ມອບ-ຮັບໜ້າທີ່ປະທານຄະນະກວດກາສູນກາງພັກ

ອີງ​ຕາມ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XI ຂອງ​ພັກ ແລະ ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI, ໃນ​ຕອນ​ແລງ ວັນ​ທີ 5 ກຸມພາ 2021 ທີ່​ສະໂມສອນ​ຄະນະ​ກວດກາ​ສູນ​ກາງ​ພັກ ໄດ້​ມີ​ພິທີ​ມອບ – ຮັບ ໜ້າທີ່​ລະຫວ່າງ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ເກົ່າ) ປະທານ​ອົງການ​ກວດກາ​ລັດຖະ ບານ ປະທານ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ແລະ ສະຫາຍ ຄຳພັນ ພົມ​ມະ​ທັດ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ຄະນະ​ ເລຂາທິການ​ສູນ​ກາງ​ພັກ ປະ ທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ໃໝ່) ໂດຍ​ມີສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໂອກາດ​ເຂົ້າ​ຮ່ວມພິທີຄັ້ງ​ ນີ້, ສະຫາຍ ທອງ​ລຸນ ສີ​ສຸລິດ ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ໃນ​ຫຼາຍ​ບັນ ຫາ​ທີ່​ສຳຄັນ ໂດຍ​ສະເພາະ​ຕໍ່​ສະຫາຍ​ປະທານຄະນະ​ກວດ ກາ​ສູນ​ກາງ​ພັກ (ຜູ້​ເກົ່າ ແລະ ຜູ້​ໃໝ່) ພ້ອມ​ທັງ​ໄດ້​ສະເໜີ​ບາງ​ວຽກ​ງານ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່ ທີ່​ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ດັ່ງນີ້: ພາຍ​ໃຕ້​ການ​ນຳ​ພາ​-​ຊີ້​ນຳ​ຂອງ​ກົມ​ການເມືອງ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ຕໍ່​ວຽກ​ງານ​ກວດກາ​​ ມີສະຫາຍ ບຸນ​ທອງ ຈິດ​ມະນີ ເປັນ​ປະທານ​ນັ້ນ, ໄດ້​ມີ​ການ​ປ່ຽນແປງ​ຫຼາຍ​ດ້ານ​ທີ່​ຕັ້ງໜ້າ ໄປ​ສູ່​ຄຸນ​ນະ​ພາບ​ໃໝ່. ອັນ​ພົ້ນ​ເດັ່ນ, ແມ່ນ​ການ​ສະເໜີ​ໃຫ້​ສູນ​ກາງ ອອກ​ທິດ​ຊີ້​ນໍາ​ກ່ຽວ​ກັບ​ການ​ແກ້​ໄຂ​ພະຍາດ​ອາດຍາ​ສິດ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ການປັບປຸງປົວ ແປງ​ໃນ​ທົ່ວ​ພັກກໍຄື​ການ​ແກ້​ໄຂ​ ບັນຫາຫຍໍ້ທໍ້ທີ່​ເກີດຂຶ້ນໃນກົງ ຈັກ​ພັກ​-​ລັດ ແລະ ສະມາຊິກພັກ ​-​ພະນັກ​ງານ. ອັນ​ນັ້ນແມ່ນຜົນ ສຳເລັດທີ່​ໜ້າຊື່ນຊົມ​ຂອງ​ຄະ ນະ​ກວດກາ​ແຕ່​ລະ​ຂັ້ນ ເວົ້າ​ລວມ, ເວົ້າ ສະເພາະແມ່ນຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ ໂດຍ​ແມ່ນ​ສະຫາຍ ບຸນທອງ ຈິດ​ມະນີ ເປັນ​ຫຼັກ​ແຫຼ່ງ​ນຳພາ ຊຶ່ງ​ແມ່ນ​ຜົນງານ, ການ​ປະ ກອບ ສ່ວນ​ຂອງ​ສະຫາຍ​ຕໍ່​ການ​ຕິດ ຕາມ​ກວດກາ, ການຈັດຕັ້ງ​ປະ ຕິບັດມະຕິ​ກອງ​ປະຊຸມ​ໃຫຍ່ ແລະ ກົດ​ລະບຽບ​ຂອງ​ພັກໃນ 2 ສະໄໝ​ທີ່​ຜ່ານ​ມາ. ຄວາມ​ຮັບ ຜິດຊອບ ແລະ ຜົນງານ​ການ​ນຳ​ພາ​-​ຊີ້​ນຳ​ຂອງ​ສະຫາຍ ຜ່ານ​ມາ​ນຳໄປ​ສູ່​ການ​ປັບປຸງ​ແບບແຜນ​ນຳພາ, ແບບແຜນ​ວິທີ​ເຮັດ​ວຽກ ຂອງ​ພັກ ແລະ ໄດ້​ເປັນ​ການ​ສ້າງ​ບາດກ້າວ ທີ່​ດີ​ຂຶ້ນເຖິງ​ການ​ຍົກ​ບົດບາດ​ອິດ​ທິ​ພົນຂອງ​ພັກ​ເຮົາ.

ສຳລັບ ສະຫາຍ ຄຳ​ພັນ ພົມ​ມະ​ທັດ ມາ​ຮັບ​ໜ້າທີ່​ໃໝ່​ທີ່​ສຳຄັນ​ນີ້ແມ່ນ​ການ​ມອບ​ໝາຍ​ ໜ້າທີ່​ຄວາມ​ຮັບຜິດຊອບ​ອັນ​ໜັກໜ່ວງ ແລະ ມີ​ກຽດ. ເຊື່ອ​ໝັ້ນ​ວ່າດ້ວຍ​ມູນເຊື້ອ​ຄວາມ​ສາ ມັກຄີ​ເປັນ​ປຶກ​ແຜ່ນ​ຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ ແລະ ດ້ວຍ​ການ​ນຳພາ​ຂອງ ສະຫາຍຈະ​ເຮັດ​ໃຫ້​ວຽກ ງານກວດກາໄດ້ ຮັບການ​ປັບປຸງ, ຍົກ​ລະດັບ ແລະ ໄດ້​ຮັບ​ຜົນສຳເລັດ​ໃໝ່​ໃຫຍ່​ຫຼວງຫຼາຍ​ຂຶ້ນ​ກວ່າ​ເກົ່າ, ຕອບ​ສະ ໜອງ​ການ​ເລັ່ງ​ທວງ​ໃນ​ການ​ແກ້​ໄຂ​ບັນຫາ​ຢູ່​ພາຍ​ໃນ​ພັກ​-​ລັດ ກໍຄື​ຢູ່​ໃນ​ສັງຄົມ ໃຫ້​ຕົກ​ໄປ​ເປັນ​ກ້າວໆ ແລະ ມີ​ການ​ຫັນປ່ຽນ​ທີ່​ຈະ​ແຈ້ງ.

ສະຫາຍ ​ທອງ​ລຸນ ສີ​ສຸ​ລິດ ໄດ້​ສະເໜີ​ບາງ​ວຽກ​ງານ​ຈຸດ​ສຸມ ຂອງ​ວຽກ​ງານ​ກວດກາ​ຄື: ອັນ​ຮີບ​ດ່ວນ​ກວ່າ​ໝູ່​ແມ່ນ​ຕ້ອງສຸມ​ໃສ່​ກວດກາ ແລະ ແກ້​ໄຂ​ບັນຫາ​ການ​ເຊື່ອມ​ຖອຍ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດກໍຄື​ມານະ​ຈິດ​ປະຕິວັດ ໃນ​ຖັນ​ແຖວ​ສະມາຊິກ​ພັກ​-​ພະນັກງານ ແຕ່​ລະ​ຂັ້ນ (ພະນັກງານ​ກວດກາຕ້ອງເປັນ ​ແບບຢ່າງ ແລະ ຕັດສິນ​ໃຈ ​ໃນ​ການ​ນໍາ​ໜ້າ ເພື່ອ​ຈະ​ກວດກາ​ຜູ້​ອື່ນ​ໄດ້); ຍົກ​ສູງ​ຂີດຄວາມສາ ມາດ​ຂອງ​ຄະນະ​ພັກ, ສະມາ ຊິກ​ພັກ​ແຕ່​ລະ​ຂັ້ນໃນ​ການນໍາ​ ພາ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນຢູ່ ​ແຕ່​ລະ​ບ່ອນໃຫ້​ມີ​ການຫັນປ່ຽນ ທີ່​ຈະແຈ້ງ, ອັນ​ນີ້ແມ່ນ​ຄວາມ​ຮັບຜິດຊອບ ​ໂດຍ​ກົງ​ຂອງ​ຄະ ນະ​ພັກ​ແຕ່​ລະ​ຂັ້ນ; ຕ້ອງ​ກວດກາ ແລະ ແກ້​ໃຫ້​ໄດ້​ສະພາບການ​ຂະຫຍາຍ​ສະມາຊິກທີ່​ຂາດ​ແຫຼ່ງ​ຝຶກ​ຝົນ​ຫຼໍ່​ຫຼອມທີ່​ໜັກ​ແໜ້ນ ແລະ ບໍ່​ຖືກຕ້ອງ​ຕາມ​ກົດ​ລະບຽບ​ຂອງ​ພັກ. (ສິ່ງ​ຈູງ​ໃຈ​ເຂົ້າ​ພັກ, ຊ່ອງ​ວ່າງ​ໃຫ້​ຄົນ​ບໍ່​ດີ​ເລັດ​ລອດ​ເຂົ້າ​ໃນ​ການຈັດຕັ້ງ​ພັກ ໂດຍ​ບໍ່​ມີ​ອຸດົມ​ການ​ອັນ​ຈະແຈ້ງ, ມີ​ຜົນ​ປະໂຫຍດ​ແອບ​ແຝງ…); ຄົ້ນຄວ້າ, ກຳນົດກົນ​ໄກ, ວິທີ​ການ ແລະ ມາດ​ຕະ ການ​ຕົວ​ຈິງ​ໃນ​ການ​ປະ​ເມີນ​ຜົນ​ການ​ສ້າງ​ໜ່ວຍ​ພັກ ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ ໃຫ້​ຮັບປະ ກັນ​ຄຸນ​ນະ​ພາບ​ແທ້ (ບໍ່​ປະ​ໃຫ້​ເກີດ​ມີ​ສະພາບ​ໜ່ວຍ​ພັກ​ໃດ​ກໍ່​ແຂງ ແຕ່​ບັນຫາ​ຫຍໍ້ທໍ້​ກໍ່​ຫຼາຍ ແລະ ອາດ​ຫຼາຍ​ກວ່າເກົ່າ…ພວກ​ເຮົາ​ຈະ​ຕີ​ລາຄາ​ລົງ​ເລິກ​ແນວໃດໃຫ້​ບັນຫາ​ນີ້​ແຈ້ງ​ຂຶ້ນ).

ຕໍ່​ໄປ​ນີ້​ອົງການ​ກວດກາ ລັດຖະບານຈະ​ກາຍ​ມາ​ເປັນ​ຄະ ນະ​ກຳມະການ​ກວດກາ​ແຫ່ງ​ລັດ (ຂຶ້ນ​ກັບ​ກົມ​ການເມືອງ​ສູນ​ກາງ​ພັກ, ຂຶ້ນ​ກັບ​ເລຂາທິການ​ໃຫຍ່) ຊຶ່ງ​ຈະ​ຕ້ອງ​ໄດ້​ເອົາໃຈ​ໃສ​່ຕິດຕາມ, ກວດກາການປະ ຕິບັດ​ພາລະ​ບົດ ບາດ, ໜ້າ​ທີ່​-​ສິດ, ຄວາມ​ຮັບຜິດຊອບ, ການ​ປະຕິບັດ​ມະຕິ, ຄໍາ​ສັ່ງ​ຂອງ​ພັກ, ກົດໝາຍ ແລະ ລະບຽບການ​ຕ່າງໆ​ຂອງ​ລັດຢູ່​ບັນດາ​ກະ​ຊວງ​-​ອົງການ ແລະ​ທ້ອງຖິ່ນ (ບັນດາ​ຂອດ​ຂັ້ນ, ການ​ກົດ​ໜ່ວງ​ຖ່ວງ​ດຶງ, ການ​ກະທຳ​ທີ່​ເປັນ​ການ​ລະເມີດ​ກົດໝາຍ); ການ​ປະຢັດ​ຕ້ານ​ການ​ຟຸມ​ເຟືອຍຂອງ​ອົງການ​ບໍລິຫານ​ລັດ​ແຕ່​ລະ​ຂັ້ນ; ຕິດ​ຕາມ​-​ກວດກາ ໂຄງ ການລົງ ທຶນ​ຂອງ​ລັດ​ເລີ່ມ​ແຕ່​ຫົວທີ ລວມ​ທັງ​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ​ລາວ​-​ຈີນ, ການ​ຄຸ້ມ​ຄອງ​-​ນຳໃຊ້​ ກອງ​ທຶນ​ປະເພດ​ຕ່າງໆທີ່ອົງ ການ​ລັດ​ຕັ້ງ​ຂຶ້ນ, ການ​ຄຸ້ມ​ຄອງ​ປົກ​ປັກ​ຮັກສາ ແລະ ນຳ​ໃຊ້​ຊັບ ພະຍາກອນ​ຕ່າງໆ ເປັນຕົ້ນທີ່​ດິນ, ປ່າໄມ້, ແຮ່​ທາດ ແລະ ອື່ນໆ; ບັນຫາ​ສຳຄັນ​ທີ່​ມີ​ລັກສະ ນະ​ເລັ່ງ​ທວງ ຊຶ່ງ​ສັງຄົມ​ກໍຄື​ໃນ​ທົ່ວ​ພັກໃຫ້​ຄວາມ​ສົນໃຈ ແລະ ເປັນ​ຫ່ວງ​ຫຼາຍ​ແມ່ນການແກ້​ໄຂຜົນ​ຂອງ​ການ​ກວດ​ກາ​-​ກວດ​ສອບ ແລະ ການ​ຮ້ອງທຸກ, ຮ້ອງ​ ຟ້ອງ​ຂອງ​ພະນັກ ງານກໍຄືປະ ຊາຊົນໃຫ້​ທັນ​ການ, ເຂັ້ມ​ງວດ, ສັກສິດຕາມ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ. ບັນຫາ​ນີ້​ພົວພັນ​ເຖິງ​ການ​ປັບປຸງ​ກົນ​ໄກ ການ​ປະສານ​ງານ, ຄວາມ​ເປັນ​ເອກະ​ພາບ ລະຫວ່າງ ອົງການ​ກ່ຽວ​ຂ້ອງ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆ.

ວຽກ​ງານ​ຕ້ານ ແລະ ສືບ​ສວນ​-​ສອບ​ສວນ​ຄະດີ​ສໍ້​ລາດ​ບັງ​ຫຼວງ ຕ້ອງ​ໄດ້​ສຸມ​ໃສ່​ຕິດ​ຕາມ​-​ກວດກາຂົງເຂດ​ທີ່ມີ​ຄວາມ​ສ່ຽງພາໃຫ້​ເກີດ​ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງເຊັ່ນ: ການ​ເກັບ​ລາຍ​ຮັບ​ພາ​ສີ​-​ອາກອນ, ການ​ຄຸ້ມ​ຄອງ​ລາຍ​ຮັບ​-​ລາຍ​ຈ່າຍ​ງົບປະມານ, ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສຳ ຫຼວດ​ອອກ​ແບບ, ການ​ປະມູນ, ການ​ຈັດ​ຊື້​-​ຈັດ​ຈ້າງ; ການ​ຄຸ້ມ​ຄອງ​-​ນຳ​ໃຊ້​ທີ່​ດິນ, ປ່າໄມ້, ແຮ່​ທາດ, ການ​ສືບ​ສວນ​-​ສອບ​ສວນ, ການ​ດຳເນີນ ແລະ ແກ້​ໄຂ​ຄະດີ, ການ​ຈັດ​ວາງສັບຊ້ອນ ​ພະນັກງານ, ການ​ຮັບ​ລັດຖະ ກອນ​ໃໝ່, ການ​ບໍລິການ​ຂອງ​ລັດ, ການ​ກວດກາ, ກວດ​ສອບ ແລະ ອື່ນໆ; ຕິດ​ຕາມ​-​ກວດກາ​ພະນັກງານ​ນຳ​ພາ​-​ຄຸ້ມ​ຄອງ, ສະມາຊິກ​ພັກ, ພະນັກ​ງານ​-​ລັດ ຖະ​ກອນ, ທະຫານ, ຕຳຫຼວດ, ພະນັກງານ​ລັດ​ວິ​ສາ​ຫະ​ກິດ ແລະ ນາຍບ້ານທີ່​ມີ​ພຶດຕິ​ກຳ​ສໍ້​ລາດ​ບັງ​ຫຼວງ, ຮັ່ງມີ​ຜິດ​ປົກກະຕິ, ມີ​ການ​ລາຍ​ງານ​-​ຮ້ອງ​ຟ້ອງ​ຈາກ​ສະມາຊິກ​ພັກ, ພະ​ນັກ​ງານ ແລະ ພົນລະເມືອງ; ເອົາໃຈໃສ່​ດຳເນີນ​ການ​ກວດກາ​ການ​ສືບ​ສວນ​-​ສອບ​ສວນ​ຄະດີ​ຕ່າງໆ​ທີ່​ເປັນ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້​ເລິກເຊິ່ງ, ພາວະ​ວິໄສ, ຖືກຕ້ອງ, ຊັດ​ເຈນ ແລະ ຍຸຕິ​ທຳ; ລົງ​ເລິກ​ບັນດາ​ລັດ​ວິ​ສາຫະ​ກິດ, ຊອກ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ, ຜູ້​ຮັບ​ຜິດຊອບ​ຕໍ່​ຜົນ​ເສຍ​ຫາຍ​ຂອງ​ຊັບ​ສິນ, ທຶນຮອນຂອງ​ພັກ​ຢ່າງ​ຫຼວງຫຼາຍ ຊຶ່ງ​ກາຍເປັນ​ການ​ສ້າງ​ໜີ້​ສິນ​ຈຳນວນມະຫາ ສານໃຫ້​ລັດ​ຕ້ອງ​ແບກ​ຫາບ ​ແທນ… ຕ້ອງ​ກວດ​ໃຫ້​ເຫັນ, ເຫັນ​ແລ້ວ ຕ້ອງ​ມີ​ມາດ​ຕະການ​ແກ້​ໄຂ​ໃຫ້​ຖືກ​ລະດັບ; ສືບຕໍ່ປະ ຕິບັດ​ການ​ແຈ້ງ​ຊັບ​ສິນ ແລະ ລາຍ​ຮັບ​ຂອງ​ພະນັກ​ງານ​-​ລັດຖະກອນ, ທະຫານ, ຕຳຫຼວດ ຮອບ​ທີ 3 ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ດຳລັດ​ວ່າ​ດ້ວຍ​ການ​ແຈ້ງ​ຊັບ​ສິນ ແລະ ຕິດ​ຕາມ​-​ກວດກາ​ຕໍ່​ຜູ້​ລະເມີດ​ລະບຽບການ​ແຈ້ງຊັບ ​ສິນ​ທີ່​ກຳນົດ​ໄວ້; ສືບຕໍ່​ເພີ່ມທະ ວີ​ການ​ພົວພັນ​ຮ່ວມ​ມື ແລະ ແລກປ່ຽນ​ບົດຮຽນ​ວຽກ​ງານ​ກວດກາ, ສະກັດ​ກັ້ນ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ກັບ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດທະສາດ, ບັນດາ​ປະເທດ​ໃນ​ພາກ​ພື້ນ ແລະ ສາ​ກົນ.

ນອກ​ນີ້, ຍັງ​ມີ​ບັນຫາ​ທີ່​ຕ້ອງ​ເອົາໃຈໃສ່ ໃນ​ສະເພາະ​ໜ້າ​ເປັນຕົ້ນ​ແມ່ນ​ຕ້ອງ​ຮີບ​ຮ້ອນ ເປີດ​ກອງ​ປະຊຸມ​ໃຫຍ່ ຂອງ​ບັນດາ​ໜ່ວຍ​ພັກ ທີ່​ຂຶ້ນ​ກັບ​ຄະນະ​ກວດກາ​ສູນ​ກາງ​ພັກ ແລະ ອົງການ​ກວດກາ​ລັດຖະບານ​ໃຫ້​ສໍາ​ເລັດ​ໂດຍ​ໄວ ເພື່ອ​ກ້າວ​ເຂົ້າ​ສູ່​ການ​ດຳເນີນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງຄະ​ນະ​ພັກ ຄະນະ​ກວດກາ​ສູນ​ກາງ​ພັກ ໂດຍ​ຖື​ເອົາ​ບັ້ນ​ເຜີຍແຜ່ ແລະ ດຳເນີນ​ຜົນ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ນີ້; ສືບຕໍ່​ປັບປຸງ​ສັບ​ຊ້ອນ​ກົງຈັກ​ການຈັດຕັ້ງ, ຈັດ​ວາງ​ພະນັກງານ​ຄືນໃໝ່ໄປ​ຄຽງ​ຄູ່​ກັບ​ການ​ປັບ ປຸງ​ກົງຈັກ​ການຈັດຕັ້ງ ແລະ ພາ ລະ​ບົດບາດ, ໜ້າທີ່, ຂອບເຂດ ສິດຂອງ​ຄະນະ​ກວດກາ​ແຕ່​ ລະ​ຂັ້ນ ຕາມ​ທິດ​ກະທັດ​ຮັດ, ສົມ​ເຫດ​ສົມ​ຜົນ, ສອດຄ່ອງ​ກັບ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ ແລະ ລະບຽບ​ການ​ຂອງ​ລັດ. ເພີ່ມ​ທະວີ​ຫັນ​ການ​ກວດກາ​ເປັນ​ທັນ​ສະໄໝ, ຫັນ​ເຕັກ​ໂນ​ໂລ​ຊີ​ໃໝ່ ເຂົ້າ​ໃນ​ການ​ກວດກາ ເພື່ອ​ຄວາມ​ສະດວກ, ວ່ອງໄວ ແລະ ຊັດ​ເຈນ.

ແຫຼ່ງຂ່າວ: Lao National Radio

Comments