13 ສິ່ງ ເພື່ອຄວາມຢູ່ລອດຂອງ Startup…

ເພື່ອສ້າງກໍາລັງໃຈໃຫ້ກັບຄົນທີ່ກໍາລັງຈະເລືອກເສັ້ນທາງໃນການເຮັດທຸລະກິດ Startup ໃຫ້ສາມາດຈິນຕະນາການໄດ້ວ່າຈະຕ້ອງພົບກັບເລື່ອງຫຍັງແດ່? ແລ້ວຈະເຮັດແນວໃດເພື່ອຈະນໍາຕົວເອງໄປໃຫ້ເຖິງຈຸດໝາຍປາຍທາງນັ້ນໄດ້ ລອງມາອ່ານເບິ່ງ…
1.ຜູ້ຮ່ວມກໍ່ຕັ້ງຄື “ຫົວໃຈ” ເລືອກຄົນທີ່ມີແນວຄິດຈິດໃຈດຽວກັບເຮົາ
ຂໍ້ນີ້ສໍາຄັນຫຼາຍ ຖືວ່າເປັນຂໍ້ທໍາອິດທີ່ຕ້ອງເຮັດໃຫ້ໄດ້ກ່ອນເລື່ອງອື່ນໆເລີຍ ເພາະຖ້າທ່ານເລືອກຄົນທີ່ເບິ່ງຄົນລະທາງກັບທ່ານແລ້ວ ເຊື່ອໄດ້ເລີຍວ່າພຽງແຕ່ເລີ່ມຕົ້ນກໍມີບັນຫາ ຫາກແຕກຕ່າງກັນແຕ່ຄວາມຄິດທໍາອິດແລ້ວ ຈະໄປຕໍ່ກໍຄົງເປັນເລື່ອງຍາກ ຄົ້ນຫາຄົນສາຍດຽວກັນໃຫ້ພົບ ຈະໄດ້ບໍ່ຕ້ອງມານັ່ງຜິດກັນຕາມຫຼັງ.
2.ອອກຜົນງານໃຫ້ໄວ
ຄວາມຄິດດີ ແຕ່ຜົນງານຊ້າກໍອາດເສຍປຽບ ຫຼື ບໍ່ກໍຖືກຄົນອື່ນເອົາໄປກິນ ເພາະຢ່າລືມວ່າ ຄົນຄິດຄືທ່ານກໍມີຢູ່ຫຼວງຫຼາຍ ແລະ ເກີດຂຶ້ນໄດ້ທຸກວິນາທີ ດັ່ງນັ້ນ ການຕັດສິນໃຈທີ່ໄວ ອອກຜົນງານໃຫ້ໄວເປັນເລື່ອງສໍາຄັນ ແຕ່ກໍຕ້ອງຮູ້ຈັກໄລຍະເວລາທີ່ເໝາະສົມໃນການອອກຜົນງານ ບໍ່ແມ່ນຟ້າວຈົນບໍ່ໄດ້ເລື່ອງ ໄວແບບນັ້ນກໍບໍ່ດີ.
3.#ຊອກລູກຄ້າທີ່ແທ້ຈິງໃຫ້ພົບ
ການຊອກລູກຄ້າທີ່ແທ້ຈິງເປັນເລື່ອງທີ່ສໍາຄັນຫຼາຍ ເພາະວ່າລູກຄ້າທີ່ແທ້ຈິງເຖິງວ່າຈະເປັນຄົນຈໍານວນໜ້ອຍ ແຕ່ກໍຄືກຸ່ມເປົ້າໝາຍທີ່ແທ້ຈິງ ຄົນກຸ່ມນີ້ ຄືອານາຄົດຂອງສິນຄ້າຂອງເຮົາເລີຍກໍວ່າໄດ້ ເຖິງຈະມີຄົນຮູ້ຈັກໜ້ອຍແຕ່ດີກວ່າສິນຄ້າດັງ, ມີຄົນຮູ້ຈັກຫຼາຍແຕ່ບໍ່ມີໃຜຕ້ອງການຢ່າງແທ້ຈິງ.
4.#ຄວາມເຂົ້າໃຈລູກຄ້າຄືເລື່ອງສໍາຄັນທີ່ສຸດ
ເລື່ອງນີ້ເປັນແກນຫຼັກຂອງ Startup ທີ່ມີຢູ່ແລ້ວ ຄືຕອ້ງການແກ້ Pain point ຫຍັງຈັກຢ່າງ ດັ່ງນັ້ນ ຍິ່ງທ່ານເຂົ້າໃຈລູກຄ້າຫຼາຍເທົ່າໃດ ກໍເທົ່າກັບທ່ານສາມາດແກ້ໄຂບັນຫາເລື່ອງນັ້ນໆໄດ້ຢ່າງເລິກເຊິ່ງຫຼາຍຂຶ້ນ ຫຼື ຈະເວົ້າໄດ້ງ່າຍໆວ່າ ຍິ່ງທ່ານເຂົ້າໃຈຄວາມຕ້ອງການຂອງລູກຄ້າຫຼາຍເທົ່າໃດ ກໍເທົ່າກັບທ່ານສາມາດແກ້ໄຂ Pain point ໄດ້ກົງຈຸດຫຼາຍຂຶ້ນເທົ່ານັ້ນ.
5.#ຕໍ່ຍອດ Idea ຢ່າງຕໍ່ເນື່ອງ
ຄົນ Startup ຈະຢຸດທີ່ຄວາມຄິດເລີ່ມຕົ້ນເທົ່ານັ້ນບໍ່ໄດ້ ທ່ານຈະຕ້ອງຕໍ່ຍອດອອກໄປເລື້ອຍໆ ເພາະສຸດທ້າຍແລ້ວຜົນງານທີ່ອອກມາອາດຈະໄກຈາກຄວາມຄິດເລີ່ມຕົ້ນໄປຈົນຈື່ບໍ່ໄດ້ເລີຍກໍມີ, ຄົນທີ່ເຮັດ Startup ກໍຕ້ອງປັບຕົວເປັນມະນຸດຊ່າງຄິດຊ່າງສົງໄສຢູ່ໃນສາຍເລືອດ.
6.#ໃຫ້ບໍລິກາເປັນອັນດັບໜຶ່ງສະເໝີ
ເນື່ອງຈາກລູກຄ້າຂອງທ່ານມັກຈະເລີ່ມຕົ້ນຈາກກຸ່ມຄົນນ້ອຍໆ ດັ່ງນັ້ນ ການສ້າງຄວາມປະທັບໃຈທີ່ເກີນຄວາມຄາດຫວັງຂອງລູກຄ້າຈະກາຍເປັນຕົວເລັ່ງການເຕີບໂຕກຸ່ມລູກຄ້າຂອງທ່ານອອກໄປໄດ້ຢ່າງຫຼວງຫຼາຍ ດັ່ງນັ້ນ ການບໍລິການຂອງທ່ານຈະຕ້ອງເກີນຄາດໝາຍຢູ່ສະເໝີ
7. #ຜົນງານຕ້ອງປະເມີນຜົນໄດ້
ເລື່ອງກາປະເມີນຜົນງານກໍເປັນເລື່ອງສໍາຄັນເລື່ອງໜຶ່ງ ເພາະຖ້າບໍ່ສາມາດປະເມີນຜົນໄດ້ກໍຈະເຮັດໃຫ້ທ່ານບໍ່ສາມາດພັດທະນາສິນຄ້າ ແລະ ບໍລິການຕໍ່ໄປໄດ້ ດັ່ງນັ້ນ ເລື່ອງຂອງການປະເມີນຜົນຈະຕ້ອງຖືກອອກແບບເອົາໄວ້ແຕ່ທໍາອິດວ່າ ຈະປະເມີນຜົນເລື່ອງໃດແດ່ ກ່ອນທີ່ຈະພັດທະນາສິນຄ້າ ແລະ ບໍລິການຕໍ່ໄປ.
8. #ກຳນົດຄ່າໃຊ້ຈ່າຍໃຫ້ຢູ່
ເຖິງວ່າ Startup ຈະບໍ່ແມ່ນທຸລະກິດທີ່ບໍ່ໄດ້ໃຊ້ເງິນຕົວເອງລົງທຶນ ແຕ່ໃນໄລຍະເບື້ອງຕົ້ນທ່ານກໍຈະຕ້ອງກຳນົດການໃຊ້ຈ່າຍໃຫ້ດີພໍສົມຄວນ, ຄ່າໃຊ້ຈ່າຍໃນເລື່ອງຕ່າງໆ ກໍຕ້ອງຄຸມກັນໃຫ້ຢູ່ ແມ່ນຫຍັງປະຢັດໄດ້ກໍປະຢັດກັນໄປ ຈຶ່ງພົບເຫັນຢູ່ທົ່ວໄປວ່າ Startup ມັກຈະເກີດຂຶ້ນໃນສະຖານະການທີ່ເຮົາຄິດບໍ່ເຖິງຢູ່ສະເໝີ.
9. #ກໍາລັງໃຈຕ້ອງມີຢ່າງບໍ່ສິ້ນສຸດ
ໃຜທີ່ຢາກເຮັດທຸລະກິດແບບນີ້ຈະຕ້ອງມີຄວາມຄິດທີ່ຄິດບວກຫຼາຍເຖິງຫຼາຍທີ່ສຸດ ເພາະຖ້າທ່ານເປັນຄົນທີ່ຄິດລົບແມ່ນແຕ່ໜ້ອຍດຽວ ເວລາພົບບັນຫາ ຫຼື ພົບເລື່ອງທີ່ບໍ່ຄາດຝັນຈະເຮັດໃຫ້ທຸກຢ່າງຈົບລົງໄດ້ງ່າຍໆ, ສະນັ້ນ ກໍາລັງໃຈເປັນສິ່ງທີ່ຕ້ອງສ້າງຂຶ້ນມາເອງ ແລະ ຈະຕ້ອງສ້າງແບບບໍ່ມີທີ່ສິ້ນສຸດ.
10. #ເລັງທີ່ເປົ້າໝາຍຫຼັກເທົ່ານັ້ນ
ເລື່ອງນີ້ກໍສໍາຄັນບໍ່ໜ້ອຍ ຫຼາຍຄັ້ງທີ່ພົບວ່າບາງຄົນອອກນອກເສັ້ນທາງ ຈົນຊອກຫາທາງກັບເຂົ້າເສັ້ນທາງຂອງຕົວເອງບໍ່ພົບກໍມີ ດັ່ງນັ້ນ ທ່ານຈະຕ້ອງເປັນຄົນໜັກແໜ້ນ ແລະ ຕ້ອງຮູ້ຕົວຢູ່ສະເໝີວ່າ ກໍາລັງເຮັດເລື່ອງຫຍັງຢູ່ ເລັງທີ່ເປົ້າໝາຍຫຼັກເອົາໄວ້ເທົ່ານັ້ນ ຖ້າຫຼົງໄປອອກນອກເສັ້ນທາງຕ້ອງຟ້າວກັບເຂົ້າມາໃຫ້ໄວທີ່ສຸດ.
11. #ສ້າງກໍາໄລໃຫ້ພໍຢູ່ໄດ້ກ່ອນ
ການສ້າງກໍາໄລ ໃນໄລຍະສັ້ນກໍເປັນເລື່ອງທີ່ສໍາຄັນທີ່ຕ້ອງວາງແຜນເອົາໄວ້ ບໍ່ດັ່ງນັ້ນທ່ານອາດຈະໄປຕໍ່ບໍ່ໄດ້ ເພາະເງິນທຶນໝົດໄປກ່ອນ ດັ່ງນັ້ນ ການວາງຈັງຫວະຂອງການອອກແບບ, ພັດທະນາ ແລະ ວາງຕະຫຼາດ ຕ້ອງມີຄວາມເໝາະສົມກັບກໍາລັງຊັບທີ່ມີຢູ່ ເຫັນບໍ່ວ່າບໍ່ແມ່ນເລື່ອງງ່າຍໆເລີຍ.
12.#ເລື່ອງຍອມຕ້ອງບໍ່ຢູ່ໃນຫົວ
ໃຜທີ່ຄິດຈະເຂົ້າມາຍ່າງທາງສາຍນີ້ ຈະຕ້ອງເປັນພວກທີ່ຍອມບໍ່ເປັນ ເພາະຕະຫຼອດເສັ້ນທາງທ່ານຈະຕ້ອງພົບກັບດ່ານທົດສອບກໍາລັງໃຈຢູ່ຕະຫຼອດເວລາ ສະນັ້ນ ວຽກນີ້ບໍ່ເໝາະກັບຄົນທີ່ມັກຍອມງ່າຍ. ຖາມໃຈຕົວເອງວ່າໃຫຍ່ພໍ ຫຼືບໍ່?
13. #ກ້າວຕໍ່ໄປເຖິງຈະຖືກ Say No
ພູມຕ້ານທານການຖືກປະຕິເສດຕ້ອງເປັນໜຶ່ງໃນ DNA ຂອງຄົນທີ່ເລືອກທາງສາຍນີ້ ເພາະວ່າ Idea ຂອງທ່ານກ່ອນຈະຜ່ານດ່ານທໍາອິດໄດ້ ເຊື່ອວ່າຈະຕ້ອງຖືກປະຕິເສດຈາກຄົນອ້ອມຂ້າງຢ່າງຫຼວງຫຼາຍນັບບໍ່ຖ້ວນ ຖ້າໃຈບໍ່ແຂງພໍກໍຍາກທີ່ຈະຍ່າງໄປຍັງຈຸດໝາຍທີ່ຕ້ອງການໄດ້ ແລ້ວເຈົ້າຈະທົນຕໍ່ກັບການຖືກປະຕິເສດໄດ້ບໍ່?
ຖ້າທ່ານເຮັດໄດ້ຄົບທັງ 13 ຂໍ້ທີ່ກ່າວມາແລ້ວນັ້ນ ຂໍເຊີນທ່ານແລ່ນເຂົ້າໄປໃນ Startup ໄດ້ເລີຍ. ຢ່າງໜ້ອຍກໍເຊື່ອໄດ້ວ່າ DNA ຂອງທ່ານແຂງແຮງພໍ.
#Startup
ທີ່ມາ: Smart SMEs

Comments