ປະທານປະເທດ ເນັ້ນໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ພັດທະນາກອງທັບໃຫ້ເຂັ້ມແຂງ ທັນສະໄໝ

ໃນວັນທີ 4 ສິງຫາ 2021 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານຫລັກແຫລ່ງ ຂອງກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍທ່ານໄດ້ເນັ້ນໜັກ ໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ເອົາໃຈໃສ່ໃນຫລາຍບັນຫາສຳຄັນ ໂດຍສະເພາະ ໃຫ້ສືບຕໍ່ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນສະໄໝ ເທື່ອລະກ້າວ.

May be an image of 1 ຄົນ, ນັ່ງ, ຢືນ ແລະ text that says 'ปะทาม'

ທ່ານ ທອງລຸນ ສີສຸລິດ ໄດ້ເໜັ້ນໜັກໃຫ້ກໍາລັງປ້ອງກັນຊາດ ສືບຕໍ່ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນສະໄໝ, ຮູ້ຈຸດໃດ, ຂົງເຂດໃດ, ກຳລັງປະເພດໃດ ທີ່ຕ້ອງເນັ້ນໜັກການພັດທະນາ, ເນັ້ນໜັກການປັບປຸງ, ເນັ້ນໜັກການນໍາໃຊ້ ແລະ ກຳລັງໃດ, ປະເພດໃດທີ່ຕ້ອງສ້າງ, ປັບປຸງໂລດ ໃນສະເພາະໜ້າ ແລະ ກຳລັງປະເພດໃດ ຕ້ອງພັດທະນາໄລຍະຍາວ, ເຊິ່ງຕ້ອງຮູ້ວ່າມັນຂຶ້ນຢູ່ກັບສະ ຖານະການຈະຜັນແປນັ້ນ ໃຫ້ຊັດເຈນ ແລະ ໜັກແໜ້ນ ເພື່ອບໍ່ໃຫ້ຜິດພາດໃນການຕົກລົງ ແລະ ຕັດສິນໃຈ, ພ້ອມທັງໃຫ້ສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີ ຕໍ່ປະເທດຊາດ, ຍອມເສຍສະຫລະ ເພື່ອຊາດ ເພື່ອປະຊາຊົນ; ສ້າງຄວາມເປັນເອກະພາບສູງ ກັບແນວທາງນະໂຍບາຍຂອງພັກ, ຢ່າງໜັກແໜ້ນພາຍໃນຖັນແຖວປະກອບອາວຸດ; ຂໍໃຫ້ກຳລັງປະກອບອາວຸດ ເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ, ຜັນຂະຫຍາຍອອກມາເປັນອັນລະອຽດ ຂອງກຳລັງປະກອບອາວຸດ ເພື່ອຝຶກຝົນປະຊາຊົນ, ອະທິບາຍ ແລະ ສ້າງຮາກຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງຂຶ້ນ. ພ້ອມນັ້ນ, ກອງທັບ, ນັກຮົບ, ນາຍ ແລະ ພົນທະຫານ ຕ້ອງສືບຕໍ່ຝຶກຝົນຄວາມມີລະບຽບວິໄນ ຖືສິ່ງນີ້ ທັງເປັນທາດແທ້, ເປັນຊີວິດຈິດໃຈ ຂອງຕົນ, ທັງເປັນຄຸນລັກສະນະທີ່ຂາດບໍ່ໄດ້ ເພື່ອເປັນອາວຸດອັນແຫລມຄົມ ຕັດສິນໄຊຊະນະ ຫລື ປະລາໄຊ ກັບສັດຕູ ຂອງຊາດ; ກອງທັບເຮົາ ຕ້ອງຝຶກຝົນຫລໍ່ຫລອມດ້ານສິນລະປະຍຸດ, ຍຸດທະວິທີ ຢ່າງເປັນປະຈຳ, (ຮູ້ສະພາບ, ກຳສະພາບ ໃຫ້ຊັດເຈນ, ມີຫລັກວິຊາ ແລະ ຕົວຈິງ) ກຳສະພາບໄດ້ດີເທົ່າໃດ, ກໍາສັດຕູ ແໜ້ນເທົ່າໃດ ຈຶ່ງສາມາດເອົາຊະນະກັບສັດຕູໄດ້ດີ ແລະ ງ່າຍ (ຮູ້ເຂົາຮູ້ເຮົາ, ລົບຮ້ອຍຄັ້ງຊະນະຮ້ອຍຄັ້ງ). ນອກຈາກກຳສະພາບ, ກຳສັດຕູໄດ້ ເຮົາຕ້ອງກຳ ກຳລັງຂອງພວກເຮົາໃຫ້ໄດ້, ກຳແໜ້ນຄົນ, ກຳປະຊາຊົນ, ກໍາຄວາມສາມາດຕົວຈິງ ຂອງພວກເຮົາ ອັນໃດພຽງພໍແລ້ວ, ອັນໃດຄວນພັດທະນາເພີ່ມ ໃຫ້ມີການຄິດໄລ່ຢ່າງຊັດເຈນ; ກອງທັບ ຕ້ອງສືບຕໍ່ເອົາໃຈໃສ່ ຊ່ວຍລັດຖະບານແກ້ໄຂບັນຫາເສດຖະກິດ, ກອງທັບຕ້ອງສ້າງຄວາມເຂັ້ມແຂງທາງດ້ານການສ້າງພາລະທິການກັບທີ່ ເພື່ອຊ່ວຍຫລຸດຜ່ອນການແບກຫາບຂອງລັດຖະບານ ໄດ້ຫລາຍເທົ່າໃດກໍ່ຍິ່ງດີ ເພື່ອໃຫ້ລັດຖະບານ ມີກຳລັງແຮງຊ່ວຍກອງທັບ ໃນບັນຫາຍຸດທະສາດໃຫຍ່ໆ; ກອງທັບເຮົາ, ກຳລັງປະກອບອາວຸດເຮົາ ໃຫ້ສືບຕໍ່ມູນເຊື້ອອັນດີງາມ ໃນການຊ່ວຍເຫລືອປະຊາຊົນ, ຊ່ວຍເຫລືອດ້ານການລົບລ້າງຄວາມທຸກຍາກ, ຊ່ວຍ ບັນເທົາທຸກ ໃນຍາມມີໄພ ທີ່ກະທົບເຖິງປະຊາຊົນ ດັ່ງທີ່ເຄີຍປະຕິບັດມາ, ເຊິ່ງກອງທັບເຮົາໄດ້ເປັນທີ່ໄວ້ວາງໃຈໄດ້ຂອງປະຊາຊົນຢ່າງແທ້ຈິງ ໃນໄລຍະຜ່ານມາ; ກອງທັບເຮົາ ຈະຕ້ອງສືບຕໍ່ໃຫ້ຄວາມສຳຄັນ ກັບການພົວພັນກັບປະເທດເພື່ອນມິດ ທັງຢູ່ໃກ້ ແລະ ຢູ່ໄກ, ໂດຍສະເພາະເອົາໃຈໃສ່ກັບເພື່ອນມິດຍຸດທະສາດ ຮູ້ຍາດແຍ່ງ, ຮູ້ຮໍ່າຮຽນ ແລະ ຮູ້ຮັບເອົາການຮ່ວມມື ຢ່າງມີການເລືອກເຟັ້ນ ດ້ວຍສະຕິປັນຍາທີ່ແຫລມຄົມ.

May be an image of 1 ຄົນ ແລະ ຢືນ

ໂອກາດດຽວກັນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ທີ່ກອງທັບຍາດມາໄດ້ມາໄດ້ໃນໄລຍະຜ່ານມາ ໂດຍຢຶດໝັ້ນສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດໂດຍກົງຮອບດ້ານຂອງພັກ, ການເຄື່ອນໄຫວປັບປຸງກໍ່ສ້າງກໍາລັງປະກອບອາວຸດ ໄດ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງທີ່ຈົ່ງຮັກພັກດີທີ່ສຸດ ຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

May be an image of ໃນຮົ່ມ

ຂ່າວ: ທະນູທອງ

ພາບ: ຂັນໄຊ

Comments