ສປປ ລາວ ກູ້ຢືມເງິນຈາກ NEDA ສ້າງເສັ້ນທາງຫຼວງແຫ່ງຊາດ…..

ໃນວັນທີ 26 ກັນຍາ 2018, ທີ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາເງິນກູ້ຢືມລະຫວ່າງ ລັດຖະບານ ແຫ່ງສປປ ລາວ ແລະ ອົງການຮ່ວມມືພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ ສຳລັບໂຄງການກໍ່ສ້າງທາງຫຼວງແຫ່ງຊາດ ເລກທີ 11 (R11) ແຕ່ຄົກເຂົ້າດໍ – ບ້ານໂນນສະຫວັນ – ເມືອງຊະນະຄາມ – ບ້ານວັງ – ບ້ານນໍ້າສັງ ມູນຄ່າ 1.82 ຕື້ກວ່າບາດ. ທັງນີ້, ກໍເພື່ອເປັນການຍົກລະດັບການເຊື່ອມຕໍ່ ກັບບັນດາປະເທດໃກ້ຄຽງ ແລະ ບັນດາເສັ້ນທາງຕາມແຜນຍຸດທະສາດດ້ານການຄົມມະນາຄົມຂົນສົ່ງ ທີ່ຕິດພັນກັບຍຸດທະສາດການເຊື່ອມຈອດ ລະຫວ່າງລາວ-ໄທ ແລະ ແຜນສືບຕໍ່ຮ່ວມມືໃນຕໍ່ໜ້າຮອດປີ 2022.
ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ກັບທ່ານ ພີຣະເມດ ວຸດທິທອນເນຕິຣັກ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງຣາຊະອານາຈັກໄທ, ໂດຍການເຂົ້າຮ່ວມຂອງ ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ, ມີຫົວໜ້າກົມ, ຮອງກົມ ແລະ ບັນດາຜູ່ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ.

Comments