ຢູ່ລອດໄດ້ທຸກຍຸກ ທຸກສະໄໝ!!!
ບັນດາທ່ານ ໃນຍຸກນີ້ເປັນຍຸກທີ່ຫຼາຍຄົນຕ່າງກໍຫັນມາເຮັດທຸລະກິດຫຼາຍຂຶ້ນ ແລະ ຫຼັກການໃນການເຮັດທຸລະກິດໃນຍຸກສະໄໝນີ້ ເອີ້ນໄດ້ວ່າມີຢູ່ຫຼາກຫຼາຍເຄັດລັບທີ່ຈະເຮັດໃຫ້ທຸລະກິດຂອງທ່ານປະສົບຄວາມສໍາເລັດໄດ້; ເຊິ່ງຄວາມຈິງແລ້ວ ບໍ່ມີໃຜຊີ້ໄດ້ຊັດເຈນວ່າ ມາຈາກປັດໃຈ ຫຼືອົງປະກອບຕາຍຕົວວ່າ ຖ້າເຮັດຕາມຫຼັກການນີ້ແລ້ວທ່ານຈະປະສົບຄວາມສໍາເລັດໄດ້. ແຕ່ໃນການເຮັດທຸລະກິດກໍມີຂໍ້ຄິດທີ່ຈໍາເປັນຄື ຕ້ອງອາໄສຄວາມຮູ້ ແລະ ຄວາມເຂົ້າໃຈ ລວມໄປເຖິງ ຄວາມຮັກ ໃນທຸລະກິດທີ່ເຮັດປະສົບປະສານກັນ ຈຶ່ງຈະເຮັດໃຫ້ທຸລະກິດຂອງທ່ານສາມາດຢູ່ລອດໄດ້. ເຊິ່ງມື້ນີ້ຜູ້ຂຽນຈຶ່ງຢາກຍົກ 10 ເທັກນິກ ທີ່ຈະເຮັດໃຫ້ທຸລະກິດຂອງທ່ານປະສົບຄວາມສໍາເລັດ ບໍ່ວ່າຈະໃນຍຸກສະໄໝໃດ… ລອງມາເບິ່ງວ່າມີຫຍັງແດ່?

owner of a cafe showing open sign
- ທຸລະກິດຕ້ອງປັບຕົວຢູ່ຕະຫຼອດເວລາ
- ຄວນມີການບໍລິຫານວຽກ ແລະ ຊັບພະຍາກອນບຸກຄົນໃຫ້ເປັນລະບຽບ
- ຄວນພັດທະນາສິນຄ້າ ເພື່ອໃຫ້ກົງກັບຄວາມຕ້ອງການຂອງຜູ້ບໍລິໂພກຢູ່ສະເໝີ
- ຄວນນໍານະວັດຕະກໍາເຄື່ອງຈັກ ຫຼືເທັກໂນໂລຊີສະໄໝໃໝ່ເຂົ້າມາໃຊ້ ເພື່ອເພີ່ມມາດຕະຖານການຜະລິດໃຫ້ກັບທຸລະກິດຂອງທ່ານ
- ໃຊ້ຫຼັກການອອກແບບໃຫ້ມີຄວາມທັນສະໄໝ ແລະ ເໝາະສົມກັບກຸ່ມເປົ້າໝາຍ
- ການຮັກສາຄຸນນະພາບ ແລະ ບໍລິການລູກຄ້າໃຫ້ດີທີ່ສຸດຢ່າງສະເໝີຕົ້ນສະເໝີປາຍ ນັ້ນຄືຈຸດຂາຍ
- ໝັ່ນສໍາຫຼວດຄວາມຕ້ອງການຂອງຜູ້ບໍລິໂພກເປັນຫຼັກ ແລ້ວຈຶ່ງຄ່ອຍຜະລິດສິນຄ້າ ທີ່ກົງກັບຄວາມຕ້ອງການຂອງຜູ້ບໍລິໂພກ
- ຄວນມີການຈັດກິດຈະກໍາທາງການຕະຫຼາດເພື່ອກະຕຸ້ນຍອດຂາຍເຊັ່ນ: ຈັດ Promotions ຫຼຸດ ແລກ ແຈກ ແຖມ ເປັນໄລຍະ ໄລຍະ
- ໃຊ້ສື່ສັງຄົມອອນລາຍໃນການໂປຼໂມດທຸລະກິດໃຫ້ເກີດປະໂຫຍດສູງສຸດ
- ມີການບໍລິການຫຼັງການຂາຍເພື່ອໃຫ້ໄດ້ຮັບຄວາມໄວ້ວາງໃຈຈາກຜູ້ບໍລິໂພກໄລຍະຍາວ.
ຂອບໃຈທີ່ມາ: Smart SMEs Chanel