ປະທານສະພາແຫ່ງຊາດ ຮຽກຮ້ອງທົ່ວສັງຄົມ ເຊີດຊູສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ

ໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15/8/1991-15/8/2021) ໃນວັນທີ 2 ສິງຫາ 2021 ນີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງເຊີດຊູສະຕິການເຄົາລົບ ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມໃນຂະບວນການສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງຍິ່ງໆຂຶ້ນ, ສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຈັດຕັ້ງປະຕິບັດ ສໍາເລັດບັນດາຄາດໝາຍໃຫຍ່ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່, ດອກໄມ້ ແລະ ໃນຮົ່ມ

ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນການຫັນແນວ ທາງປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ ມາເປັນກົດໝາຍພື້ນຖານຂອງລັດເຮົາ ຫລື ກົດໝາຍແມ່ ຂອງລະບອບປະຊາທິປະໄຕປະຊາຊົນ ເຊິ່ງກຳນົດກ່ຽວກັບ ລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະພື້ນຖານຂອງພົນ ລະເມືອງລາວ, ການຈັດ ຕັ້ງລະບົບອຳນາດແຫ່ງລັດຂັ້ນຕ່າງໆ ຂອງລະບອບປະຊາທິປະໄຕປະຊາຊົນ, ພາສາເຄື່ອງໝາຍຊາດ, ເພງຊາດ, ທຸງຊາດ, ສະກຸນເງິນ ແລະ ນະຄອນຫລວງ ເຊິ່ງເປັນເຄື່ອງມືພື້ນຖານໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງລັດເຮົາ ແນໃສ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບດ້ານການເມືອງຢ່າງໝັ້ນທ່ຽງ, ສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນລະ ບຽບຮຽບຮ້ອຍ, ທັງເປັນພື້ນຖານໃຫ້ແກ່ການພັດທະນາກົດໝາຍຂອງປະເທດເຮົາໃຫ້ເປັນລະບົບ, ຄົບຊຸດ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ, ຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄປຕາມຈຸດໝາຍສັງຄົມນິຍົມ ທີ່ພັກເຮົາໄດ້ກຳນົດໄວ້.

ນັບແຕ່ປີ 1986 ເປັນຕົ້ນມາ ພັກປະຊາຊົນປະຕິວັດລາວ ໄດ້ມີແນວທາງລິເລີ່ມປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫລັກການ ແລະ ຜ່ານການປະຕິບັດແນວທາງປ່ຽນແປງ ໃໝ່ດັ່ງກ່າວ ຊີວິດສັງຄົມໄດ້ເລັ່ງທວງໃຫ້ ພັກ ແລະ ລັດເຮົາ ຕ້ອງຍົກລະດັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂຶ້ນສູ່ລະດັບໃໝ່ ດ້ວຍການຫັນຈາກການຄຸ້ມຄອງດ້ວຍມະຕິ, ຄໍາສັ່ງແບບບໍລິຫານ ມາເປັນການຄຸ້ມຄອງຕາມລັດຖະທຳມະນູນ ແລະ ກົດໝາຍ. ຍ້ອນແນວນັ້ນ, ສະພາປະຊາຊົນສູງສຸດ ຊຸດທີ II ໃນຖານະເປັນສະພາຮ່າງລັດຖະທຳມະນູນທີ່ໄດ້ຮັບການເລືອກຕັ້ງຂຶ້ນໃນປີ 1989 ໂດຍມີຄະນະກຳມະການຮ່າງລັດຖະທຳມະນູນແຫ່ງຊາດ ເປັນເສນາທິການ ຈຶ່ງໄດ້ດຳເນີນການຄົ້ນຄວ້າ ແລະ ສ້າງຮ່າງລັດຖະທຳມະນູນ ຈົນມາເຖິງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາ ຊົນສູງສຸດ ຊຸດທີ II ໃນວາລະປະຊຸມວັນທີ 14 ສິງຫາ 1991 ຈຶ່ງໄດ້ຮັບຮອງເອົາລັດຖະທຳມະນູນ ສະບັບທຳອິດ ແຫ່ງ ສປປ ລາວ ແລະ ຕໍ່ມາປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 55/ປທປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບທຳອິດຢ່າງເປັນທາງການ.

ຂ່າວ-ພາບ: ທະນູທອງ

Comments