ຄວາມສະຫຼາດທາງອາລົມ

ຈາກບົດຄວາມທີ່ຜ່ານມາ ທ່ານຜູ້ອ່ານອາດເຫັນໄດ້ວ່າ ທັດສະນະແນວຄິດແບບກ້າວໜ້າ ຫຼື Growth mindset ຈະຊ່ວຍໃຫ້ທ່ານເຂົ້າໃກ້ຄວາມສຳເລັດຫຼາຍຂຶ້ນ ເຊິ່ງກໍເປັນທີ່ຮູ້ກັນດີແລ້ວວ່າ ຄວາມສະຫຼາດທາງປັນຍາ Intelligence Quotient (IQ) ເປັນປັດໄຈສໍາຄັນໃນການເສີມສ້າງທັດສະນະແນວຄິດແບບກ້າວໜ້າ, ແຕ່ທ່ານຮູ້ຫຼືບໍ່ວ່າ ຍັງມີອີກໜຶ່ງປັດໄຈທີ່ສໍາຄັນບໍ່ໜ້ອຍໄປກວ່າກັນ ນັ້ນກໍຄື ຄວາມສະຫຼາດທາງອາລົມ Emotional Intelligence ຫຼື Emotional Quotient (EQ) ນັ້ນເອງ ເພາະພຶດຕິກຳຂອງຄົນເຮົາແມ່ນຜົນສະທ້ອນຂອງອາລົມ ເຖິງທ່ານຈະມີຄວາມສະຫຼາດທາງປັນຍາ ແຕ່ຖ້າບໍ່ສາມາດຄວບຄຸມ ແລະ ຈັດການອາລົມຂອງຕົນເອງໄດ້ ຄວາມຮູ້ຄວາມສາມາດຂອງທ່ານກໍອາດບໍ່ຖືກນຳໃຊ້ເພື່ອສ້າງສັນຜົນງານໄດ້ຢ່າງເຕັມເມັດເຕັມໜ່ວຍ. ທ່ານອາດສົງໄສວ່າ ຄວາມສະຫຼາດທາງອາລົມແມ່ນຫຍັງ? ແລະ ກ່ຽວຂ້ອງແນວໃດກັບທັດສະນະແນວຄິດແບບກ້າວ ໜ້າ? ເຮົາມາຊອກຫາຄວາມໝາຍຄວາມສຳຄັນໄປນຳກັນ ດັ່ງນີ້:

ຄວາມສະຫຼາດທາງອາລົມ ໝາຍເຖິງ ຄວາມສາມາດໃນການຢັ່ງຮູ້ ຄວບຄຸມ ແລະ ຈັດການອາລົມຂອງຕົນເອງ ໃນຂະນະດຽວກັນ ກໍສາມາດຮັບຮູ້ ຄວບຄຸມ ແລະ ຊັກຈູງອາລົມຂອງຄົນອ້ອມຂ້າງໄດ້. EQ ແມ່ນທັກສະໜຶ່ງທີ່ສຳຄັນຂອງບຸກຄົນທີ່ປະສົບຜົນສຳເລັດ ເພາະ EQ ຊ່ວຍໃນການສ້າງສາຍສຳພັນກັບຄົນຫຼາກຫຼາຍໃນສັງຄົມ, ຫາກທ່ານເຂົ້າໃຈ ຮູ້ຈັກໃຊ້ ແລະ ຈັດການອາລົມຂອງຕົນໃຫ້ເປັນໄປໃນທາງບວກແລ້ວ ຈະຊ່ວຍໃຫ້ທ່ານຫຼຸດ ຜ່ອນຄວາມກົດດັນໃນການເຮັດວຽກຮ່ວມກັບຄົນອື່ນ, ສາມາດສື່ສານກັບເພື່ອນຮ່ວມງານ ແລະ ຄົນອ້ອມຂ້າງໄດ້ເປັນຢ່າງດີ, ສາມາດຈັດການກັບຄວາມອະຄະຕິ ແລະ ເກີດຄວາມເຫັນອົກເຫັນໃຈບຸກຄົນອື່ນ ພ້ອມທັງຊ່ວຍໃນການຄວບຄຸມສະຕິເພື່ອເອົາຊະນະຄວາມທ້າທາຍ ແລະ ແກ້ໄຂບັນຫາໄດ້ຢ່າງມີເຫດຜົນ. ອາລົມ ຖືເປັນເຊື້ອໄຟສໍາຄັນທີ່ຜັກດັນຄົນເຮົາໃຫ້ບັນລຸເປົ້າໝາຍທາງອາຊີບ ເພາະອາລົມຈະເປັນຕົວຜັກດັນຄວາມຕັ້ງໃຈໃຫ້ກາຍເປັນການກະທຳທີ່ເກີດຂຶ້ນຈິງ. ນອກນັ້ນ ອາລົມຍັງເຂົ້າມາມີບົດບາດໃນການຕັດສິນໃຈໃດໜຶ່ງອີກດ້ວຍ.

ອາລົມທາງດ້ານບວກ ແມ່ນຕິດແທດກັບທັດສະນະແນວຄິດແບບກ້າວໜ້າຢ່າງສະໜິດແໜ້ນ ເພາະມັນຊ່ວຍໃນການສ້າງພຶດຕິກຳທີ່ຈະພັດທະນາທັດສະນະແນວຄິດແບບກ້າວໜ້າໃນຕົວຂອງທ່ານ. ອາລົມທາງດ້ານບວກ ສົ່ງຜົນໃຫ້ທ່ານມີຄວາມກະຕືລືລົ້ນໃນການຮຽນຮູ້, ມີຄວາມສົນໃຈໃນວຽກງານ, ມີການຕັ້ງຄຳຖາມ, ມີການຕອບໂຕ້, ມີການເປີດໃຈ, ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ແລະ ມີການຕັດສິນໃຈທີ່ໝັ້ນຄົງກວ່າ ການມີອາລົມທາງດ້ານລົບ. ໃນຂະນະດຽວກັນອາລົມທາງດ້ານລົບ ແມ່ນຕິດແທດກັບທັດສະນະແນວຄິດແບບຕາຍຕົວ ຫຼື Fixed mindset ທີ່ຂາດຄວາມກະຕືລືລົ້ນໃນການຮຽນຮູ້ ແລະ ການຕອບໂຕ້. ດັ່ງນັ້ນ ການທີ່ສາມາດເຂົ້າໃຈ, ຄວບຄຸມ ແລະ ຈັດການອາລົມທີ່ເປັນຕົ້ນເຫດຂອງການກະທຳໃດໜຶ່ງທີ່ມີຜົນກະທົບຕໍ່ຄົນອ້ອມຂ້າງທັງທາງບວກ ແລະ ທາງລົບ ຈຶ່ງເປັນສິ່ງທີ່ດີ ແລະ ທຸກຄົນຄວນມີ. ຍ້ອນແນວນັ້ນ ການຮຽນຮູ້ທີ່ຈະຈັດການອາລົມຕົວເອງ ແລະ ຂອງບຸກຄົນອື່ນຈຶ່ງສຳຄັນ ເພື່ອໃຫ້ບັນລຸເປົ້າໝາຍ ແລະ ໄດ້ຮັບຜົນທີ່ໜ້າພໍໃຈຂອງທັງສອງຝ່າຍ ຫຼື ຂອງສ່ວນລວມ ໂດຍສະເພາະໃນເວລາທີ່ທ່ານຕ້ອງພົບກັບສະຖານະການທີ່ກົດດັນ ເຊັ່ນ ການໃຫ້ ແລະ ການຮັບຄຳຕິຊົມ, ການເຮັດວຽກພາຍໃນເວລາທີ່ກຳນົດ, ການຕິດຕໍ່ພົວພັນກັບພາກສ່ວນທີ່ມີຄວາມຫຍຸ້ງຍາກ, ການຕໍ່ລອງທາງທຸລະກິດ, ການມີກຳລັງຄົນບໍ່ພຽງພໍໃນການເຮັດວຽກໃຫ້ທັນເວລາ, ການພົບພໍ້ກັບຄວາມປ່ຽນແປງ ແລະ ການຮັບມືກັບຄວາມຜິດພາດ ຫຼື ລົ້ມເຫຼວ.

EQ ສາມາດສ້າງ ແລະ ພັດທະນາໄດ້ໃນທຸກຊ່ວງຊີວິດ ເຊັ່ນດຽວກັນກັບທັດສະນະແນວຄິດແບບກ້າວໜ້າ ເຊິ່ງຕ້ອງໄດ້ມີການພັດທະນາ 5 ພາກສ່ວນສຳຄັນໄປຄຽງຄູ່ກັນ ດັ່ງຕໍ່ໄປນີ້:

ການຮູ້ຈັກຕົນເອງ Self-awareness ແມ່ນການທີ່ຮູ້ວ່າຕົນເອງກຳລັງຮູ້ສຶກແບບໃດຢູ່ ແລະ ແມ່ນຫຍັງທີ່ກຳລັງກະທົບໃສ່ຄວາມຮູ້ສຶກຂອງທ່ານ ຕົວຢ່າງ ຖ້າທ່ານຮູ້ສຶກວ່າທ່ານກໍາລັງໂມໂຫ ທ່ານຕ້ອງຢຸດພັກ ແລະ ຄິດວ່າແມ່ນຫຍັງທີ່ເຮັດໃຫ້ທ່ານຮູ້ສຶກແບບນັ້ນເພື່ອຫາວິທີຮັບມືກັບມັນ. ການທີ່ທ່ານສາມາດຮູ້ຈັກຕົນເອງ ຈະເຮັດໃຫ້ທ່ານໄດ້ປຽບໃນສະຖານະການທີ່ກົດດັນ ເພາະມັນຈະຊ່ວຍໃຫ້ທ່ານສາມາດຈັດການອາລົມຂອງຕົນເອງທີ່ຖືກ ຕ້ອງ ແລະ ສາມາດເຂົ້າໃຈອາລົມຂອງຄົນອື່ນໄດ້ດີຂຶ້ນ.

ການຄວບຄຸມຕົນເອງ Self-regulation ເປັນອີກສ່ວນໜຶ່ງທີ່ສຳຄັນ ຫາກທ່ານສາມາດຄວບຄຸມ ແລະ ຈັດການອາລົມຂອງຕົນເອງໄດ້ ກໍຈະສົ່ງຜົນຕໍ່ອາລົມ ແລະ ການຕັດສິນຂອງບຸກຄົນອ້ອມຂ້າງດ້ວຍເຊັ່ນກັນ ເພາະອາລົມດ້ານບວກໃນຕົວເຮົາ ສາມາດສົ່ງອິດທິພົນດ້ານບວກໃຫ້ແກ່ຄົນອ້ອມຂ້າງ ເຊິ່ງເຮັດໃຫ້ທ່ານສາມາດຊັກຈູງການຕັດສິນໃຈຂອງຄົນອື່ນໄດ້ອີກດ້ວຍ. ທ່ານຄວນຝຶກດຶງສະຕິຕົນເອງ ຫຼື ຕັ້ງສະຕິໃຫ້ໄວໃນສະຖານະການທີ່ກົດດັນ ຫຼື ເວລາທີ່ເຮັດຫຍັງຜິດພາດ ຝຶກໃຫ້ຕົນເອງສະຫງົບ ແລະ ສຸຂຸມໃນທຸກສະຖານະການ ດັ່ງທີ່ເພິ່ນວ່າ ສະຕິມາ ປັນຍາເກີດນັ້ນເອງ.

ແຮງຈູງໃຈ Motivation ຖືເປັນເຊື້ອໄຟໃນການເຮັດສິ່ງໃດໜຶ່ງ ການມີແຮງຈູງໃຈຈະເຮັດໃຫ້ທ່ານຢູ່ໃນສະຖາ ນະທີ່ດີກວ່າຜູ້ທີ່ບໍ່ມີ ເພາະຈະເຮັດໃຫ້ທ່ານມີພະລັງງານທີ່ຈະເຮັດສິ່ງໃດໜຶ່ງໃຫ້ບັນລຸເປົ້າໝາຍ ເຊັ່ນ ທ້າວ ກ ມີ ແຮງຈູງໃຈທີ່ຈະເປັນໜຶ່ງໃນນັກທຸລະກິດໜ້າໃໝ່ທີ່ປະສົບຜົນສຳເລັດ ລາວຈຶ່ງກະຕືລືລົ້ນໃນການຮຽນຮູ້ ຊອກຫາຂໍ້ມູນ ແລະ ລົງມືທົດລອງຕົວຈິງ ເພື່ອພັດທະນາທຸລະກິດຂອງລາວ. ແຮງຈູງໃຈດັ່ງກ່າວ ຕ້ອງມີຄວາມຕໍ່ເນື່ອງ ຈຶ່ງຈະສົ່ງພະລັງງານໄປກະຕຸ້ນ ຫຼື ຊັກຈູງຄົນອ້ອມຂ້າງໃຫ້ເກີດຄວາມເຊື່ອໝັ້ນໄດ້ ເຊັ່ນ ການລົງມືເຮັດຕົວຈິງກັບພະນັກງານຫຼາຍກວ່າການສັ່ງໃຫ້ພະນັກງານປະຕິບັດຜ່ານຕົວໜັງສື. ນອກຈາກນັ້ນ ຕ້ອງຮູ້ຈັກແນມຫາຈຸດດີຈາກສະຖານະການທີ່ຫຍຸ້ງຍາກ ເພື່ອເຮັດໃຫ້ເກີດມີແຮງກະຕຸ້ນ ແລະ ແຮງຈູງໃຈໃນສະຖານະການທີ່ລຳບາກ ຫຼື ກົດດັນ ເຊິ່ງຈະຊ່ວຍໃຫ້ມີພະລັງງານໃນການຜ່ານຜ່າອຸປະສັກເພື່ອບັນລຸເປົ້າໝາຍໄດ້.

ຄວາມເຫັນອົກເຫັນໃຈ Empathy ແມ່ນການເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ ການຮຽນຮູ້ອາລົມຂອງຄົນອື່ນຈະຊ່ວຍໃຫ້ທ່ານສາມາດຄວບຄຸມອາລົມຂອງພວກເຂົາໄດ້ ໂດຍຈິນຕະນາການວ່າ ທ່ານເປັນພວກເຂົາ ລອງເອົາຕົນເອງໄປຢູ່ໃນສະຖານະການຂອງຄົນອື່ນ ແລະ ເກັບກ່ຽວຄວາມຮູ້ສຶກນັ້ນໄວ້ ເພື່ອໃຊ້ເປັນບ່ອນອີງໃນການວິເຄາະອາລົມ ແລະ ຄວາມຮູ້ສຶກຂອງຄົນອື່ນ. ການເຫັນອົກເຫັນໃຈ ຈະພາໃຫ້ເກີດການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໄດ້ຮັບຄວາມເຄົາລົບນັບຖືຈາກຄົນອ້ອມຂ້າງອີກດ້ວຍ. ຢ່າລືມວ່າການທີ່ຈະປະສົບຜົນສຳເລັດໄດ້ ນອກຈາກຕົວທ່ານເອງແລ້ວ ການໃຫ້ຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ ແລະ ການຕັດສິນໃຈຂອງຄົນອ້ອມຂ້າງບາງຢ່າງກໍສົ່ງຜົນຕໍ່ການປະສົບຜົນສຳເລັດຂອງທ່ານ. ດັ່ງນັ້ນ ຄວາມເຫັນອົກເຫັນໃຈຈຶ່ງເປັນສິ່ງສຳຄັນ ເພາະຄົງບໍ່ມີໃຜຢາກໃຫ້ຄວາມຊ່ວຍເຫຼືອ ຫຼື ເຫັນອົກເຫັນໃຈຄົນທີ່ບໍ່ມີນ້ຳໃຈຕໍ່ພວກເຂົາ.

ທັກສະໃນການເຂົ້າສັງຄົມ Social skill ແມ່ນຄວາມສາມາດໃນການສື່ສານຄວາມຄິດກັບຄົນອ້ອມຂ້າງໃຫ້ເກີດຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ບັນຍາກາດການເຮັດວຽກຮ່ວມກັນເປັນໄປດ້ວຍດີ ແລະ ປະສົບຜົນສຳເລັດ. ທ່ານຄວນຝຶກຕົນເອງໃຫ້ສາມາດຮັບ-ສົ່ງສານກັບຄົນອື່ນ ຫຼື ຟັງ-ເວົ້າກັບຄົນອື່ນໃຫ້ເຂົ້າໃຈ ເພື່ອສ້າງບັນຍາກາດທີ່ຜ່ອນຄາຍ ຮູ້ຈັງຫວະໃນການເວົ້າ-ການຟັງ ແລະ ຮູ້ຈັກສ້າງສຽງຫົວ ເພື່ອຫຼຸດຜ່ອນຄວາມຕຶງຄຽດໃນເວລາທີ່ເໝາະສົມ ເພາະການທີ່ເວົ້າເກັ່ງຢ່າງດຽວໂດຍບໍ່ຟັງຄົນອື່ນ ອາດເຮັດໃຫ້ຄົນອ້ອມຂ້າງລໍາຄານ ຫຼື ການມີແຕ່ຟັງຢ່າງດຽວໂດຍບໍ່ສະແດງຄວາມຄິດເຫັນເລີຍ ກໍອາດເຮັດໃຫ້ຄົນອື່ນງຸດງິດ ຫຼື ການເຮັດມຸກຕະຫຼົກໃນເວລາທີ່ຈິງຈັງ ກໍອາດເຮັດໃຫ້ທ່ານກາຍເປັນຄົນທີ່ບໍ່ມີຄວາມຕັ້ງໃຈໃນສາຍຕາຂອງຄົນອື່ນ.

ສະຫຼຸບລວມແລ້ວ EQ ມີິຄວາມສຳຄັນຕໍ່ການປະສົບຜົນສຳເລັດເທົ່າໆກັນກັບ IQ ເພາະຄົນສະຫຼາດທີ່ສຸດບໍ່ແມ່ນຄົນຈະປະສົບຄວາມສຳເລັດສະເໝີໄປ ທ່ານອາດຮູ້ຈັກຫຼາຍໆຄົນທີ່ເກັ່ງ ແລະ ມີຄວາມຮູ້ດ້ານວິຊາການ ແຕ່ຂາດຄວາມສາມາດໃນການຄວບຄຸມອາລົມຕົນເອງ ທັກສະການເຂົ້າສັງຄົມ ຫຼື ການປະຕິສຳພັນກັບຄົນອື່ນ ເຮັດໃຫ້ພວກເຂົາບໍ່ສາມາດປະສົບຜົນສຳເລັດໄດ້ເທົ່າທີ່ຄວນ. ການມີ IQ ອາດຊ່ວຍໃຫ້ທ່ານເສັງໄດ້ ຫຼື ໄດ້ວຽກເມື່ອສະໝັກງານ ແຕ່ EQ ຈະຊ່ວຍໃຫ້ທ່ານໃຊ້ຊີວິດ ຫຼື ເຮັດວຽກຮ່ວມກັບຄົນອື່ນງ່າຍຂຶ້ນ ສາມາດຈັດການກັບຄວາມຕຶງຄຽດ ແລະ ຄວບຄຸມອາລົມຕົນເອງໃນສະຖານະການຕ່າງໆ ເຊິ່ງເປັນອົງປະກອບສຳຄັນທີ່ຊ່ວຍໃນການພັດທະ ນາ ແລະ ສ້າງທັດສະນະແນວຄິດແບບກ້າວໜ້າໃຫ້ແຂງແກ່ນ.(ວາລະສານທາເກັດ ສະບັບ 172 ເດືອນ ທັນວາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Emotional Intelligence

From the previous article, we have learned that the Growth Mindset can lead us towards success. You may have already known that the Intelligence Quotient (IQ) is an important factor that reinforces the Growth Mindset. However, do you know that the Emotional Intelligence or Emotional Quotient (EQ) shares the similar supporting role as well? People’s behaviors are the relection of their emotion. You may possess the IQ, but if you lack control of your emotion, you will not be able to make maximum and productive use of your IQ. You probably wonder what the EQ is? And how does it relate to the Growth Mindset? Let us find out answers together.

EQ refers to the ability to be aware of, control and manage one’s own emotion. At the same time, he/she can also be aware of, control and manipulate emotion of other people around them. EQ is another vital skill for successful people as it can help them forming good relationship with people in society. If you understand, and know how to make use of and manage your own emotion positively, you will be less stressful in working with others, while being able to communicate with your colleagues and people around you effectively. With high EQ, you will also be able to handle your prejudice, while sharing empathy with others. In addition, you will be able to remain clam in order to overcome obstacles and problems in a logical manner. Emotion is fuel that will help driving us towards successful career goal as it pushes us to translate intention into practice. Moreover, emotion sometimes shares its role in our decision-making process. Positive emotion is closely related to the Growth Mindset as it helps us behave in a positive way that reinforces the Growth Mindset. Positive emotion convinces us to be enthusiastic in learning and working in a responsive way, be open-minded, be sympathetic and be decisive more than those with negative feeling. On the contrary, negative emotion is closely associated with the Fixed Mindset urging people to become less enthusiastic in learning and less responsive. As a result, being able to understand, control and manage one’s own emotion which is the cause of our behaviors that affect people around us positively and negatively is a good thing that we all should be able to do. For this reason, knowing how to manage our own as well as other’s emotion is very important in order to achieve mutual and collective goals, while producing satisfactory outcomes even under stressful circumstances, namely when receiving feedbacks, meeting deadlines, coordinating with complicated partners, negotiating business deals, keeping up with overwhelming workloads, encountering changes and handling with mistakes or failure.

EQ can be built and developed at any moment of life, just like the Growth Mindset, by developing the following 5 elements:

Self-awareness is the ability to be aware of our own feeling and what shapes the feeling. For instance, if you are feeling angry now, you should stop and think about what drives such anger in order to find out ways to cope with it. Self-awareness gives you the upperhand in stressful situations as it will help you manage your own emotion in the right way, while understanding other’s feeling better.

Self-regulation is another important part. If you can control and manage your emotion, you will be able shape the way people around you feel and make decisions as well. Because positive emotion is positively influential towards surrounding people, it then allows you to persuade their decision-making. You should train yourself to keep calm, especially in stressful circumstances or when you make mistakes, as calmness is a source of wisdom.

Motivation is fuel that drives a particular action. Having motivation is always better because it will help urging you to take actions and eventually achieve your goals. For example, Mr. A is highly motivated by a dream of becoming a successful entrepreneur. He then becomes keen to learn, acquire information and apply lesson-learned in developing his business practically. Motivation should go alongside with consistency in order to be powerful enough to urge or persuade people to have faith in you. For instance, to work together with your staff members is always better than to just order them to work through words. In addition, you should be able to spot good points in difficult situations in order to motivate yourself to try to get out of such situations, overcome obstacles and eventually achieve your goals.

Empathy is the ability to understand other’s feeling. Understading how people feel can help you controling their emotion. To put yourself in their shoes is the best way in learning their feeling. Such knowledge can be used a reference when analyzing their emotion later. Empathy will urge you to help others, while gaining their respect in return. Remember that in order to be successful, helping people around you is also important as sometimes, their decisions can be a part of your success. Thus, empathy is vital as nobody wants to help or empathize those who show no empathy in the first place.

Social skill is the ability to communicate ideas to people in an easily understandable way. This skill can lighten up the working environment which will help people cooperating successfully. You should train yourself with the ability to receive and deliver message from and to others in an easily understandable way in order to ease your working environment. You should know when to talk, listen and laugh in order to ease the environment as talking without listening, listening without giving comments or playing jokes in the wrong moment can irriate your conversation partners and be perceived negatively by them.

In summary, EQ is as crucial as IQ in making people successful. IQ alone does not always guarantee success. There are some people with sophisticated knowledge and expertise who have not yet been successful as they should be because they lack the ability to control their emotion which affects their social or networking skill. IQ can help you succeed in your exams or job application. However, EQ will help you live or work with others more easily, while be able to handling your stress and controling your emotion well in different situations. It is another important element in the development and strenghthening of the Growth Mindset.(Target Magazine issue 172 December 2020 at public and private offices, libraries, restaurants, cafes, Kaogee cafe and many more places in Vientiane or membership inquiry call 021 216 666)

Comments