖິງ 65 ປີແຫ່ງການພົວພັນທາງດ້ານການທູດລະຫວ່າງສອງປະເທດ ພ້ອມທັງ 5 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ແລະ ການຊ່ວຍເຫຼືອໃນຫຼາຍດ້ານຂອງລັດຖະບານຍີ່ປຸ່ນແກ່ລັດຖະບານສປປ ລາວ ແລະ ປະຊາຊົນລາວຕະຫຼອດໄລຍະທີ່ຜ່ານມາ,ໃນໂອກາດນີ້ທ່ານທູດຍັງໄດ້ແຈ້ງໃຫ້ຊາບເຖິງຄວາມປະທັບໃຈຂອງທ່ານທີ່ໄດ້ມາປະຕິບັດໜ້າທີ່ ແລະ ໄດ້ສໍາຜັດກັບວິຖີຊີວິດຂອງປະຊາຊົນລາວ. ໂດຍທີ່ເພິ່ນໄດ້ມີການ “ບັນທຶກປະຈຳວັນຂອງເພິ່ນ” ຢູ່ໃນໜ້າ facebook ຂອງ ສະຖານທູດຍີ່ປຸ່ນ ໃນ ສປປ ລາວ. -ເນື່ອງຈາກຈະມີການສະເຫຼີມສະຫຼອງວາລະຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 5 ມີນາ 2020 ແລະ ວາລະຄົບຮອບ 5 ປີແຫ່ງ ສາຍພົວພັນຄູ່ຮ່ວມຍຸດທະສາດ, ຂໍໃຫ້ທ່ານອະທິບາຍການເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຍີ່ປຸ່ນ. ຈະມີການຈັດງານ ແລະ ກິດຈະກໍາຫຍັງແດ່ເພື່ອສະເຫຼີມສະຫຼອງວາລະອັນພິເສດນີ້? -ໃນດ້ານການພັດທະນາພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ສາທາລະນະສຸກ, ...

Read More »

ຜູ້ຕິດເຊື້ອໂຄວິດໄດ້ຮັບການປິ່ນປົວຫາຍດີ 62.111 ຄົນໃນທົ່ວໂລກ

ຕາມສື່ South China Morning Post ລາຍງານເວລາ 9:37 ນາທີຂອງວັນທີ 9 ມີນາ 2020 ນີ້ວ່າຈໍານວນຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ-2019 ໃນ 101 ປະເທດທົ່ວໂລກເພີ່ມຂຶ້ນ 109.045 ຄົນ, ເສຍຊີວິດ 3.818 ຄົນ ແລະ ປິ່ນປົວຫາຍດີ 62.111 ຄົນ ຂະນະທີ່ ສປ ຈີນປະກາດສາມາດຄວບຄຸມພະຍາດດັ່ງກ່າວໄດ້ແລ້ວ ຖ້າປຽບທຽບກັບໄລຍະການລະບາດໃນເບື້ອງຕົ້ນເຫັນວ່າປັດຈຸບັນອັດຕາຜູ້ຕິດເຊື້ອມີຈໍານວນຕໍ່າທີ່ສຸດ ແລະ ໂຮງຫມໍຊົ່ວຄາວຫຼາຍແຫ່ງໄດ້ປະກາດປິດໃຫ້ບໍລິການແລ້ວຍ້ອນຜູ້ປ່ວຍຮັກຕົວຫາຍດີແລ້ວກັບຫາຄອບຄົວ ແລະ ໄປປະຕິບັດໜ້າທີ່ຂອງໃຜມັນ. ຕົວເລກສະເພາະຜູ້ຕິດເຊື້ອມື້ນີ້ຈາກການລາຍງານຄື: 1. ສປ ຈີນ ມີຜູ້ຕິດເຊື້ອ 80.700 ກວ່າຄົນ ແລະ ເສຍຊີວິດ 3.000 ກວ່າຄົນ 2. ສ ເກົາຫລີ ມີຜູ້ຕິດເຊື້ອ 7.300 ກວ່າຄົນ ແລະ ເສຍຊີວິດ 51 ຄົນ 3. ອີຕາລີ ມີຜູ້ຕິດເຊື້ອ 7.300 ກວ່າຄົນ ແລະ ເສຍຊີວິດ ...

Read More »