ກະຊວງ ຮສສ ຮຽກຮ້ອງເຖິງແຮງງານລາວທີ່ກັບມາໃຫ້ມາແບບຖືກຕ້ອງ ແລະ ຜູ້ທີ່ຍັງມີວຽກ ກໍ່ໃຫ້ສືບຕໍ່ເຮັດໜ້າທີ່ຢ່າງຕັ້ງໜ້າ

ໃນວັນທີ 30 ກໍລະກົດ 2021 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກຈົດໝາຍເຖິງ ຊາວຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ແລະ ຜູ້ທີ່ກຳລັງອອກແຮງງານ ຢູ່ຕ່າງປະເທດ, ຕໍ່ກັບເງື່ອນໄຂທີ່ມີສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເພື່ອນບ້ານທີ່ຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ເດີນທາງກັບຄືນປະເທດຊາດ ແມ່ນເນັ້ນ ໃຫ້ກັບມາຢ່າງຖືກກົດໝາຍ ແລະ ໃຫ້ເຂົ້າມາຜ່ານດ່ານທີ່ທາງການກຳນົດເທົ່ານັ້ນ, ຫ້າມເດັດຂາດບໍ່ໃຫ້ມີການລັກລອບຂ້າມມາ ທັງນີ້ກໍເພື່ອຫຼີກລjຽງການແຜ່ລະບາດພາຍໃນປະເທດ.

ຍາມໃດພັກ-ລັດຖະບານ ແມ່ນມີຄວາມເປັນຫວ່ງເປັນໄຍ ຕໍ່ກັບຊາວຜູ້ອອກແຮງງານລາວບັນດາເຜົ່າທີ່ໄດ້ໄປເຄື່ອນໄຫວເຮັດວຽກຢູ່ຕ່າງປະເທດ ເຊິ່ງສະແດງອອກໃນເວລາທີ່ຊາວຜູ້ອອກແຮງງານກັບມາຈາກຕ່າງປະເທດ ກໍລ້ວນໃຫ້ການຕ້ອນຮັບ, ພ້ອມນັ້ນ ອົງການປົກຄອງແຕ່ລະຂັ້ນດ້ວຍການເອົາໃຈໃສ່ເບິ່ງແຍງດູແລ, ໃຫ້ຄວາມສະດວກແກ່ແຮງງານທີ່ກັບມາດ້ວຍການໃຫ້ທີ່ພັກ, ສະໜອງເຄື່ອງອຸປະໂພກ-ບໍລິໂພກ, ກວດສຸຂະພາບກວດຫາເຊື້ອໂຄວິດ-19 ຖ້າພົບເຊື້ອກໍ່ໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ ຖ້າບໍ່ມີການຕິດເຊື້ອພະຍາດ ໂຄວິດ-19 ເມື່ອຄົບກຳນົດ ກໍຖືກຈັດສົ່ງໄປຫາຄອບຄົວ, ຍາດພີ່ນ້ອງ ແລະ ສັງຄົມ ຊຶ່ງທັງໝົດນັ້ນສະແດງເຖິງການປະຕິບັດນະໂຍບາຍຢ່າງຖືກຕ້ອງເປັນທຳຂອງພັກ-ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ຕໍ່ພົນລະເມືອງລາວບັນດາເຜົ່າ.

ດັ່ງນັ້ນ, ຍາມວິກິດແບບນີ້ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃນຂອບເຂດທົ່ວປະເທດ ຖານະທີ່ຖືກມອບໝາຍຈາກລັດຖະບານ ກໍ່ຄື ອົງການປົກຄອງທ້ອງຖິ່ນໃຫ້ຮັບຜິດຊອບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຂໍຮຽກຮ້ອງມາຍັງຜູ້ອອກແຮງງານທີ່ກັບຄືນມາຈາກຕ່າງປະເທດທັງໝົດ ຈົ່ງເຊີດຊູຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ ໂດຍໃຫ້ຖືເອົາໂອກາດນີ້ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ແຜ່ນດິນເກີດ ດ້ວຍການຕັ້ງໜ້າພັດທະນາຕົນເອງໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ, ການກັບເຂົ້າມາກໍ່ຂໍໃຫ້ເຂົ້າມາຕາມດ່ານຕ່າງໆ ທີ່ທາງການໄດ້ກຳນົດ, ຫ້າມເດັດຂາດບໍ່ໃຫ້ລັກລອບເຂົ້າມາໂດຍບໍ່ໄດ້ອະນຸຍາດ ແລະ ບໍ່ຜ່ານຂະບວນການກວດຫາເຊື້ອໂຄວິດ-19 ຢູ່ສູນກັກກັນຕາມຂັ້ນຕອນ ຖ້າຫາກແຮງງານຜູ້ໃດລະເມີດແມ່ນຈະໄດ້ຮັບຜິດຊອບຕໍ່ໜ້າກົດໝາຍຢ່າງເຂັ້ມງວດ.

ກໍລະນີ ແຮງງານລາວທີ່ພວມເຮັດວຽກຢູ່ຕ່າງປະເທດ ຍັງມີວຽກເຮັດເປັນປົກກະຕິ ໄດ້ຮັບການຄຸ້ມຄອງຈາກນາຍຈ້າງ ບໍ່ມີຄວາມສ່ຽງທີ່ຈະຕິດເຊື້ອ ແລະ ມີເງື່ອນໄຂເຂົ້າເຖິງການດູແລສຸຂະພາບ ລວມທັງການເຂົ້າເຖິງວັກຊິນປ້ອງກັນໂຄວິດ-19 ກໍ່ໃຫ້ສືບຕໍ່ເຮັດວຽກນຳນາຍຈ້າງ ດ້ວຍຄວາມອຸ່ນອ່ຽນທຸ່ນທ່ຽງ ເຮັດວຽກຕາມຕຳແໜ່ງງານ, ຕາມສັນຍາແຮງງານບໍ່ໃຫ້ເຄື່ອນຍ້າຍ ໄປມາຊະຊາຍ ເພື່ອຈຳກັດການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທັງເປັນການຫຼຸດຜ່ອນພາລະແບກຫາບຂອງລັດຖະບານ ແລະ ອົງການປົກ ຄອງທ້ອງຖິ່ນ.

ສຳລັບຜູ້ອອກແຮງງານທີ່ກັບມາຮອດບ້ານແລ້ວ ໃຫ້ຕັ້ງໜ້າຊອກຫາຄວາມຮູ້ພັດທະນາອາຊີບ, ຊອກຫາວຽກເຮັດງານທຳຢູ່ພາຍໃນປະເທດຕາມຄວາມເໝາະສົມ ຢູ່ຕາມໂຄງການລົງທຶນ, ຫົວໜ່ວຍແຮງງານຕ່າງໆ ທີ່ຍັງມີຄວາມຕ້ອງການແຮງງານເປັນຈຳນວນຫຼວງຫຼາຍ ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ຍັງມີຄວາມຕ້ອງການແຮງງານປະມານ 10. 000 ກວ່າຄົນ ແລະ ແຂວງອື່ນໆ ເປັນຕົ້ນແມ່ນແຂວງ ຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ ແລະ ບັນດາແຂວງທາງພາກເໜືອຈຳນວນໜຶ່ງ ໃຫ້ພ້ອມກັນໄປຂຶ້ນທະບຽນຕ້ອງການເຮັດວຽກນຳຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ນະຄອນຫຼວງວຽງຈັນ ທີ່ຕົນເອງ ເຫັນວ່າ ຢູ່ໃກ້ ແລະ ສະດວກໃຫ້ແກ່ການຕິດຕໍ່ພົວພັນ ແລະ ເໝາະສົມກັບເງື່ອນໄຂຂອງຕົນເອງ.

ແຫຼ່ງທີ່ມາ: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ

Comments