Author Archives: admin target

ສິງກະໂປ ດຳເນີນມາດຕະການດຶງດູດການລົງທຶນຈາກຕ່າງປະເທດ

ຕາມ​ເວັບ​ໄຊ ສ​ເຕຣດ ທາມ(Straits Times),ວັນ​ທີ15​ມີນາ​ນີ້, ສິງກະ​ໂປພວມດຳ​ເນີນມາດ​ຕະການ ດຶງ​ດູດ​ການ​ລົງທຶນຈາກ​ຕ່າງປະ​ເທດໃນ​ຖານະເປັນ​ຕະຫລາດເສລີເກັບ​ພາສີໃນ​ອັດຕາ​ຕ່ຳ ​ເຮັດ​ໃຫ້​ໃນ​ໄລຍະ​ເກີດ​ການ​ແຜ່​ລະບາດ ໂຄ​ວິດ-19 ບັນດາ​ນັກ​ລົງທຶນຕ່າງປະ​ເທດ ​ແລະ ບໍລິສັດ ຄຸ້ມ​ຄອງຊັບ​ສິນ​ຂອງ​ຕ່າງປະ​ເທດຫັນ​ມາ​ລົງທຶນໃນ​ປະ​ເທດເພີ່ມ​ຂຶ້ນ​ໂດຍ​ເສດຖີອາຊີມີ​ຊັບ​ສິນທັງ​ໝົດ 22,2 ພັນ​ຕື້​ ໂດ​ລາສະຫະລັດໃນ​ປີ2019 ຫລາຍ​ກວ່າອາ​ເມ​ລິ​ກາ​ເໜືອ, ສ.ອາ​ເມ​ລິ​ກາ ​ແລະ ​ເອີຣົບ. ຂະນະ​ທີ່​​ໃນ​ສິງກະ​ໂປບັນດາ​ນັກ​ລົງທຶນທີ່​ໝັ້ນຄົງ​ຕ່າງ​ໄດ​້ຮັບການ​ຕ້ອນຮັບຢ່າງ​ອົບ​ອຸ່ນບັນດາ​ສະ​ຖາ​ບັນ​ການ​ເງິນເລັ່ງຂະຫຍາຍ​ການ​ບໍລິການທາງ​ການ​ເງິນ ​ແລະ ລັດຖະບານສິງກະ​ໂປເລັ່ງ​ເຮັດ​ວຽກເພື່ອ​ແນະນຳບັນດາ​ກອບ​ງານ​ໃໝ່ທີ່​ຊ່ວຍ​ອຳນວຍຄວາມ​ສະດວກແກ່​ກອງ​ທຶນ​ຕ່າງໆ ທີ່​ຕ້ອງການ​ເຂົ້າມາ​ລົງທຶນ​ໃນ​ປະ​ເທດນີ້ ຂປລ.

Read More »

ກອງປະຊຸມທາງໄກລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ

ກອງປະຊຸມທາງໄກລັດຖະມົນຕີຮັບຜິດ ຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ພາຍໃຕ້ຫົວຂໍ້: “ອາຊຽນ: ປະຊາຄົມດີຈີຕອນ ເຂົ້າເຖິງທຸກຄົນ” ໄດ້ຈັດຂຶ້ນໃນວັນ ທີ 12 ມີນາ 2021, ທີ່ສໍານັກງານໜັງສືພິມພາສາຕ່າງປະເທດ, ນະຄອນ ຫຼວງວຽງຈັນ. ກອງປະຊຸມ ໄດ້ຮັບຮອງ 2 ເອກະສານຄື: ແຜນງານສົ່ງເສີມຄວາມສາມາດເຂົ້າເຖິງໄດ້ຄົບໃນວຽກງານການ ກະຈາຍສຽງ – ພາບດີຈີຕອນອາຊຽນ” ແລະ “ແຜນງານການພັດທະນາຄວາມພ້ອມ ທາງດ້ານດີຈີຕອນຂອງພົນລະ ເມືອງອາຊຽນ”. ເຂົ້າຮ່ວມກອງປະຊຸມ, ຄະນະຝ່າຍລາວນໍາໂດຍ ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ອານຸຊາ ນາກາໄຊ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງ ຣາຊອະນາຈັກໄທ, ປະທານກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ, ມີບັນດາລັດຖະມົນຕີຮັບຜິດຊອບວຽກງານຖະແຫຼງຂ່າວ ຈາກບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ອາວຸໂສຖະແຫຼງຂ່າວອາຊຽນ, ມີທ່ານ ດາໂຕະ ລິມ ຈອກ ...

Read More »

ປ່ຽນລູກຄ້າໃຫ້ເປັນພະນັກງານຂາຍໄດ້ແນວໃດ?

ປັດຈຸບັນເປັນຍຸກທີ່ເອີ້ນໄດ້ວ່າ Smart Phone ຫຼື ໂທລະສັບມືຖື ຄອບຄອງທຸກສິ່ງ, ເປັນສິ່ງທີ່ທຸກຄົນຂາດບໍ່ໄດ້ຕ້ອງຈັບຕິດຕົວຢູ່ຕະຫຼອດເວລາ, ຍິ່ງເວລາໄປທ່ອງທ່ຽວ, ໄປກິນເຂົ້າ, ໄປສະຖານທີ່ໃໝ່ໆ ທີ່ມີຄວາມງົດງາມ ກໍບໍ່ພາດທີ່ຈະຈັບມືຖືມາຖ່າຍຮູບໂລດ ແລະ ພະຍາດອີກອັນໜຶ່ງທີ່ຄົນຍຸກນີ້ເປັນຄື ພະຍາດຕິດສື່ສັງຄົມອອນໄລ໌ (social media) ທີ່ໄປໃສ, ເຮັດຫຍັງກໍຕ້ອງມີຮູບໂພສລົງ ເພື່ອສະແດງໃຫ້ຮູ້ເຖິງການເຄື່ອນໄຫວ, Life Style ຂອງຕົນເອງ ໃຫ້ຜູ້ຕິດຕາມໄດ້ຮັບຮູ້ ຈົນບາງຄົນກາຍເປັນ “ນັກໂຄສະນາ” ໄປໃນຕົວເລີຍກໍວ່າໄດ້ ເພາະຮູບທີ່ຖ່າຍມາໄປສ້າງຄວາມສົນໃຈໃຫ້ແກ່ຜູ້ຕິດຕາມຢາກຮູ້, ຢາກລອງ ແລະ ກາຍເປັນການສ້າງລູກຄ້າໃຫ້ເພີ່ມຂຶ້ນ ໂດຍທີ່ເຈົ້າຂອງບໍ່ຕ້ອງເຮັດການຕະຫຼາດຫຍັງເລີຍ… ນີ້ຈຶ່ງຖືກເອີ້ນວ່າ “ຍຸດທະສາດ! ການສ້າງລູກຄ້າໃຫ້ເປັນພະນັກງານຂາຍ” ແລ້ວການສ້າງໃຫ້ລູກຄ້າເປັນພະນັກງານຂາຍໄດ້ນັ້ນ ເຮັດໄດ້ແນວໃດ? ມື້ນີ້ທາງວາລະສານທາເກັດເລີຍຢາກຈະນໍາສະເໜີ ຍຸດທະສາດນີ້ໂດຍການໃຊ້ປະໂຫຍດຈາກສື່ສັງຄົມອອນໄລ໌ ດັ່ງທີ່ກ່າວມາຂ້າງເທິງນັ້ນວ່າ ຍຸກປັດຈຸບັນນີ້ ເປັນຍຸກທີ່ Smart Phone ຫຼື ມືຖືເປັນສູນກາງຂອງຄົນ, ຫຼາຍຄົນຂາດມັນບໍ່ໄດ້ ແລະ ຄົນເຫຼົ່ານັ້ນກໍມັກສະແດງຕົວຕົນ ແລະ ການເຄື່ອນໄຫວຕ່າງໆ ຜ່ານໂລກ”ໂຊຊຽວ” ສະນັ້ນ ການເຮັດການຕະຫຼາດໂດຍໃຫ້ ລູກຄ້າມາເປັນພະນັກງານນັ້ນ ຈຶ່ງເປັນການຕະຫຼາດຮູບແບບໃໝ່ທີ່ຜູ້ປະກອບການຍຸກນີ້ ນິຍົມນໍາມາໃຊ້ຫຼາຍ ເຊິ່ງວິທີກໍຄືເຮັດແນວໃດກໍໄດ້ ໃຫ້ສິນຄ້າ, ຫຼື ...

Read More »

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ແລ້ວ

ນະຄອນຫລວງວຽງຈັນ ເລີ່ມສັກວັກຊິນປ້ອງກັນພະບາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງ ເຂັມທໍາອິດ ໃນລະຫວ່າງວັນທີ 9-14 ມີນາ ແລະ ຈະສັກເຂັມທີ 2 ພາຍໃນເດືອນເມສາ 2021 ໂດຍກໍານົດສັກຢູ່ໂຮງໝໍສູນ ກາງ ແລະ ໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ. ດຣ ນາງ ໄຊພອນ ນັນທະພອນ ຫົວຫນ້າພະແນກສາທາ ລະນະສຸກນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ນະ ຄອນຫລວງວຽງຈັນ ໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ-19 ຈຳນວນ 58.600 ໂດສ ຈາກການແບ່ງປັນຂອງຄະ ນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຈາກທັງໝົດ 3 ແສນໂດສ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຈີນ ໂດຍໄດ້ແຈກຢາຍໃຫ້ 9 ເມືອງໃນນະຄອນຫລວງວຽງຈັນ ສັກໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງ ຄື: ພະນັກງານແພດໝໍທີ່ສຳຜັດ ຫລື ໃກ້ຄຽງກັບຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ເຮັດວຽກຢູ່ຕາມດ່ານສາກົນ ແລະ ຜູ້ທີ່ເຮັດວຽກຢູ່ສູນຈຳ ກັດບໍລິເວນຂອງແຮງງານທີ່ເດີນທາງມາຈາກຕ່າງປະເທດ. ນອກຈາກນີ້ ຍັງຈະສັກໃຫ້ຄະນະສະເພາະກິດຂັ້ນບ້ານ ໂດຍສະເພາະບັນດາບ້ານທີ່ຢູ່ລຽບຕາມຊາຍແດນກັບປະ ເທດໃກ້ຄຽງຕື່ມອີກ. ຫົວຫນ້າພະແນກສາທາລະນະສຸກນະຄອນຫລວງວຽງ ຈັນ ຍັງໄດ້ຮຽກຮ້ອງໃຫ້ກຸ່ມເປົ້າໝາຍໃນການສັກວັກຊິນໃນຄັ້ງນີ້ຢູ່ທັງ 9 ເມືອງພາຍໃນນະຄອນຫລວງວຽງຈັນ ...

Read More »

ເປັນຄັ້ງທຳອິດທີ່ປະເທດບຣາຊິນ ມີຜູ້ເສຍຊີວິດຈາກໂຄວິດ-19 ຈໍານວນ 2.000 ກວ່າຄົນພາຍໃນມື້ດຽວ

ຕາມ​ຂ່າວ​ຈາກ​ ບຣາຊິນ, ​ເມື່ອ​ບໍ່​ດົນ​ມາ​ນີ້ກະຊວງ​ສາທາລະນະ​ສຸກຂອງ​ບຣາຊິນລາຍ​ງານ​ວ່າ: ສະຖິຕິຕົວເລກເສຍຊີວິດ ​ໂຄ​ວິດ-19 ​ໃນ​ຮອບ 24 ຊົ່ວ​ໂມງ​ຂອງ ວັນພຸດ 10 ມີນາ ຜ່ານ​ມາ ໃນບຣາຊິນລວມມີ 2.286ຄົນ ນັບ​ເປັນຄັ້ງທຳ​ອິດຕັ້ງ​ແຕ່​ຜະ​ເຊີນ​ກັບການ​ແຜ່​ລະບາດເມື່ອ​ເດືອນ​ເມສາ​ປີ​ກາຍ​ນີ້. ຂະນະ​ທີ່ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ຮອບ​ລາຍ​ວັນ​ລ້າ​ສຸດ​ເຮັດ​ໃຫ້​ສະຖິຕິ​ສະ​ສົມຂອງ​ຜູ້​ເສຍ​ຊີວິດ​ຈາກ​ໂຄ​ວິດ-19 ​ໃນ​ບຣາຊິນເພີ່ມ​ເປັນຢ່າງ​ໜ້ອຍ 270.656ຄົນ ຫລາຍ​ທີ່​ສຸດ​ໃນ​ທະວີບອາ​ເມ​ລິ​ກາ​ໃຕ້ ​ແລະ ​ເປັນອັນ​ດັບ 2 ຂອງ​ໂລກ​ ຮອງ​ຈາກ ສ.ອາ​ເມ​ລິ​ກາ. ສ່ວນ​ຜູ້​ຕິດ​ເຊື້ອ​ລາຍ​ວັນເພີ່ມ​ຂຶ້ນ 79.876ຄົນ ​​ເຮັດ​ໃຫ້ເພີ່ມ​ຈຳນວນ​ຜູ້​ຕິດ​ເຊື້ອ​ສະ​ສົມ​ຈາກ​ໂຄ​ວິດ-19 ​ໃນ​ບຣາຊິນມາ​ເປັນ 11,2 ລ້ານ​ກວ່າ​ຄົນ ຫລາຍ​ທີ່​ສຸດໃນ​ພາກ​ພື້ນ ​ແລະ ​ເປັນອັນ​ດັບ 3 ຂອງ​ໂລກຮອງ​ຈາກ ສ.ອາ​ເມ​ລິ​ກາ ​ແລະ ອິນ​ເດຍ. ຂປລ.

Read More »

ຫໍສະພາແຫ່ງຊາດຫຼັງໃໝ່ສຳເລັດເກືອບ 100% ແລະ ພ້ອມຈັດພິທີທາງສາສະໜາຂຶ້ນນຳໃຊ້

ໃນຕອນເຊົ້າຂອງວັນທີ 11 ມີນາ 2021 ທີ່ຜ່ານມາ ເຊິ່ງກົງກັບມື້ແຮມ 13 ຄ່ຳເດືອນ4 ພສ 2563 ສະພາແຫ່ງຊາດ ໄດ້ຈັດພິທີທາງສາສະໜາ ຂຶ້ນຫໍສະພາແຫ່ງຊາດຫຼັງໃໝ່ ພາຍຫຼັງກໍ່ສ້າງມາແຕ່ປີ 2017 ມາຮອດປັຈຸບັນແມ່ນສຳເລັດເກືອບ 100% ຍັງເຫຼືອພຽງວຽກເກັບລາຍລະອຽດບາງເທົ່ານັ້ນ. ໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ຂອງລາວຫຼັງໃໝ່ແມ່ນໄດ້ອອກແບບເປັນອາຄານ 5 ຊັ້ນ, ສູງ 34,6 ແມັດ, ມີເນື້ອທີ່ອາຄານປຸກສ້າງທີ່ຕິດກັບໜ້າດິນ 7.171 ຕາແມັດ; ມີຫ້ອງປະຊຸມ, ຫ້ອງເຮັດວຽກ, ຫ້ອງບໍລິຫານ, ບໍລິການຮັບໃຊ້ ແລະ ລະບົບຄວາມປອດໄພທີ່ໄດ້ມາດຕະຖານ, ໃນນັ້ນ ທັງໝົດອາຄານ ສາມາດບັນຈຸໄດ້ 800-1.000 ຄົນ, ສະເພາະຫ້ອງປະຊຸມສະພາແຫ່ງຊາດ ສາມາດບັນຈຸໄດ້ 433 ຄົນ. ເປັນອາຄານທີ່ມີຄວາມສວຍງາມ, ແຂງແຮງ ສາມາດນຳໃຊ້ໄດ້ຍາວນານ; ມີລວດລາຍ-ດວງດອກ ທີ່ເປັນເອກະລັກ ທາງດ້ານສິລະປະວັດທະນະທຳຂອງລາວ ປະສົມປະສານກັບຄວາມທັນສະໄໝ ຂອງຍຸກສະໄໝ; ເປັນເອກະລັກສະເພາະ ຂອງສະພາແຫ່ງຊາດ, ມີຄວາມແຕກຕ່າງກັບຕຶກອາຄານສຳນັກງານອື່ນໆ. ເຊິ່ງຫໍສະພາແຫ່ງຊາດຫຼັງໃໝ່ນີ້ ແມ່ນໄດ້ວາງສີລາລຶກກໍ່ສ້າງ ໃນເມື່ອວັນທີ 1 ພະຈິກ ...

Read More »

ຄົນທົ່ວໂລກເຊື່ອໝັ້ນວັກຊິນຕ້ານໂຄວິດ-19 ຫຼາຍຂຶ້ນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ອິມພີຣຽວ ຄອນເລດ ລອນດອນ ຂອງອັງກິດ ໄດ້ເປີດເຜີຍຜົນການສຳຫຼວດ ໂດຍຊີ້ໃຫ້ເຫັນວ່າ: ປະຊາຊົນທົ່ວໂລກ ມີຄວາມເຊື່ອໝັ້ນຫຼາຍຂຶ້ນ ທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ຂະນະທີ່ມີປະຊາຊົນຈຳນວນຫຼາຍຂຶ້ນເຂົ້າຮັບການສີດວັກຊິນນັບຕັ້ງແຕ່ເດືອນພະຈິກ 2020 ທີ່ຜ່ານມາ. ຕາມຜົນການສຳຫຼວດຫຼ້າສຸດ ຊຶ່ງຄວບຄຸມເຖິງປະຊາຊົນປະມານ 500-1.000 ຄົນ ໃນ 14 ປະເທດ ລວມເຖິງຍີ່ປຸ່ນ, ອັງກິດ, ຝຣັ່ງ ແລະ ສ.ເກົາຫຼີ ຜູ້ຕອບແບບສຳຫຼວດໄດ້ຖືກຖາມວ່າ: ພວກເຂົາພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ປະຊາຊົນອັງກິດ ສະແດງຄວາມເຊື່ອໝັ້ນສູງສຸດ ໂດຍ 77% ຂອງຜູ້ຕອບແບບສຳຫຼວດພໍໃຈຫຼາຍທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19, ຮອງລົງມາໄດ້ແກ່ປະຊາຊົນໃນດານມາກ ກວມປະມານ 70% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ. ສ່ວນປະຊາຊົນໃນຍີ່ປຸ່ນ ແລະ ສິງກະໂປ ປະມານ 48% ລະບຸວ່າ: ພໍໃຈທີ່ຈະສີດວັກຊິນ. ຂະນະທີ່ມີປະຊາຊົນໃນຝຣັ່ງ 40% ພໍໃຈທີ່ຈະສີດວັກຊິນປ້ອງກັນພະຍາດໂຄວິດ-19. ອັດຕາສ່ວນໂດຍລວມຂອງຜູ້ທີ່ລະບຸວ່າ: ຕ້ອງການທີ່ຈະສີດວັກຊິນກວມ 58%, ເພີ່ມຂຶ້ນ 17% ຈາກເດືອນພະຈິກທີ່ຜ່ານມາ ຊຶ່ງເລີ່ມມີການສຳຫຼວດເປັນຄັ້ງທຳອິດ. ຂະນະດຽວກັນ, ຜູ້ຕອບແບບສຳຫຼວດ 45% ລະບຸວ່າ: ພວກເຂົາມີຄວາມກັງວົນຫຼາຍກ່ຽວກັບຜົນຂ້າງຄຽງທີ່ອາດຈະເກີດຂຶ້ນຈາກການສີດວັກຊິນປ້ອງກັນພະຍາດໂຄວິດ-19. ...

Read More »

ແຂວງຊຽງຂວາງ ເລີ່ມສັກວັກຊີນ ຕ້ານໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ມີຄວາມສ່ຽງແລ້ວ

ແຫລ່ງຂ່າວຈາກແຂວງຊຽງຂວາງໃຫ້ຮູ້ວ່າ: ພະແນກສາທາລະນະສຸກ ແຂວງຊຽງຂວາງ ສັກຢາຕ້ານພະຍາດໂຄວິດ-19 ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີການນຳ ແຂວງ, ບັນດາເປົ້າໝາຍທີ່ມີຄວາມສ່ຽງເຂົ້າຮ່ວມສັກຢາວັກຊີນ,ທ່ານນາງ ສຸລິວັນ ແກ້ວມະນີວົງ ຫົວໜ້າສັກຢາກັນພະຍາດແຂວງ ໄດ້ໃຫ້ຂໍ້ມູນວ່າ: ຢາວັກຊີນທີ່ສັກກັນພະຍາດໂຄວິດ-19 ມີຊື່ວ່າ ຊີໂນຟາມ ເຊິ່ງເປັນຢາທີ່ໄດ້ຮັບຈາກການຊ່ວຍເຫລືອຈາກ ສປ ຈີນ, ເຊິ່ງເປົ້າໝາຍສັກຢາວັກຊີນຄັ້ງນີ້ປະກອບມີ ພະນັກງານແພດໝໍໂຮງໝໍແຂວງ, ພະແນກສາທາລະ ນະສຸກ, ໂຮງໝໍບໍລິເວນ 101, ການນຳແຂວງ, ຫ້ອງວ່າການແຂວງ, ພະແນກການຕ່າງປະເທດ, ກອງບັນຊາການ ປ້ອງກັນຊາດ, ກອງບັນຊາການປ້ອງກັນຄວາມສະຫົງບ, ພະນັກງານປະຈຳສູນກັກກັນ, ພະນັກງານໂຮງແຮມ, ບ້ານພັກທີ່ເຮັດເປັນສູນກັກກັນ, ພະນັກງານດ່ານ, ການບິນລາວ, ລາວສະກາຍເວ, ບັນດາທະນາຄານ, ກອງພັນໃຫຍ່ 702, ສະພາປະຊາຊົນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ, ພະແນກສຶກສາທິການ ແລະ ກິລາແຂວງ, ພະແນກກະສິກຳ, ໄອຍະການ ແລະ ສານປະຊາຊົນ, ພະນັກງານ-ລັດຖະກອນ 7 ເມືອງຂອງແຂວງ, ພະນັກງານ ແລະ ...

Read More »

ສ.ອາເມລິກາ ຈະລົງນາມແຜນກະຕຸ້ນເສດຖະກິດ 1,9 ພັນຕື້ໂດລາສະຫະລັດ

ຕາມຂ່າວຈາກ ວໍຊີງຕັນ, ທ່ານ ໂຈ ໄບເດນ,ປະທານາທິບໍດີ ສ. ອາເມລິກາ ຈະບັງຄັບໃຊ້ແຜນກະຕຸ້ນເສດຖະກິດ ໃນວັນທີ 12 ມີນານີ້ ຫລັງຈາກສະມາຊິກສະພາ ສ.ອາເມລິກາ ຜ່ານມະຕິ ດ້ວຍຄະແນນສຽງ 220 ຕໍ່ 211 ຜ່ານຮ່າງກົດໝາຍກະຕຸ້ນເສດຖະກິດສະບັບທີ່ 6 ທີ່ມີຊື່ວ່າ “American Rescue Plan Act of 2021” ກວມເອົາການຈັດສັນງົບປະມານ 400 ຕື້ໂດລາ ສະຫະລັດເພື່ອແຈກຢາຍໃຫ້ກັບຊາວອາເມລິກາໂດຍກົງຄົນລະ 1.400 ໂດລາສະຫະລັດ, ໃຫ້ເງິນຊ່ວຍເຫລືອບັນດາລັດ ແລະ ລັດຖະບານກາງ ໃນວົງເງິນ 3,50 ຕື້ໂດລາສະຫະລັດ, ຈັດສັນງົບປະມານເພື່ອຮັບມືກັບການແຜ່ລະບາດຂອງໂຄວິດ-19 ແລະ ຂະຫຍາຍໂຄງການຊ່ວຍເຫລືອຄົນວ່າງງານອາທິດລະ 300 ໂດລາສະຫະລັດຕໍ່​ຄົນຈົນເຖິງເດືອນກັນຍາປີນີ້. ປັດຈຸບັນ ສ.ອາເມລິກາ ມີຜູ້ຕິດເຊື້ອ ໂຄວິດ-19 ເກືອບ30 ລ້ານ ຄົນ ແລະ ເສຍຊີວິດ 540.640 ຄົນ ຕິດເປັນ ອັນດັບໜຶ່ງ ຂອງໂລກ ຂປລ.

Read More »

ໂຮງຮຽນ ນານາຊາດ ວຽງຈັນ (VIS) ຮ່ວມກັບ ທະນາຄານລາວ – ຝຣັ່ງ (BFL) ສ້າງໂອກາດເພື່ອການພັດທະນາສູນກາງການຮຽນຮູ້ ຢູ່ໃນສປປ ລາວດ້ວຍໂຄງການປັບປຸງພື້ນທີ່ຂອງໂຮງຮຽນ (Campus Gateway)

ທະນາຄານລາວ – ຝຣັ່ງ (BFL) ໃຫ້ທຶນກູ້ຢືມແກ່ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ນານາຊາດ ວຽງຈັນ (VIS) ເຊິ່ງລວມມີ:  ສູນສິລະປະ ການສະແດງ, ສູນອອກກໍາລັງກາຍ ແລະ ເປັນບ່ອນພົບປະສັງສັນແຫ່ງໃໝ່ ໃຫ້ກັບໂຮງຮຽນ ແລະ ຊຸມຊົນໃນທ້ອງຖິ່ນ. ທີ່ນະຄອນຫຼວງວຽງຈັນ, ໃນເດືອນ ກຸມພາ 2021 ທີ່ຜ່ານມາ – BFL ແລະ VIS ໄດ້ສະເຫຼີມສະຫຼອງການຮ່ວມມື ແລະ ການເລີ່ມຕົ້ນໂຄງການ ປັບປຸງພື້ນທີ່ ຂອງໂຮງຮຽນ ດ້ວຍການຈັດພິທີຖະແຫລ່ງຂ່າວ ເປີດຕົວໂຄງການປັບປຸງພື້ນທີ່ ຂອງໂຮງຮຽນ ໃນ ວັນທີ 03 ມີນາ 2021 ຢູ່ທີ່ VIS ໂດຍການເປັນກຽດເຂົ້າຮ່ວມງານ ຂອງບັນດາຄູ່ຮ່ວມສັນຍາ, ຕ່າງໜ້າຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ, ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນປະຈໍາສປປ ລາວ, ບັນດາສື່ມວນຊົນ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຮູ້ຂໍ້ມູນລະອຽດ ຂອງໂຄງການດັ່ງກ່າວ.  ຄາດຄະເນວ່າ ໂຄງການດັ່ງກ່າວ ຈະສໍາເລັດກ່ອນໃນວັນທີ 14 ມິຖຸນາ 2022 ...

Read More »