Big Data ສຳຄັນກັບທຸລະກິດ ໃນຍຸກນີ້ແບບໃດ?

ບໍ່ວ່າຈະເປັນທຸລະກິດໃດໆ ຕ່າງກໍຕ້ອງການຂໍ້ມູນກ່ຽວກັບລູກຄ້າຂອງຕົນເອງ ຫຼື ຂໍ້ມູນອື່ນໆ ທີມີຜົນຕໍ່ອົງກອນແມ່ນບໍ່? ເຊິ່ງມັນກໍມີຢູ່ໃນສິ່ງທີ່ເອີ້ນວ່າ Big Data ນີ້ແຫຼະ. ແຕ່ມັນກອງກັນຢູ່ຄືກັບເອກະສານທີ່ຫຼາຍໆ ຢູ່ໃນເຕັມຫ້ອງສາງ ຈະຊອກເອົາມາໃຊ້ເລີຍກໍເປັນໄປບໍ່ໄດ້ ໜ້າທີ່ຂອງອົງກອນຄືການນຳຂໍ້ມູນເຫຼົ່ານັ້ນໄປເຮັດການປະມວນຜົນ ວິເຄາະ ແລະ ສະຫຼຸບຜົນອອກມາເພື່ອໃຫ້ໄດ້ສິ່ງທີ່ອົງກອນຕ້ອງການ ຕົວຢ່າງ:

  1. ຊ່ວຍໃຫ້ອົງກອນເຂົ້າໃຈພຶດຕິກຳຂອງລູກຄ້າ

ອົງກອນຈະສາມາດຮູ້ໄດ້ວ່າ ລູກຄ້າມີພຶດຕິກຳໃນການເລືອກຊື້ສິນຄ້າແບບໃດ? ປັດໃຈຫຍັງແດ້ທີ່ເຮັດໃຫ້ລູກຄ້າຕັດສິນໃຈຊື້ສິນຄ້າດັ່ງກ່າວ ຄວາມຕ້ອງການຂອງລູກຄ້າລວມໄປເຖິງແນວໂນ້ມໃນການຈະຊື້ສິນຄ້າທີ່ໃກ້ຄຽງ

  1. ຊ່ວຍໃຫ້ອົງກອນສາມາດຄາດການແນວໂນ້ມທີ່ຈະເກີດຂຶ້ນໃນອະນາຄົດ

ດັ່ງທີ່ເຄີຍເວົ້າວ່າ Big Data ມີຂໍ້ມູນທີ່ເພີ່ມຂຶ້ນຢ່າງໄວວາ ພວກກະແສຕ່າງໆທີ່ນິຍົມໃນເວລານັ້ນ ລວມໄປເຖິງກະແສບາງຢ່າງທີ່ກຳລັງຈະເກີດຂຶ້ນແບບງຽບໆ ກໍຢູ່ໃນນັ້ນ ດັງນັ້ນການວິເຄາະ Big Data  ກໍຈະຊ່ວຍໃຫ້ອົງກອນສາມາດຈັບກະແສ ແລະ ກາຍເປັນຜູ້ນຳເທຣນໃນອະນາຄົດໄດ້.

  1. ຊ່ວຍໃຫ້ອົງກອນຮັບມືກັບບັນຫາໃນອະນາຄົດໄດ້.

ນອກຈາກເລື່ອງເທຣນ ຫຼື ແນວໂນ້ມແລ້ວ ການວິເຄາະ Big Data ຍັງເຮັດໃຫ້ອົງກອນສາມາດຄາດການ ຫຼື ເບິ່ງແນວໂນ້ມຂອງບັນຫາທີ່ຈະເກີດຂຶ້ນກັບອົງກອນຂອງຕົນເອງໄດ້ ເຊິ່ງຈະນຳໄປສູ່ເລື່ອງການປັບຕົວຂອງທຸລະກິດ, ການປັບນະໂຍບາຍຮູບແບບການບໍລິຫານຈັດການ ລວມໄປເຖິງຍຸດທະສາດຂອງອົງກອນໄດ້ອີກດ້ວຍ.

  1. ມີທຸລະກິດໃດແດ່ ທີ່ນຳໃຊ້ Big Data ແດ່ແລ້ວ?

ບໍລິສັດລະດັບໂລກ ລາຍໃຫຍ່ຫຼາຍບໍລິສັດ ໄດ້ນຳເອົາ Big Data   ໄປໃຊ້ງານແລ້ວ ຍົກຕົວຢ່າງ: Amazon, EBay, Google, Twitter ແລະ Aribnb ເປັນຕົ້ນ; ສ່ວນຫຼາຍກໍໃຊ້ວິທີວິເຄາະພຶດຕິກຳຂອງລູກຄ້າ ແລະ ນຳຂໍ້ມູນມາປັບ ຍຸດທະສາດຂອງບໍລິສັດນັ້ນເອງ.

5. ບໍລິສັດຂະໜາດນ້ອຍ ແລະ ກາງ ຈະໃຊ້ Big Data   ໄດ້ບໍ່?

ບອກເລີຍວ່າການລົງທຶນສ້າງ Big Data   ນັ້ນມີຕົ້ນທຶນສູງ ບໍລິສັດຕ້ອງມີຊັບພະຍາກອນທີ່ຈະຕ້ອງພ້ອມໃນລະດັບໜຶ່ງ ລວມໄປເຖິງບຸກຄະລາກອນທີ່ມີຄວາມຊ່ຽວຊານທາງດ້ານນີ້ ກໍຍັງມີໜ້ອຍໃນຕະຫຼາດແຮງງານ ເຊັ່ນ: Data Engineer, Data Scientist ແລະ  Data Analyst ອາຊີບເຫຼົ່ານີ້ເປັນຕົ້ນ ເຮັດໃຫ້ບັນດາອົງກອນໃຫຍ່ໆ ຊອກຫາຄົນເຫຼົ່ານີ້ກັນຫຼາຍທີ່ສຸດ ແລະ ສະເໜີເງິນເດືອນທີ່ສູງ (ຕາມຫຼັກ Demand & Supply ນັ້ນແຫຼະ) ສະນັ້ນ, ບໍລິສັດຂະໜາດນ້ອຍ ແລະ ກາງຈຶ່ງອາດຈະເອົາຄົນເຫຼົ່ານີ້ມາເຮັດວຽກນຳໄດ້ຍາກ ແຕ່ກໍບໍ່ຄວນເມີນເສີຍ ອາດຈະຄ່ອຍໆສຶກສາໄປກ່ອນເທົ່າທີ່ຈະເຮັດໄດ້ ເພາະສິ່ງນີ້ເປັນເລື່ອງຈຳເປັນສຳລັບທຸກອົງກອນ.

Big Data   ເປັນສິ່ງທີ່ອົງກອນໃຫຍ່ໆ ທົ່ວໂລກເລີ່ມຫັນມາໃຫ້ຄວາມສົນໃຈ ແລະ ລົງທຶນກັບເລື່ອງນີ້ ແບບຈິງຈັງກັນແລ້ວ ເນື່ອງຈາກເປັນເຕັກໂນໂລຊີທີ່ຈະສາມາດສະໜັບສະໜູນອົງກອນໄດ້ໃນທຸກໆດ້ານ ເພາະທຸກຢ່າງລ້ວນແຕ່ສຳພັນກັບຂໍ້ມູນທັງໝົດ ແລະ ເຊື່ອໄດ້ວ່າ Big Data   ຈະເປັນຕົວສຳຄັນທີ່ປ່ຽນແປງຫຼາຍສິ່ງຫຼາຍຢ່າງໃນອະນາຄົດແນ່ນອນ.

Comments