ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫລືອວັກຊີນຈາກ ສປ ຈີນ

ກະຊວງສາທາລະນະສຸກ ກໍຄື ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ລັດຖະບານ ສປ ຈີນ ທີ່ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມດ້ວຍເຊີແລງ ຈຳນວນ 300.800 ອັນ ໃຫ້ແກ່ ສປປ ລາວ ເພື່ອນຳມາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນປະເທດ ໄດ້ຢ່າງທັນການ.ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສຳພາດໃນໂອກາດຕ້ອນຮັບການຂົນສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ທີ່ມາຈາກ ສປ ຈີນ ໃນຕອນເຊົ້າຂອງວັນທີ 8 ກຸມພາ 2021 ທີ່ສະໜາມບິນສາກົນວັດໄຕ ວ່າ: ການຊ່ວຍເຫລືອຄັ້ງນີ້, ເຊິ່ງເປັນຮອບທີສອງ ແມ່ນມີຄວາມໝາຍສຳຄັນຫລາຍ ເພາະຈະເຮັດໃຫ້ ສປປ ລາວ ສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບຸກຄະລາກອນຜູ້ທີ່ມີຄວາມສ່ຽງສູງສຸດໄດ້ຄົບໝົດ ເປັນຕົ້ນແມ່ນບຸກຄະລາກອນການແພດ ທີ່ເຮັດວຽກໂດຍກົງກັບຄົນເຈັບ ແລະ ເຮັດວຽກຢູ່ຫ້ອງວິເຄາະ, ບຸກຄະລາກອນທີ່ເຮັດວຽກຢູ່ຕາມຊາຍແດນຕ່າງໆ ແລະ ຜູ້ທີ່ເຮັດວຽກຜະເຊີນໜ້າກັບຄົນເຈັບທີ່ຕິດເຊື້ອ ແລະ ຜູ້ທີ່ສົງໄສການຕິດ ເຊື້ອພະຍາດໂຄວິດ-19 ແລະ ຜູ້ມີຄວາມສ່ຽງທີ່ບໍ່ຮູ້ຈັກ

อาจเป็นรูปภาพของ 1 คน และกำลังยืน

ໃນເບື້ອງຕົ້ນ, ລັດຖະບານຈີນ ກໍໄດ້ມອບວັກຊີນດັ່ງກ່າວ, ຈຳນວນ 2.000 ໂດສ ໃຫ້ ສປປ ລາວ ເຊິ່ງປັດຈຸບັນນີ້ ກຳລັງເລັ່ງສັກໃຫ້ບຸກຄົນທີ່ໄດ້ມີຄວາມສ່ຽງສູງສຸດກ່ອນ ເຊິ່ງສັກໄດ້ປະມານ 600 ກວ່າຄົນແລ້ວ ແລະ ເຫັນວ່າມີຄວາມປອດໄພດີ ແລະ ບໍ່ມີອາການຂ້າງຄຽງ, ພ້ອມດຽວກັນນັ້ນ ການເກັບຮັກສາກໍງ່າຍ ໂດຍສາມາດເກັບຮັກສາໃນອຸ່ນຫະພູມ 2-8 ອົງສາ, ໝາຍຄວາມວ່າ ສາມາດນຳໄປສັກໃຫ້ກັບປະຊາຊົນລາວ ໃນທຸກບ່ອນທົ່ວປະເທດໄດ້.

ການຊ່ວຍເຫລືອດັ່ງກ່າວ, ເປັນການສະແດງເຖິງນ້ຳໃຈເອື້ອເຟື້ອເພື່ອແຜ່ ຂອງລັດຖະບານຈີນ ແລະ ເປັນການສະແດງເຖິງການເປັນເພື່ອນມິດສະຫາຍອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.ທ່ານລັດຖະມົນຕີ ຊີ້ແຈງວ່າ: ການສັກວັກຊີນ ແມ່ນໄດ້ປະຕິບັດຕາມຂໍ້ບົ່ງຊີ້ຂອງສະຫະພັນວັກຊີນ ສາກົນ (GAVI (Global Alliance for Vaccines and Immunization) ເຊິ່ງເລີ່ມຕົ້ນທີ່ມີໜ້ອຍ ແມ່ນຈະຕ້ອງສັກໃຫ້ຜູ້ທີ່ຈຳເປັນທີ່ສຸດ ແລະ ມີຄວາມສ່ຽງສູງສຸດກ່ອນ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ກໍຄື ພັກກອມມູນິດຈີນ ທີ່ໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ມີທ່າແຮງໃນປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຢູ່ໃນປະເທດ.

ແຫຼ່ງຂ່າວ: ຂປລ

Comments