ເກົາຫຼີ ຢໍ້າຄືນຄວາມໝາຍໝັ້ນ ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ…..

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 21 ໄດ້ຈັດຂຶ້ນໃນວາລະການດເນີນ ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແບບທາງໄກ (ຜ່ານລະບົບວີດີໂອອອນລາຍ)

ຕີລາຄາສູງຕໍ່ ຜົນສໍາເລັດໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ສ.ເກົາຫລີ ຄົບຮອບ 30 ປີ ໃນປີ 2019 ຜ່ານມາ, ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020 ກໍໄດ້ຮັບຜົນສໍາເລັດເປັນຢ່າງດີ ອັນໄດ້ເຮັດໃຫ້ການຮ່ວມມືໃນຂົງເຂດການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນອາ ຊຽນ ແລະ ສ.ເກົາຫລີ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໂດຍສະເພາະໃນຂົງເຂດດິຈີຕອນ, ນະວັດຕະກຳໃໝ່, Start-ups, ການພັດທະນາຕົວເມືອງອັດສະລິຍະ, ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີ ຕໍ່ການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ສ.ເກົາຫລີ ໄລຍະ 2016-2020, ເຊິ່ງສາມາດປະຕິບັດໄດ້ 100% ແລະ ໃນເວລາດຽວກັນ, ກໍໄດ້ຮັບຮອງເອົາແຜນປະຕິບັດງານສະບັບໃໝ່ ໄລຍະ 2021-2025.

ບັນດາຜູ້ນຳອາຊຽນ ແລະ ເກົາຫລີ ໄດ້ຢໍ້າຄືນຄວາມໝາຍໝັ້ນ ທີ່ຈະເພີ່ມທະວີສືບຕໍ່ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຂົງເຂດສາທາລະນະສຸກ ໂດຍສະເພາະການສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ການສຶກສາ, ການຫັນເປັນເສດຖະກິດດິຈິຕອນ ແລະ ນະວັດຕະກໍາ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາພາຍໃນອາຊຽນ, ການທ່ອງທ່ຽວ, ການພັດທະນາແບບຍືນຍົງ, ການຄໍ້າປະກັນສະບຽງອາຫານ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ກອງປະຊຸມໄດ້ສະແດງຄວາມຂອບໃຈ ຕໍ່ ສ.ເກົາຫລີ ໃນການປະກອບສ່ວນເງິນເຂົ້າໃນກອງທຶນອາຊຽນ ຕ້ານເຊື້ອພະຍາດໂຄວິດ-19 ຈຳນວນ 1 ລ້ານໂດລາ. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ສ.ເກົາຫລີ ຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອແກ່ ສປປ ລາວ ຕະຫລອດມາ.

ແຫຼ່ງຂໍ້ມູນ: ຂປລ

Comments