ສ.ອາເມລິກາ ຈະລົງນາມແຜນກະຕຸ້ນເສດຖະກິດ 1,9 ພັນຕື້ໂດລາສະຫະລັດ

ຕາມຂ່າວຈາກ ວໍຊີງຕັນ, ທ່ານ ໂຈ ໄບເດນ,ປະທານາທິບໍດີ ສ. ອາເມລິກາ ຈະບັງຄັບໃຊ້ແຜນກະຕຸ້ນເສດຖະກິດ ໃນວັນທີ 12 ມີນານີ້ ຫລັງຈາກສະມາຊິກສະພາ ສ.ອາເມລິກາ ຜ່ານມະຕິ ດ້ວຍຄະແນນສຽງ 220 ຕໍ່ 211 ຜ່ານຮ່າງກົດໝາຍກະຕຸ້ນເສດຖະກິດສະບັບທີ່ 6 ທີ່ມີຊື່ວ່າ “American Rescue Plan Act of 2021” ກວມເອົາການຈັດສັນງົບປະມານ 400 ຕື້ໂດລາ ສະຫະລັດເພື່ອແຈກຢາຍໃຫ້ກັບຊາວອາເມລິກາໂດຍກົງຄົນລະ 1.400 ໂດລາສະຫະລັດ, ໃຫ້ເງິນຊ່ວຍເຫລືອບັນດາລັດ ແລະ ລັດຖະບານກາງ ໃນວົງເງິນ 3,50 ຕື້ໂດລາສະຫະລັດ, ຈັດສັນງົບປະມານເພື່ອຮັບມືກັບການແຜ່ລະບາດຂອງໂຄວິດ-19 ແລະ ຂະຫຍາຍໂຄງການຊ່ວຍເຫລືອຄົນວ່າງງານອາທິດລະ 300 ໂດລາສະຫະລັດຕໍ່​ຄົນຈົນເຖິງເດືອນກັນຍາປີນີ້.

The $1.9 trillion stimulus plan moves forward without Republican support |  Atalayar - Las claves del mundo en tus manos

ປັດຈຸບັນ ສ.ອາເມລິກາ ມີຜູ້ຕິດເຊື້ອ ໂຄວິດ-19 ເກືອບ30 ລ້ານ ຄົນ ແລະ ເສຍຊີວິດ 540.640 ຄົນ ຕິດເປັນ ອັນດັບໜຶ່ງ ຂອງໂລກ

ຂປລ.

Comments