5 ສະພາບແວດລ້ອມສໍາຄັນໃນການດໍາເນີນທຸລະກິດ

ຫຼາຍຄົນອາດຈະໄດ້ຍິນ ແລະ ໄດ້ອ່ານພົບກ່ຽວກັບຄໍາວ່າ ສະພາບແວດລ້ອມໃນການດໍາເນີນທຸລະກິດ ພໍສົມຄວນ, ໂດຍສະເພາະ ໃນປັດຈຸບັນ ພັກ ແລະ ລັດຖະບານ ໂດຍສະເພາະ ແມ່ນກະຊວງ ອຸດສາຫະກໍາ ແລະ ການຄ້າ ແມ່ນສຸມໃສ່ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ ຊຶ່ງເປັນໜຶ່ງໃນແຜນບູລິມະສິດຂອງກະຊວງ ເພື່ອສ້າງຄວາມໄດ້ປຽບໃນການແຂ່ງຂັນໃຫ້ກັບພາກທຸລະກິດ, ພ້ອມດຽວກັນນັ້ນ,​ ກໍເພື່ອເປັນການຈັດຕັ້ງປະຕິບັດຄໍາສັ່ງຂອງ ນາຍົກລັດຖະມົນຕີເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018, ກ່ຽວກັບການປັບປຸງຂອດຂັ້ນການແຈ້ງບໍລິການຂຶ້ນທະບຽນວິສາຫະກິດ ແລະ ຂັ້ນຕອນການຄ້າຂ້າມແດນ ໂດຍສະເພາະ ແມ່ນລະບຽບການທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ສະດວກ ແລະ ໃຊ້ເວລາໜ້ອຍລົງ.

ວາລະສານທາເກັດ ຈະພາທ່ານຜູ້ອ່່ານເຂົ້າໃຈພາບລວມກ່ຽວກັບອົງປະກອບສໍາຄັນຂອງສະພາບແວດລ້ອມໃນການດໍາເນີນທຸລະກິດ ຊຶ່ງ ໝາຍເຖິງ ທຸກປັດໄຈ, ແຮງກະທົບ ແລະ ສະຖາບັນຕ່າງໆ ທີ່ມີຜົນໂດຍກົງ ຫຼື ທາງອ້ອມຕໍ່ກັບທຸລະກໍາຂອງທຸລະກິດ ໂດຍສະເພາະ ສະພາບແວດລ້ອມທາງເສດຖະກິດ, ສັງຄົມ, ການເມືອງ, ນິຕິກໍາ ແລະ ເຕັກໂນໂລຊີ.  ໂດຍລວມແລ້ວ ບໍລິສັດທີ່ດໍາເນີນທຸລະກິດໃນລະບົບເສດຖະກິດເປີດກວ້າງ ແມ່ນໄດ້ຊັບພະຍາກອນ ຫຼື ວັດຖຸດິບຈາກສະພາບແວດລ້ອມ ແລະ ສະໜອງການຜະລິດສິນຄ້າ ແລະ ການບໍລິການໃຫ້ກັບສະພາບແວດລ້ອມ ໂດຍມີຫຼາຍລະດັບຂອງແຮງກະທົບຈາກສະພາບແວດລ້ອມ ຊຶ່ງບາງດ້ານກໍເປັນປັດໄຈພາຍໃນຂອງທຸລະກິດ ແລະ ບາງດ້ານກໍເປັນປັດໄຈພາຍນອກ ໂດຍສະບັບນີ້ ຈະເນັ້ນໜັກໃສ່ປັດໄຈພາຍນອກກ່ອນ.

ປັດໄຈພາຍນອກ ທີ່ເປັນແຮງກະທົບຕໍ່ທຸລະກິດ ອາດກ່ຽວຂ້ອງກັບລະດັບຊາດ, ລະດັບພາກພື້ນ ຫຼື ລະດັບສາກົນ ໂດຍ ຈະສົ່ງຜົນໃຫ້ເກັບໂອກາດ ຫຼື ບັນຫາທ້າທາຍຕໍ່ກັບທຸລະກິດ. ນັກທຸລະກິດ ບໍ່ສາມາດປ່ຽນແປງສະພາບແວດລ້ອມໃນການດໍາເນີນທຸລະກິດທີ່ເປັນປັດໄຈພາຍນອກໄດ້, ແຕ່ສາມາດປັບປ່ຽນແຜນທຸລະກິດ ແລະ ນະໂຍບາຍຂອງຕົນ ເພື່ອໃຫ້ຢູ່ລອດ ແລະ ປະສົບຜົນສໍາເລັດ ຈາກສະພາບການປ່ຽນແປງນັ້ນ.

  1. ສະພາບແວດລ້ອມທາງດ້ານເສດຖະກິດ: ປະກອບດ້ວຍບັນດາປັດໄຈທີ່ມີຜົນຕໍ່ທຸລະກິດໃນປະເທດ ເຊັ່ນ ລາຍໄດ້ປະຊາຊາດຕໍ່ຫົວຄົນ, ອັດຕາເງິນເຟີ້, ອັດຕາດອກເບ້ຍ, ດຸນການຊໍາລະສະສາງ, ນະໂຍບາຍຂອງລັດຖະບານຕໍ່ກັບຂະແໜງ ອຸດສາຫະກໍາ, ກະສິກໍາ , ອັດຕາການວ່າງງານ, ອັດຕາຜະລິດຕະພາບການຜະລິດ, ລວມເຖິງ ບົດບາດຂອງພາກທຸລະກິດ ແລະ ພາກລັດໃນລະບົບເສດຖະກິດ, ລະບົບການສື່ສານ ແລະ ຂົນສົ່ງ ແລະ ນະໂຍບາຍທີ່ຕິດພັນກັບການຄ້າ ແລະ ການລົງທຶນຂອງລັດຖະບານ ໂດຍສະເພາະ ການເຂົ້າຮ່ວມເຂດເສລີການຄ້າ. ປັດໄຈເຫຼົ່ານີ້ ອາດເບິ່ງແລ້ວເປັນເລື່ອງໄກຕົວ ແຕ່ມີຜົນໂດຍທັນທີ ແລະ ໂດຍກົງຕໍ່ກັບຜູ້ປະກອບກິດຈະການ ໂດຍສະເພາະ ນໍາໃຊ້ເພື່ອການວາງແຜນທຸລະກິດ ໂດຍສະເພາະ ການຕັດສິນໃຈລົງທຶນເພີ່ມຂອງທຸລະກິດ ເພາະວ່າ ອາດເຮັດໃຫ້ເກີດຂໍ້ຈໍາກັດ ແລະ ອາດກໍເປັນໂອກາດໃນການເຮັດທຸລະກິດກໍເປັນໄດ້.
  2. ສະພາບແວດລ້ອມທາງດ້ານສັງຄົມ: ແມ່ນຄຸນລັກສະນະທາງສັງຄົມທີ່ ຫົວໜ່ວຍທຸລະກິດດໍາເນີນງານຢູ່ ຊຶ່ງຕ້ອງໄດ້ພິຈາລະນາບັນຫາ ອັດຕາຄວາມຮູ້ໜັງສື, ປະເພນີປະຕິບັດ, ຄຸນຄ່າ, ສິ່ງທີ່ຄົນເຊື່ອຖື, ວິຖີຊີວິດ, ຄຸນລັກສະນະທາງດ້ານປະຊາກອນ ແລະ ການເຄື່ອນຍ້າຍຂອງປະຊາກອນ, ຄວາມຮຽກຮ້ອງຕ້ອງການຂອງສັງຄົມ. ຜູ້ປະກອບການຈໍາເປັນຕ້ອງໄດ້ສັງເກດເບິ່ງທິດທາງຂອງການປ່ຽນແປງ ແລະ ສ້າງນະໂຍບາຍທຸລະກິດເພື່ອຕອບໂຈດເຫຼົ່ານີ້ ແລະ ສະໜອງຜະລິດຕະພັນ ຫຼື ການບໍລິການໃຫ້ສອດຄ່ອງຕາມການປ່ຽນແປງນັ້ນ ຊຶ່ງອາດຈະບໍ່ສົ່ງຜົນກະທົບໄລຍະສັ້ນ, ໄລຍະຍາວ.
  3. ສະພາບແວດລ້ອມທາງດ້ານການເມືອງ: ແມ່ນຄວາມມີສະຖຽນລະພາບທາງດ້ານການເມືອງ ແລະ ນະໂຍບາຍຂອງລັດຖະບານ ໂດຍສະເພາະ ການສະໜັບສະໜູນທາງດ້ານການເມືອງ ເຊັ່ນ: ການສ້າງເສດຖະກິດ “ດີຈີຕອນ” ຫຼື ເມືອງທັນສະໄໝ ຊຶ່ງສະທ້ອນໃຫ້ເຫັນເຖິງ ນະໂຍບານການສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ອຸດສາຫະກໍາໄອທີ ຂອງລັດຖະບານ. ໃນນີ້, ນະໂຍບາຍການເປີດກວ້າງທາງດ້ານການຄ້າ ແລະ ການລົງທຶນໃນຂະແໜງການໃດໜຶ່ງ ກໍສາມາດເປັນສັນຍານບອກໃຫ້ກັບພາກທຸລະກິດ ເພື່ອໃຫ້ສາມາດພັດທະນາສິນຄ້າ ແລະ ການບໍລິການສະໜອງປິ່ນອ້ອມອຸດສາຫະກໍານັ້ນໄດ້.
  4. ສະພາບແວດລ້ອມທາງດ້ານນິຕິກໍາ: ໂດຍລວມ ກໍແມ່ນ ກົດໝາຍ ແລະ ລະບຽບການທີ່ຕິດພັນ ແລະ ສົ່ງຜົນກະທົບຕໍ່ທຸລະກິດ ເຊັ່ນ ກົດໝາຍວ່າດ້ວຍວິສາຫະກິດ. ໃນນີ້, ຍັງລວມເຖິງ ຄວາມໂປ່ງໃສ ເຊັ່ນ: ການເປີດກວ້າງໃຫ້ຜູ້ທີ່ມີສ່ວນກ່ຽວຂ້ອງໂດຍສະເພາະແມ່ນພາກທຸລະກິດ ໄດ້ປະກອບຄໍາເຫັນໃສ່ຮ່າງນິຕິກໍາ ແລະ ການເຜີຍແຜ່ເພື່ອໃຫ້ສາທາລະນະຊົນໄດ້ຮັບຊາບ. ສິ່ງສໍາຄັນ ແມ່ນ ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ.
  5. ສະພາບແວດລ້ອມທາງດ້ານເຕັກໂນໂລຊີ: ການໃຫ້ຄວາມສໍາຄັນກັບ ການຄົ້ນຄວ້າວິໄຈ ແລະ ການພັດທະນາ, ການນໍາໃຊ້ເຕັກໂນໂລຊີໃໝ່ໆເຂົ້າເພື່ອປັບປຸງຄຸນະພາບໃນການຜະລິດ ແລະ ການສະໜອງບໍລິການ. ນັກທຸລະກິດ ຈໍາເປັນຕ້ອງໄດ້ຕິດຕາມຢ່າງໃກ້ຊິດກັບການປ່ຽນແປງທາງດ້ານເຕັກໂນໂລຊີ ເພາະຈະຕ້ອງໄດ້ປັບຕົວເອງ ເພື່ອຮັກສາຄວາມໄດ້ປຽບໃນການແຂ່ງຂັນໃນຕະຫຼາດ.

ສະນັ້ນ, 5 ປັດໄຈພາຍນອກທີ່ກ່າວມາຂ້າງເທິງ, ນັກທຸລະກິດ ແລະ ຜູ້ຈັດການ ຕ້ອງໄດ້ໃຫ້ຄວາມສໍາຄັນ ແລະ ສະດຸ້ງໄວຕໍ່ກັບການປ່ຽນແປງ ເພື່ອປັບກົນລະຍຸດຂອງທຸລະກິດຕົນໃຫ້ສອດຄ່ອງກັບການປ່ຽນ ແລະ ຮັກສາສະຖານະພາບຄວາມໄດ້ປຽບໃນຕະຫຼາດ. ສະບັບໜ້າ, ເຮົາຈະມາສ້າງຄວາມເຂົ້າໃຈຕື່ມກ່ຽວກັບປັດໄຈພາຍໃນຂອງສະພາບແວດລ້ອມໃນການດໍາເນີນທຸລະກິດ.​

(ວາລະສານທາເກັດ ສະບັບ 147 ເດືອນຕຸລາ 2018 ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Five important environments for businesses

Many of you may have heard of or read a fair amount about business environments, especially as the Party and government, in particular, the Ministry of Industry and Commerce (MoIC) is focusing on building an environment which is conducive to business operations, something which is one of the prioritized plans of the Ministry in order to compete in business and implement Order 02/PM, dated 1 February 2018, of the Prime Minister concerning improving the procedures for enterprise registration and cross-border trade services, especially regulations associated with the import and export of goods, to make them faster and more convenient.

Target magazine is going to provide you with a general understanding of the important components of a business environment, such as all the factors, impacts, and institutions which yield direct and/or indirect results on business transactions, especially the economic, social, political, legislative, and technological climates. Overall, companies operating businesses in an open economy will have access to resources and raw materials from the business environment and produce goods and provide services while navigating various levels of impact from this environment, which can sometimes be factors within the business and in some ways external. This article shall look into the external factors first.

External factors which have a heavy impact on business, might be something at national, regional, and/or global level, providing opportunities or challenges to business. Businesspeople can adapt their business plan and policies to the external business environmental factors so as to survive and succeed amidst a dynamic environment:

  1. The economic environment is composed of the factors which affect businesses in a given country, such as the national income per capita, inflation, interest rates, the balance of payments, ministerial policies for the industry and/or agriculture sectors, the unemployment rate, and productivity right through to the roles of the business sector and State sector in economic systems, communications and logistics systems, and government policies associated with trade and investment, especially joining free-trade areas. These factors may appear distant yet have immediate and direct results on entrepreneurs, especially if they are used to lay out a business plan or decide to invest more into a business because they may lead to both limitations and business opportunities.
  2. The social environment is of a social nature. Businesses must consider the problem of illiteracy, traditions being practiced, values, what people believe, lifestyles, and the characteristics of the public and their relocation, and the desires and needs of society. Entrepreneurs must observe the directions to which changes are leading, create business policies to match, and provide products and/or services which are consistent with these changes and which may not have an impact in the short-term but may do in the long-term.
  3. The political environment encompasses political stability and government policy, especially those which are politically supportive, such as the building of a “digital economy” or “modern country”, which reflects the government’s policy to promote technology and the IT industry. Such policies include the opening up of trade and investment in a given sector, which can sometimes be agreements with the business sector to develop goods and services associated with industry.
  4. The legislative environment generally refers to laws and regulations which relate to or affect business, such as the Law on Enterprises. Transparency is included here, such as openness towards those concerned, especially the business sector, which offers opinions to be included in draft legislation and to enhance openness in the public domain. The important thing is strict law enforcement.
  5. The technological environment attaches importance to research and development (R&D) and the application of cutting-edge technology to improve the quality of products and services. Businesspeople must closely monitor technological developments as they will have to adapt in order to gain the upper hand in market competition.

Businesses and managers must therefore attach importance to the five abovementioned external factors and stay constantly alert to their dynamics in order to adapt their business strategies to keep them in line thereof to achieve steadfast market advantage. In our next issue, we shall be building further understanding into internal factors pertaining to the business environment.

Comments