ເປີດຕົວຢ່າງເປັນທາງການ! Smart Phone Huawei Mate 20 ແລະ Huawei Mate 20 pro…

ສໍາລັບທ່ານໃດທີ່ກໍາລັງເບິ່ງຫາ Smart Phone ດີໆ, ແບັດທົນໆ, ຊາດເຂົ້າໄວ, ຫຼິ້ນບໍ່ມີສະດຸດ, ແຖມໜ້າຈໍໃຫຍ່ໆເໝາະກັບການໃຊ້ງານທຸກສະຖານະການ ເຮົາຂໍແນະນໍາເລີຍ Huawei Mate 20 ແລະ Huawei Mate 20 pro; ຈາກບໍລິສັດຫົວເຫວີຍ ເຊິ່ງໄດ້ເປີດຕົວຢູ່ລາວຢ່າງເປັນທາງການແລ້ວໃນວັນທີ 23 ຕຸລາ ທີ່ຜ່ານມາ ທີ່ຫ້ອງການຫົວເຫວີຍ ປະຈໍາປະເທດລາວ. ໂດຍການເປັນປະທານຂອງ ທ່ານ ຫຍາງລຽງ ຮອງຜູ້ອໍານວຍການ ບໍລິສັດຫົວເຫວີຍ ເທັກໂນໂລຍີລາວ ຈໍາກັດແຕ່ພຽງຜູ້ດຽວ.

ພາຍໃນງານ ທ່ານ ວັນກົງ ສີສະຫວັດ ຜູ້ຈັດການຝ່າຍຂາຍ ທຸລະກິດຜະລິດຕະພັນ ເພື່ອຜູ້ບໍລິໂພກ ຫົວເຫວີຍປະຈໍາລາວ ໄດ້ແນະນໍາໃຫ້ຮູ້ເຖິງຄຸນນະສົມບັດໃນການໃຊ້ງານ ແລະ ຄວາມແຕກຕ່າງຈາກ Smart Phone ລຸ້ນອື່ນໆທີ່ວາງຂາຍຕາມທ້ອງຕະຫຼາດ; ບໍ່ວ່າຈະເປັນລະບົບການຖ່າຍຮູບທີ່ເໜືອກວ່າ,​ ສາມາດຈັດພາບໄດ້ເຖິງ 25 ໂໝດ, ແບັດເຕີຣີ່ທີ່ກິນໄຟໜ້ອຍກວ່າພຽງ 7 ນາໂມແມັດ (ລຸ້ນທົ່ວໄປແມ່ນ 10 ນາໂນແມັດ ກໍຖືວ່າຕໍ່າແຮງແລ້ວ) ແຖມແບັດເຕີຣີ່ຍັງສູງເຖິງ 4.000 ແລະ 4.200 mAh ພ້ອມເພີ່ມມາດ້ວຍເທັກໂນໂລຍີ Super Charge ກໍາລັງໄຟ 40 ວັດ ເຮັດໃຫ້ຊ໊າດເຂົ້າໄວກວ່າລຸ້ນອື່ນໆ 440%, ລະບົບສະແກນລາຍນິ້ວມືທີ່ໄວຂຶ້ນເຖິງ 30% ແລະ ຍັງມີລະບົບສະແກນໃບໜ້າທີ່ສາມາດສະແກນໄດ້ທັງກາງເວັນແດດແຈ້ງ ແລະ ກາງຄືນທີ່ໄຮ້ແສງ, ຄວາມຈໍານີ້ບໍ່ບອກກໍໜ້າຈະຮູ້ວ່າຕ້ອງສູງຢູ່ແລ້ວ.

ຖ້າທ່ານໃດສົນໃຈຢາກໄດ້ມາໃຊ້ງານກໍສາມາດສັ່ງຈອງໄດ້ແລ້ວ ຕັ້ງແຕ່ວັນທີ 20 ຕຸລາ ຈົນເຖິງ 8 ພະຈິກ 2018 (ຮັບເຄື່ອງວັນທີ 21 ພະຈິກ) ລາຄາກໍບໍ່ແພງຖ້າທຽບກັບຄວາມສາມາດຕ່າງໆຂອງມັນແລ້ວ ລາຄາ Huawei Mate 20 ຢູ່ທີ່ 5.690.000 ກີບ ແລະ Huawei Mate 20 pro ຢູ່ທີ່ 7.690.000 ກີບ; ມີ 4 ສີໃຫ້ເລືອກຄື ສີຂຽວມໍລະກົດ (ສີໃໝ່ຫຼ້າສຸດ) ສີດໍາ, ສີ Twilight ສີແສງເໜືອທີ່ໂດດເດັ່ນ ແລະ ສີຟ້າ. ພິເສດສໍາລັບລູກຄ້າທີ່ສັ່ງຈອງຈະໄດ້ຮັບຂອງຂວັນລວມມູນຄ່າຫຼາຍກວ່າ 2.000.000 ກີບ.

Comments