ບັນດາຄອບຄົວການນຳມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ ຢູ່ 3 ແຂວງພາກໃຕ້ຂອງລາວ

ບັນດາຄອບຄົວການນຳ ນຳໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ປະທານປະເທດໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະ ບາດຂອງພະຍາດໂຄວິດ19 3 ແຂວງຄື: ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາລະວັນ ລວມມູນຄ່າທັງໝົດ 2ຕື້ 170 ລ້ານກວ່າກີບ. ພິທີມອບຮັບຈັດຂຶ້ນໃນວັນທີ 31 ກໍລະກົດ 2021, ທີ່ກະຊວງສາທາລະນະສຸກ ໂດຍການກ່າວຮັບຂອງ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

May be an image of 6 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີເງິນຈຳນວນ 170ລ້ານກີບ ແລະອຸປະກອນການແພດເຊັ່ນ: ຜ້າອັດປາກ-ດັງ, ຊຸດແພດປ້ອງກັນແບບສະເພາະ, ຊຸດແພດປ້ອງກັນແບບຄຸມໂຕ ແລະ ແວ່ນຢາງປ້ອງກັນ ລວມມູນຄ່າ 2 ຕື້ກວ່າກີບ ເຄື່ອງຊ່ວຍເຫລືອເຫລົ່ານີ້ ຈະໄດ້ຖືກຈັດສົ່ງໄປແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາລະວັນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ19. ໂອກາດນີ້ທ່ານ ວິໄລວົງ ບຸດດາຄໍາ, ເຈົ້າແຂວງໆຈໍາປາສັກ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຂັ້ນແຂວງ ໄດ້ສະແດງຄວາມຂອບໃຈຢ່າງລົ້ນເຫລືອຕໍ່ການຊ່ວຍເຫລືອໃນຄັ້ງນີ້ ຊື່ງເປັນການປະກອບສ່ວນສຳຄັນ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19ໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບເປັນຢ່າງດີ. ນອກຈາກນີ້ສະຫະພັນແມ່ຍິງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບພັນລະຍາການນຳຂອງສຳນັກງານນາຍົກລັດຖະມົນຕີ ນຳໂດຍ ທ່ານ ນາງ ສີຈັນ ວິພາວັນ ພັນລະຍາຂອງທ່ານນາຍົກລັດ ຖະມົນຕີ ກໍ່ໄດ້ມອບມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ 3 ແຂວງນີ້ເຊັ່ນດຽວກັນ ລວມມູນຄ່າ 43 ລ້ານກວ່າກີບ.

May be an image of 5 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ
May be an image of 2 ຄົນ, people sitting ແລະ ໃນຮົ່ມ

ແຫຼ່ງທີ່ມາ: Lao National Radio

Comments