5 ອາຊີບທີ່ AI ບໍ່ມີທາງຍາດໄປຈາກຄົນໄດ້ເດັດຂາດ…

ນີ້ຄືອາຊີບຂອງຄົນເທົ່ານັ້ນ!!!

ຫຼາຍໆຄົນຄົງໄດ້ອ່ານມາຫຼາຍກ່ຽວກັບ ອາຊີບທີ່ຈະຖືກຫຸ່ນຍົນ AI ຍາດໄປ! ຈົນເຮັດໃຫ້ຫຼາຍຄົນຄິດໄປໄກວ່າ ອະນາຄົດຈະມີອາຊີບເຫຼືອໃຫ້ຄົນໄດ້ເຮັດບໍ່? ແຕ່ສໍາລັບບ້ານເຮົາແລ້ວກໍບໍ່ມີຫຍັງຕ້ອງຢ້ານຂະໜາດນັ້ນຢູ່ແລ້ວ… ແຕ່ແນວໃດກໍຕາມກໍຍັງມີອີກຫຼາຍອາຊີບທີ່ເຊື່ອວ່າ ຫຸ່ນຍົນ AI ບໍ່ສາມາດຍາດໄປຈາກຄົນໄດ້ ເພາະອາຊີບເຫຼົ່ານີ້ຕ້ອງແມ່ນຄົນເທົ່ານັ້ນຈຶ່ງສາມາດເຮັດໄດ້ ແລະ ອາຊີບເຫຼົ່ານັ້ນກໍໄດ້ແກ່:

  1. ແພດ, ໝໍ

ສໍາພັດຂອງຄົນຕໍ່ຄົນໃນວົງການແພດນັ້ນ ເປັນເລື່ອງຍາກທີ່ເຄື່ອງຈັກຈະມາເຮັດວຽກແທນຄົນໃນສ່ວນນີ້ໄດ້… ໃນການຈັດອັນດັບທີ່ເຄື່ອງຈັກຈະມາເຮັດວຽກແທນຄົນດ້ວຍລະບົບອັດຕະໂນມັກນັ້ນພົບວ່າ ອາຊີບແພດ, ໝໍ ຍັງຫ່າງໄກຈາກການຖືກແທນທີ່ ແມ່ນຢູ່ວ່າຄວາມສາມາດຂອງເຄື່ອງຄອມພິວເຕີໃນການວິເຄາະຂໍ້ມູນ ເພື່ອການຈ່າຍຢາ, ຄ່າຮັກສາຈະແມ່ນຍໍາ ແລະ ດີຂຶ້ນເລື້ອຍໆ ແຕ່ຄົນປ່ວຍກໍຍັງບໍ່ເຊື່ອໝັ້ນທີ່ຈະຮັບການວິເຄາະ ແລະ ຮັກສາຈາກສິ່ງທີ່ບໍ່ແມ່ນຄົນແນ່ນອນ… ເພາະຄົນຍັງຕ້ອງການຄວາມເຂົ້າໃຈ ແລະ ໃສ່ໃຈ ໂດຍສະເພາະການເຮັດໃຫ້ຜູ້ປ່ວຍຍອມຮັບຊ່ວງເວລາທີ່ໂຫດຮ້າຍບາງເລື່ອງໄດ້ ເຊິ່ງລະບົບອັດຕະໂນມັດບໍ່ສາມາດເຮັດເລື່ອງທີ່ອ່ອນໂຍນແບບນີ້ໄດ້.

  1. ຄູເຝິກກິລາລະດັບເຍົາວະຊົນ

ການສ້າງນັກກິລາລະດັບເຍົາວະຊົນເປັນເລື່ອງທີ່ລະອຽດອ່ອນ ເພາະການຈັດການກັບເດັກນ້ອຍໄວລຸ້ນ ບໍ່ວ່າຈະເປັນຜູ້ຊາຍ ຫຼືຍິງ ລ້ວນແລ້ວແຕ່ຕ້ອງມີວິທີໃນການຈັດການແຕກຕ່າງກັນອອກໄປ ການທີ່ຈະເຝິກນັກກິລາເຫຼົ່ານີ້ໃຫ້ຢູ່ໃນລະບຽບວິໄນໄດ້ນັ້ນ ຕ້ອງໃຊ້ຫຼັກຈິດຕະວິທະຍາຂັ້ນສູງຈຶ່ງສາມາດຈັດການໄດ້; ເລື່ອງແບບນີ້ຕ້ອງໃຊ້ປະສົບການຂອງຄູເຝິກ ໃນການເຮັດກິດຈະກໍາຮ່ວມກັບເດັກນ້ອຍ. ເຊິ່ງເປັນເລື່ອງທີ່ຫຸ່ນຍົນບໍ່ສາມາດເຮັດໄດ້ ເພາະການປ່ອຍໃຫ້ເດັກນ້ອຍເຫຼົ່ານີ້ໄດ້ຮັບຄໍາແນະນໍາຈາກ ລະບົບອັດຕະໂນມັດຍິ່ງຈະເຮັດໃຫ້ທຸກຢ່າງຍາກຂຶ້ນ. ສະນັ້ນ ວຽກແບບນີ້ຈຶ່ງຕ້ອງເປັນຄົນເທົ່ານັ້ນ.

  1. ຊ່າງເສີມສວຍ

ວຽກດ້ານນີ້ມີຄວາມພະຍາຍາມມາໄລຍະໜຶ່ງແລ້ວ ທີ່ຢາກໃຫ້ຫຸ່ນຍົນມາຕັດຜົມ, ແຕ່ງໜ້າໃຫ້ຄົນ ແຕ່ເລື່ອງນີ້ກໍເປັນວຽກສິນລະປະອີກວຽກໜຶ່ງເຊັ່ນກັນ ຫຸ່ນຍົນອາດຈະເຮັດໄດ້ໃນຮູບແບບທີ່ກໍານົດໄວ້ເທົ່ານັ້ນ, ແຕ່ບໍ່ສາມາດອອກແບບໃຫ້ເຂົ້າກັບແຕ່ລະຄົນໄດ້; ການຕັດຜົມທີ່ມີຫຼາຍກວ່າ 150.000 ເສັ້ນເທິງຫົວ ບໍ່ແມ່ນການຕັດໃຫ້ທຸກເສັ້ນເທົ່າກັນ, ກົງກັນຂ້າມຊ່າງຕັດຜົມຈະຕ້ອງຕັດໃຫ້ທຸກເສັ້ນບໍ່ເທົ່າກັນເລີຍກໍໄດ້. ເຊັ່ນດຽວກັບການແຕ່ງໜ້າ ທີ່ບໍ່ມີຫຸ່ນຍົນຕົວໃດຈະສາມາດເລືອກເສດສີໃຫ້ເຂົ້າກັບຜິວໜ້າຂອງແຕ່ລະຄົນໄດ້ ເລື່ອງແບບເຊື່ອວ່າຍັງອີກດົນທີ່ຈະເຊົາໃຊ້ຄົນ.

  1. ນັກແຕ່ງເພງ

ແນ່ນອນວ່າເຄີຍມີຄົນພິສູດມາແລ້ວວ່າ AI ສາມາດແຕ່ງທໍານອງເພງໄດ້ ແຕ່ AI ບໍ່ສາມາດແຕ່ງເນື້ອເພງໄດ້ແນ່ນອນ, ເພາະເນື້ອຮ້ອງແຕ່ລະເພງນັ້ນເຕັມໄປດ້ວຍເງື່ອນໄຂທາງອາລົມຫຼາກຫຼາຍ AI ບໍ່ມີທາງເຂົ້າໃຈ ການເລືອກຄໍາ ຫຼືພາສາ ໃຫ້ເຂົ້າກັບອາລົມເພງນັ້ນຈະເປັນເລື່ອງຂອງຄົນເທົ່ານັ້ນໃນຕອນນີ້… ແຕ່ຖ້າເປັນເລື່ອງຂອງການຂຽນຂໍ້ມູນເຊັ່ນ: ຜົນການແຂ່ງຂັນກິລາຊະນິດຕ່າງໆ ທີ່ບໍ່ຕ້ອງການສໍານວນຫຼາກຫຼາຍປານໃດ AI ກໍສາມາດເຮັດໄດ້.

  1. ນັກສັງຄົມສົງເຄາະ

ວຽກທີ່ຕ້ອງໃຊ້ເລື່ອງຂອງອາລົມ ແລະ ຄວາມຮູ້ສຶກນັ້ນ AI ບໍ່ສາມາດເຮັດດີໄປໄດ້ກວ່າຄົນແນ່ນອນ ເພາະຂຶ້ນຊື່ວ່າປັນຍາປະດິດ ຍ່ອມຕ້ອງເປັນການຕັດສິນໃຈຈາກຂໍ້ມູນທີ່ມີຢູ່ ແລະ ຕັດສິນໃຈແບບມີເຫດຜົນ; ຕ່າງຈາກວຽກທີ່ຕ້ອງໃຊ້ຄວາມເຫັນອົກເຫັນໃຈ ແລະ ໃຊ້ອາລົມຫຼາຍກວ່າເຫດຜົນຂອງນັກສັງຄົມສົງເຄາະ… AI ບໍ່ມີທາງຈະຟັງຄວາມຮູ້ສຶກຂອງຜູ້ບໍາບັດ ທີ່ກໍາລັງສ້າງກຸ່ມກິດຈະກໍາຮ່ວມກັນ, ລະບົບຈະບໍ່ສາມາດຮັບຟັງເລື່ອງລາວຂອງແຕ່ລະຄົນທີ່ເຂົ້າຮ່ວມ ແລ້ວມາສະຫຼຸບ ແລະ ໃຫ້ກໍາລັງໃຈ ເຊິ່ງເປັນປະໂຫຍກໃນຮູບແບບທີ່ອາລົມພາໄປ ຈຶ່ງຈະເຮັດໃຫ້ກິດຈະກໍາປະສົບຄວາມສໍາເລັດ. ສະຫຼຸບແລ້ວວຽກນີ້ກໍຍັງເປັນຄົນທີ່ຕ້ອງປະຕິບັດໜ້າທີ່ຕໍ່ໄປ ສະບາຍໃຈໄດ້.

     ນີ້ກໍເປັນຕົວຢ່າງຂອງອາຊີບທີ່ ລະບົບອັດຕະໂນມັດຍັງບໍ່ສາມາດເຂົ້າມາເຮັດວຽກແທນໄດ້… (ເຖິງຈະໄດ້ກໍດົນ) ເຊິ່ງແຕ່ລະວຽກນັ້ນລ້ວນແຕ່ຕ້ອງອາໄສປະສົບການ ແລະ ອາລົມຄວາມຮູ້ສຶກ ແນ່ນອນວ່າເປັນສິ່ງທີ່ຄົນເຮົາມີຢູ່ໃນຕົວຕົນ ແລະ ສາມາດພັດທະນາໄດ້; ສ່ວນ AI ກໍຈະເຮັດວຽກທີ່ໄຮ້ຄວາມຮູ້ສຶກ ໂດຍອີງຕາມຂໍ້ມູນໃນລະບົບເທົ່ານັ້ນ; ສະນັ້ນ ຄົນເຮົາຄວນຈະພັດທະນາຕົວເອງໄປເຮັດວຽກທີ່ຊັບຊ້ອນກວ່າເທົ່ານັ້ນຈຶ່ງຢູ່ລອດ…

ທີ່ມາ: Smart SMEs

Comments