ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ

ໃນວັນທີ 31 ກໍລະກົດ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ ເພື່ອຊຸກຍູ້, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຮີບດ່ວນ.

May be an image of 1 ຄົນ, ດອກໄມ້ ແລະ ໃນຮົ່ມ

ການມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ທີ່ມີຕໍ່ທ້ອງຖິ່ນໂດຍສະເພາະແມ່ນແຂວງຫລວງນ້ຳທາ, ທັງເປັນການໃຫ້ຊຸກຍູ້ໃຫ້ອຳນາດການປົກຄອງທ້ອງຖິ່ນ ກໍຄືພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການໃນການປະກອບສ່ວນເຂົ້າໃນນະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືຂອງແຂວງ ດ້ວຍຄວາມຮັບຜິດ ຊອບສູງ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.ໂອກາດນີ້, ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງຫລວງນ້ຳທາ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຕ່າງໆ ເຊັ່ນ: ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ການອໍານວຍຄວາມສະດວກ ແລະ ແກ້ໄຂບັນຫາສິ່ງກິດຂວາງ ຂອງໂຄງການທາງລົດໄຟ ລາວ-ຈີນ, ການແກ້ໄຂບັນຫາການຂົນສົ່ງສິນຄ້າຜ່ານດ່ານບໍ່ເຕ່ນ-ບໍ່ຫານ, ການເຮັດຮົ້ວຕາມຊາຍແດນລາວ-ຈີນ ຂອບເຂດບໍ່ເຕ່ນ-ບໍ່ຫານ, ການກຳນົດຂອບເຂດທາງຫລວງແຫ່ງຊາດ ແລະ ດ່ານສາກົນ ກັບຂອບເຂດເສດ ຖະກິດ, ການພັດທະນາປິ່ນອ້ອມ (ສະຖານີສິນຄ້າທ່າບົກ) ຢູ່ເຂດສະຖານີລົດໄຟນາເຕີຍ, ການແກ້ໄຂຜົນກະທົບຈາກໄພທໍາມະຊາດ, ລວມທັງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໂດຍສັງເຂບ.ໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໂດຍຕາງໜ້າໃຫ້ຄະນະພັກ, ຄະນະນຳ ສະແດງຄວາມຊົມເຊີຍ ມາຍັງຄະນະນຳແຂວງຫລວງນ້ຳທາ ກໍຄື ບັນດາເມືອງ ແລະ ທຸກຂະແໜງການ ທີ່ໄດ້ພ້ອມກັນເອົາໃຈໃສ່ ແລະ ຜ່ານຜາຂໍ້ຫຍຸ້ງຍາກຕ່າງໆ ຈົນໄດ້ຮັບຜົນສຳເລັດ. ພ້ອມກັນນັ້ນ, ກໍໄດ້ໃຫ້ກຽດໂອ້ລົມເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແນໃສ່ເພື່ອເສີມຂະຫຍາຍຈຸດດີ, ແກ້ໄຂບັນດາຄົງຄ້າງ ແລະ ເອົາຊະນະສິ່ງທ້າທາຍຕ່າງໆ ເພື່ອຮັບປະກັນເຮັດໃຫ້ ການພັດທະນາໃນຕໍ່ໜ້າ ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ກໍຄືປະຊາຊົນພາຍໃນແຂວງຫລວງນ້ຳທາ ໃຫ້ນັບມື້ນັບມີຊີວິດດີຂຶ້ນຢ່າງຕໍ່ເນື່ອງ.

May be an image of 4 ຄົນ, ຜູ້ຄົນກຳລັງຢືນຢູ່, people sitting ແລະ ໃນຮົ່ມ

ນອກຈາກນັ້ນ, ຄະນະດັ່ງກ່າວ ກໍໄດ້ລົງຢ້ຽມຢາມເຂດພັດທະນາຊາຍແດນດ່ານບໍ່ເຕ່ນ, ໂຄງການກໍ່ສ້າງສະຖານນີໂດຍສານບໍ່ເຕ່ນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ ແລະ ໂຄງການກໍ່ສ້າງບ້ານຈັດສັນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ຂະບວນການການກໍ່ສ້າງ ແລະ ພັດທະນາດັ່ງກ່າວ ໃຫ້ສຳເລັດຕາມແຜນການທີ່ວາງໄວ້.

May be an image of 4 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ຄຽງຄູ່ກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມອບເງິນສົດຈຳນວນ 130 ລ້ານກີບ ໃຫ້ແຂວງຫລວງນ້ຳທາ, ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ຄໍາໄຫລ ສີປະເສີດ ເພື່ອເປັນທຶນປະກອບສ່ວນນໍາໃຊ້ເຂົ້າໃນການແກ້ໄຂວຽກງານຈຳເປັນ ແລະ ຮີບດ່ວນ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່ ແລະ outdoors

Comments