ສາທາລະນະສຸກແຂວງສາລະວັນ ຢັ້ງຢືນຂ່າວລືແຮງງານລັກອອກຈາກສູນ ບໍ່ແມ່ນຄວາມຈິງ.

ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະນະສຸກແຂວງ ຮອງຫົວໜ້າຄະນະສະເພາະກິດໂຄວິດ-19 ແຂວງສາລະວັນ ໄດ້ຊີ້ແຈງ ໃນຄັ້ງວັນທີ 2 ສິງຫານີ້ ໃຫ້ຮູ້ວ່າ: ກໍລະນີ ທີ່ມີຜູ້ໃຊ້ເຟສບຸກສ່ວນຕົວ ເຜີຍແຜ່ຂ່າວລົງໃນສື່ສັງຄົມອອນລາຍ ໃນຄັ້ງວັນທີ 30 ກໍລະກົດ 2021 ກ່ຽວກັບວ່າມີແຮງງານທີ່ຈຳກັດບໍລິເວນລັກອອກຈາກສູນ (ວິທະຍາໄລຄູສາລະວັນ), ແລ້ວໄປສ້າງສັນຢູ່ຮ້ານບັນເທິງແຫ່ງຫນຶ່ງ ພາຍໃນເທສະບານເມືອງສາລະວັນ. ພາຍຫຼັງທີ່ໄດ້ຮັບຂໍ້ມູນດັ່ງກ່າວ ກໍໄດ້ແຈ້ງເຈົ້າໜ້າທີ່ປະຈໍາສູນ ເຄື່ອນໄຫວລາດຕະເວນ, ຕິດຕາມກວດກາສະຖິຕິຈໍານວນພົນ ຈື່ງເຫັນໄດ້ສະພາບຍັງເປັນປົກກະຕິ ແລະ ບັນດາແຮງງານທີ່ກັບມາ ກໍ່ໃຫ້ການຮ່ວມມືເປັນຢ່າງດີ. ສຳລັບການຄຸ້ມຄອງສູນ ແມ່ນໄດ້ມີການແຕ່ງຕັ້ງຄະນະຊີ້ນໍາສູນ, ຫົວໜ້າສູນ, ກອງເລຂາປະຈໍາສູນ (ມີຫຼາຍຂະແໜງການປະກອບໃນສູນ) ແລະ ເຮັດວຽກຢ່າງເປັນລະບົບ, ທັງໄດ້ເຄື່ອນໄຫວເວນຍາມ, ກວດກາເຂົ້າ-ອອກ, ແຕ່ລະພາກສ່ວນ ເຮັດພາລະໜ້າທີ່ ດ້ວຍຄວາມຮັບຜິດຊອບ.

ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ຢັ້ງຢືນວ່າ: ກໍລະນີຂ່າວລືດັ່ງກ່າວ ບໍ່ມີມູນຄວາມຈິງ ແລະ ເພື່ອບໍ່ໃຫ້ສັງຄົມແຕກຕື່ນ.

#ທ່ານກໍ່ໄດ້ຮຽກຮ້ອງ ແລະ ຂໍການຮ່ວມມື ມາຍັງທຸກຄົນສັງຄົມ ບໍລິໂພກຂ່າວສານທີ່ຖືກຕ້ອງ ແລະ ຕິດຕາມຂ່າວສານຈາກສື່ທາງການຂອງສູນກາງ ແລະ ຂອງແຂວງ, ຄວນພິຈາລະນາ ຢ່າງຖີ່ຖ້ວນ ກ່ອນຈະໂພສ, ແຊຣ, ກົດໄລ ຫຼື ສະແດງຄວາມຄິດເຫັນຕ່າງໆ ໃນສື່ສັງຄົມອອນລາຍ ຫຼີ້ກເວັ້ນການສ້າງຄວາມແຕກຕື່ນ, ຄວາມບໍ່ສະຫງົບ ແລະ ເຮັດໃຫ້ສັງຄົມ ເຂົ້າໃຈຜິດ. ເຊີ່ງບັນດາເຈົ້າໜ້າທີ່ໆກ່ຽວຂ້ອງ ໄດ້ປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ເອົາໃຈໃສ່ຢ່າງຈິງຈັງ ເພື່ອເຮັດສັງຄົມ ກໍ່ຄືແຂວງສາລະວັນ ປອດໄພຈາກພະຍາດໂຄວິດ-19.

ໂດຍ:ກິນດາວັນ ອ້ວນນາຄູ

Comments