ຍຸດທະສາດ 5 A ທີ່ຈະມັດໃຈລູກຄ້າໃນຍຸກ Marketing 4.0

ໃນບົດຄວາມຄັ້ງກ່ອນ ແມ່ນເຮົາໄດ້ສະເໜີ ໄປແລ້ວວ່າ Marketing 4.0 ຄື: “ການຕະຫຼາດທີ່ເອົາເຕັກໂນໂລຊີຕ່າງໆເຂົ້າມາຊ່ວຍ ເພື່ອໃຫ້ເຂົ້າເຖິງຜູ້ບໍລິໂພກ ຫຼື ລູກຄ້າ ໄດ້ຫຼາຍຂຶ້ນ” ການຂາຍສິນຄ້າ ຫຼື ການເຮັດການຕະຫຼາດຈະບໍ່ແມ່ນມີແຕ່ຢູ່ໜ້າຮ້ານອີກຕໍ່ໄປ ແຕ່ມັນຈະກ້າວມາສູ່ໂລກອອນໄລ໌ພ້ອມ.

ຫຼັງຈາກທີ່ເຮົາຮູ້ວ່າ Marketing 4.0 ແມ່ນຫຍັງແລ້ວ ຕໍ່ມາເຮົາຈະມາໃຫ້ຮູ້ຈັກ ຍຸດທະສາດໃໝ່ທີ່ມາກັບ Marketing 4.0 ໃນເມື່ອກ່ອນຖ້າເວົ້າເຖິງເລື່ອງຍຸດທະສາດທາງການຕະຫຼາດ ທີ່ເຄີຍໄດ້ຍິນຕະຫຼອດກໍອາດແມ່ນຄຳວ່າ: “AIDA” ແມ່ນບໍ່ ທີ່ຫຍໍ້ມາຈາກ A: Attention   ການເອີ້ນຄວາມສົນໃຈໃຫ້ລູກຄ້າເຫັນສິນຄ້າຂອງເຮົາ, I: Interest ຄວາມຮູ້ສຶກທີ່ລູກຄ້າເລີ່ມສົນໃຈໃນສິນຄ້າເຮົາ, D: Desire ຄື ຄວາມຕ້ອງການຢາກໄດ້ສິນຄ້າ ແລະ A: Action ການຊື້ສິນຄ້າ.

ແຕ່ປັດຈຸບັນນີ້, ອາດຈະໝົດຍຸກຂອງ AIDA ແລ້ວ  ແລະ ຖ້າຈະກ້າວໄປສູ່ຍຸກ Marketing 4.0 ກໍຕ້ອງໃຊ້ຍຸດທະສາດໃໝ່ ທີ່ຈະສາມາດມັດໃຈລູກຄ້າໄດ້ດີກວ່າເກົ່າ ກໍຄືຍຸດທະສາດ “5 A” ເຊິ່ງເປັນຍຸດທະສາດ ທີ່ ທ່ານ Phillip Kotler ສາດສາດາຈານ ດ້ານ Marketing ທີ່ໄດ້ຂຽນໄວ້ໃນປຶ້ມ Marketing 4.0 ເຫຼັ້ມຫຼ້າສຸດ, ສະນັ້ນ,  ນັກການຕະຫຼາດລາວເຮົາຍຸກໃໝ່ທັງຫຼາຍ ມາຮູ້ຈັກ ຍຸດທະສາດ 5 A ກັນເລີຍ….

  1. ຮູ້ຈັກສິນຄ້າ (Aware):  ໝາຍເຖິງໄລຍະທີ່ລູກຄ້າຈະຮູ້ຈັກສິນຄ້າ ນັ້ນເອງ ປະມານວ່າ ເຮົາຜະລິດສິນຄ້າແບຣນ A ຂຶ້ນມາ ຂັ້ນຕອນນີ້ກໍຄື ຈະເຮັດແບບໃກໃຫ້ລູກຄ້າໄດ້ຮັບຮູ້ວ່າມີສິນຄ້າແບຣນ A ມີຢູ່ໃນໂລກນີ້.
  2. ນິຍົມ ແລະ ມັກຮັກໃນສິນຄ້າ (Appeal): ໝາຍຄວາມວ່າ ເປັນໄລຍະທີ່ນັກການຕະຫຼາດຕ້ອງດຶງດູດໃຫ້ລູກຄ້າສົນໃຈ ມັກຮັກ ແລະ ນິຍົມສິນຄ້າ ໃນທ່າມກາງແບຣນຂອງຄູ່ແຂ່ງຫຼາຍບໍລິສັດ ເຮັດແບບໃດກໍໄດ້ ໃຫ້ປ່ຽນຈາກ ລາຍການທີ່ຍາວໆ ໃຫ້ກາຍເປັນລາຍການທີ່ສັ້ນໆໃຫ້ໄດ້ໃຈສັ້ນຄວາມ.
  3. ໂຍນໃຫ້ຖາມຕໍ່ ຫຼຶ ສົງໃສ ( Ask):  ໝາຍຄວາມວ່າໃຫ້ລູກຄ້າຮຽນຮູ້ທີ່ຈະຖາມກ່ຽວກັບສິນຄ້າຕາມຄວາມສົນໃຈຂອງລູກຄ້າ ທີ່ຕ້ອງການຖາມເຖິງລາຍລະອຽດຂອງສິນຄ້າ ຫຼຶ ຖາມລາຄາ ລວມເຖິງລູກຄ້າເລີ່ມຖາມໝູ່ເພື່ອນ ຫຼຶ ຄົນໃກ້ຕົວທີ່ເຄີຍໃຊ້ສິນຄ້ານັ້ນໆ.
  4. ການຕັດສິນໃຈຊື້  (Act):  ຫຼັງຈາກການຖາມເຖິງສິນຄ້າແລ້ວ ຖ້າລູກຄ້າພໍໃຈ ແລະ ຮູ້ສຶກວ່າ ສິນຄ້ານີ້ແຫຼະທີ່ຊອກຫາມາດົນ ກໍຈະເກີດສິ່ງທີ່ເອີ້ນວ່າ Act ຫຼື ການຕັດສິນໃຈຊື້ສິນຄ້ານັ້ນເອງ ແຕ່ຊື້ແລ້ວ ກໍຍັງບໍ່ຈົບພຽງເທົ່ານີ້ ຍັງຈະເກີດ A ທີ 5 ກໍຄື: Advocate
  5. ເກີດການແນະນຳສິນຄ້າໃຫ້ຜູ້ອື່ນ (Advocate):  ຕົວຢ່າງ: ຄີມທາຜິວນີ້ ໃຊ້ແລ້ວຂາວຂຶ້ນ ໃຊ້ດີຫຼາຍຈົນລູກຄ້ານຳເອົາໄປບອກຕໍ່ ຫຼື ແນະນຳຕໍ່ ກໍກາຍເປັນການລີວິວສິນຄ້າໃຫ້ເຮົາເອງໂດຍອັດຕະໂນມັດ ເຊິ່ງເປັນໄລຍະທີ່ສຳຄັນຫຼາຍ ເພາະການທີ່ລູກຄ້າບອກຕໍ່ສິນຄ້າເຮົາຈະເປັນການປະຊາສຳພັນໄປໃນຕົວຈະເກີດພະລັງຂອງ “ການບອກປາກຕໍ່ປາກ”  ບອກໄວ້ເລີຍວ່າ Marketing 4.0 ນີ້ ມັນກ່ຽວຂ້ອງກັບເຕັກໂນໂລຊີກໍຈິງ ແຕ່ທຸລະກິດຈະສຳເລັດໄດ້ຫຼືບໍ່ນັ້ນ ມັນກໍຍັງຂຶ້ນກັບພະລັງຂອງຄົນປະກອບເຂົ້ານຳ.

 

 

Comments