ທ່ານ ນາງ ຊາຣີນ ທູລາດາຣ ຖືກແຕ່ງຕັ້ງມາເປັນຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ

ໃນວັນທີ 11 ກຸມພາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນໜັງສືແຕ່ງຕັ້ງ ຂອງ ນາງ ຊາຣີນ ທູລາດາຣ (Mrs. Shareen Tuladhar), ເພື່ອມາເປັນຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ.

อาจเป็นรูปภาพของ 2 คน, ผู้คนกำลังยืน และข้อความพูดว่า "CIOM VientianePost"

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີຕ່າງປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ນາງ ຊາຣີນ ທູລາດາຣ ທີ່ຖືກແຕ່ງຕັ້ງມາເປັນຫົວໜ້າຫ້ອງການຂອງອົງການ IOM ປະຈຳ ສປປ ລາວ ແລະ ພ້ອມກັນນັ້ນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫລືອ ຂອງອົງການ IOM ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ທັງສອງທ່ານ ໄດ້ແລກປ່ຽນຄຳເຫັນ ກ່ຽວກັບ ການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ IOM ໂດຍສະເພາະ ການສະໜັບສະໜູນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆເປັນຕົ້ນ: ໂຄງການສ້າງຄວາມສາມາດໃຫ້ແກ່ພະນັກງານກະຊວງຂະແໜງການທີ່ກ່ຽວຂ້ອງ, ການປ້ອງກັນການເຄື່ອນຍ້າຍທີ່ຜິດກົດໝາຍ, ການສະກັດກັ້ນການຄ້າມະນຸດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ໂຄງການ​ຫຼຸດຜ່ອນຄວາມສ່ຽງຂອງແຮງງານເຄື່ອນຍ້າຍທີ່ບໍ່ຖືກຕ້ອງຈາກການກົດຂີ່ຂູດຮີດແຮງງານທຸກຮູບແບບ.

อาจเป็นรูปภาพของ 6 คน และผู้คนกำลังยืน

ນອກນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ຢືນຢັນຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອທ່ານ ນາງ ຊາຣີນ ທູລາດາຣ ຕະຫລອດໄລຍະເວລາທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ, ພ້ອມທັງອວຍພອນໃຫ້ທ່ານ ຫົວໜ້າຫ້ອງການອົງການ IOM ປະສົບຜົນສໍາເລັດໃນການມາປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້.ໃນໂອກາດດຽວກັນນີ້, ທ່ານ ນາງ ຊາຣີນ ທູລາດາຣ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ອົງການ IOM ຈະສືບຕໍ່ເພີ່ມທະວີການຊ່ວຍເຫລືອ ແລະ ຮ່ວມມືກັບ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ໃນຂອບວຽກຂອງອົງການດັ່ງກ່າວ ໃຫ້ໄດ້ຮັບໝາກຜົນທີ່ດີໃນອະນາຄົດຂ້າງໜ້າ.

ແຫຼ່ງຂ່າວ: ວຽງຈັນໂພສ

Comments