ວຽກງານຂະແໜງ ສ່ວຍສາອາກອນ ເປັນຖານລາຍຮັບທີ່ສໍາຄັນໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ສະນັ້ນເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມແຜນການທີ່ວາງໄວ້ ແລະ ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນມີຄວາມທັນສະໄໝ,ວ່ອງໄວ ແລະ ໂປ່ງໃສ ເລີ່ມແຕ່ທ້າຍເດືອນ ກຸມພາ 2018 ເປັນຕົ້ນມາ ໂດຍອີງຕາມຂໍ້ຕົກລົງຂອງກົມສ່ວຍສາອາກອນ, ທາງສ່ວຍສາອາກອນ ນະຄອນຫຼວງວຽງຈັນ (ນວ) ໄດ້ລົງຊຸກຍູ້ຕິດຕາມລະບົບການຕິດຕັ້ງ ແລະ ເຊື່ອມຕໍ່ຂໍ້ມູນບັນທຶກການຂາຍ (POS) ແລະ ການບໍລິການ (CRS) ເປັນຕົ້ນແມ່ນຕິດຕາມ, ກວດກາ ການປະຕິບັດຕາມກົນໄກການຄິດໄລ່ອາກອນມູນຄ່າເພີ່ມສົ້ນເຂົ້າແບບກໍານົດ ຕາມຄໍາແນະນໍາເພີ່ມຂອງກະຊວງການເງິນເລກທີ 4170/ກງ, ລົງວັນທີ 28/11/2017 ຢູ່ຕາມບັນດາຫົວໜ່ວຍທຸລະກິດທີ່ໄດ້ຮັບການຕິດຕັ້ງລະບົບຜ່າມມາໃນ 5 ເມືອງຄື: ເມືອງຈັນທະບູລີ, ໄຊເຊດຖາ, ສີໂຄດຕະບອງ, ສີສັດຕະນາກ ແລະ ເມືອງໄຊທານີ ແລະ ຍັງຈະສືບຕໍ່ຂະຫຍາຍການຕິດຕັ້ງໄປເລື້ອຍໆ ທັງນີ້ ເພື່ອເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນ ຫັນເຂົ້າສູ່ຄວາມທັນສະໄໝ,ວ່ອງໄວ ແລະ ຫຼຸດຊ່ອງຫວ່າງປະກົດການຫຍໍ້ທໍ້ຕ່າງໆ.
ໃນຕົ້ນເດືອນກໍລະກົດ 2018 ຜ່ານມານີ້ທາງຫ້ອງການສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ກໍໄດ້ເປີດຂະບວນການ 3 ຂັ້ນຕອນໃນການໃຫ້ບໍລິການແບບວ່ອງໄວ ແລະ ໂປ່ງໃສຂອງພະນັກງານ-ລັດຖະກອນສ່ວຍສາອາກອນ (ນວ) ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບງົບປະມານປີ 2018 ໃຫ້ໄດ້ຕາມແຜນການ. ພ້ອມກັນນີ້ກໍເພືື່ອແນໃສ່ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກຂອງພະນັກງານໃນຂົງເຂດລັດເວົ້າລວມ ເວົ້າສະເພາະແມ່ນຂົງເຂດສ່ວຍສາອາກອນໃຫ້ກະທັດຮັດ,ວ່ອງໄວ,ໂປ່ງໃສ ແລະ ກວດກາໄດ້.
*3 ຂັ້ນຕອນປະກອບມີຄື:
- ວຽກງານບໍລິການອອກເລກປະຈໍາຕົວແກ່ວິສາຫະກິດທີ່ເປີດໃໝ່, ໃນນີ້ຄ່າບໍລິການ ແລະ ແບບພິມທີ່ຕ້ອງໄດ້ມອບແມ່ນ 110.000 ກີບ,ກໍານົດເວລາຂອງເຈົ້າໜ້າທີ່ສ່ວຍສາອາກອນຕ້ອງໄດ້ຈັດຕັ້ງປະຕິບັດບໍ່ໃຫ້ເກີນ 10 ວັນ ທາງລັດຖະການ, ຖ້າເກີນເຈົ້າໜ້າທີ່ຕ້ອງໄດ້ອອກເອກະສານແຈ້ງຄືນຕໍ່ວິສາຫະກິດຢ່າງເປັນລາຍລັກອັກສອນ. 2. ວຽກງານບໍລິການອອກໃບຢັ້ງຢືນ ການມອບພັນທະອາກອນປະຈໍາປີ,ໃນນີ້ຄ່າບໍລິການ ແລະ ແບບພິມທີ່ຕ້ອງໄດ້ມອບ 110.000 ກີບ,ກໍານົດເວລາຈັດຕັ້ງປະຕິບັດບໍ່ເກີນ 10 ວັນ. 3. ວຽກງານບໍລິການດັດແກ້ຂໍ້ມູນ ແລະ ການອອກໃບຢັ້ງຢືນຢຸດຊົ່ວຄາວ ຫຼື ຖາວອນ, ໃນນີ້ຄ່າບໍລິການ ແບບພິມທີ່ຕ້ອງໄດ້ມອບ 60.000 ກີບ, ກໍານົດບໍ່ໃຫ້ເກີນ 10 ວັນ.
ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າສ່ວຍສາອາກອນ (ນວ) ແຈ້ງໃຫ້ຮູ້ຕື່ມວ່າ: ໃນປີ 2018 ສ່ວຍສາອາກອນ (ນວ) ໄດ້ຮັບແຜນຈັດເກັບລາຍຮັບຈາກກະຊວງການເງິນຈໍານວນ 1.146,613 ຕື້ກີບ ທຽບໃສ່ປີ 2017 ເພີ່ມຂຶ້ນ 8,86%, ໃນນັ້ນຂັ້ນນະຄອນຫຼວງຄຸ້ມຄອງເກັບ 806,58 ຕື້ກີບ ຂັ້ນເມືອງຄຸ້ມຄອງເກັບ 340,03 ຕື້ກີບ,ຜ່ານການຈັດຕັງປະຕິບັດມາຮອດວັນທີ 29 ມິຖຸນາ 2018 ສາມາດປະຕິບັດໄດ້ທັງໝົດ 576,19 ຕື້ກີບ ເທົ່າກັບ 50,25% ຂອງແຜນການປີ. ທຽບໃສ່ແຜນການ 6 ເດືອນຕົ້ນປີປະຕິບັດໄດ້ 104,69%, ລື່ນໄລຍະດຽວກັນຂອງປີ 2017 ແມ່ນ 182,38 ຕື້ກີບ ຫຼື ເທົ່າກັບ 146,31%.
ຕົວເລກຈັດເກັບລາຍຮັບຫຼ້າສຸດມາເຖິງວັນທີ 31 ສິງຫາ 2018 ສາມາດບັນລຸໄດ້ 742,45 ຕື້ກີບ ເທົ່າກັບ 64,75% ຂອງແຜນການປີ, ສົມທຽບໃສ່ໄລຍະດຽວກັນຂອງປີ 2017 ເທົ່າກັບ 138,99% ຫຼືເທົ່າກັບ 208,26 ຕື້ກີບ. ໃນນີ້ ຂັ້ນນະຄອນຫຼວງ ປະຕິບັດໄດ້ 537,87 ຕື້ກີບ ເທົ່າກັບ 66,69% ຂອງແຜນການປີ, ສົມທຽບໃສ່ໄລຍະດຽວກັນຂອງປີກາຍ ເທົ່າກັບ 144,95% ຫຼື ເທົ່າກັບ 166,79 ຕື້ກີບ. ຂັ້ນເມືອງປະຕິບັດໄດ້ 204,57 ຕື້ກີບ,ເທົ່າກັບ 60,16% ຂອງແຜນການປີ, ເທົ່າກັບ 125,43% ຂອງໄລຍະດຽວປີກາຍ.
ເງື່ອນໄຂ ແລະ ສິ່ງອໍານວຍໃຫ້ລື່ນແຜນການ:
ສິ່ງທີ່ເຮັດໃຫ້ພວກເຮົາສາມາດຈັດເກັບລາຍຮັບໄດ້ລື່ນແຜນການ ສໍາຄັນທີ່ສຸດແມ່ນພວກເຮົາມີນິຕິກໍາ ມີກົດໝາຍທີ່ຈະແຈ້ງ ມີການຊີ້ນໍານໍາພາຢ່າງໃກ້ສິດຕິດແທດຂອງຂັ້ນເທິງໂດຍສະເພາະກໍແມ່ນທ່ານຮອງນາຍົກ,ທ່ານລັດຖະມົນຕີກະຊວງການເງິນ, ທ່ານຫົວໜ້າກົມ ແລະ ພິເສດກໍແມ່ນການຊີ້ນໍາຂອງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ.
ພ້ອມກັນນີ້ ພວກເຮົາໄດ້ມີການປັບປຸງການຈັດຕັ້ງ, ຊັບຊ້ອນພະນັກງານຂັ້ນວິຊາການ, ໜ່ວຍງານຂອງບັນດາເມືອງ ຄະນະຮັບຜິດຊອບວຽກງານທີ່ຂຶ້ນກັບ ຂະແໜງອ້ອມຂ້າງສ່ວຍສາອາກອນ ນວ, ການນໍາໃຊ້ເຄື່ອງມືທັນສະໄໝເຂົ້ຳ ໃນວຽກງານວິຊາສະເພາະ (POS), ລະບົບ Easy TAX ແລະ ຊໍາລະຜ່ານປ່ອງບໍລິການແບບວ່ອງໄວ ແລະ ໂປ່ງໃສ, ສະດວກສະບາຍ, ມີກໍານົດແຜນວຽກ ໃຫ້ມີຄວາມຈະແຈ້ງ, ມີລັກສະນະກະທັດຮັດ ແລະ ມີຄວາມໂປ່ງໃສ ເຮັດໃຫ້ຜູ້ທີ່ເຂົ້າມາຊົມໃຊ້ບໍລິການໄດ້ຮັບຄວາມສະດວກ ສະບາຍ.
ການຫັນໄປສູ່ຄວາມທັນສະໄໝ:
ການແຈ້ງເສຍອາກອນພວກເຮົາມີ 2 ທາງເລືອກຄື: ຜ່ານລະບົບອອນໄລ໌ “ອີຊີແອ໊ບ” ຜູ້ປະກອບການນໍາໃຊ້ເຄື່ອງມືທີ່ຕົນເອງມີ “ໄດຼເຣັກ” ໂດຍກົງກັບທາງທະນາຄານ ຫຼື ທ່ານສາມາດເຂົ້າມາໃຊ້ປ່ອງບໍລິການຂອງພວກເຮົາໂດຍກົງ ແຕ່ວິທີນີ້ທ່ານຈະເສຍເວລາ,ເສຍຄ່າເດີນທາງ ແລະ ຄ່າສະແຕມ,ຄ່າແບບພີມປະມານ 17.000 ກີບ.
ທ່ານ ຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ ຍັງໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດ ຫັນມາຊໍາລະດ້ວຍລະບົບທັນສະໄໝ ໂດຍການແຈ້ງດ້ວຍຕົນເອງ, ຊຶ່ງການຫັນໄປຈ່າຍແບບທັນສະໄໝ ຈະເຮັດໃຫ້ຫຼຸດຜ່ອນເວລາ, ບໍ່ຕ້ອງນັ່ງລໍຖ້າຄິວ, ຫຼຸດຜ່ອນການຈ່າຍຄ່າທໍານຽມ ຕ່າງໆ ແລະ ອື່ນໆ…ທັງມີຄວາມໂປ່ງໃສ ໃນການຈັດເກັບລາຍຮັບ. ທັງນີ້, ກໍເພື່ອ ຮັບປະກັນການຕົກເຮ່ຍເສຍຫາຍຂອງລາຍຮັບ ທີ່ມອບເຂົ້ຳງົບປະມານແຫ່ງລັດ.
ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ການຈັດເກັບລາຍຮັບ:
ຢູ່ບ້ານເຮົາສ່ວຍໃຫຍ່ແມ່ນທຸລະກິດຂະໜາດນ້ອຍ-ກາງ, ສ່ວນທຸລະກິດໃຫຍ່ແມ່ນເພິ່ນມີລະບົບບັນຊີ,ມີບໍລິສັດທີ່ປຶກສາບັນຊີ, ແຕ່ທຸລະກິດຂະໜາດນ້ອຍ-ກາງ ແມ່ນພວກເຮົາມີຄວາມຫຍຸ້ງຍາກການເຂົ້າຫາ ການສ້າງຄວາມເຂົ້າໃຈ ສ້າງສິ່ງຈູງໃຈໃຫ້ເຂົາເຈົ້າບໍລິຫານເຂົ້າສູ່ລະບົບ. ປັດຈຸບັນທົ່ວນະຄອນຫຼວງມີພື້ນຖານທຸລະກິດທັງໝົດ 42.487 ພື້ນຖານ,ໃນນີ້ ຂັ້ນ ນວ ຄຸ້ມຄອງ 12.047 ຫົວໜ່ວຍ,ຂັ້ນເມືອງ 17.373 ຫົວໜ່ວຍ,ຂັ້ນບ້ານ 13.067 ຫົວໜ່ວຍ. ແຕ່ເປັນພື້ນຖານທີ່ສາມາດອອກທະບຽນ ແລະ ສາມາດສ້າງລາຍຮັບທີ່ໝັ້ນຄົງ ໃຫ້ສ່ວຍສາອາກອນ ປະຈໍາ ນວ ໄດ້ນັ້ນມີພຽງ 19.657 ຫົວໜ່ວຍ, ສ່ວນທີ່ເຫຼືອ 22.830 ຫົວໜ່ວຍແມ່ນເປັນຫົວໜ່ວຍທີ່ບໍ່ສາມາດອອກທະບຽນໄດ້ ແລະ ເປັນຫົວໜ່ວຍທີ່ບໍ່ໝັ້ນຄົງ,ປະກອບສ່ວນອາກອນຕໍ່າ.
ຄວາມຄືບໜ້າການຕິດຕັ້ງລະບົບ (POS) – (CRS) ແລະ ແຜນການຂະຫຍາຍ:
ໄລຍະຜ່ານມາ ທາງກະຊວງການເງິນໄດ້ມອບ 900 ເຄື່ອງໃຫ້ພວກເຮົາໄປຕິດຕັ້ງ,ປັດຈຸບັນພວກເຮົາໄດ້ສໍາເລັດການຕິດຕັ້ງ 600 ກວ່າເຄື່ອງແລ້ວ ໃນ 4 ຕົວເມືອງໃນ ແລະ ເມືອງໄຊທານີ ເປັນເມືອງທີ 5 ທີ່ພວມຈັດຕັ້ງປະຕິບັດ.ລະບົບນີ້ ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ພາກລັດ ມັນຍັງສ້າງຄວາມສະດວກ ແລະ ສ້າງຄວາມເປັນທໍາໃຫ້ແກ່ຫົວໜ່ວຍທຸລະກິດອີກດ້ວຍ. (ທ່ານ ສີລິລາດທົງສິນ ທອງເພັງ ກ່າວ).
ດັ່ງນັ້ນຈິ່ງເຫັນໄດ້ວ່າ: ບໍ່ສະເພາະແຕ່ນະຄອນຫຼວງວຽງຈັນ ທີ່ເລັ່ງພັດທະນາ ແລະ ປັບປຸງລະບົບການບໍລິການທີ່ທັນສະໄໝ ທາງກະຊວງການເງິນ ກໍຄືທາງກົມພາສີ ກໍໄດ້ມີການວາງແຜນໃນການອອກແບບຂອງໂຄງການສ້າງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ທັງສືບຕໍ່ປັບປຸງລະບົບ GFIS ໃນໄລຍະຂ້າມຜ່ານ ເພື່ອຮັບປະກັນທາງດ້ານເຕັກນິກວິຊາການໃຫ້ສາມາດໂອນຂໍ້ມູນຈາກລະບົບ GFIS ໄປສູ່ລະບົບ FMIS ຕາມແຜນການທີ່ວາງໄວ້ໃນແຜນປະຕິຮູບລະບົບການເງິນແຫ່ງລັດ ແຕ່ນີ້ຮອດປີ 2020 ເຊິ່ງຕິດພັນກັບການປະຕິຮູບວຽກງານງົບປະມານ ແລະ ຄັງເງິນແຫ່ງຊາດ.
ອີງຕາມຂໍ້ມູນໃຫ້ຮູ້ວ່າ: ພາຍຫຼັງເລີ່ມຈັດຕັ້ງປະຕິບັດລະບົບ FMIS ແລ້ວ ຈະເຮັດໃຫ້ກະຊວງການເງິນ ສາມາດຮັບປະກັນການຄວບຄຸມການເງິນທີ່ດີຂຶ້ນ ຄຸ້ມຄອງແຫຼ່ງທຶນໄດ້ດີ ໂດຍການສະໜອງຂໍ້ມູນຫຼ້າສຸດກ່ຽວກັບແຫຼ່ງເງິນທີ່ຍັງບໍ່ໄດ້ຊຳລະ ແລະ ຂໍ້ມູນຂ່າວສານກ່ຽວກັບຖານະການເງິນຂອງງົບປະມານ ການເຊື່ອມໂຍງຂໍ້ມູນງົບປະມານທີ່ຖືກຮັບຮອງ ແລະ ຂໍ້ມູນການປະຕິບັດງົບປະມານ ຮັບປະກັນວ່າ ທຸກໆລາຍຈ່າຍແມ່ນສອດຄ່ອງກັບເປົ້າໝາຍສະເພາະຂອງງົບປະມານ ພັນທະສັນຍາຂອງງົບປະມານ ແລະ ການຈັດສັນແຫຼ່ງທຶນຂອງງົບປະມານ ສາມາດຕິດຕາມກວດກາຢ່າງໃກ້ສິດ ຕໍ່ການຄ້າງຊໍາລະເງິນສົດ ໃນບັນຊີເງິນຝາກຂອງລັດຖະບານ ໜີ້ຄ້າງຊໍາລະງົບປະມານ ແລະ ການຂາດດຸນງົບປະມານ ປັບປຸງຄຸນນະພາບຂອງຂໍ້ມູນພື້ນຖານ ໃຫ້ສາມາດສ້າງງົບປະມານໄດ້ຖືກຕ້ອງ ເຊິ່ງຄາດວ່າລະບົບດັ່ງກ່າວ ຈະສາມາດນໍາໃຊ້ໄດ້ໃນປີ 2020.
ສັງລວມແລ້ວ: ລັດຖະບານ ກໍຄືນະຄອນຫຼວງວຽງຈັນ ພວມເລັ່ງປະຕິຮູບ ການຄຸ້ມຄອງ ການເກັບລາຍຮັບໄປສູ່ທັນສະໄໝ ຢ່າງຄົບຖ້ວນໂດຍສ້າງພື້ນຖານໂຄງສ້າງ ແລະ ລະບົບການຄຸ້ມຄອງ ໃຫ້ທັນສະໄໝຄົບຊຸດ ເພື່ອຮັບປະກັນໃນການຈັດເກັບລາຍຮັບ ໃຫ້ຄົບຖ້ວນ, ຊັດເຈນ ໃນໄລຍະກາງຫາໄລຍະຍາວ.
ສິ່ງດັ່ງກ່າວນີ້: ຈະສາມາດປະຕິບັດສໍາເລັດ ຕາມເປົ້າໝາຍທີ່ວາງໄວ້ນັ້ນ ມັນຮຽກຮ້ອງໃຫ້ທຸກໆຄົນໃນສັງຄົມ ໂດຍສະເພາະຜູ້ປະກອບການ ຕ້ອງໄດ້ໃຫ້ການຮ່ວມມືຢ່າງເປັນເຈົ້າການ ແລະ ຮ່ວມກັນຕ້ານສະກັດກັ້ນ ທຸກຮູບແບບ ຂອງປະກົດຫຍໍ້ທໍ້ ທີ່ເກີດຂຶ້ນໃຫ້ໝົດໄປ ໃນສັງຄົມບ້ານເຮົາ.
(ວາລະສານທາເກັດ ສະບັບ 147 ເດືອນຕຸລາ 2018 ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)
Moving towards modern checkable tax collection systems
The work of the tax sector is to act as a foundation for collecting essential tax revenues and deposit them into the National Budget. Therefore, in order to organize the this in such a way that the set targets are met, starting from February 2018, pursuant to a decision issued by the Tax Department (TD), tax payment in Vientiane Capital shall be supported and monitored by the installation of systems and the connection to sales data recorded by point of sale (POS) platforms and central reservation systems (CRS), such as the monitoring and inspection of input value added tax (VAT) calculation mechanisms as to whether they comply with Additional Instructions 4170/Fin., dated 28 November 2017, of the Ministry of Finance (MoF) at businesses which have had systems installed in five districts – Chanthabouly, Xaysettha, Sikottabong, Sisattanak, and Xaythany – and gradually expand such installations in the future. This is to organize the modernize tax collection to make it streamlined and to close up loopholes to prevent the system from being abused in various ways.
At the start of July 2018, Vientiane Capital Tax Office has initiated three processes to streamline tax services and ensure the transparency of Vientiane Capital tax officers in order to organize the collection of budget revenues for 2018 so that they are consistent with planning. It also generally aims to improve the mechanisms and modus operandi of tax officers and more specifically, to make tax payment concise, fast, transparent, and possible to inspect.
*The three stages are as follows:
- The taxpayer identification number (TIN) issuance service: This includes a service fee and a fee for the printing out of the form, amounting to 110,000 kip. Tax officers have a set time limit of ten working days within which they must do this. In the event that this limit is exceeded, they must issue a written notice to the enterprise.
- The certificate issuance service: For annual tax payment, a service fee and a fee for printing out the form, amounting to 110,000 kip, shall be levied and again, there is a set time limit of ten days.
- Information correction or modification service and the issuance of temporary and permanent cessation of operations affirmations: This service involves a fee of 60,000 kip and once again, there is a set time limit of ten days.
Vientiane Capital Tax Office Director-General Mr. Sililaththongsin Thongpheng explains “In 2018, the Vientiane Capital Tax Office was assigned a tax collection plan from the MoF of 1,146.613 million kip, an increase of 8.86% from 2017, of which 806.58 billion kip was collected at Vientiane Capital level and 340.03 billion at district level. Up until 29 June 2018, we have been able to collect a total of 576.19 billion kip, equal to 50.25% of the figure in the annual plan, exceeding the biannual plan for the first half of 2017 by 104.69%, during which 182.38 billion kip or 146.31% of the figure in the biannual plan was collected.
The most recent revenue figures for up until 31 August show that 725.45 million has been collected, equal to 64.75% of the annual plan, compared to 2017, during which 138.99% was achieved, equal to 208.26 billion kip, of which 537.87 billion, equal to 66.69% of the annual plan at Vientiane Capital level, compared to last year, over the same period, it is equal to 144.95% or 166.79 billion kip while at district level, 204.75 billion was collected, equal to 60.16% of the figure stated in the plan and equal to 125.43% on the previous year”.
Conditions and factors which helped the figure in the plan to be exceeded
The most important things which enabled the collection of revenues in excess of the figures in the plan have been the fact that there is now clear legislation and instructions which provide close guidance from superior levels, especially from the Deputy Prime Minister, the Minister of Finance, the Director-General, and especially the guidelines of the Vientiane Capital Mayor.
We have also have an improved organizational structure, specialist-level employee rotation, district units, and responsible committees operating in conjunction with the Vientiane Capital Tax Office, use modern tools in specialized work (POS), the Easy TAX system and payment via a streamlined, transparent, and convenient service, we have specified work plans for the sake of clarity, and everything is more concise and transparent, which makes it convenient for those using the service.
Modernization
We have two options available for tax declarations – online using the Easy app, where people use their own tools directly by linking them up to banks or people can use our service directly instead but the latter takes longer, incurs travel costs and stamp duties and form printing costs of 17,000 kip.
The Vientiane Capital Tax Office Director-General also calls on businesses to modernize their payment systems so that they can declare their taxes by themselves, which involves modern payment systems which save time, spare people from having to waste time waiting in line, reduce the various processing fees, and so forth while also making tax collection transparent so as to ensure that no income is lost when being handed over to the National Budget.
Difficulties and challenges in organizing tax collection
Our country mostly has small and medium enterprises (SMEs) while large businesses have accounting systems and accounting consultants but it is difficult to get SMEs to understand and create incentives for them to use such systems. Vientiane Capital has a total of 42,487 basic businesses, of which 12,047 are managed at Vientiane Capital level, 17,373 at district level, and 13,067 at village level but only 19,657 businesses earn a sufficiently reliable income to pay their taxes regularly while the remaining 22,830 businesses are businesses which cannot be registered and are fragile so their tax payments are low.
Progress with the installation of POS and CRS systems and the plans for expansion
“The MoF recently gave 900 tools for us to install and so far, we have completed the installation of over 600 in the four central districts and Xaythany is the fifth and is in the process of undergoing these installations. These systems do not only facilitate matters for the State but also facilitate matters and ensure fairness for businesses,” explains Mr. Sililaththongsin Thongpheng.
It can therefore be said that it is not only Vientiane Capital which is accelerating such development and modernizing their service systems; the MoF and TD are planning to design a project to build a modern State financial management system and then go on to improve global financial information systems (GFISs) during the stage of transition in order to ensure the specialized techniques succeed in transferring the information via a GFIS and then eventually move towards Financial Management Information Systems according to the planning laid out in the National Financial Systems Reform Plan (NFSRP) from now to 2020, which is associated with the National Budget and Treasury Working Reform (NBTWR).
Based on the information, we can say that after the FMIS system has commenced implementation, it shall enable the MoF to ensure better financial management and effective supervision of capital sources by providing the latest information concerning outstanding payments and information concerning the financial status of the budgetm the approved budget and budget reform, which shall ensure that all payments are consistent with the specific budget targets. By comparing approved budget information and budget utilization in practice, budgetary contractual obligations, and the allocation of budget capital shall enable close-up monitoring and inspection on outstanding cash payments in the deposit accounts of the government. Outstanding budget debts and budget imbalances can be improved upon through the use of this fundamental information and allow for the creation of an accurate budget and it is hoped that this system shall be usable in 2020.
Overall, the government and Vientiane Capital are in the process of accelerating the reform of the management of revenue collection to move towards comprehensive modernity by creating a structural basis and comprehensive modern management systems in order to ensure clear full revenue collection in the mid- to long-term.
This shall enable complete implementation according to the set targets. We call upon all members of the public, especially entrepreneurs, to understand that they must cooperate proactively and work together to wipe out all forms of wrongdoings until our country is rid of them.