ເມື່ອບໍ່ດົນມານີ້ ລັດຖະບານໄດ້ອະນຸມັດໃຫ້ມີແຜນໂຄງການກໍ່ສ້າງເສັ້ນທາງດ່ວນວັງວຽງ - ຫຼວງພະບາງ ຊຶ່ງຈະເຮັດໃຫ້ການເດີນທາງ ລະຫວ່າງສອງເມືອງທ່ອງທ່ຽວທີ່ສຳຄັນ . ທາງດ່ວນເສັ້ນນີ້ ຈະເປັນທາງ 4 ເລນ, ມີຄວາມຍາວທັງໝົດ 136,9 ກິໂລແມັດ ຈະໃຊ້ເວລາເດີນທາງພຽງແຕ່ 90 ນາທີ.
ອ້າງຈາກບໍລິສັດຮ່ວມທຸລະກິດລາວ - ຈີນ ທີ່ຈະເປັນຜູ້ຮັບເໝົາກໍ່ສ້າງກ່າວວ່າ: ປັດຈຸບັນກຳລັງສຳຫຼວດເສັ້ນທາງດັ່ງກ່າວ ແຕ່ຍັງບໍ່ມີກຳນົດວັນເວລາຈັດຕັ້ງປະຕິບັດແນ່ນອນ ເພາະວ່າຍັງຈະຕ້ອງໄດ້ກະກຽມຫຼາຍໜ້າວຽກຕື່ມອີກ.

ປະຈຸບັນ ຄະນະຮັບຜິດຊອບ ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ກຳລັງກຽມບົດລາຍງານການສຶກສາຄວາມເປັນໄປໄດ້ ແລະ ການອະນຸມັດໂຄງການກໍ່ສ້າງຈາກລັດຖະບານ; ຖ້າການກໍ່ສ້າງເສັ້ນທາງດ່ວນນີ້ສຳເລັດ ຈະຫຼຸດເວລາການເດີນທາງລົງໄດ້ຫຼາຍຊົ່ວໂມງ ເມື່ອທຽບກັບປັດຈຸບັນ.

ເສັ້ນທາງດ່ວນນີ້ແມ່ນສ່ວນໜຶ່ງຂອງແຜນໂຄງການກໍ່ສ້າງທາງດ່ວນໄລຍະທາງບໍ່ເຕັນ – ວຽງຈັນ ມີໄລຍະທາງ 460 ກມ. ຊຶ່ງມີຈຸດເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ – ບໍ່ເຕັນ ເປັນຊາຍແດນລາວ – ຈີນ.

ເສັ້ນທາງດ່ວນວຽງຈັນ – ບໍ່ເຕັນ ປະກອບດ້ວຍ 4 ຈຸດຄື: ວຽງຈັນ – ວັງວຽງ, ວັງວຽງ – ຫຼວງພະບາງ, ຫຼວງພະບາງ – ອຸດົມໄຊ ແລະ ອຸດົມໄຊ – ບໍ່ເຕັນ. ສ່ວນການກໍ່ສ້າງເສັ້ນທາງວັງວຽງ – ຫລວງພະບາງຈະເລີ່ມຈັດຕັ້ງປະຕິບັດ ຫຼັງຈາກທີ່ກໍ່ສ້າງທາງດ່ວນວຽງຈັນ – ວັງວຽງ ສຳເລັດແລ້ວ. ໃນນີ້ ທາງດ່ວນວັງວຽງ-ຫຼວງພະບາງນີ້ ຄາດວ່າຈະໃຫ້ເປີດໃຫ້ການສັນຈອນ ໂດຍໃຊ້ເວລາເດີນທາງປະມານ 90 ນາທີເທົ່ານັ້ນ.
ຂໍ້ມູນລາຍລະອຽດເພີ່ມຕື່ມ: https://l.facebook.com/l.