ຕົວຊ່ວຍ SME ຊອກພະນັກງານທີ່ແມ່ນ! ໄດ້ງ່າຍໆພຽງກົດ LINE JOBS…

ຕົວຊ່ວຍ SME ຊອກພະນັກງານທີ່ແມ່ນ! ໄດ້ງ່າຍໆພຽງກົດ LINE JOBS

ປັດຈຸບັນ ແນວໂນ້ມການປ່ຽນວຽກຂອງຄົນລຸ້ນໃໝ່ຄ້ອນຂ້າງສູງ ກາຍເປັນປະເດັນສໍາຄັນທີ່ທຸລະກິດຕ້ອງຫາທາງຮັບມື! ເພາະປັດຈຸບັນເປັນຍຸກທີ່ເອີ້ນວ່າ ເປັນຍຸກຂອງ Millennials ເປັນພວກ The Job-Hopping Generation ຫຼືຄົນທີ່ມັກປ່ຽນວຽກເປັນປະຈໍາ. ແນວໂນ້ມດັ່ງກ່າວຈຶ່ງສົ່ງຜົນກະທົບແກ່ທຸລະກິດໂດຍກົງ; ໃນບັນດາປະເທດທີ່ພັດທະນາແລ້ວ (ໃນອານາຄົດອາດຈະສົ່ງຜົນມາເຖິງທຸລະກິດໃນບ້ານເຮົາ) ເຮັດໃຫ້ຕ້ອງຊອກພະນັກງານໃໝ່ຢູ່ເປັນປະຈໍາ ເຮັດໃຫ້ເຈົ້າຂອງທຸລະກິດ, ຜູ້ປະກອບການ ໂດຍສະເພາະ SME ຈໍາເປັນຕ້ອງມີຊ່ອງທາງເພີ່ມປະສິດທິພາບໃນການຊອກຄົນເຮັດວຽກ ເພື່ອຮັບພະນັກງານໃໝ່ເຂົ້າມາເສີມຕຶ່ມທີມ… ແຕ່ມັນກໍມີບັນຫາຫຼາຍຢ່າງເຊັ່ນ ຄວາມຊັກຊ້າ, ລາຄາຄ້ອນຂ້າງແພງ, ຊ່ອງທາງການສະໝັກວຽກບໍ່ມີປະສິດທິພາບ; ດ້ວຍເຫດນີ້ Application LINE ຈຶ່ງເບິ່ງເຫັນໂອກາດ ແລະ ຊ່ອງທາງທີ່ຈະເກີດຂຶ້ນ ຈຶ່ງໄດ້ເປີດຕົວ “LINE JOBS” Platform ໃໝ່ ທີ່ຈະເຊື່ອມຕໍ່ຜູ້ຊອກວຽກ ແລະ ຜູ້ຈ້າງສໍາລັບວຽກບໍລິການດ້ວຍຄວາມງ່າຍ, ໄວ ແລະ ມີປະສິດທິພາບ…

“LINE JOBS” ເປັນບໍລິການຊອກວຽກຜ່ານ Application LINE ທີ່ໃຊ້ເທັກໂນໂລຊີທີ່ເອີ້ນວ່າ “Machine Leaning” ຜູ້ສະໝັກວຽກທົ່ວປະເທດສາມາດຊອກວຽກທີ່ຕ້ອງການໄດ້ໃນ LINE JOBS ຜ່ານ 3 ເງື່ອນໄຂຄື: ຕໍາແໜ່ງທີ່ຕັ້ງ, ທັກສະ ຫຼືປະສົບການ ແລະ ວຽກດ້ານທີ່ໜ້າສົນໃຈ; ໂດຍລະບົບຂອງ LINE JOBS ຈະແນະນໍາວຽກທີ່ເໝາະສົມແກ່ຜູ້ຊອກວຽກ ແລະ ຈັດລໍາດັບຜູ້ສະໝັກວຽກໃຫ້ຜູ້ຈ້າງຕາມຄຸນສົມບັດທີ່ທາງບໍລິສັດກໍານົດໄວ້ ຫຼື ຜູ້ຊອກວຽກສາມາດເຂົ້າເບິ່ງລາຍຊື່ຕໍາແໜ່ງທີ່ສົນໃຈໄດ້ຕາມຕ້ອງການໃນ LINE JOBS ແລະ ສາມາດກົດສະໝັກໄດ້ທັນທີ ຫຼືສາມາດໂທ, ແຊດໄປສອບຖາມເພີ່ມຕຶ່ມໄດ້ອີກດ້ວຍ.

ປັດຈຸບັນ (ໃນຕ່າງປະເທດ) ມີອົງກອນຊື່ດັງຕ່າງໆເລີ່ມເຂົ້າມາໃຊ້ LINE JOBS ແລ້ວຫຼາຍກວ່າ 2.200 ອົງກອນ. ແຕ່ສໍາລັບໃນບ້ານເຮົາກໍຍັງມີເພຈຫຼາຍເພຈເກີດທີ່ແນະນໍາວຽກໃຫ້ກັບຜູ້ຊອກວຽກ ແລະ ແນະນໍາພະນັກງານໃຫ້ກັບອົງກອນທີ່ຕ້ອງການພະນັກງານ ແຕ່ກໍຍັງເຫັນວ່າຍັງບໍ່ມີປະສິດທິພາບເທົ່າທີ່ຄວນ; ມັນຈະມີປະສິດທິພາບທີ່ດີຂຶ້ນໄປອີກຂັ້ນບໍ່ ຖ້າເຮົາມີ Application ຕົວນີ້ມາເປັນຕົວຊ່ວຍ ທັງຜູ້ຊອກວຽກເອງ ແລະ ຜູ້ຕ້ອງການຄົນເຮັດວຽກ.

ຂອບໃຈທີ່ມາ: SME THAILAND CLUP

Comments