ອົງການອາຫານໂລກ (WFP) ສືບຕໍ່ການຮ່ວມມື ເພື່ອສະໜອງອາຫານທ່ຽງ ໃຫ້ແກ່ນັກ ຮຽນກຽມປະຖົມສຶກສາ ແລະ ນັກຮຽນຊັ້ນປະຖົມສຶກສາ ຈໍານວນ 63.000 ຄົນ, ໃນ 18 ເມືອງຂອງແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ດ້ວຍອາຫານເພື່ອສຸຂະພາບດີ ແລະ ຫລາກຫລາຍກິດຈະກໍາທີ່ກ່ຽວຂ້ອງ.ພິທີລົງນາມຂໍ້ຕົກລົງກ່ຽວກັບແຜນງານ McGovern-Dole ສຳລັບໂຄງການອາຫານທ່ຽງໃນໂຮງ ຮຽນ 2020-2025 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 9 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ. ຕາງໜ້າລົງນາມຄັ້ງນີ້, ໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຢານ ເດວບາເຣ (Jan Delbaere) ຜູ້ອໍານວຍການ ທັງເປັນຜູ້ຕາງໜ້າອົງການອາຫານໂລກ ປະຈໍາ ສປປ ລາວ.
ທ່ານ ນາງ ແສງເດືອນ ຫລ້າຈັນທະບຸນ ໄດ້ກ່າວວ່າ: ການວິເຄາະຜົນປະໂຫຍດທີ່ໄດ້ຮັບຈາກ ໂຄງການອາຫານຂອງໂຮງຮຽນ ຂອງອົງການອາຫານໂລກ ທີ່ໄດ້ດໍາເນີນໃນປີ 2018 ໄດ້ສະແດງໃຫ້ເຫັນວ່າ ອາຫານທ່ຽງຂອງໂຮງຮຽນ ແມ່ນການລົງທຶນທີ່ນຳຜົນປະໂຫຍດມາສູ່ປະເທດຊາດໂດຍກົງ. ການລົງ ທຶນທຸກໆ 1 ໂດລາໃດ ແມ່ນໄດ້ຮັບຜົນຕອບແທນຄືນມາ 6 ໂດລາສະຫະລັດ. ສປປ ລາວ ບໍ່ພຽງແຕ່ເຫັນວ່າ ການເຂົ້າໂຮງຮຽນ ມີຕົວເລກເພີ່ມຂຶ້ນ ສະເລ່ຍ 14% ໃນໄລຍະ 10 ປີ ທີ່ຜ່ານມາ, ເດັກນ້ອຍຜູ້ທີ່ໄດ້ຮັບອາຫານຂອງໂຮງຮຽນແມ່ນໄດ້ໃຊ້ເວລາອີກ 1 ປີ ທີ່ໂຮງຮຽນ ທຽບໃສ່ກັບໝູ່ເພື່ອນຂອງພວກເຂົາ. ພວກເຮົາມີຄວາມດີໃຈ ທີ່ອົງການອາຫານໂລກ ຈະໄດ້ສະໜັບສະໜູນໃຫ້ແກ່ໂຮງຮຽນໃນທົ່ວປະເທດ ໃນອີກ 5 ປີ ໃນຕໍ່ໜ້າ. ສຳລັບອາຫານທີ່ມີໂພຊະນາການ ທີ່ເດັກນ້ອຍໄດ້ຮັບໃນແຕ່ລະມື້ປະກອບມີ: ເຂົ້າ, ແກ່ນຖົ່ວແຫ້ງ, ນໍ້າມັນພືດ ຈາກຜູ້ໃຫ້ການສະໜັບສະໜູນ.

ນອກຈາກນີ້, ຍັງມີອາຫານສົດໃນຊຸມຊົນ ເປັນຕົ້ນ ໄຂ່, ຜັກ ແລະ ເຄື່ອງປຸງຕ່າງໆ ທີ່ມາຈາກການປະກອບສ່ວນຂອງພໍ່-ແມ່ ແລະ ຊຸມຊົນ, ຈາກຜົນຜະລິດໃນສວນຂອງໂຮງຮຽນ, ຈາກກິດຈະກໍາລ້ຽງສັດຂະໜາດນ້ອຍ ແລະ ໜອງປາ, ທີ່ມາຈາກການຮ່ວມມືນຳພາການຈັດຕັ້ງປະຕິບັດ ລະຫວ່າງ ລັດຖະບານ ແລະ ອົງການອາຫານໂລກ.

ທ່ານ ຢານ ເດວບາເຣ ກ່າວວ່າ: ເປົ້າໝາຍລວມຂອງອົງການອາຫານໂລກ ແມ່ນຮັບປະກັນໃຫ້ ຈໍານວນເດັກນ້ອຍ ທີ່ຂາດສານອາຫານໃນລາວຫລຸດລົງ. ດ້ວຍການໃຫ້ອາຫານທີ່ດີຕໍ່ສຸຂະພາບໃຫ້ແກ່ນັກ ຮຽນກຽມປະຖົມສຶກສາ ແລະ ນັກຮຽນຊັ້ນປະຖົມສຶກສາ, ພວກເຮົາກໍາລັງສະໜັບສະໜູນເປົ້າໝາຍ ຂອງລັດຖະບານໃນການເຂົ້າເຖິງອາຫານທີ່ມີທາດບໍາລຸງ ແລະ ການສຶກສາ ຊັ້ນປະຖົມສໍາລັບເດັກນ້ອຍທີ່ມາຈາກຄອບຄົວທີ່ມີຄວາມສ່ຽງ.
ແຫຼ່ງຂ່າວ: ຂປລ.