ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ໃນໂອກາດລົງພົບປະໂອ້ລົມ ພະນັກງານ ປະຈຳຢູ່ສູນກັກກັນວິທະຍາໄລຄູສາລະວັນ ເມື່ອບໍ່ດົນມານີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ໄດ້ເນັ້ນໃຫ້ພະນັກງານ, ຄະນະຮັບຜິດຊອບ ທີ່ປະຈຳຢູ່ສູນດັ່ງກ່າວ ເອົາໃຈໃສ່ເພີ່ມທະວີຮອບດ້ານ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-1 ໂດຍຖືສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການ, ເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ເພື່ອໃນການຕິດຕາມ, ກວດກາ ແລະ ລາຍງານຢ່າງຕໍ່ເນື່ອງໃນການເກັບກຳສະຖິຕິຈຳນວນຄົນ ເຂົ້າ-ອອກ, ບັນດາໜ້າວຽກຕ່າງໆໃນແຕ່ລະມື້ ຢ່ງຖີ່ຖ້ວນ.

ພ້ອມກັນນີ້, ກໍໃຫ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວ ສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະດົມເຂົາເຈົ້າໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບການກຳຈັດບໍລິເວນ ໃຫ້ຄົບ 14 ວັນ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ. ນອກຈາກນັ້ນ ຕ້ອງໄດ້ເພີ່ມທະວີປຸກລະດົມ ພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງສູນ ເປັນເຈົ້າການຕໍ່ກັບວຽກງານດັ່ງກ່າວເຊັ່ນກັນ.

ໂອກາດດຽວກັນນີ້, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ມອບເງິນ 50 ລ້ານກີບ, ລົດ ຈັກ 3 ລໍ້ 1 ຄັນ ລວມມູນຄ່າ 62 ລ້ານກີບ ແລະ ເຄື່ອງໃຊປະຈຳວັນຈຳນວນໜຶ່ງ ໃຫ້ສູນກັກກັນວິທະຍາໄລຄູສາລະວັນ ຕື່ມອີກ.
ມາຮອດປັດຈຸບັນນ, ທົ່ວແຂວງສາລະວັນ ມີຜູ້ຕິດເຊື້ອ ສະສົມທັງໝົດ 475 ຄົນ, ປິ່ນປົວດີ 30 ຄົນ, ສືບຕໍ່ປິ່ນປົວ 445 ຄົນ. ສຳລັບການປີ່ນປົວຜູ້ຕິດເຊື້ອ ແມ່ນນຳໃຊ້ໂຮງໝໍພາກສະໜາມ (ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ) ແລະ ໂຮງໝໍແຂວງສາລະວັນ, ນັບແຕ່ວັນທີ 13 ກໍລະກົດ ຫາ 1 ສິງຫາ 2021 ມີແຮງງານຍັງຄ້າງຢູ່ສູນທັງໝົດ 1.094 ຄົນ
ຂ່າວ-ພາບ: ສິດຕາ ເພັດວົງສາ