ນາຍົກລັດ​ຖະ​ມົນ​ຕີ ເນັ້ນ​ໃຫ້ຂະແໜງການທະນາຄານເອົາ​ໃຈ​ໃສ່​ຕື່ມ​ບາງ​ບັນ​ຫາ​ສຳ​ຄັນ

ກອງປະຊຸມຂະແໜງການທະນາຄານ​ ປະ​ຈຳ ປີ 2021 ໄດ້​ຈັດຂຶ້ນໃນວັນທີ 3 ສິງຫານີ້ ທີ່ຫໍປະຊຸດແຫ່ງຊາດ ໂດຍພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ໃຫ້​ກຽດ​ເຂົ້າ​ຮ່ວມໂອ້​ລົມ​ຂອງ​ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ມີ​ການ​ນຳ​ຂະແໜງການທະນາຄານທົ່ວລະບົບ ພ້ອມ​ດ້ວຍຜູ້​​ຕາງ​ໜ້າ​ຈາກສະຖາບັນການເງິນ ແລະ ກະຊວງກ່ຽວ​ຂ້ອງເຂົ້າ​ຮ່ວມ.​ທ່ານ ສອນໄຊ ສິດພະໄຊ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງນີ້​ໂດຍ​ສະ​ເພາະແຜນຍຸດທະສາດພັດທະນາລະບົບສະຖາບັນການເງິນ-ເງິນຕາຂອງ ສປປ ລາວ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030, ການຮັກສາສະຖຽນລະພາບດ້ານເງິນຕາ, ການຮັກສາສະຖຽນລະພາບສະຖາບັນການເງິນ, ການພັດທະນາລະບົບການຊຳລະ-ການຫັນເປັນທັນສະໄໝ ແລະ ນະໂຍບາຍສິນເຊື່ອຂອງທະນາຄານ.

May be an image of 1 ຄົນ

ທ່ານນາຍົກລັດຖະມົນຕີ ໄດ້ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ ແລະ ສະແດງຄວາມເຊື່ອໝັ້ນຕໍ່​ມູນ​ເຊື້ອ, ບົດ​ຮຽນທີ່ໄດ້​ປະ​ຕິ​ບັດມາ​​, ດ້ວຍກຳລັງແຮງຄວາມ​ສາ​ມັກ​ຄີ​ອັນ​ແໜ້ນ​ແຟ້ນ, ບວກກັບຄວາມບຸກໜ້າບືນຕົວ ແລະ ຄວາມຮັບຜິດຊອບໜ້າ​ທີ່ການເມືອງຂອງພະ​ນັກ​ງານລະບົບທະນາຄານ, ຂະ​ແໜງ​ທະ​ນາ​ຄານ​ຈະສືບ​ຕໍ່​​ເຮັດ​ໜ້າ​ທີ່​ສຳ​ຄັນ​ຂອງ​ຕົນ​ທີ່​ມີ​ກຽດ​ຕາມ​ທີ່​ພັກ-ລັດ​ມອບ​ໝາຍ​ໃຫ້ ເພື່ອ​ປະ​ກອບ​ສ່ວນ​ໃນ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ບັນ​ລຸ​ຕາມ​ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດຄັ້ງທີ IX ທີ່ວາງໄວ້.

May be an image of 2 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ເພື່ອ​ເປັນ​ການ​ຮັບ​ປະ​ກັນ​ໃຫ້​ວຽກ​ງານ​ດັ່ງ​ກ່າວ​ໄດ້​ຕາມ​ຄາດ​ໝາຍ​ທີ່​ວາງ​ໄວ້ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຍັງ​ໄດ້ເນັ້ນ​ໃຫ້​ເອົາ​ໃຈ​ໃສ່​ຕື່ມບາງບັນຫາ​ສຳ​ຄັນຄື: ໃຫ້​ຄະນະ​​ພັກ-ຄະນະ​ນຳ ທຫລ ​ເອົາ​ໃຈ​ໃສ່ການສຶກສາອົບຮົມການເມືອງ-ນໍາພາແນວຄິດ ​ແລະ​ ຍົກ​ລະ​ດັບ​ຄວາມ​ຮູ້​ວິ​ຊາ​ສະ​ເພາະ​ໃນ​ຖັນ​ແຖວສະ​ມາ​ຊິກພັກ,ພະນັກງານ​-ລັດ​ຖະ​ກອນ ເພື່ອ​ໃຫ້​​​​ຮັບ​ຮູ້​ເຂົ້າ​ໃຈ​​ຕໍ່​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ-ລັດ, ມະ​ຕິ​ຄຳ​ສັ່ງ​ຂອງ​​ພັກ, ລະ​ບຽບ​ກົດ​ໝາຍຂອງ​ລັດເພື່ອ​ຕັ້ງໜ້າ​ຜັນ​ຂະ​ຫຍາຍເຂົ້າ​ສູ່​ວຽກ​ງານຕົວ​ຈິງ, ປັບປຸງແບບແຜນການຊີ້​ນຳ-ນຳ​ພາ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກ-​ຄະ​ນະ​ນຳຢູ່​ແຕ່ລະ​ຂັ້ນ​ໃຫ້​ມີ​ຄວາມ​ຄ່ອງ​ຕົວດີກວ່າ​ເກົ່າ; ພະ​ນັກ​ງານ​ທະ​ນາ​ຄານ​ຕ້ອງ​ຍົກ​ສູງ​​ຄຸນ​ນະ​ທຳ,ຈັນ​ຍາ​ບັນຂອງ​ຕົນ, ມີ​ໜ້າ​ທີ່​ຮັບ​ໃຊ້​ປະ​ຊາ​ຊົນ​ຢ່າງ​ຈິງ​ໃຈ, ຕ້ອງ​ເພີ່ມ​ທະ​ວີ​ ແລະ ​ຍົກ​ສູງ​ວຽກ​ງານກວດ​ກາ​ພັກ-ລັດ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ ເພື່ອ​ເປັນ​ເຄື່ອງ​ມື​ໃນ​ການ​ຕິດ​ຕາມກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່ການ​ເມືອງ​ຂອງ​ການ​ຈັດ​ຕັ້ງ​ພັກ-ລັດ​ແຕ່​ລະ​ຂັ້ນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ໜ້າ​ທີ່ການ​ເມືອງ​ຂ​ອງ​ຕົນໃນ​ການ​ຮັ​ກ​ສາ​ສະ​ຖຽນ​ລະ​ພາບ​ເງິນ​ຕາ​ແຫ່ງ​ຊາດໃຫ້​ໝັ້​ນ​ທ່ຽງ​ເພື່ອ​ເປັນເງື່ອນ​ໄຂ​ອຳ​ນວຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຕາມ​ຄາດ​ໝາຍ​ທີ່​ພັກ-ລັດ​ຖະ​ບານກໍຄື​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ, ເອົາ​ໃຈ​ໃສ່​ປັບ​ປຸງນະໂຍບາຍ ແລະ​ ກົນ​ໄກ​ການ​ກຳ​ນົດ​ອັດ​ຕາແລກປ່ຽນທີ່ ທຫລ ຈັດ​ຕັ້ງ​ປະ​ຕິ​ບັດ​ຜ່ານ​ມາຖືກ​ຕ້ອງ​ ແລະ ​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທ​ດ​ເຮົາ; ພ້ອມ​ນີ້, ກໍ​ລົງຕິດຕາມກວດກາການເຄື່ອນໄຫວທຸລະກິດຂອງຮ້ານແລກປ່ຽນເງິນຕາຢ່າງເຂັ້ມງວດ ເພື່ອຈຳກັດຊ່ອງວ່າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ, ຄຸ້ມ​ຄອງກຳນົດອັດຕາດອກເບ້ຍໃຫ້ແທດເໝາະກັບສະພາບຕົວຈິງຂອງຕະຫຼາດ;​ ປັດ​ຈຸ​ບັນເຖິງ​ແມ່ນ​ວ່າ​ທະ​ນາ​ຄານ​ໄດ້​ແກ້​ໄຂ​ເພື່ອ​ໃຫ້ສະ​ພາບ​ອັດ​ຕາ​ດອກ​ເບ້ຍ​ມີ​ທ່າ​ອ່ຽງ​ຫຼຸດລົງ ເພື່ອ​ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ແຕ່​ສັງ​ຄົມກໍຄື​ພາກ​ທຸ​ລະ​ກິດເອງກໍຍັງ​ບໍ່​ເຂົ້າ​ໃຈ​ດີ​ກ່ຽວ​ກັບ​ນະ​ໂຍ​ບາຍ​ດອກ​ເບັ້ຍ​ເງິນ​ຝາກ ​ແລະ​ ເງິນ​ກູ້​ຂອງ​ທະ​ນາ​ຄານ, ໃຫ້​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​​ສະ​ຖຽນ​ລະ​ພາບ​ທາງ​ດ້ານ​ການ​ເງິນກໍ​ຄື​ລະ​ບົບ​ສະ​ຖາ​ບັນ​ການ​ເງິນ-ເງິນ​ຕາຕາມ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ລະ​ບົບ​ສະ​ຖາບັນ​ການ​ເງິນ-ເງິນ​ຕາ​ໄລ​ຍະ 5 ປີ ຕໍ່​ໜ້າ ທະ​ນາ​ຄານ​ຕ້ອງຄຸ້ມ​ຄອງ​ສິນ​ເຊື່ອ​ໃຫ້ມີ​ຄຸນ​ນະ​ພາບ​ຢ່າງ​ແທ້​ຈິງ, ຄວບ​ຄຸມ​ໃຫ້​ໄດ້ໜີ້​ເສຍຕາມ​ຂອບ​ເຂດ​ທີ່​ກຳ​ນົດ (NPL ຕາມ​ແຜນບໍ່​ເກີນ 3%), ເລັ່ງປັບປຸງໂຄງ​ສ້າງ​ດ້ານ​ການ​ຈັດ​ຕັ້ງການ​ເຄື່ອນ​ໄຫວທະນາຄານທຸລະກິດລັດ (ທ​ສກ, ທ​ພ​ລ) ​ປະ​ຕິ​ບັດ​ກົນ​ໄກ​ຄຸ້ມ​ຄອງ​ໄລ່​ລ່ຽງ​ທຸ​ລະ​ກິດ​ສອ​ດ​ຄ່ອງ​ກັບ​ກົດ​ເກນ​ຕະ​ຫຼາດ, ລວມ​ທັງ ທະ​ນາ​ຄານ​ນະ​ໂຍ​ບາຍໃຫ້ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ​, ສຳ​ລັບ​ສະ​ຖາ​ບັນ​ການ​ເງິນ​ທີ່ບໍ່​ແມ່ນ​ທະ​ນາຄານກໍຕ້ອງ​ຄຸ້ມ​ຄອງ​ຕິດ​ຕາມ​ການ​ເຄື່ອນ​ໄຫວໃຫ້​ດີບໍ່​ໃຫ້​ເກີດ​ມີ​​ບັນ​ຫາ​ການ​ຂາດສະ​ພາບ​ຄ່ອງ ແລະ ຂາດ​ຄວາມ​ເຊື່ອ​ຖື​ຈາກ​ສັ​ງ​ຄົມ, ສືບ​ຕໍ່​​ວຽກ​ງານ​​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ລະ​ບົບ​​ການ​ຊຳ​ລະ​ຊ​ະ​ສ​າງ​ຂອງທະ​ນາ​ຄານເພື່ອ​ຫັນ​ການ​ຊໍ​າ​ລະ​ພາຍ​ໃນ​ປະ​ເທດ​ຜ່ານ​ທະ​ນາ​ຄານ, ຫຼຸດຜ​ອ່ນ​ການຮົ່ວ​ໄຫຼລາຍ​ຮັບ​ຂອງ​ລັດ ແລະ ທະ​ນາ​ຄານ​ເອງ​ກະ​ຕ້ອງ​ມີ​ການ​ຄວບ​ຄຸມ​ລະ​ບົບ​​ການ​ຊຳ​ລະຢ່າງ​ລວມ​ສູນ, ວ່​ອງ​ໄວ ປອດ​ໄພ, ສາ​ມາດ​ຕິດ​ຕາມ​ໄດ້ ກະ​ແສ​ເງິນ​ໄຫຼ​ເຂົ້າ-ອອກຜ່ານ​ລະ​ບົບ​ທະ​ນາ​ຄານ.ຂ່າວ: ທ​ຫລ, ພາບ: ບຸນ​ອູ້ມ

51Somsavine Vssp ແລະ ອີກ 50 ຄົນແບ່ງປັນ 44 ເທື່ອຖືກໃຈຄຳເຫັນແບ່ງປັນ

Comments