ມາຮຽນຮູ້!!! 3 ແນວຄິດປ່ຽນແປງທຸລະກິດ ໃຫ້ຢູ່ລອດໃນຍຸກນີ້

ສະບາຍດີທ່ານຜູ້ອ່ານ!!! ທີ່ຢາກເປັນເຈົ້າຂອງທຸລະກິດ ຫຼື ກຳລັງເປັນເຈົ້າຂອງທຸລະກິດ ຫຼື ຜູ້ທີ່ເຮັດວຽກໃຫ້ກັບອົງກອນໃດໜຶ່ງ ທີ່ຕິດຕາມອ່ານເປັນປະຈຳ ຂໍບອກເລີຍວ່າ: ຍຸກນີ້ເປັນຍຸກທີ່ເຕັກໂນໂລຊີເຂົ້າມາມີບົດບາດທີ່ສຸດໃນທຸກໆທຸລະກິດ ສົ່ງຜົນໃຫ້ເກີດປາກົດການປ່ຽນແປງ ຫຼື ຕ້ອງປະຕິຮູບ (Transformation) ຂອງອົງກອນຕ່າງໆ ເປັນການປັບຕົວເພື່ອໃຫ້ຢູ່ລອດໃນທຸລະກິດ ສະນັ້ນ, ຈະຕ້ອງຮຽນຮູ້ການປ່ຽນແປງ (Transform )  ດ້ວຍຄວາມຄິດສັງສັນ.  ປັດຈຸບັນ,​ຈຶ່ງເປັນວຽກໜັກທີ່ເຮັດໃຫ້ນັການຕະຫຼາດຕ້ອງຮັບມືກັບຄວາມປ່ຽນແປງທີ່ເກີດຂຶ້ນແບບມືອາຊີບ ຕ້ອງພັດທະນາຄວາມຄິດສັງສັນໃຫ້ມິປະສິດທິພາບ ແລະ ຄວນສົ່ງຜົນໃນດ້ານບວກ ໃຫ້ແງ່ຄິດປະສົບການ ແລະ ວິຖີຊີວິດຂອງຜູ້ບໍລິໂພກ ດັ່ງນີ້:

  1. ຕ້ອງໃສ່ ຄວາມຄິດສ້າງສັນ ຕັ້ງແຕ່ເລີ່ມຕົ້ນສ້າງວິໄສທັດ ຂອງການເຮັດທຸລະກິດ

ຢູ່ໃນທຸລະກິດທົ່ວໄປປົກກະຕິມີ 4 ອົງປະກອບຄື:  ວິໄສທັດຂອງບໍລິສັດ (Company Vision), ຍຸດທະສາດທາງທຸລະກິດ (Business Strategy), ຍີ່ຫໍ້ (Brand ) ແລະ ການສື່ສານ (Communication)

ແຕ່ກ່ອນ ສ່ວນຂອງ ຄວາມຄິດສ້າງສັນ Creative ຈະຢູ່ໃນສ່ວນ ການສື່ສານ Communication  ຖ້າແບຣນໃດມີການໃຊ້ຖືວ່າດີ ແລະ ມີການສື່ສານທີ່ທັນສະໄໝ ແຕ່ໃນຍຸກນີ້ Creative ເລີ່ມຈະມາຢູ່ໃນສ່ວນຕັ້ງແຕ່ການສ້າງ ແບຣນຂຶ້ນມາ.

“ເຕັກໂນໂລຊີ ເຂົ້າມາມີບົດບາດໃນເລື່ອງການສື່ສານຜ່ານຊ່ອງທາງຕ່າງໆ ສົ່ງຜົນເຮັດໃຫ້ພຶດຕິກຳຂອງຜູ້ບໍລິໂພກປ່ຽນ ແຕ່ຍຸກນີ້ເຕັກໂນໂລຊີບໍ່ໄດ້ມີສ່ວນຮ່ວມພຽງແຕ່ການສື່ສານເທົ່ານັ້ນ ແຕ່ມັນມີສ່ວນກ່ຽວຂ້ອງກັບແບຣໂດຍກົງ. ສະນັ້ນ, ເຕັກໂນໂລຊີກໍຄືມີສ່ວນຮ່ວມຕັ້ງແຕ່ການເລີ່ມຜະລິດນັ້ນເອງ!!!”

ດັ່ງນັ້ນ, ການ  Transform  ກໍຄື ຄວາມສົດໃໝ່ຕັ້ງແຕ່ຂັ້ນຕອນຂອງຂະບວນການ ເຊິ່ງບໍ່ມີທິດສະດີຕາຍຕົວ ທຸລະກິດຕ້ອງເອົາເຕັກໂນໂລຊີ ແລະ ຄວາມຄິດສັງສັນ ມາໃຊ້ຕັ້ງແຕ່ວິໄສທັດຂອງບໍລິສັດ ແລະ ຍຸດທະສາດຂອງທຸລະກິດນັ້ນເອງ.

2. ຕ້ອງສ້າງ Brand 4.0 

ຍຸກນີ້ ເປັນຍຸກທີ່ Digital ເຂົ້າມາກວາດລ້າງ ທຸລະກິດທີ່ເຄີຍຮຸ່ງເຮືອງ ກາຍເປັນທຸລະກິດທີ່ໂລກລືມເຊັ່ນ: ເຄື່ອງຫຼິ້ນຊີດີ, ມືຖືໂນເກຍ, ກ້ອງຟີມ…ລ້ວນແຕ່ໄດ້ຮັບຜົນກະທົບຈາກ  Digital  ບາງທຸລະກິດບໍ່ສາມາດຢູ່ລອດໄດ້ໃນຍຸກນີ້.

ແຕ່ຍັງມີບາງທຸລະກິດທີ່ຢູ່ລອດໄດ້ເຊັ່ນ: Samsung  ໃຊ້ວິທີຈ້າງບໍລິສັດ ວິໄຈໃນ ເອີຣົບ ໃຫ້ເຮັດວິໄຈເລື່ອງການ Transform  ຜົນສະຫຼຸບບອກວ່າໃຫ້ເຂົ້າອຸດສາຫະກຳສະມາດໂຟນກ່ອນລຸ້ນອື່ນໆ ຈົນເຮັດໃຫ້ທຸກມື້ນີ້ Samsung ຂຶ້ນຢູ່ແຖວໜ້າຂອງໂລກໃນເລື່ອງເຕັກໂນໂລຊີ ທີ່ທັນສະໄໝທັງ ມືຖື ແລະ ເຄື່ອງໃຊ້ພາຍໃນຄົວເຮືອນ. ດັ່ງນັ້ນ, ທຸກອົງກອນຕ້ອງເຂົ້າສູ່ຍຸກ Brand 4.0  ນັ້ນກໍຄື ຈະຕ້ອງມີ ຮູບແບບທຸລະກິດແບບໃໝ່ (New Business Model), ເວທີ ຫຼື ຊ່ອງທາງໂຄສະນາໃໝ່ ( New platform)  ແລະ ປັນຍາປະດິດ (AI) ເຂົ້າມາຊ່ວຍພັດທະນາທຸລະກິດ.

3.  ຕ້ອງ Transform ຈາກຕົວເອງກ່ອນ

ເຕັກໂນໂລຊີປ່ຽນ ເຮັດໃຫ້ພຶດຕິກຳປ່ຽນ ສື່ຕ່າງໆກໍປ່ຽນ ແຕ່ຄວາມຈິງແລ້ວຄົນກໍຍັງເສບສື່ຄືເກົ່າ ພຽງແຕ່ຍ້າຍບ່ອນເສບສື່ເທົ່ານັ້ນ ນັກການຕະຫຼາດຕ້ອງປ່ຽນວິທີຄິດແບບໃໝ່.

ການ Transform ແມ່ນຕ້ອງເລີ່ມຈາກຕົວເອງກ່ອນ ຄືຮຽນຮູ້ຈາກການເຝິກອົບຮົມ, ການປ່ຽນພຶດຕິກຳດ້ວຍການຮຽນຮູ້ດ້ວຍຕົນເອງ ບໍ່ແມ່ນຄົນອ້ອມຂ້າງ

 ມູມມອງໃນການ Transform  ຕົນເອງຄື:

  • ປ່ຽນຈາກ ໂຄງສ້າງຮູບແບບເກົ່າ (Traditional Structure) ມາເປັນ ໂຄງສ້າງຮູບແບບເຕັກໂນໂລຊີ (Digital Structure)
  • ປ່ຽນ Technology ເປັນ Creativity  ເພາະຍຸກນີ້ຜູ້ບໍລິໂພກບໍ່ສົນໃຈວ່າ ເຕັກໂນໂລຊີຈະເປັນຫຍັງ ເພາະຜູ້ບໍລິໂພກຄິດວ່າເປັນເຄື່ອງມືໜຶ່ງເທົ່ານັ້ນ,  ສິ່ງທີ່ນັກການຕະຫຼາດຕ້ອງສົນໃຈກໍຄື ເລື່ອງແນວຄວາມຄິດທີ່ຕ້ອງການໄປສົ່ງເຖິງຜູ້ບໍລິໂພກຫຼາຍກວ່າ.
  • ປ່ຽນ Learning by the book ເປັນ  Learning by Doing ຕ້ອງຮຽນຮູ້ດວຍຕົນເອງ ຮຽນຮູ້ຈາກການກະທຳ, ເຮັດວຽກໃນສິ່ງທີ່ໃໝ່ ເພື່ອຫວັງຜົນໃໝ່ໆ ຖ້າຍັງເຮັດແບບເກົ່າຊໍ້າໆແລ້ວ ຫວັງຜົນແບບໃໝ່ ນັ້ນກໍອາດຈະເກີດປະໂຫຍດຂຶ້ນມາ.

Comments