45 ປີ ເບຍລາວ ເຕີບໃຫຍ່ເຂັ້ມແຂງແລະ ປະກອບສ່ວນ ໃນການສ້າງລາຍຮັບໃຫ້ແກ່ປະເທດຊາດ….

ປີ 2020 ເບຍລາວ ໄດ້ກາຍເປັນບໍລິສັດໃຫຍ່ລະດັບຊາດ ທີ່ມີໂຮງງານຢູ່ 3 ແຫ່ງ ຄື: ຢູ່ນະຄອນຫຼວງວຽງຈັນ 2 ແຫ່ງ ແລະ ແຂວງ ຈໍາປາສັກ 1 ແຫ່ງ.

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນ ວາ 1975 – 2 ທັນວາ 2020 ) ທີ່ຈະມາເຖີງນີ້.ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 12 ພະຈິກ 2020 ນີ້ ຢູ່ສໍານັກງານໃຫຍ່ບໍລິສັດ ເບຍລາວ ຈໍາກັດ, ນະຄອນຫລວງວຽງຈັນ. ທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດເບຍລາວ ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນຈົນມາຮອດປັດຈຸບັນ.

ບໍລິສັດໄດ້ດໍາເນີນທຸລະກິດທີ່ສອດ ຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ກົນໄກການປັບປຸງປ່ຽນແປງຂອງ ພັກ-ລັດ ໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ບໍລິສັດໄດ້ຮັບການພັດທະນາເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ຕໍ່ບຸກຄະລາກອນພາຍໃນບໍລິສັດຂອງຕົນເປັນຢ່າງດີ, ມີການກໍ່ສ້າງຍົກສູງຄວາມຮູ້-ຄວາມສາມາດໃຫ້ພະນັກ ງານຢ່າງບໍ່ຢຸດຢັ້ງ, ການປະຕິບັດນະໂຍບາຍສະຫວັດດີການ, ມີການປະສານສົມທົບ 3 ຜົນປະໂຫຍດຢ່າງລົງໂຕ ແລະມີພະນັກງານສືບທອດໃນແຕ່ລະລຸ້ນ, ເອົາໃຈໃສ່ສູງສຸດຕໍ່ບັນຫາສຸຂະພາບ ແລະ ຄວາມປອດໄພຂອງພະນັກງານ, ກໍາມະກອນ, ທັງເຮັດໃຫ້ເຂົາເຈົ້າກໍາໄດ້ແນວທາງນະ ໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະ ບານໃນແຕ່ລະໄລຍະ.

ທ່ານ ສູນທອນ ພົມມະຈັກ ໃຫ້ຮູ້ຕື່ມວ່າ: ເບຍລາວ ເປັນບໍລິສັດທີ່ສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງຊາດເປັນອັນດັບໜຶ່ງ, ເຊີ່ງປີໜຶ່ງລັດຖະບານມີລາຍຮັບທາງກົງຈາກບໍລິສັດເຖິງ 2.000 ຕື້ກວ່າກີບ ແລະ ໄດ້ຈາກທາງອ້ອມໂດຍການມອບເປັນພັນທະຈາກຕົວແທນຈໍາໜ່າຍຮ້ານຄ້າ ແລະ ຮ້ານບໍລິການໃນທົ່ວປະເທດຫຼາຍຮ້ອຍຕື້ກີບ, ເປັນບໍລິສັດນໍາໜ້າໃນການນໍາໃຊ້ເຕັກໂນໂລຊີທັນຍຸກທັນສະໄໝມາຕະຫຼອດ, ມີການຮ່ວມມືກັບບໍລິສັດຊັ້ນນໍາຂອງໂລກ ຄື: ບໍລິສັດຄາສເບີກ ຈາກປະເທດດານມາກທີ່ມີປະສົບການມາຫລາຍກວ່າ 170 ປີ, ທັງມີ ການຮ່ວມມື ແລະ ລົງທຶນຢູ່ຫຼາຍກວ່າ 150 ປະເທດໃນທົ່ວໂລກ.

ນອກຈາກນີ້ ບໍລິສັດ ເບຍລາວ ໄດ້ສ້າງວຽກເຮັດງານທໍາໂດຍກົງໃຫ້ແກ່ແຮງງານເກືອບ 3.000 ຄົນ ແລະ ແຮງງານປິ່ນອ້ອມຈາກການປູກເຂົ້າ, ການບໍລິການ ແລະ ອື່ນໆ ຫຼາຍໝື່ນແຮງງານ, ຄຽງຄູ່ກັນນີ້ ມີຄວາມຮັບຜິດ ຊອບສູງຕໍ່ສັງຄົມດ້ວຍການດົນນະລົງໃຫ້ມີຄວາມປອດໄພໃນການຂັບຂີ່, ດື່ມແລ້ວບໍ່ຂັບຂີ່, ມີງົບປະມານລາຍຈ່າຍຫຼາຍຕື້ກີບໃນແຕ່ລະປີເພື່ອອຸປະຖໍາສົ່ງເສີມໃນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຊຸກຍູ້ອຸປະຖໍາໃນການຮັກສາສະພາບແວດລ້ອມ, ການຮັກສາສຸຂະພາບຂອງປະຊາຊົນ, ວຽກງານກິລາ, ສາທາລະນະສຸກ, ສົ່ງເສີມວຽກ ງານການສຶກສາ, ພ້ອມທັງມີທຶນໃຫ້ນັກສຶກສາທີ່ຮຽນດີມີຄຸນສົມບັດແຕ່ດ້ອຍໂອກາດຢູ່ສະຖາບັນການສຶກສາຕ່າງຯ ຈໍານວນຫລາຍສົມຄວນໃນແຕ່ລະປີ.

ຂະນະດຽວກັນ ໄດ້ຮັບເອົານັກສຶກສາຈາກສະຖາບັນການສຶກສາຕ່າງໆ ມາເຝິກງານນໍາ ແລະ ຖືໂອກາດດັ່ງກ່າວຄັດເລືອກເອົານັກສຶກ ສາຜູ້ທີ່ເກັ່ງ ແລະ ມີພອນສະຫວັນເຂົ້າເຮັດວຽກນໍາບໍລິສັດພາຍຫລັງເຂົາເຈົ້າຮຽນຈົບ. ສໍາລັບບໍລິສັດ ເບຍລາວ ຈໍາກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1973 ເພື່ອຜະລິດ ແລະ ຈໍາໜ່າຍ ເບຍ, ນໍ້າກ້ອນ ແລະ ນໍ້າອັດລົມ ເຊີ່ງມີກໍາລັງການຜະລິດທັງໝົດ 3 ລ້ານລິດຕໍ່່ປີ ແລະ ປີ 1974 ສາມາດຜະລິດ ແລະ ຈໍາໜ່າຍໄດ້ 1,6 ລ້ານລິດ ເທົ່ານັ້ນ. ປັດຈຸບັນບໍລິສັດ ມີກໍາລັງການຜະລິດລວມ ເຖິງ 950 ລ້ານລີດຕໍ່ປີ ລື່ນປີ 1973 ເຖິງ 300 ກວ່າເທົ່າ. ໃນນີ້ລວມມີ 3 ຜະລິດຕະພັນຫຼັກ ຄື: ເບຍ, ນໍ້າອັດລົມໃນເຄືອແປັບຊີ ແລະ ນໍ້າດື່ມຫົວເສືອ. ເບຍລາວ ໄດ້ກວມສ່ວນແບ່ງຕະຫຼາດພາຍໃນປະເທດຫຼາຍກວ່າ 95% ມາຫຼາຍປີ, ນໍ້າອັດລົມໃນເຄືອແປັບຊີ ກວມຕະຫຼາດ 80%, ນໍ້າດື່ມຫົວເສືອກວມຕະຫຼາດ 70%. ສະເພາະເບຍລາວ ມີການສົ່ງອອກເຖິງ 20 ກວ່າປະເທດ ເຊັ່ນ: ຈີນ, ສະຫະລັດອາເມລິກາ, ຍິ່ປຸ່ນ, ເອີຣົບ, ໄທ, ຫວຽດນາມ ແລະ ອື່ນຯ.

ແຫຼ່ງຂໍ້ມູນ: ວສລ

Comments