ເຈາະເລິກ! ພຶດຕິກໍາໃໝ່ ເອົາໃຈຜູ້ບໍລິໂພກ ຍຸກເສບຕິດ Social…

ການໃຊ້ Social Media ຕ່າງໆ ຂອງຄົນມີມາຫຼາຍກວ່າສິບປີ, ປະກອບກັບການເຕີບໃຫຍ່ຂອງຈໍານວນຜູ້ໃຊ້ໃນປະເທດທີ່ຍັງມີເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະໃນໄລຍະ 4-5 ປີທີ່ຜ່ານມາ ທັງຈໍານວນ Users ໃນແຕ່ລະ Platform ທີ່ເຕີບໃຫຍ່ຂຶ້ນຢ່າງໄວວາ ແລະ ບົດບາດຂອງແຕ່ລະ Platform ທີ່ມີຄວາມສໍາຄັນໃນຖານະເຄື່ອງມືທາງການຕະຫຼາດ ລວມທັງຜົນກະທົບທີ່ສົ່ງຜົນໃຫ້ເກີດພຶດຕິກໍາໃໝ່ໆ ຂອງຜູ້ໃຊ້, ຈົນກາຍມາເປັນ New Normal ຂອງຜູ້ບໍລິໂພກ ທີ່ນັກການຕະຫຼາດ ແລະ Bland ທີ່ຄິດຈະຕີຕະຫຼາດໃນກຸ່ມຂອງຜູ້ໃຊ້ Social Media ຕ້ອງຮຽນຮູ້ ແລະ ທໍາຄວາມເຂົ້າໃຈ… 5 New Normal ທາງທັດສະນະຄະຕິທີ່ປ່ຽນແປງໄປ…

1. ນິຍາມຄວາມໝາຍຂອງຄວາມສໍາເລັດ ທີ່ເມື່ອກ່ອນເຊື່ອວ່າ ຄວາມສໍາເລັດຕ້ອງອາໄສເວລາ ແລະ ຄວາມພະຍາຍາມຄ່ອຍໆເຕີບໃຫຍ່ ແຕ່ປັດຈຸບັນພັດຄິດວ່າ ຄວາມໄວເປັນປັດໃຈເຮັດໃຫ້ປະສົບຄວາມສໍາເລັດໄດ້.

2. ຄວາມເຊື່ອວ່າ ຕ້ອງເຮັດວຽກຢ່າງໜັກ ແລະ ທຸ່ມເທ ຈຶ່ງປະສົບຄວາມສໍາເລັດໃນອາຊີບນັ້ນ ແຕ່ປັດຈຸບັນເຊື່ອວ່າ ອາຊີບບໍ່ແມ່ນປະເດັນສໍາຄັນ ເພາະສາມາເຮັດວຽກທຸກຢ່າງທີ່ສ້າງລາຍໄດ້ ໂດຍທີ່ແຕ່ລະຄົນສາມາດເຮັດໄດ້ຫຼາຍໆຢ່າງ

3. ຈາກທີ່ເຄີຍເບິ່ງວ່າຜູ້ທີ່ປະສົບຄວາມສໍາເລັດ ແລະ ສ້າງຄວາມໝັ້ນຄົງໃນເລື່ອງຖານະ-ການເງິນໄດ້ ຕ້ອງເປັນຜູ້ທີ່ມີຖານະມາກ່ອນ ແລະ ມີໜ້າມີຕາທາງສັງຄົມ ແຕ່ປັດຈຸບັນເຊື່ອວ່າ ທຸກໆຄົນ ບໍ່ວ່າຈະເປັນໃຜກໍສາມາດປະສົບຄວາມສໍາເລັດໄດ້ ແລະ ສ້າງຄວາມໝັ້ນຄົງໄດ້ເຊັ່ນ ຂໍພຽງມີຄວາມຕັ້ງໃຈແທ້, ມຸ່ງໝັ້ນ, ສ້າງສັນ ແລະ ກ້າທີ່ຈະປ່ຽນແປງ

4. ໃນສ່ວນຂອງຕົວຊີ້ວັດຄວາມສໍາເລັດໃນຊີວິດ ຈາກທີ່ເຄີຍເບິ່ງວ່າ ມີເຮືອນຫຼັງໃຫຍ່, ມີລົດ ແລະ ຄອບຄົວທີ່ມີຄວາມສຸກ ແຕ່ປັດຈຸບັນຄືເລື່ອງຂອງການໃຊ້ເວລາຢ່າງຄຸ້ມຄ່າ, ມີອິດສະຫຼະ ແລະ ໂອກາດໄດ້ຕຶ່ມເຕັມປະສົບການຊີວິດ ກາຍມາເປັນປັດໃຈຊີ້ວັດຄວາມສໍາເລັດ

5. ຈາກທີ່ເຄີຍໃຊ້ເວລາໃນການສັງສັນ ແລະ ສະເຫຼີມສະຫຼອງກັບຄົນໃນຄອບຄົວ ຫຼື ໝູ່ຄູ່ ແຕ່ປັດຈຸບັນຄົນເລືອກທີ່ຈະ Share ຊ່ວງເວລາແຫ່ງຄວາມສຸກຜ່ານ Social Media 8 New Normal ດ້ານພຶດຕິກໍາຂອງຜູ້ບໍລິໂພກປັດຈຸບັນ…

1. ຄົນບໍ່ໄດ້ເຊື່ອທຸກຢ່າງທີ່ເຫັນເທິງ Social Media ໂດຍສະເພາະການທີ່ບັນດາຄົນດັງໂພສກ່ຽວກັບ ສິນຄ້າຕ່າງໆ ຈະສ້າງໄດ້ພຽງແຕ່ Awareness ແຕ່ບໍໄດ້ເຮັດໃຫ້ຜູ້ບໍລິໂພກເຊື່ອວ່າ ພວກເຂົາໃຊ້ແທ້

2. ສິ່ງທີ່ຜູ້ບໍລິໂພກຊອກຫາຈາກ ສິນຄ້າຕ່າງໆ ທີ່ຢູ່ເທິງ Social Media ຄື ການໄດ້ຂໍ້ມູນຈາກຜູ້ໃຊ້ແທ້ໆ ເຮັດໃຫ້ປ່ຽນຈາກການຊອກຫາຈາກເວັບໄຊ້ຂອງສິນຄ້າ ຫຼື ໜ້າເພຈຕ່າງໆມາເປັນຊອກຂໍ້ມູນຈາກ ເທິງ Twitter ເພາະເຊື່ອວ່າເປັນ Real Content

3. ຜູ້ບໍລິໂພກຍິນດີຈະ Share ປະສົບການຂອງຕົນເອງໃຫ້ກັບຄົນອື່ນ ເພາະເຊື່ອວ່າຂໍ້ມູນແທ້ຈາກການ Review ຕ່າງໆມີສ່ວນຊ່ວຍໃຫ້ສາມາດຕັດສິນໃຈໄດ້ດີຂຶ້ນ

4. ການກະຕຸ້ນໃຫ້ເກີດການຊື້ແບບປຸ໊ບປັ໊ບ (Impulse Purchase) ຕ້ອງມີຄວາມມ່ວນປະກອບໄປນໍາ ເພາະຈະເຮັດໃຫ້ຜູ້ບໍລິໂພກຢາກເຂົ້າມີສ່ວນຮ່ວມ ແລະ ຕັດສິນໃຈຊື້ໄດ້ດີຂຶ້ນ ເຖິງວ່າຈະບໍ່ມີຄວາມຕ້ອງການສິນຄ້ານັ້ນໆເລີຍກໍຕາມ

5. ຄວາມເຊື່ອໝັ້ນຍັງຄົງເປັນປັດໃຈສໍາຄັນໃນການເຮັດ Social Commerce ເພາະສ່ວນຫຼາຍທີ່ມີ Pain Point ຈາກການຊໍາລະເງິນລ່ວງໜ້າແຕ່ບໍ່ໄດ້ສິນຄ້າ ຈຶ່ງເຮັດໃຫ້ຫຼາຍໆ Platform ຈະເຂົ້າມາເປັນຕົວກາງໃນການຊຶ້-ຂາຍ ແລະ ສົ່ງສິນຄ້າ ເພື່ອເຮັດໃຫ້ໄດ້ຮັບຄວາມເຊື່ອຖື ແລະ ໄວວາງໃຈຈາກລູກຄ້າ

6. ການເຮັດໂຄສະນາແບບເກົ່າໆເທິງ Social Media ຈະໄດ້ຮັບຄວາມໜ້າສົນໃຈໜ້ອຍລົງເລື້ອຍໆ ແລະ ຜູ້ບໍລິໂພກເລືອກທີ່ຈະກົດຂ້າມໄປໂດຍບໍ່ໄດ້ເບິ່ງ ແຕ່ການສ້າງສັນເລື່ອງລາວທີ່ໜ້າສົນໃຈ ໂດຍສະເພາະການດຶງດູດໄດ້ພາຍໃນຍ 5 ວິນາທີທໍາອິດ ກໍຊ່ວຍເຮັດໃຫ້ລູກຄ້າເບິ່ງຈົນຈົບໄດ້

7. ຜູ້ບໍລິໂພກບໍ່ໄດ້ປະຕິເສດ Content ຈາກສິນຄ້າ ຕາບໃດທີ່ຍັງຮູ້ສຶກວ່າຂໍ້ມູນຕ່າງໆເຫຼົ່ານັ້ນມີປະໂຫຍດຕໍ່ຕົວເອງ ບໍ່ວ່າຈະເປັນ How to, ການໃຫ້ຄວາມຮູ້, ໄດ້ແຮງບັນດານໃຈ ຫຼື ໄດ້ຮູ້ສິ່ງໃໝ່ໆ ທີ່ບໍ່ເຄີຍຮູ້ມາກ່ອນ ໂດຍບໍ່ໄດ້ຄໍານຶງວ່າຈະເປັນໂຄສະນາ ເປັນຂໍ້ມູນຈາກ Content Creator ຫຼື Influencer

8. ພຶດຕິກໍາຕ່າງໆຂອງຜູ້ບໍລິໂພກທີ່ປ່ຽນແປງໄປແລ້ວຈາກການໃຊ້ Social ສ່ວນຫຼາຍຈະເປັນການປ່ຽນແປງໄປຢ່າງຖ້າວອນ ແລະ ບໍ່ກັບມາສູ່ພຶດຕິກໍາແບບເກົ່າໆ ທີ່ເຄີຍເຮັດມາກ່ອນເຊັ່ນ ປັດຈຸບັນຄົນຫັນມາຟັງເພງຈາກ Platform ຫຼື Applications ຕ່າງໆ ກໍຈະບໍ່ກັບໄປຟັງເພງຈາກວິທະຍຸອີກແບບເກົ່າອີກ ຫຼື ບໍ່ຈໍາເປັນຕ້ອງຕິດຕາມບົດຄວາມແບບ Real Time ນອກຈາກບົດຄວາມທີ່ເປັນກະແສ ທີ່ຕ້ອງຮູ້ທັນທີ ເພື່ອຈະໄດ້ມີຫົວຂໍ້ລົມກັບໝູ່ ຫຼື ຄົນອ້ອມຂ້າງ Connect = Empower ຜູ້ບໍລິໂພກ ເມື່ອເຈົ້າຂອງສິນຄ້າເຂົ້າໃຈທັດສະນະຄະຕິ ແລະ ພຶດຕິກໍາຜູ້ບໍລິໂພກທີ່ປ່ຽນໄປຈາກການໃຊ້ Social Media ແລ້ວ ຈະມີວິທີການ Connect ກັບຜູ້ບໍລິໂພກແນວໃດ? ຄໍາແນະນໍາສໍາລັບສິນຄ້າ ແລະ ນັກການຕະຫຼາດ Online ທີ່ຈໍາເປັນຕ້ອງເຮັດ ໃຫ້ຜູ້ບໍລິໂພກຮູ້ສຶກວ່າ ສາມາດມອບຕອບສະໜອງຄວາມຕ້ອງການໃຫ້ແກ່ເຂົາເຈົ້າ ແລະ ສາມາດຈະນໍາຕົນເອງໄປຢູ່ໃນຈຸດທີ່ຕ້ອງການໄດ້ ໂດຍສະເພາະ 4 ປະເດັນສໍາຄັນຕໍ່ໄປນີ້ 1. Beauty ເພາະການເຮັດໃຫ້ຜູ້ບໍລິໂພກແຕ່ລະຄົນໝັ້ນໃຈໃນແບບທີ່ແຕ່ລະຄົນເປັນ ພາຍໃຕ້ຄວາມງາມທີ່ແຕກຕ່າງກັນໄປ 2. Health ສຸຂະພາບເປັນເລື່ອງທີ່ທຸກຄົນໃຫ້ຄວາມສໍາຄັນໃນຍຸກປັດຈຸບັນ ເຮັດໃຫ້ມີພະລັງໃນການຂັບເຄື່ອນສິ່ງຕ່າງໆໄດ້ຢ່າງລາບລື່ນ ແລະ ໄປສູ່ເປົ້າໝາຍທີ່ແຕ່ລະຄົນວາງໄວ້ໄດ້ 3. Life Experience ໜ້າທີ່ຂອງສິນຄ້າທີ່ສາມາດຕອບໂຈດໃນການເປີດກວ້າງໃຫ້ໄດ້ຮັບໂອກາດໃໝ່ໆໃນຊີວິດ ເພາະການໄດ້ຮັບປະສົບການໃໝ່ໆໃນຊີວິດ ຈະມີປະໂຫຍດໃນການຕໍ່ຍອດໄປສູ່ສິ່ງຕ່າງໆ ໃນອະນາຄົດທີ່ວາງໄວ້ 4. Money ການຕອບໂຈດໃນເລື່ອງຂອງການເງິນ ເປັນການສ້າງຄວາມໝັ້ນໃຈກ່ຽວກັບຄວາມໝັ້ນຄົງຂອງຊີວິດໃນອະນາຄົດ ດັ່ງນັ້ນ, ສິນຄ້າຄວນເບິ່ງຊ່ອງວ່າງ ຫຼື ໂອກາດທີ່ສາມາດຕອບໂຈດໃນເລື່ອງນີ້ໃຫ້ແກ່ຜູ້ບໍລິໂພກ

ທີ່ມາ: Brand Buffer

Comments