ນາຍົກລັດຖະມົນຕີຢ້ຽມຢາມ,ຊີ້ນໍາ,ຊຸກຍູ້ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ.

ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງ ສູູນກາງພັກ,ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ນີ້,ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການແຜ່ລະບາດ,ການຄວບຄຸມປິ່ນປົວແລະວຽກງານເຝົ້າລະວັງຂອງຄະນະພັກ -ອົງການປົກຄອງແຂວງ ແຂວງຈໍາປາສັກ,ສາລະວັນ,ເຊກອງແລະແຂວງ ອັດຕະປື.

May be an image of 5 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ສະເພາະວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ລາຍງານວ່າ: ແຂວງຈໍາປາສັກໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19 ທີ່ສູນກາງວາງອອກຢ່າງເຂັ້ມງວດ.ມາຮອດວັນທີ 29 ກໍລະກົດ 2021 ນີ້ທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 57 ຄົນ. ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ,ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.618 ຄົນ,ປົວຫາຍດີແລ້ວ 755 ຄົນ,ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 3 ແຫ່ງ ຄື: ຄົນເຈັບທີ່ມີອາການໜັກແມ່ນປິ່ນປົວຢູ່ເມືອງໂພນທອງ,ຄົນເຈັບມີອາການປານກາງແມ່ນປີ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ສ່ວນຜູ້ຕິດເຊື້ອອາການເບົາບາງແມ່ນປິ່ນປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ປະຈຸບັນ( 29/7/2021)ມີຜູ້ຍັງສືບຕໍ່ປິນປົວ ທັງໝົດຈໍານວນ 863 ຄົນ.

May be an image of 4 ຄົນ ແລະ ຜູ້ຄົນກຳລັງຢືນຢູ່
May be an image of 1 ຄົນ

ສ່ວນແຮງງານລາວສະເລ່ຍເດີນທາງເຂົ້າມາປະເທດຜ່ານດ່ານສາກົນວັງເຕົ່າແຕ່ລະວັນ ປະມານ 100-200 ຄົນ,ທົວແຂວງມີສູນກັກກັ້ນບໍລະເວນທັງໝົດມີຢູ່ 8 ສູນ,ມີຈໍານວນພົນທັງໝົດ 1.431 ຄົນ.ຈາກນີ້ພະນັກງານແພດ-ໝໍ ທົ່ວແຂວງໄດ້ສຸມໃສ່ສັກວັກຊິນ(ຈອນສັນ ແອນ ຈອນສັນ)ແກ່ປະຊາຊົນຢູ່ 9 ເມືອງ,1 ນະຄອນຢ່າງເປັນຂະບວນ ເຊິ່ງໄດ້ຮັບການແບ່ງປັນຈາກລັດຖະບານກໍຄືກະຊວງສາທາລະນະສຸກຈໍານວນ 1 ແສນ 3 ມື່ນໂດສ .ຊຶ່ງເມື່ອສັກສໍາເລັດຈະກວມເອົາ 30% ຂອງພົນລະເມືອງໃນທົ່ວແຂວງ.

May be an image of 1 ຄົນ ແລະ ຢືນ

ພາຍຫຼັງຟັງລາຍງານແລ້ວ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ເປັນກຽດໂອ້ລົມ ຊຶ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ອົງການປົກຄອງ ແລະຄະນະສະເພາະກິດແຕ່ລະຂັ້ນ ທີໄດ້ສຸມມານະຈິດ ເຮື່ອແຮງ ແລະທຶນຮອນ ເຂົ້າໃນການຄວບຄຸມພະຍາດໂຄວິດ-19 ຢ່າງຈິງຈັງ. ໂອກາດນີ້ກໍໄດ້ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຂັວນກຳລັງໃຈຂອງພັກ,ລັດຖະບານທີ່ມີຕໍ່ການປ້ອງ ກັນ,ຄວບຄຸມ ແລະແກ້ໄຂສະພາບການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະບັນດາແຂວງພາກໃຕ້.ຈາກນີກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ -ອົງການປົກຄອງແຂວງ ກໍຄືຄະນະສະເພາະກິດແຕ່ລະຂັ້ນ ໃຫ້ສືບຕໍ່ເອົາໃຈໃສ່ໃນການຄວບຄຸມພະຍາດໂຄວິດ-19 ໃຫ້ແຂງແຮງກ່ວາເກົ່າ.ຖືເອົາການປະຕິບັດມາດຕະການທີ່ສູນກາງພັກ,ລັດຖະບານ ແລະ ແຂວງວາງອອກຢ່າງເຂັ້ມງວດ ແລະເປັນເຈົ້າການຂອງທົ່ວປວງຊົນ.ສືບຕໍ່ປຸກລະດົມກຳລັງແຮງຂອງສັງຄົມສາມັກຄີກັນປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

May be an image of ໃນຮົ່ມ

ໂອກາດມາຢ້ຽມຢາມ ແລະຊີ້ນໍາ,ຊຸກຍູ້ວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະຍັນດາແຂວງພາກໃຕ້ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນ ໃຫ້ແຂວງຈໍາປາສັກຈໍານວນ 450 ລ້ານກີບ.ແຂວງສາລະວັນ,ເຊກອງ ແລະ ແຂວງອັດຕະປືແຂວງລະ 150 ລ້ານກີບ.ເພື່ອນໍາໃຊ້ເຂົ້າໃນດານຄວບຄຸມ ແກ້ໄຂການລະບາດພະຍາດໂຄວິດ- 19 . ຈາກນີ້ກໍໄດ້ໄປຢ້ຽມ ຢາມໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ເພື່ອເປັນການຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈແກ່ພະ ນັກງານແພດໝໍ ແລະຜູ້ຕິດເຊື້ອໂຄວິດ 19 ທີ່ກຳລັງພະຍາບານຕົວຢູ່.

ເກດສະໜາ ແກ້ວສຸວັນນະແສງ

Comments