ການກໍ່ສ້າງເຮືອນ ໃຫ້ຜູ້ປະສົບໄພພິບັດ ທີ່ເມືອງສະໜາມໄຊ ທີ່ຍັງມີຄວາມຫຼ້າຊ້າ ຍ້ອນ….

ວັນທີ 11 ພະຈິກ 2020 ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ເຊິ່ງນຳໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍອຳນາດການປົກຄອງແຂວງອັດຕະປື ແລະ ກະຊວງທີ່ກ່ຽວຂ້ອງ ລົງກວດກາຕິດຕາມການກໍ່ສ້າງເຮືອນຖາວອນ ໃຫ້ຜູ້ປະສົບພິບັດ ຢູ່ເຂດບ້ານຕະມໍຢອດ ແລະ ບ້ານດົງບາກໃໝ່ຫີນດຳ ເມືອງສະໜາມໄຊ ແຂວງອັດຕະປືເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແລະ ເລັ່ງທວງໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.

ທັງນີ້, ກໍເພື່ອເປັນການເຮັດໃຫ້ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ເມືອງສະໜາມໄຊ ໄດ້ເຂົ້າຢູ່ເຮືອນໃໝ່ຖາວອນໂດຍໄວ ແນ່ໃສ່ເພື່ອເປັນການຍົກລະດັບ ແລະ ແກ້ໄຂການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ ໃຫ້ນັບມື້ນັບດີຂຶ້ນ ແລະ ມີການພັດທະນາຢ່າງຕໍ່ເນື່ອງ.

ການລົງຕິດຕາມກວດການໃນຄັ້ງນີ້, ໄດ້ເນັ້ນໃສ່ສະເພາະການກໍ່ສ້າງເຮືອນຖາວອນ ຈຳນວນ 700 ຫລັງ ທີ່ໄດ້ຮັບທຶນຈາກ ບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ, ເຊິ່ງມາຮອດປັດຈຸບັນມີຄວາມຄືບໜ້າຫລາຍດ້ານ ເຊິ່ງຄາດວ່າຈະໃຫ້ສຳເລັດການກໍ່ສ້າງ ແລະ ປະຊາຊົນພ້ອມຂຶ້ນຢູ່ ຈຳນວນ 500 ກວ່າຫລັງ ກ່ອນເດືອນເມສາ 2021 ນີ້.

ຈຳນວນ 700 ຫລັງປະກອບ ມີ: ເຮືອນວິນລາ 80 ຫລັງ, ເຮືອນກໍ່ສອງຊັ້ນ 4 ຫລັງ, ເຮືອນເຄິ່ງກໍ່ເຄິ່ງໄມ້ 278 ຫລັງ ແລະ ເຮືອນມີກ້ອງຕາລ່າງ 338 ຫລັງ. ການປຸກສ້າງເຮືອນຖາວອນ ໃຫ້ພໍ່ແມ່ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ມີທັງໝົດ 811 ຫລັງ, ໃນນັ້ນ 45 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານໄທ ເຊິ່ງສຳເລັດແລ້ວ 44 ຫລັງ ແລະ ຍັງອີກພຽງ 1 ຫລັງ ທີ່ກຳລັງກໍ່ສ້າງ, ມີ 66 ຫລັງ ໄດ້ຮັບທຶນຊ່ວຍເຫລືອຈາກ ໂຄງການ UN-HABITAT ປະເທດຍີ່ປຸນ ເຊິ່ງສໍາເລັດທັງໝົດແລ້ວ ແລະ ສ່ວນທີ່ເຫລືອຄາດວ່າຈະໃຫ້ສໍາເລັດທັງໝົດໃນທ້າຍປີ 2021.

ການກໍ່ສ້າງມີຄວາມຫລ້າຊ້າ ກໍເນື່ອງມາຈາກຫລາຍປັດໄຈ ເປັນຕົ້ນແມ່ນແບບເຮືອນ ມີຄວາມມັກບໍ່ຄືກັນ ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງພັດມັກອີກແບບ, ຜູ້ເຄີຍມີເຮືອນນ້ອຍ ຢາກໄດ້ຫລັງໃຫຍ່ ຜູ້ທີ່ເຄີຍມີເຮືອນໃຫຍ່ ພັດຢາກໄດ້ຫລັງທີ່ໃຫຍ່ກວ່າ ເລີຍເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ, ລວມການຈັດສັນທີ່ດິນທີ່ຍັງບໍ່ທັນແທດເໝາະ ຫລື ຖືກກັບຄວາມຕ້ອງການຂອງປະຊາຊົນ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ.

ແຫຼ່ງຂໍ້ມູນ: lao youth radio

Comments