ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ໃນໂອກາດ ລົງຊຸກຍູ້ ແລະ ໃຫ້ກຳລັງໃຈພະນັກງານປະຈຳຢູ່ສູນຈຳກັດບໍລິເວນ 2 ສູນຄື: ໂຮງຮຽນ ມສ ອົງແກ້ວ ແລະ ມສ ສາລະວັນ, ທ່ານ ປອ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ໄດ້ເນັ້ນໃຫ້ພະນັກ ງານທຸກຄົນ, ທຸກພາກສ່ວນ ທີ່ຮັບຜິດຊອບປະຈຳຢູ່ສູນຈຳກັດບໍລິເວນດັ່ງກ່າວ, ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຖືສຳຄັນໃນປະຕິບັດວຽກງານດັ່ງກ່າວ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ, ເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງເພື່ອສະດວກໃນການຕິດຕາມ, ກວດກາ, ບັນດາໜ້າວຽກຕ່າງໆທີ່ຕົນເອງຮັບຜິດຊອບໃນແຕ່ລະມື້ຢ່າງລະອຽດ.

ພ້ອມກັນນີ້, ກໍໃຫ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນ ຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະ ດົມເຂົາເຈົ້າ ໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ ແລະ ບັນຫາອື່ນໆ. ນອກຈາກນັ້ນ, ກໍເກັບກຳຂໍ້ມູນສະຖິຕິແຮງງານຢູ່ພາຍໃນສູນ, ສອບຖາມດ້ານປະຫວັດ, ການເຄື່ອນໄຫວ, ວຽກງານຕ່າງໆຂອງເຂົາເຈົ້າ ເພື່ອເປັນຂໍ້ມູນພື້ນຖານທີ່ສຳຄັນ, ພ້ອມທັງແນະນໍາຢ່າງເດັດຂາດ ເປັນຕົ້ນ ຫ້າມມີການຊຸມແຊວ ແລະ ເປັນເຈົ້າການຮ່ວມກັນປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ດີທີ່ສຸດ.ໃນໂອກາດດັ່ງກ່າວ, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ມອບເງິນ 50 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນ ຖັງນໍ້າ, ເຈວລາງມື, ຜ້າອັດປາກ-ດັງ ແລະ ເຂົ້າສານຈຳນວນໜຶ່ງ ໃຫ້ຜູ້ຮັບຜິດຊອບສູນຈຳກັດບໍລິເວນໂຮງຮຽນ ມສ ອົງແກ້ວ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ. ສູນຈໍາກັດບໍລິເວນ 2 ສູນດັ່ງກ່າວ, ມີແຮງງານນຳເຂົ້າທັງໝົດ 655 ຄົນ, ຍິງ 327 ຄົນ, ໃນນັ້ນຢູ່ສູນຈໍາກັດລິເວນ ໂຮງຮຽນ ມສ ອົງແກ້ວ 307 ຄົນ, ຍິງ 155 ຄົນ ແລະສູນຈຳກັດບໍລິເວນ ໂຮງຮຽນ ມສ ສາລະວັນ 348 ຄົນ, ຍິງ 171 ຄົນ.


ຂ່າວ-ພາບ: ສິດຕາ ເພັດວົງສາ