ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ19 ທີ່ມີພວມເພີ່ມຂຶ້ນ ໂດຍສະເພາະປະເທດອອ້ມຂ້າງທີ່ມີຊາຍແດນຕິດກັບ ສປປ ລາວ ,ເຮັດໃຫ້ຈໍານວນຜູ້ອອກແຮງງານລາວຢູ່ຕ່າງປະເທດເດີນທາງກັບຄືນບ້ານເດີມນັບມື້ນັບຫລາຍ ບາງຄົນນໍາເອົາເຊື້ອພະຍາດກັບມານໍາພ້ອມ ສະນັ້ນເພື່ອປ້ອງກັນ ແລະຮັບມືກັບການແຜ່ລະບາດຄັ້ງນີ້ ຄະນະສະເພາະກິດຂອງ ສປປ ລາວ ໄດ້ກະກຽມຄວາມພ້ອມ ທັງດ້ານສະຖານທີ່, ບຸກຄະລະກອນ, ແລະອຸປະກອນການແພດຢ່າງຮີບດ່ວນ.

ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວຮ່ວມ ທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 30 ກໍລະກົດ 2021 ເຖິງສະພາບການກະກຽມຮອງຮັບສະຖານະການ ທີ່ມີຈໍານວນແຮງງານ ເດີນທາງເຂົ້າມາ ແລະມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງຄະນະສະເພາະກິດໄດ້ກະກຽມໂດຍອີງໃສ່ 3 ຫລັກການໃຫ່ຍ ຄື:
1/ ທົບທວນຄືນສະຖານທີ່ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍໃຫ່ຍ ທີ່ເຄີຍປິ່ນປົວຄົນຕິດເຊື້ອພະຍາດໂຄວິດ ແລະໂຮງໝໍພາກສະໜາມ ທັງຢູ່ສູນກາງ, ແຂວງ ລົງຮອດໂຮງໝໍຊຸມຊົນ ສະເພາະສູນກາງໄດ້ພິຈາລະນາຄືນໂຮງໝໍພາກສະໜາມ 3ແຫ່ງຄື: ຫ້ວຍຫົງ, ສູນກິລາລ້ານຊ້າງ ແລະຫລັກ27. ສໍາລັບແຂວງທີ່ມີຈໍານວນຄົນເຈັບເພີ່ມຂຶ້ນຫລາຍ ດັ່ງແຂວງສະຫວັນນະເຂດ ແລະຈໍາປາສັກ ກໍໄດ້ກະກຽມຢ່າງເຂັ້ມຂຸ້ນ ນອກຈາກທິມງານຂອງແຂວງແລ້ວ ຍັງມີວິຊາການຈາກສູນກາງ ແລະອົງການອະນາໄມໂລກ ກໍາລັງລົງໄປຊ່ວຍເຫລືອຢ່າງຮີບດ່ວນ.
2/ ໄດ້ກະກຽມດ້ານອຸປະກອນການແພດ ພາຍຫລັງທີ່ສູນກາງໄດ້ແຈກຢາຍໃຫ້ແຕ່ລະແຂວງໃນປີຜ່ານມາແລ້ວ ໃຫ້ກວດກາຄືນວ່າຄຸນນະພາບຂອງອຸປະກອນນັ້ນຍັງສາມາດນໍາໃຊ້ໄດ້ຢູ່ຫລືບໍ່, ຫລືມີຄວາມຕ້ອງການສິ່ງໃດເພີ່ມອີກ, ຖ້າຈໍາເປັນຕ້ອງຂໍຈາກສູນກາງຕື່ມ.
3/ ກະກຽມດ້ານບຸກຄະລະກອນ ເພາະວ່າໄດ້ຝຶກອົບຮົບດ້ານວິຊາການແພດໃຫ້ທຸກແຂວງໃນທົ່ວປະເທດແລະມີຄວາມພ້ອມແລ້ວ ຈໍານວນ 3.000ຄົນ, ສ່ວນການປະສານງານກັບແຕ່ລະທ້ອງຖິ່ນແມ່ນໃຫ້ໃຊ້ໂທລະສັບ ຫາກມີບັນຫາຮີບດ່ວນ ຫລືປະຊຸມປຶກສາຫາລືວຽກງານຮ່ວມກັນ ກໍສາມາດຮ່ວມປະຊຸມຜ່ານໂທລະສັບໄດ້ເລີຍ.
ສິ່ງທີ່ໜ້າເປັນຫ່ວງ ແລະຢາກຝາກເຖິງຜູ້ອອກແຮງງານຢູ່ຕ່າງປະເທດ ທີ່ຈະເດີນທາງກັບຄືນບ້ານເກີດເມືອງນອນ ຂໍໃຫ້ເດີນທາງຜ່ານດ່ານສາກົນຂອງແຕ່ລະແຂວງ ເຊິ່ງຢູ່ແຕ່ລະດ່ານມີເຈົ້າໜ້າທີ່ປະຈໍາດ່ານ, ແພດໝໍ, ພະຍາບານ, ຕໍາຫລວດ, ຂົນສົ່ງ, ອໍານາດການປົກຄອງທ້ອງຖິ່ນ ກຽມພ້ອມລໍຖ້າຕ້ອນຮັບພວກທ່ານຢູ່ແຕ່ລະດ່ານແລ້ວ , ຂໍໃຫ້ເດີນທາງມາດ້ວຍຄວາມຖືກຕ້ອງ ເຊິ່ງທ່ານຈະໄດ້ຮັບຄວາມສະດວກດ້ານການກັ່ນຕອງ, ຈັດສົ່ງໄປສະຖານທີ່ຈໍາກັດບໍລິເວນ, ກວດສຸຂະພາບ ຫາກກວດພົບພະຍາດກໍຈະໄດ້ປິ່ນປົວທັນເວລາ, ອີກເທື່ອໜຶ່ງ ດຣ ບົວເທບ ພົມມິນ ໄດ້ຮຽກຮ້ອງເຖິງຜູ້ທີ່ຈະເດີນທາງເຂົ້າມາ ຂໍຢ່າລັກລອບເຂົ້າມາເດັດຂາດ ເພາະວ່າມີຄວາມສ່ຽງຕໍ່ຊີວິດ, ສ່ຽງຕໍ່ການຕິດເຊື້ອ, ສ່ຽງຕໍ່ການເອົາພະຍາດມາແຜ່ເຊື້ອຢູ່ໃນຄອບຄົວ ກໍຄືຍາດພີ່ນ້ອງ ແລະຢູ່ຊຸມຊົນຂອງເຮົາ, ຫາກເວລາເດີນທາງເຂົ້າມາແລ້ວ ຢູ່ແຕ່ລະຈຸດໄດ້ມີເຈົ້າໜ້າທີ່ປະຈໍາຢູ່ແລ້ວ ຍ້ອນມີຈໍານວນຄົນເດີນທາງເຂົ້າມາພ້ອມກັນຈໍານວນຫລາຍ ການຕ້ອນຮັບອາດຈະບໍ່ທົ່ວເຖິງ, ບໍ່ຖືກໃຈຂອງທ່ານທຸກຄົນ ແຕ່ຂໍໃຫ້ປະຕິບັດຕາມລະບຽບທີ່ຄະນະຮັບຜິດຊອບ ວາງອອກຢ່າງເຂັ້ມງວດ.ໂດຍ: ເຂີຍຫລ້າ