ພູມໃຈທົ່ວປະເທດ! ກະຕໍ້ລາວ ສ້າງປະຫວັດສາດຄວ້າແຊ້ມໂລກ!!!!!

ໃນຕອນແລງຂອງວັນທີ 27 ກັນຍາ 2018 ທີມຄູ່ຊາຍ ລາວ ຜ່ານ ອິນໂດເນເຊຍ ໃນຮອງຮອງຊະນະເລີດ ຜ່ານເຂົ້າຮອບຊີງຫຼຽນຄໍາກັບ ອິນເດຍ ປະກົດວ່າ: ເຊັດທໍາອິດ ທີມຊາດລາວ ເຮັດໄດ້ດີ, ແຕ່ສະດຸດຖືກ ອິນເດຍ ປິດເຊັດໄປກ່ອນ ກ່ອນທີ່ເຊັດທີ 2 ລາວ ຈະກັບມາສູ້ຟອມເກັ່ງເອົາຊະນະ ອິນເດຍ ໄປ 21-16 ຈິ່ງຕ້ອງມາຕັດສິນກັນທີ່ເຊັດສຸດທ້າຍປະກົດວ່າ ສຸດສີຄຽງຄູ່ກັນໄປຈົນເຖິງ 17-17 ກ່ອນທີ່ ທີມຊາດລາວ ຈະເອົາຊະນະໄປ 21-19 ຄວ້າແຊ້ມໂລກໄປຄອງ. ໃນການແຂ່ງຂັນກະຕໍ້ ລາຍການ ຊີງແຊ໋ມໂລກ ຄິງຄັບ ແຊ໋ມປ້ຽນຊິບ 2018 ( King’s Cup Sepaktakraw World Championship ) ທີ່ນະຄອນຣາຊະສີມາ (ໂຄລາດ) ປະເທດໄທ ເປັນເຈົ້າພາບ

ຜົນງານຄັ້ງນີ້ ເປັນແຊ້ມເປັນຄັ້ງປະຫວັດສາດ ໃນການແຂ່ງຂັນກະຕໍ້ຊີງແຊັມໂລກ ເພາະທີ່ຜ່ານມາເຄີຍຍາດໄດ້ພຽງອັນດັບ 3 ເມື່ອປີ 2011.

ກ່ອນໜ້ານີ້ ກະຕໍ້ທິມດ່ຽວຍິງລາວເຮົາ ຄວ້າຫລຽນທອງທໍາອິດ ໃນການແຂ່ງຂັນກະຕໍ້ຊິງແຊ້ມໂລກ 2018 ຄັ້ງທີ 33 ທີ່ນະຄອນຣາດຊະສີມາ ປະເທດໄທ ໃນວັນທີ 26 ກັນຍາ ທີ່ຜ່ານມາ ຫຼັງເສຍໃຫ້ ເກົາຫລີໃຕ້ 0-2 ເຊັດ: 18-21 ແລະ 14-21 ເຮັດໃຫ້ປັດຈຸບັນ, ທັບກະຕໍ້ລາວ ຍາດມາໄດ້ແລ້ວ 1 ຫຼຽນຄໍາ ແລະ 1 ຫຼຽນທອງ ໃນຊີງແຊັມໂລກ ປີນີ້.

Photo: ອາຈານໃຈ ແກ້ວປະເສີດ & เซปัก ตะกร้อ – Sepak Takraw

Comments