ພາກລັດ ແລະ ນັກທຸລະກິດ ຫາລືການແກ້ໄຂຕໍ່ບັນຫາທີ່ເກີດຂຶ້ນໃນພາກທຸລະກິດ

ໃນວັນທີ 4 ຕຸລາ 2018, ທີ່ນະຄອນຫຼວງວຽງຈັນ, ບັນດາການນໍາພັກ-ລັດ, ນັກຊ່ຽວຊານ, ນັກຄົ້ນຄວ້າທາງດ້ານເສດຖະກິດ, ນັກທຸລະ ກິດ ແລະ ຜູ້ປະກອບການ ຈາກທຸກຂະແໜງເສດຖະກິດ 150 ກວ່າທ່ານ ໄດ້ພົບປະກັນເພື່ອຄົ້ນຄວ້າ, ປຶກສາຫາລື ແລະ ລະດົມຄວາຄິດເຫັນ ກ່ຽວກັບບັນຫາ ກໍຄື ທາງອອກການແກ້ໄຂຕໍ່ບັນຫາທີ່ເກີດຂຶ້ນໃນພາກທຸລະກິດຂອງປະເທດ.


ການພົບປະຄັ້ງນີ້, ໄດ້ຈັດຂຶ້ນຢູ່ກອງປະຊຸມ “ພາກທຸລະກິດ, ບັນຫາໃນປັດຈຸບັນ ແລະ ທາງອອກໃນຕໍ່ໜ້າ” ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູງການພັກ, ໂດຍໃຫ້ກຽດເຂົ້າຮ່ວມໂອ້ລົມ ຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ.


ຈຸດປະສົງຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອລະດົມຄວາມຄິດເຫັນຂອງບັນດານັກທຸລະກິດ ແລະ ຜູ້ປະກອບການອັນດັບຕົ້ນໆຂອງປະເທດຕໍ່ສະພາບການ ກໍຄື ທາງອອກໃນການແກ້ບັນຫາຕ່າງໆ ໃນການດຳເນີນທຸລະກິດຢູ່ພາຍໃນປະເທດ ໃຫ້ສາມາດດຳເນີນທຸລະກິດໄດ້ຢ່າງຄ່ອງຕົວ ແລະ ມີຄວາມຍືນຍົງ, ລວມທັງສາມາດແຂ່ງຂັນກັບສາກົນໄດ້.
ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ກ່າວວ່າ: ໃນຫຼາຍປີຜ່ານມາເຖິງປັດຈຸບັນ, ເສດຖະກິດຂອງປະເທດເຮົາ ໂດຍສະເພາະແມ່ນເສດຖະກິດມະຫາພາກ ພົບກັບຄວາມຫຍຸ້ງຍາກທີ່ໜັກໜ່ວງສົມຄວນ. ໃນນັ້ນ, ອັນສົດໆຮ້ອນໆທີ່ສຸດປັດຈຸບັນ ແມ່ນບັນຫາການຂາດດຸນງົບປະມານໜີ້ສິນຂອງລັດ ຕໍ່ພາຍໃນ ແລະ ຕ່າງປະເທດ (ໜີ້ສິນສາທາລະນະ), ການຂາດສະພາບຄ່ອງໃນລະບົບທະນາຄານຂອງລັດ, ເຊິ່ງໜຶ່ງໃນບັນດາສາເຫດສຳຄັນ ແມ່ນຈາກຄວາມອ່ອນແອໃນວຽກງານແຜນການ ແລະ ການເງິນ ກໍຄື ຄວາມອ່ອນແອໃນພາກການຜະລິດຂອງປະເທດເຮົາ. ຕໍ່ກັບສະພານການດັ່ງກ່າວ, ຕະ ຫຼອດໄລຍະທີ່ຜ່ານມາ ສູນກາງພັກ, ລັດຖະບານ ໄດ້ພະຍາຍາມຄົ້ນຄວ້າ, ວາງບັນດາວິທີການ ແລະ ມາດຕະການເພື່ອແກ້ໄຂບັນຫາຢ່າງຈິງຈັງ.
ທີ່ມາ: ຂ່າວສານປະເທດລາວ.

Comments