ຍອດສົ່ງອອກເດືອນກັນຍາ ມີມູນຄ່າ 354 ລ້ານໂດລາ, ສິນຄ້າສົ່ງອອກຫຼັກຄຳແທ່ງ ປະມານ…

ມູນຄ່າການຄ້າເດືອນກັນຍາ 2020 ບັນລຸ 760 ລ້ານໂດລາສະຫະລັດ; ໃນນັ້ນ ການສົ່ງອອກ ມີມູນຄ່າປະມານ 354 ລ້ານໂດລາ ສ່ວນມູນຄ່າທັງໝົດ ປະມານ 405 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 50 ລ້ານໂດລາສະຫາລັດ.

ເວບໄຊສູນຂໍ້ມູນຂ່າວສານທາງການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ລາຍງານວ່າ: ໝວດສິນຄ້າສົ່ງອອກຫຼັກມີມູນຄ່າທັງໝົດປະມານ 354 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດແມ່ນ: ຄຳປະສົມ (ຄຳແທ່ງ) ປະມານ 49 ລ້ານໂດລາ, ຮອງມາແມ່ນຢາງພາລາ 39 ລ້ານໂດລາ, ແຮ່ທອງ 33 ລ້ານໂດລາ, ເຍື່ອໄມ້ ແລະ ເສດເຈ້ຍ 25 ລ້ານໂດລາ,ໝາກກ້ວຍ 22 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ປະມານ 17 ລ້ານໂດລາ,ໂຄງຮ່າງ (ຊິ້ນສ່ວນກ້ອງບັນທຶກພາບ) ປະມານ 16 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 12 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 4 ລ້ານໂດລາ, ແລະ ສາລີ ມີມູນຄ່າປະມານ 3 ລ້ານໂດລາ.

ສ່ວນໝວດສິນຄ້ານໍາເຂົ້າຫຼັກ ສະເລ່ຍມູນຄ່າທັງໝົດ ປະມານ 405 ລ້ານໂດລາ. ໃນນັ້ນ, ສິນຄ້າທີ່ມີມູນຄ່າສູງສຸດເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ປະມານ 29 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 16 ລ້ານໂດລາ, ນ້ຳມັນກາຊວນ ປະມານ 23 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 29 ລ້ານໂດລາ, ເຫຼັກ (ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ) ປະມານ 23 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມູນຄ່າປະມານ 17 ລ້ານໂດລາ, ນ້ຳມັນແອັດຊັງ (ແອັດຊັງພິເສດ) ປະມານ 7 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 13 ລ້ານໂດລາ ແລະ ຝຸ່ນ (ປຸຍ) ປະມານ 7 ລ້ານໂດລາ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ: ສປ ຈີນ ມູນຄ່າປະມານ 142 ລ້ານໂດລາ, ສສ ຫວຽດນາມ 74 ລ້ານໂດລາ, ໄທ 63 ລ້ານໂດລາ, ອິນເດຍ 12 ລ້ານໂດລາ ແລະ ຍີ່ປຸ່ນ 9 ລ້ານໂດລາ.

5 ປະເທດທີ່ນໍາເຂົ້າຫຼັກ ປະກອບມີ: ປະເທດໄທ ມູນຄ່າປະມານ 215 ລ້ານໂດລາ, ສປ ຈີນ 95 ລ້ານໂດລາ, ສສ ຫວຽດນາມ 59 ລ້ານໂດລາ, ຢີ່ປຸ່ນ 8 ລ້ານໂດລາ ແລະ ອິນເດຍ 4 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນກັນຍານີ້ ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments