Author Archives: admin target

ລັດຖະບານລາວ ອະນຸຍາດແລ້ວ ແຜນການກໍ່ສ້າງທາງດ່ວນ ວັງວຽງ-ຫຼວງພະບາງ…..

ເມື່ອບໍ່ດົນມານີ້ ລັດຖະບານໄດ້ອະນຸມັດໃຫ້ມີແຜນໂຄງການກໍ່ສ້າງເສັ້ນທາງດ່ວນວັງວຽງ - ຫຼວງພະບາງ ຊຶ່ງຈະເຮັດໃຫ້ການເດີນທາງ ລະຫວ່າງສອງເມືອງທ່ອງທ່ຽວທີ່ສຳຄັນ . ທາງດ່ວນເສັ້ນນີ້ ຈະເປັນທາງ 4 ເລນ, ມີຄວາມຍາວທັງໝົດ 136,9 ກິໂລແມັດ ຈະໃຊ້ເວລາເດີນທາງພຽງແຕ່ 90 ນາທີ. ອ້າງຈາກບໍລິສັດຮ່ວມທຸລະກິດລາວ - ຈີນ ທີ່ຈະເປັນຜູ້ຮັບເໝົາກໍ່ສ້າງກ່າວວ່າ: ປັດຈຸບັນກຳລັງສຳຫຼວດເສັ້ນທາງດັ່ງກ່າວ ແຕ່ຍັງບໍ່ມີກຳນົດວັນເວລາຈັດຕັ້ງປະຕິບັດແນ່ນອນ ເພາະວ່າຍັງຈະຕ້ອງໄດ້ກະກຽມຫຼາຍໜ້າວຽກຕື່ມອີກ. ປະຈຸບັນ ຄະນະຮັບຜິດຊອບ ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ກຳລັງກຽມບົດລາຍງານການສຶກສາຄວາມເປັນໄປໄດ້ ແລະ ການອະນຸມັດໂຄງການກໍ່ສ້າງຈາກລັດຖະບານ; ຖ້າການກໍ່ສ້າງເສັ້ນທາງດ່ວນນີ້ສຳເລັດ ຈະຫຼຸດເວລາການເດີນທາງລົງໄດ້ຫຼາຍຊົ່ວໂມງ ເມື່ອທຽບກັບປັດຈຸບັນ. ເສັ້ນທາງດ່ວນນີ້ແມ່ນສ່ວນໜຶ່ງຂອງແຜນໂຄງການກໍ່ສ້າງທາງດ່ວນໄລຍະທາງບໍ່ເຕັນ – ວຽງຈັນ ມີໄລຍະທາງ 460 ກມ. ຊຶ່ງມີຈຸດເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ – ບໍ່ເຕັນ ເປັນຊາຍແດນລາວ – ຈີນ. ເສັ້ນທາງດ່ວນວຽງຈັນ – ບໍ່ເຕັນ ປະກອບດ້ວຍ 4 ຈຸດຄື: ວຽງຈັນ – ວັງວຽງ, ວັງວຽງ – ຫຼວງພະບາງ, ຫຼວງພະບາງ ...

Read More »

45 ປີ ເບຍລາວ ເຕີບໃຫຍ່ເຂັ້ມແຂງແລະ ປະກອບສ່ວນ ໃນການສ້າງລາຍຮັບໃຫ້ແກ່ປະເທດຊາດ….

ປີ 2020 ເບຍລາວ ໄດ້ກາຍເປັນບໍລິສັດໃຫຍ່ລະດັບຊາດ ທີ່ມີໂຮງງານຢູ່ 3 ແຫ່ງ ຄື: ຢູ່ນະຄອນຫຼວງວຽງຈັນ 2 ແຫ່ງ ແລະ ແຂວງ ຈໍາປາສັກ 1 ແຫ່ງ. ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນ ວາ 1975 – 2 ທັນວາ 2020 ) ທີ່ຈະມາເຖີງນີ້.ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 12 ພະຈິກ 2020 ນີ້ ຢູ່ສໍານັກງານໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ນະຄອນຫລວງວຽງຈັນ. ທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເບຍລາວ ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນຈົນມາຮອດປັດຈຸບັນ. ບໍລິສັດໄດ້ດໍາເນີນທຸລະກິດທີ່ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົນໄກການປັບປຸງປ່ຽນແປງຂອງ ພັກ-ລັດ ໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ຕໍ່ບຸກຄະລາກອນພາຍໃນບໍລິສັດຂອງຕົນເປັນຢ່າງດີ, ມີການກໍ່ສ້າງຍົກສູງຄວາມຮູ້-ຄວາມສາມາດໃຫ້ພະນັກ ...

Read More »

ເກົາຫຼີ ຢໍ້າຄືນຄວາມໝາຍໝັ້ນ ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ…..

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21 ໄດ້ຈັດຂຶ້ນໃນວາລະການດເນີນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແບບທາງໄກ (ຜ່ານລະບົບວີດີໂອອອນລາຍ) ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນປີ 2019 ຜ່ານມາ, ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020 ກໍໄດ້ຮັບຜົນສໍາເລັດເປັນຢ່າງດີ ອັນໄດ້ເຮັດໃຫ້ການຮ່ວມມືໃນຂົງເຂດການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາ ຊຽນ ແລະ ສ.ເກົາຫລີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ໂດຍສະເພາະໃນຂົງເຂດດິຈີຕອນ, ນະວັດຕະກຳໃໝ່, Start-ups, ການພັດທະນາຕົວເມືອງອັດສະລິຍະ, ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020, ເຊິ່ງສາມາດປະຕິບັດໄດ້ 100% ແລະ ໃນເວລາດຽວກັນ, ກໍໄດ້ຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ໄລຍະ 2021-2025. ບັນດາຜູ້ນຳອາຊຽນ ແລະ ເກົາຫລີ ໄດ້ຢໍ້າຄືນຄວາມໝາຍໝັ້ນ ທີ່ຈະເພີ່ມທະວີສືບຕໍ່ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ...

Read More »

ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ເຫັນດີສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ….

ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 23 ໄດ້ຕີລາຄາສູງ ແລະ ຮັບຊາບ ສະພາບການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະຄວາມຄືບໜ້າ ການຈັດຕັ້ງປະຕິບັດບັນດາແຜນ ແລະ ໂຄງການພາຍໃຕ້ແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ໄລຍະ 2016-2020. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍ ຄືການຟື້ນຟູລະບົບເສດຖະກິດຫລັງໂຄວິດ-19; ໃນນີ້, ໄດ້ສະແດງຄວາມຂອບໃຈຍີ່ປຸ່ນ ຕໍ່ການປະກອບຊ່ວຍເຫລືອ ເຂົ້າໃນກອງທຶນອາຊຽນຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ; ພິເສດ, ແມ່ນການປະກອບສ່ວນທຶນມູນຄ່າ 50 ລ້ານໂດລາສະຫະລັດ ເຂົ້າໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍການຊ່ວຍເຫລືອສຸກເສີນ ຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ, ເຊິ່ງກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງນີ້, ໄດ້ປະກາດການສ້າງຕັ້ງຢ່າງເປັນທາງການ. ໃນກອງປະຊຸມ ທັງສອງຝ່າຍຍັງໄດ້ເຫັນດີຮ່ວມກັນ ໃນການສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ ໂດຍຜ່ານຂໍ້ລິເລິ່ມເພື່ອການເຊື່ອມໂຍງອາຊຽນ ກໍຄືການຫັນເປັນດີຈິຕອນ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ, ການບໍລິການ ລວມທັງການເຂົ້າເຖິງແຫລ່ງທຶນ ສໍາລັບຈຸລະວິສາຫະກິດ ແລະ ...

Read More »

ການບໍລິຫານເງິນສົດຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ສະພາບຄ່ອງເງິນສົດ ຖືເປັນຫົວໃຈທີ່ສຳຄັນຂອງການຍືນຍົງຄົງຕົວ ແລະ ຂະຫຍາຍຕົວຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ເຊິ່ງຜູ້ປະກອບການຕ້ອງໄດ້ຄຳນຶງ ແລະ ບໍລິຫານໃຫ້ຢູ່ລອດ ໂດຍສະເພາະແມ່ນຢູ່ໃນໄລຍະທີ່ສະພາບເສດຖະກິດບໍ່ມີຄວາມແນ່ນອນ ແລະ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ບົດຄວາມທີ່ຜ່ານມາໄດ້ນໍາສະເໜີໃຫ້ຜູ້ອ່ານ ກ່ຽວກັບຄວາມສໍາຄັນຂອງສະພາບຄ່ອງທາງການເງິນ ແລະ ວິທີການໃນການຄຸ້ມຄອງບໍລິຫານສະພາບຄ່ອງໃຫ້ແກ່ທຸລະກິດ, ແຕ່ສຳລັບບົດຄວາມນີ້ ຈະລົງເລິກເພີ່ມຕື່ມສະເພາະກ່ຽວກັບການບໍລິຫານເງິນສົດເພື່ອຮັກສາສະຖານະພາບໃຫ້ຢູ່ໃນລະດັບທີ່ພຽງພໍຕາມສະພາບການທີ່ມີການຜັນແປໄດ້ຕະຫຼອດເວລາ. ການບໍລິຫານເງິນສົດ: ໝາຍເຖິງການບໍລິຫານຈັດການທາງການເງິນທີ່ກ່ຽວຂ້ອງກັບປະສິດທິພາບຂອງການເກັບລວບລວມເງິນສົດ, ການເບີກຈ່າຍເງິນສົດ ແລະ ການລົງທຶນໃນຊັບສິນ ຜ່ານການສ້າງງົບປະມານເງິນສົດ (Budget Balance) ເພື່ອໃຊ້ໃນການຄາດຄະເນຄວາມຕ້ອງການເງິນສົດໃນອະນາຄົດ ແລະ ການຄວບຄຸມການດຳເນີນງານຕ່າງໆ ໃຫ້ເປັນໄປຕາມງົບປະມານ. ນອກຈາກນີ້, ໃນງົບປະມານເງິນສົດຂອງກິດຈະການນັ້ນຕ້ອງສັງລວມຂໍ້ມູນທີ່ກ່ຽວຂ້ອງ ເຊັ່ນ ລາຍການຄ້າຂາຍ ແລະ ບໍລິການ ທີ່ເກີດຂຶ້ນໃນແຕ່ລະເດືອນ, ຈຳນວນເງິນສົດຄົງເຫຼືອໃນບັນຊີ, ລາຍການຈ່າຍເງິນສົດ, ຍອດເງິນຄົງເຫຼືອໃນແຕ່ລະເດືອນ, ການຄາດຄະເນເງິນສົດທີ່ຕ້ອງຈ່າຍອອກໃນເດືອນຕໍ່ໆໄປ ເປັນຕົ້ນ. ໃນນີ້ ຜູ້ຂຽນ ຈະນໍາເອົາບາງແນວທາງການບໍລິຫານ ເງິນສົດທີ່ສາມາດນໍາໃຊ້ໄດ້ຈິງ ແລະ ເກີດດອກອອກຜົນແທ້ ມາໃຫ້ຜູ້ປະກອບການ ວນກ ໄດ້ນຳໄປປະຍຸກໃຊ້ໃນກິດຈະການຂອງຕົນ ເພື່ອໃຫ້ການບໍລິຫານເງິນສົດເກີດປະສິດທິພາບ ແລະ ປະສິດທິຜົນສູງສຸດ ດັ່ງນີ້: (1) ການເລັ່ງເງິນສົດຮັບເຂົ້າ: ຜູ້ປະກອບການ ວນກ ...

Read More »

ຍອດສົ່ງອອກເດືອນກັນຍາ ມີມູນຄ່າ 354 ລ້ານໂດລາ, ສິນຄ້າສົ່ງອອກຫຼັກຄຳແທ່ງ ປະມານ…

ມູນຄ່າການຄ້າເດືອນກັນຍາ 2020 ບັນລຸ 760 ລ້ານໂດລາສະຫະລັດ; ໃນນັ້ນ ການສົ່ງອອກ ມີມູນຄ່າປະມານ 354 ລ້ານໂດລາ ສ່ວນມູນຄ່າທັງໝົດ ປະມານ 405 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 50 ລ້ານໂດລາສະຫາລັດ. ເວບໄຊສູນຂໍ້ມູນຂ່າວສານທາງການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍງານວ່າ: ໝວດສິນຄ້າສົ່ງອອກຫຼັກມີມູນຄ່າທັງໝົດປະມານ 354 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດແມ່ນ: ຄຳປະສົມ (ຄຳແທ່ງ) ປະມານ 49 ລ້ານໂດລາ, ຮອງມາແມ່ນຢາງພາລາ 39 ລ້ານໂດລາ, ແຮ່ທອງ 33 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 25 ລ້ານໂດລາ,ໝາກກ້ວຍ 22 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 17 ລ້ານໂດລາ,ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ) ປະມານ 16 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 12 ລ້ານໂດລາ, ທອງແດງ ...

Read More »

ລາວ-ອິນເດຍ ຫາລືຄວາມເປັນໄປໄດ້ສົ່ງຊ່ຽວຊານສິດສອນດ້ານສິລະປະພື້ນເມືອງ……

ທ່ານ ກິ​ແກ້ວ ໄຂ​ຄຳ​ພິທູນ ລັດຖະມົນຕີ ກະຊວງຖະແຫຼງ​ຂ່າວ,ວັດທະນະທຳ ແລະ ທ່ອງ​ທ່ຽວ (ຖວທ) ໄດ້​ຕ້ອນຮັບ ທ່ານ ດິນ​ກ່າ ອາ​ສ​ທາ​ນ່າ ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະຈຳ​ລາວ ເຂົ້າ​ຢ້ຽມ​ຂໍ່ານັບ ເມື່ອ​ວັນ​ທີ 11 ພະຈິກ ທີ່​ກະຊວງ​ດັ່ງກ່າວ​ເພື່ອ​ປຶກສາ​ຫາລື​ວຽກ​ງານ​ຮ່ວມ​ມື​ດ້ານ​ສິລະ​ປະ. ໃນ​ໂອກາດ​ດັ່ງກ່າວ ທ່ານລັດຖະມົນຕີ ກໍໄດ້​ກ່າວ​ສະແດງ​ຄວາມ​ຊົມເຊີຍ ແລະ ຍິນດີ​ຕ້ອນຮັບທ່ານທູດ ໃນ​ການ​ມາ​ປະຕິບັດ​ໜ້າ​ທີ່ການ​ທູດ​ປະຈຳ​ລາວ ຊຶ່ງ​ຕະຫຼອດ​ປະຕິບັດ​ໜ້າທີ່ທ່ານ​ໄດ້​ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ສ້າງ​ສາຍ​ພົວພັນການ​ຮ່ວມ​ມື ແລະ ຊ່ວຍເຫຼືອຊຶ່ງ​ກັນ ແລະ ກັນ ລະຫວ່າງ ລາວ​-​ອິນ​ເດຍ ເວົ້າ​ລວມ​ ເວົ້າ​ສະເພາະ​ກໍ​ຄື​ໃນ​ຂົງເຂດວັດທະນະທຳ​ສອງປະເທດທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ນັບ​ມື້​ເພີ່ມ​ພູນ​ຄູນ​ສ້າງ​ຍິ່ງໆ​ຂຶ້ນ. ໃນ​ນັ້ນ ທ່ານລັດຖະມົນຕີ ແລະ ທ່ານທູດ ຍັງ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ນຳ​ສົ່ງ​ຊ່ຽວຊານ​ດ້ານ​ການ​ເຕັ້ນ​ລຳ​ພື້ນເມືອງ​ແບບ​ອິນ​ເດຍ​ ເພື່ອ​ມາ​ສິດສອນ​ນັກຮຽນ​ຢູ່​ໂຮງຮຽນ​ສິລະ​ປະ​ແຫ່ງ​ຊາດ​ລາວ ໂດຍ​ພາຍ​ໃຕ້​ທຶນ​ຂອງ​ສະພາ​ເພື່ອ​ຄວາມ​ສຳພັນ​ດ້ານ​ວັດທະນະທຳ​ອິນ​ເດຍ. ທ່ານທູດ ກໍໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່ ທ່ານລັດຖະມົນຕີ ທີ່​ໄດ້​ໃຫ້ການ​ຮ້ອນ​ຮັບ​ຢ່າງ​ອົບ​ອຸ່ນ ແລະ ຈະ​ສືບຕໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ທີ່​ດີ ລະຫວ່າງ ອິນ​ເດ​ຍ-​ລາວ, ລາວ​-​ອິນ​ເດ​ຍ ​ໃຫ້​ແຕກ​ດອກ​ອອກ​ຜົນ​ຢ່າງ​ແທ້​ຈິງ. ແຫຼ່ງຂໍ້ມູນ: ປະຊາຊົນ

Read More »

ນາຍົກ ຈະເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ສ ເກົາຫຼີ ແລະ ຍີ່ປຸ່ນ ….

ວັນ​ທີ 13 ພະຈິກ 2020 ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2 ແລະ ກອງ​ປະຊຸມ​ສຸດ​ຍອດ ແມ່​ນໍ້າ​ຂອງ​-​ຍີ່ປຸ່ນ ຄັ້ງ​ທີ 12 (​ກອງ​ປະຊຸມ​ທາງໄກ). ກອງ​ປະຊຸມ​ດັ່ງກ່າວ​ຈະ​ໄດ້​ທົບ​ທວນຄືນ​ໝາກຜົນ​ຂອງ​ການ​ຮ່ວມ​ມື​ໃນ​ໄລຍະ 1 ປີ ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າ ໂດຍ​ສຸມ​ໃສ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​-​ສັງຄົມ ຈາກ​ຜົນ​ກະທົບ​ຂອງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ໃນ​ນີ້ ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2 ຈະ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ຂຶ້ນ​ສູ່​ຄູ່​ຮ່ວມ​ມື​ຍຸດທະສາດ​ເພື່ອ​ປະຊາຊົນ, ຄວາມ​ຈະເລີນ​ຮຸ່ງເຮືອງ ແລະ ສັນຕິ​ພາບ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຈະ​ຮັບຮອງ​ເອົາ​ຖະແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ຄັ້ງ​ທີ 2. ຂອບ​ການ​ຮ່ວມ​ມື​ແມ່​ນໍ້າ​ຂອງ​-ສ ເກົາຫຼີ ໄດ້​ຖືກ​ສ້າງຕັ້ງ​ຂຶ້ນ​ໃນ​ປີ 2011 ໂດຍ​ປະກອບ​ມີ 6 ປະເທດ​ສະມາຊິກ ຄື: ສປປ ລາວ, ກໍາ​ປູ​ເຈຍ, ມຽນ​ມາ, ໄທ, ຫວຽດນາມ ແລະ ສ ເກົາຫຼີ ...

Read More »

ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມື ລະຫວ່າງປະເທດ ທາງອາຍາ…

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 12 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ,ທ່ານ ພົທ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການຮ່ວມມືລະຫວ່າງປະເທດ ທາງອາຍາ ສະບັບສ້າງໃໝ່; ຫລັງຈາກນັ້ນ ບັນດາ ສະມາຊິກສະພາແຫ່ງຊາດ ສສຊ ກໍໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ສະບັບດັ່ງກ່າວ, ຕາມຄຳຖາມເຈາະຈິ້ມຂອງປະທານກອງປະຊຸມ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີ ສສຊ ບາງທ່ານ ສະເໜີ ໃຫ້ມີການປັບປຸງບາງໝວດ, ບາງມາດຕາ ທີ່ເຫັນວ່າຍັງບໍ່ທັນຖືກຕ້ອງ, ສອດຄ່ອງ, ຮັດກຸມ ເທົ່າທີ່ຄວນ. ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ຖືກຕ້ອງຕາມແນວທາງທີ່ພັກ-ລັດ ວາງອອກ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ໃຫ້ເກີດຜົນປະໂຫຍດສູງສຸດ. ທ່ານ ພົທ ວິໄລ ຫລ້າຄຳຟອງ ໄດ້ຍົກໃຫ້ເຫັນຄວາມເປັນມາ, ຄວາມສຳຄັນ, ເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງຮ່າງກົດໝາຍສະບັບນີ້, ...

Read More »

ການກໍ່ສ້າງເຮືອນ ໃຫ້ຜູ້ປະສົບໄພພິບັດ ທີ່ເມືອງສະໜາມໄຊ ທີ່ຍັງມີຄວາມຫຼ້າຊ້າ ຍ້ອນ….

ວັນທີ 11 ພະຈິກ 2020 ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ເຊິ່ງນຳໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍອຳນາດການປົກຄອງແຂວງອັດຕະປື ແລະ ກະຊວງທີ່ກ່ຽວຂ້ອງ ລົງກວດກາຕິດຕາມການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພິບັດ ຢູ່ເຂດບ້ານຕະມໍຢອດ ແລະ ບ້ານດົງບາກໃໝ່ຫີນດຳ ເມືອງສະໜາມໄຊ ແຂວງອັດຕະປືເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ເລັ່ງທວງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້. ທັງນີ້, ກໍເພື່ອເປັນການເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ໄດ້ເຂົ້າຢູ່ເຮືອນໃໝ່ຖາວອນໂດຍໄວ ແນ່ໃສ່ເພື່ອເປັນການຍົກລະດັບ ແລະ ແກ້ໄຂການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ. ການລົງຕິດຕາມກວດການໃນຄັ້ງນີ້, ໄດ້ເນັ້ນໃສ່ສະເພາະການກໍ່ສ້າງເຮືອນຖາວອນ ຈຳນວນ 700 ຫລັງ ທີ່ໄດ້ຮັບທຶນຈາກ ບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ, ເຊິ່ງມາຮອດປັດຈຸບັນມີຄວາມຄືບໜ້າຫລາຍດ້ານ ເຊິ່ງຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ປະຊາຊົນພ້ອມຂຶ້ນຢູ່ ຈຳນວນ 500 ກວ່າຫລັງ ກ່ອນເດືອນເມສາ 2021 ນີ້. ຈຳນວນ 700 ຫລັງປະກອບ ມີ: ເຮືອນວິນລາ ...

Read More »