ຈາກົວ-ແລນໂຣເວີ ນະວັດຕະກໍາ ລົດຫຼູຫຼາ ຄຸນນະພາບສູງ.

ວາລະສານສະບັບເດືອນ ຕຸລາ ພວກເຮົາໄດ້ຮັບກຽດການໃຫ້ສໍາພາດຂອງທ່ານ ALISTAIR SCOTT ຜູ້ອຳນວຍການຝ່າຍຂາຍປະຈຳພາກພຶ້ນ Jaguar Land Rover ເອເຊຍປາຊີຟິກຜູ້ນຳເຂົ້າ ເຊິ່ງທ່ານຈະຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດຈໍາໜ່າຍລົດ JAGUAR LANDROVER ໃນ ສປປ ລາວ ພາຍຫຼັງທີ່ບໍລິສັດແມ່ໃນປະເທດອັງກິດໄດ້ເຂົ້າ
ມາເປີດຕົວຢ່າງເປັນທາງການແຕ່ຊຸມປີ 2011 ເພື່ອນໍາເອົານະວັດຕະກໍາທີ່ມີຄຸນນະພາບສູງມາດຕະຖານເອີຣົບມາໃຫ້ລູກຄ້າຊາວລາວໄດ້ຊົມໃຊ້. ພິເສດລົດແຕ່ລະລຸ້ນທີ່ນໍາເຂົ້າມາໃນ ສປປ ລາວ ແມ່ນຖືກອອກແບບມາໂດຍສະເພາະເພື່ອໃຫ້ແທດເໝາະກັບມາດຕະຖານຂອງນໍ້າມັນເຊື້ອໄຟລາວ.

  • JAGUAR LAND ROVER ເລີ່ມເຂົ້າມາຈໍາໜ່າຍໃນປະເທດລາວຄັ້ງທໍາອິດເມື່ອປີໃດ?

Land Rover ລາວ ດໍາເນີນທຸລະກິດດ້ານການຂາຍລົດ Land Rover ມາຕັ້ງແຕ່ປີ 2011 ແລະ ເລີ່ມຂາຍລົດ Jaguarໃນປີ 2015. ໃນປີ 2016, Land Rover ລາວ ໄດ້ເປີດຫ້ອງ
ວາງສະແດງທີ່ທັນສະໄໝຂຶ້ນໃນນະຄອນຫຼວງວຽງຈັນເພື່ອວາງສະແດງລົດທັງສອງຍີ່ຫໍ້ພາຍໃນສະຖານທີ່ດຽວກັນ.

  • ບັນດາລົດທີ່ທ່ານຂາຍໃນ ລາວ ມີຫຍັງແຕກຕ່າງກັບລົດປະເພດດຽວກັນທີ່ຂາຍໃນຕະຫຼາດອື່ນ ຫຼື ບໍ່?

ແມ່ນແລ້ວ: ເຖິງແມ່ນວ່າພວກເຮົາຈະພະຍາຍາມແບ່ງປັນລັກສະນະ, ຕົວເລືອກ ແລະ ຈຸດພິເສດທັງໝົດໄປທົ່ວທຸກຕະຫຼາດເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກໃນການຜະລິດແລ້ວກໍຕາມ, ແຕ່ພວກເຮົາກໍຍັງຈໍາເປັນຕ້ອງໄດ້ສ້າງຈຸດພິເສດທີ່ແຕກຕ່າງໃຫ້ແກ່ຕະຫຼາດລາວ ໂດຍອີງຕາມສິດ ແລະ ໃບອະນຸຍາດສະເພາະເຂດ(ເຊັ່ນວ່າສັນຍານເຕືອນ, ລະບົບ Bluetooth ແລະ ລະບົບລອກລົດດ້ວຍຄວາມຖີ່). ພວກເຮົາຍັງໄດ້ສ້າງຈຸດພິເສດອັນສະເພາະ ໂດຍອີງຕາມປະເພດຂອງເຊື້ອໄຟ ແລະ ການເຜົາໄໝ້ ລວມທັງຄວາມຕ້ອງການຂອງຕະຫຼາດເພື່ອຍົກສູງໂອກາດໃນການຕອບໜອງຄວາມຄາດຫວັງຂອງລູກຄ້າ ແລະ ໂອກາດໃນການຂາຍໃຫ້ໄດ້ສູງສຸດ. ປະເພດຂອງລົດທີ່ຂາຍໃນ ລາວ
ຖືກອອກແບບມາໂດຍສະເພາະເພື່ອໃຫ້ແທດເໝາະກັບມາດ
ຕະຖານຂອງເຊື້ອໄຟລາວ.

  • ລູກຄ້າຂອງ JLR ໄດ້ຮັບສິດທິພິເສດອັນສະເພາະຄືແນວໃດແດ່?

ພວກເຮົາແມ່ນຜູ້ນໍາເຂົ້າ/ຜູ້ຈໍາໜ່າຍທີ່ໄດ້ຮັບມອບສິດອໍານາດຢ່າງຖືກຕ້ອງ ແລະ ໄດ້ຮັບການເຝິກອົບຮົມມາເປັນຢ່າງດີທາງດ້ານການຂາຍ ແລະ ການບໍລິການ; ລູກຄ້າຈະໄດ້ຮັບປະໂຫຍດຈາກການບໍລິການດ້ານການເງິນ, ສິນຄ້າ ແລະ ອັດຕາລາຄາທີ່ກຸ້ມຄ່າເປັນຢ່າງສູງ; ພວກເຂົາຍັງໄດ້ຮັບຜົນປະໂຫຍດຈາກການໄດ້ຮັບຮູ້ວ່າອາໄຫຼ່ໄວ້ປ່ຽນຕ່າງໆແມ່ນຂອງແທ້ມາຈາກໂຮງງານຜະລິດທີ່ຖືກຕ້ອງ; ພວກເຂົາຈະໄດ້ຮັບຜົນປະໂຫຍດຈາກໜ່ວຍງານຊ່ວຍເຫຼືອດ້ານຍານພາຫະນະ ແລະ ທຸລະກິດ; ສິນຄ້າ ແລະ ລາຄາທີ່ກຸ້ມຄ່າ; ລູກຄ້າຍັງໄດ້ຮັບຜົນປະໂຫຍດໂດຍການໄດ້ຮັບສິນຄ້າທີ່ໄດ້ຮັບການຮັບຮອງຜ່ານໂຄງການກວດສອບມາດຕະຖານ 165 ຈຸດ; ນອກຈາກນັ້ນ, ລູກຄ້າຍັງຈະໄດ້ຮັບສິດເຂົ້າເຖິງການຍົກລະດັບສິນຄ້າດ້ານວິຊາການ ແລະ ໂປຣແກຣມຕ່າງໆພາຍໃຕ້ແຜນບໍລິການ 5 ປີ ແລະ ການຮັບປະກັນລະດັບພາກພື້ນ ພ້ອມທັງຍັງໄດ້ຮັບການສະໜັບສະໜຸນຈາກຜູ້ບໍລິຫານທຸລະກິດລະດັບພາກພື້ນ, ຜູ້ບໍລິຫານການບໍລິການຫຼັງການຂາຍລະດັບພາກພື້ນ ແລະ ຜູ້ບໍລິຫານລະດັບຕົ້ນ. ລົດທີ່ຖືກນໍາເຂົ້າໂດຍບໍ່ຜ່ານຕົວແທນຈໍາໜ່າຍຢ່າງເປັນທາງການຈະບໍ່ໄດ້ຮັບສິດທິພິເສດເຫຼົ່ານີ້. ທີ່ສໍາຄັນໄປກວ່ານັ້ນ, ລົດທີ່ຖືກນໍາເຂົ້າ ແລະຂາຍໂດຍບໍ່ຜ່ານ Land Rover ລາວ, ຕົວແທນຈໍາໜ່າຍຢ່າງເປັນທາງການ, ຈະບໍ່ມີປະກັນຄຸ້ມຄອງແລະ ຖ້າຢາກໄດ້ປະກັນແມ່ນຕ້ອງໄດ້ຊື້ເພີ່ມຈາກ Land Rover ລາວເທົ່ານັ້ນ.

  • ຍຸດທະສາດ ແລະ ວິໄສທັດຂອງ JAGUAR LAND ROVER ວາງແຜນການຕະຫຼາດໃນ ສປປ ລາວ ໄວ້ຄືແນວໃດ? ເພື່ອແຂ່ງຂັນກັບຄູ່ແຂ່ງທີ່ມີຫຼາກຫຼາຍໃນປັດຈຸບັນ?

ພວກເຮົາມີຄວາມພູມໃຈໃນການພັດທະນາ, ສ້າງ ແລະ ສະໜອງຍານພາຫະນະທີ່ເຕັມໄປດ້ວຍຄຸນນະພາບ, ນະວັດຕະກໍາ ແລະ ຄວາມຄິດສ້າງສັນໃນຕະຫຼາດລົດຄຸນນະພາບສູງ. ແນ່ນອນວ່າ, ພວກເຮົາຍັງບໍ່ທັນເພິ່ງພໍໃຈກັບການແຂ່ງຂັນເທື່ອ, ແຕ່ພວກເຮົາກໍພະຍາຍາມກໍານົດລາຄາຢ່າງມີຍຸດທະສາດ (ຄຽງຄູ່ກັບຍຸດທະສາດລະດັບໂລກ) ໃຫ້ແກ່ສິນຄ້າຂອງພວກເຮົາເພື່ອສ້າງໂອກາດທີ່ດີທີ່ສຸດໃຫ້ແກ່ການຂາຍ. ລາຄາບໍ່ແມ່ນທຸກຢ່າງ ເຊິ່ງພວກເຮົາພູມໃຈກັບການບໍລິການທີ່ໂດດເດັ່ນຫຼາຍກວ່າ.

ກ່ຽວກັບເປົ້າໝາຍການຕະຫຼາດຂອງລົດJaguar ແລະ Land Rover ໃນປີ 2018, ພວກເຮົາຕັ້ງເປົ້າໃຫ້ເປັນອັນດັບ 1 ໃນຂະແໜງການລົດປະເພດນີ້. ພວກເຮົາຈະສືບຕໍ່ຮັກສາຄວາມເປັນຜູ້ນໍາໂດຍຜ່ານລົດລຸ້ນໃໝ່ທີ່ຈະເປີດໂຕໃນປີ 2019 ແລະເຊື່ອໝັ້ນວ່າຈະຍັງຄົງຮັກສາມູນເຊື້ອດັ່ງກ່າວໄດ້ໃນປີຕໍ່ໆໄປ.

  • JAGUAR LAND ROVER ມີຈຸດເດັ່ນ,ຈຸດພິເສດ,ຈຸດແຕກຕ່າງແນວໃດເມື່ອທຽບກັບລົດຍີ່ຫໍ້ມີ
    ຊື່ສຽງລະດັບໂລກ?

ກຸ່ມສິນຄ້າຂອງພວກເຮົາໄດ້ຮັບລາງວັນລະດັບສາກົນເກືອບ 1.000 ລາງວັນໃນໄລຍະ 10 ປີທີ່ຜ່ານມາ. ໃນໄລຍະເວລາອັນສັ້ນນັ້ນ, ພວກເຮົາໄດ້ນໍາເອົານະວັດຕະກໍາໃໝ່ມາສູ່ຕະຫຼາດຫຼາຍກວ່າຜູ້ຜະລິດລາຍອື່ນ ແລະ ຍັງໄດ້ຮັບລາງວັນລົດແຫ່ງປີຂອງໂລກ ແລະ ລາງວັນລົດທີ່ອອກແບບດີເດັ່ນທີ່ສຸດໃນໂລກສໍາລັບລົດລຸ້ນ F-Pace ແລະ Velar ອີກດ້ວຍ.

  • ລົດລຸ້ນ F-Pace ແລະ Velar ມີຈຸດເດັ່ນ ແລະ ຈຸດພິເສດຄືແນວໃດ?

ລົດລຸ້ນ F-Pace ແມ່ນລົດປະເພດ SUV ທີ່ມີປະສິດທິພາບດີເລີດທີ່ພັດທະນາບົນພື້ນຖານຂອງຕົ້ນແບບລົດ Jaguar ທີ່ນໍາເອົາປະສິດທິພາບຂອງລົດແຂ່ງມາໄວ້ໃນ SUV ຄັນນີ້. ລົດລຸ້ນ Velar ແມ່ນລົດ SUV ທີ່ຫຼູຫຼາ ເຊິ່ງມີຄວາມແຕກຕ່າງຫຼາຍ ເມື່ອສົມທຽບກັບລົດລຸ້ນ F-Pace ໃນດ້ານຄວາມສະດວກສະບາຍໃນການຄວາມຄຸມເວລາຂັບຂີ່ເທິງຖະໜົນ, ຄວາມຫຼູຫຼາ ແລະ ປະສິດທິພາບໃນການຂັບຂີ່ທາງວິບາກ.

  • ປັດຈຸບັນນີ້ ມີຂາຍໃນ ລາວແລ້ວບໍ?

ແມ່ນແລ້ວ: ລົດທັງສອງລຸ້ນນີ້ແມ່ນມີຂາຍຢູ່ໃນລາວ ແລ້ວ ແລະ ກໍເປັນທີ່ຕ້ອງການຢ່າງສູງນໍາອີກ.
ລົດທັງສອງລຸ້ນດັ່ງກ່າວເປັນທີ່ນິຍົມຕໍ່ລູກຄ້າຄືແນວໃດ? ທ່ານສາມາດຂາຍໄດ້ແລ້ວຈັກຄັນ? ທ່ານ
ຕັ້ງເປົ້າທີ່ຈະຂາຍໄວ້ຈັກຄັນ?

ລົດທັງສອງລຸ້ນເປັນທີ່ນິຍົມຫຼາຍແລະພວກເຮົາກໍຂາຍລົດ Jaguar ລຸ້ນ F-Pace ໄດ້ແລ້ວ 18 ຄັນ ແລະ ລົດ Range Rover Velar 24 ຄັນ.

  • ໃນນາມທ່ານເປັນຜູ້ບໍລິຫານທາງດ້ານການຂາຍຂອງ JAGUAR LAND ROVER ທ່ານເຫັນວ່າບໍລິສັດຍັງມີສິ່ງທ້າທາຍແນວໃດ? ແລະ ຈະແກ້ໄຂແນວໃດ? ເພື່ອໃຫ້ຕະຫຼາດລົດຍົນ JAGUAR LAND ROVER ມີສ່ວນແບ່ງການຈໍາໜ່າຍເພີ່ມຂຶ້ນໃນພາກພື້ນອາຊີ ກໍຄືໃນທົ່ວໂລກ?

ທຸກໆທຸລະກິດຕ້ອງໄດ້ພົບພໍ້ກັບສິ່ງທ້າທາຍ,ເຊິ່ງເປັນວັດທະຈັກ ແລະ ເກີດຂຶ້ນຈາກຜົນກະທົບຂອງເສດຖະກິດມະຫາພາກ. ອັດຕາພາສີນໍາເຂົ້າຂອງອົງການການຄ້າໂລກລວມທັງການອອກຈາກສະຫະພາບເອີຣົບຂອງອັງກິດສົ່ງຜົນເຮັດໃຫ້ເກີດຄວາມບໍ່ແນ່ນອນໃນເສດຖະກິດໂລກເພີ່ມຂຶ້ນ; ໄດ້ມີການກໍານົດລາຄາສິນຄ້າຄືນໃໝ່ຢ່າງໃຫຍ່ຫຼວງໃນໄລຍະ 2 ປີທີ່ຜ່ານມາ. ໃນຂະນະທີ່ລົດຂອງພວກເຮົາໃຊ້ເວລາ 4-5 ປີ ໃນການພັດທະນາຈາກແນວຄິດສ້າງສັນເປັນສິນຄ້າ, ພວກເຮົາຕ້ອງໄດ້ແກ້ໄຂ ແລະ ຮັບມືກັບຄວາມທ້າທາຍດ້ານນິຕິກໍາທີ່ຫຍຸ້ງຍາກທີ່ເກີດຂຶ້ນຢ່າງກະທັນຫັນ/ແບບບໍ່ຄາດຄິດ ແລະ ບໍ່ໄດ້ວາງແຜນຮັບມືມາກ່ອນ.

ຕໍ່ກັບບັນຫາທ້າທາຍດ້ານນິຕິກໍາທີ່ເກີດຂຶ້ນຢ່າງກະທັນຫັນທີ່ກ່ຽວຂ້ອງກັບກົດລະບຽບດ້ານອາກອນ, ການເຜົາໄໝ້ ແລະ ການຂໍອະນຸຍາດຈໍາໜ່າຍລົດ, ພວກເຮົາຕ້ອງໄດ້ອາໄສທີມງານບໍລິຫານທີ່ຫ້າວຫັນ ແລະ ມີຄວາມຄິດສ້າງສັນເພື່ອຊ່ວຍກັນຮັກສາການຂະຫຍາຍຕົວຂອງທຸລະກິດລວມທັງການຈໍາໜ່າຍລົດສູ່ຕະຫຼາດເພື່ອໃຫ້ການຊື້ຂອງລູກຄ້າເກີດຜົນກະທົບໜ້ອຍທີ່ສຸດ.

ໃນຂົງເຂດອາຊີ, ໂອກາດຂອງພວກເຮົາແມ່ນຂຶ້ນກັບຄວາມສາມາດໃນການຜະລິດທັງລົດທີ່ຜະລິດພາຍນອກຂົງເຂດ ແລະ ລົດທີ່ຜະລິດພາຍໃນຂົງເຂດ. ເພື່ອຍົກສູງການຂາຍໃນຂົງເຂດອາຊີ ແລະ ທົ່ວໂລກ, ພວກເຮົາຕ້ອງວາງແຜນທຸລະກິດລ່ວງໜ້າຫຼາຍປີ ລວມທັງຄາດການໂອກາດໃນການຂາຍທີ່ໃຊ້ນະໂຍບາຍສ່ວຍສາອາກອນຂອງທ້ອງຖິ່ນ ແລະ ພາກພື້ນໃຫ້ເກີດປະໂຫຍດ.

Jaguar Land Rover ມີຄວາມໝັ້ນໃຈ ແລະເຊື່ອໝັ້ນໃນຂັ້ນຕອນການວາງແຜນຍຸດທະສາດທຸລະກິດຂອງຕົນ ແລະ ຄາດຄະເນທຸກໆຊ່ອງທາງການຂາຍທີ່ເປັນໄປໄດ້ລວມທັງຕອບສະໜອງຢ່າງໄວວາຕໍ່ການປ່ຽນແປງທາງດ້ານເສດຖະກິດຈຸລະພາກ ແລະ ມະຫາພາກທີ່ຄາດບໍ່ເຖິງ. ທ່ານ ALISTAIR SCOTT ໄດ້ກ່າວມ້ວນທ້າຍຕື່ມວ່າ: ຂ້າພະເຈົ້າມີຄວາມໃກ້ຊິດ ແລະ ຄວາມຫຼົງໄຫຼຕໍ່ກັບຂົງເຂດອາຊີ, ໂດຍສະເພາະພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນຖານະທີ່ມາປະຈໍາການຢູ່ JLR ຢູ່ຕ່າງປະເທດເປັນຄັ້ງທໍາອິດ, ຂ້າພະເຈົ້າມີຄວາມສຸກຫຼາຍທີ່ໄດ້ມາປະຈໍາຢູ່ປະເທດສິງກະໂປ ແລະ ຕິດຕາມຕະຫຼາດໃນ ສປປ ລາວ.

(ວາລະສານທາເກັດ ສະບັບ 147 ເດືອນຕຸາ 2018 ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Jaguar Land Rover

innovation, luxury, and quality

In this October issue of Target magazine, we have the honor of an interview of Mr. Alistair Scott Sales Director, Jaguar Land Rover Asia Pacific Importers Region. Jaguar Land Rover is operating since 20111 delivering the world class product with
superior technology combined with excellent customer in the Lao PDR since its official. Importantly, the design of each model imported into the Lao PDR has been customized especially to work effectively with the standards of Lao fuel.

  • In which year did your distributorship officially commence sales in the Lao PDR ?

Lao Land Rover has been functioning from 2011 distributing Land Rover and in 2015 starting to Distribute Jaguar. In 2016 the Lao Land Rover opened the state of the art facility in Vientiane which houses both brands under one roof.

  • Do the models you sell in Laos have any different specs than those sold in other markets?

Yes, although we try to share packs, options and specs across markets to minimize production complexity, we must create market specific variants for Laos based on specific and unique territorial rights and licenses (such as alarms, Bluetooth and locking frequencies). We also build unique specs based on fuel type and emissions as well as market specific segment requirements to maximize our opportunity to meet custom expectations and retail opportunities. The models sold in Laos are also specially designed to meet the Lao fuel standards.

  • What specific privileges do JLR customers enjoy?

Dedicated authorized appointed importer/retailer who is highly trained from both a Sales and Service perspective; they enjoy extremely competitive Financial Service offers, products and rates; they benefit from knowing that all replacement parts are genuine
factory supplied; they benefit from a dedicated Fleet and Business support; Product and pricing; they benefit from an industry leading 165 Multi Point Inspection Approved Pre Owned programmer; they benefit from routine access to all safely related
technical and software upgrades as well as 5 year service plan, regional warranty and dedicated Regional Business Manager, Regional After Sales Manager and First Line Management support. None of this exists for any car imported as a grey import. It is also very important here to mention that any vehicles imported outside and sold not via our
exclusive distributor Lao Land Rover will not carry warranty coverage and warranty coverage should be obtained additionally from Lao Land Rover.

  • What kinds of strategies and vision does Jaguar Land Rover have laid out in its marketing plans for the Lao PDR in order to defeat the current ferocious competition?

We pride ourselves on developing, building and supplying some of the highest
quality, innovative and dynamic vehicles within the premium automotive segment. We are certainly not complacent about the competition, but we strategically price position
(in line with global strategy) our products to give them the best opportunity to sell. Price is not everything and we pride ourselves on providing outstanding service

As regards market sales for the Jaguar and Land Rover Targets in 2018, we have
set the target our target to be the number 1 its segment. We continue to maintain our leadership and confident with the new models that will be released in 2019 and beyond we will ab able maintain this.

  • What special feature and aspects set itself apart from other world-class brands ?

Our entire product range has won 100s, if not 1000s of genuine recognized awards over the last 10 years. We have brought more new innovative product to market over a shorter period of time than any other premium manufacturer and still managed to win World Car of the Year award and World Car Best Design for F-Pace and Velar.

  • How do the F-Pace and Velar stand out and what makes them special?

The F Pace is a premium performance SUV which is based on the Jaguar performance platforms which offer the race car performance in an SUV. The velar is Luxury SUV which is significantly different to Jaguar F pace in road handling comfort, luxury and its off road performance.

  • There are currently two models available in Laos. Is that correct?

Yeas these models are available in Laos and they are in very high demand.

  • Have they been a hit with customers? How many are you selling? How many units have you set your target at?

They have been a hit and we have sold 18 Jaguar F pace units and 24 Range Rover Velar units.

  • As Sales Director of Jaguar Land Rover, do you see the company facing any challenges? How are these challenges to be overcome in order for the Jaguar Land Rover to seize increased market share both in Asia and in the world?

Every business faces challenges. These are often cyclical and take on a macro
economic impact/presence. World Trade tariffs and Brexit have all contributed to
create greater uncertainly of late; there have been significant commodity price
re-alignments over the last 2 years and whilst our cars can take 4-5 years from their creative concept to build, we must tackle and take on sudden and often unexpected/difficult
local legislative challenges that we cannot plan for. Sudden legislative changes to tax, emission and homologation regulations requires a dynamic and creative management
team to sustain growth and deliver cars to market with the least impact possible on the customer purchase experience. As regards to Asia, the opportunity lies in both Complete
Built Units and Complete Knock Down production capabilities; improving sales
performance in Asia and globally requires us to business plan many years in advance and anticipate sales opportunities that take advantage of local and regional taxation
policies. Jaguar Land Rover has to be proactive and assertive in its strategic
business planning processes and forecast every possible sales channel and react quickly to unanticipated macro and micro economic changes.

Alistair Scott finishes off by saying that “I feel closely attached to and have a great affection for Asia, especially Southeast Asia. Since working with JLR overseas, this is the first time that I feel so comfortable where I am in Singapore and with monitoring the market in the Lao PDR.

 

 

Comments